ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

One Hunned ​ສິນລະປິນ ລາວ-​ອາ​ເມຣິກັນ ເປີດຕົວ ເພງ Lao Girl


One Hunned
One Hunned
ລິງໂດຍກົງ

ສະບາຍດີ ແຟນລາຍການສຽງເພງຈາກແດນໄກທຸກໆທ່ານ
ທ່ານ​ຜູ້ຟັງ​ເຊື່ອແບບ​ວັນນະ​ສອນ ບໍ່ ​ວ່າດົນຕີ​ຄືພາສາທີ່​ຈະ
​ເຊື່ອມໂຍງ​ໃຫ້ທຸກ​ຄົນທຸກຊາດ ທຸກ​ສາສະໜາ​ເຂົ້າ​ມາ​ຫາ​ກັນ​ໄດ້ ​
ແບບ​ໄຮ້ພົມ​ແດນ. ເພງ Lao Girl ທຳນອງ hip hop/rap ນີ້ ​
ເປັນ​ຜົນງານ​ເພງຂອງ ສິນລະປິນລາວ-ອາເມຣິກັນ ທີ່ໃຊ້ນາມ
ແຝງ ວ່າ
One Hunned ເປັນ​ເພງ single ທີ່ໄດ້​ຮັບ​ຄວາມ​ນິຍົມ
​ສູງ ຊຶ່ງ VOA ຂໍ​ເປັນ​ກຳລັງ​ໃຈ​ແລະ​ຂໍ​ໃຫ້​ສ້າງ​ຜົນງານ​ດີ​ໆ ​ໃຫ້​ຊາວ​
ໂລກ​ໄດ້​ຮັບ​ຟັງ​ກັນ ຊຶ່ງ​ເພງsingle ນີ້ ສາມາດ​ຊື້​ໄດ້​ທາງ ITune https://itunes.apple.com/us/album/lao-girl-karaoke-mix-single/id960483852

​ເອົາ ​ແລ້ວ​ກໍ​ຫວັງ​ວ່າ ອີກ​ບໍ່​ດົນ​ເຮົາຈະ​ໄດ້​ເຫັນ​ຜົນງານ​ເພງ​ຂອງ​ສິນລະປິນ ທ່ານ​ນີ້​ອີກ.

ທ່ານ​ບຸນ​ມາ ພົມ​ຈະ​ເລີ​ນ ຜູ້​ຟັງ​ຈາກ ສະຫ​ວັນນະ​ເຂດ ຊຶ່ງ​ຂຽນ​ບອກ​ມາ​ວ່າ ​ເພງ​ລາວ​ທຸກ
ເພງ​ທີ່​ເປີດ ຟັງ​ແລ້ວ​ມ່ວນ ​ແລະ​ຢາກ​ຟັງ​ຊ້ຳ​ແລ້ວ ຊ້ຳ​ອີກ ຫຼາຍໆ​ເທື່ອ…ກໍ​ຕ້ອງ​ຂໍ​ຂອບ​ໃຈ​ທີ່​ເປັນ​ຜູ້​ຟັງ​ທີ່​ໜ້າ​ຮັກ ​ແລະ​ຄອຍ​ເປັນ​ກຳລັງ​ໃຈ​ໃຫ້ ຈຶ່ງ​ຂໍ​ຈັດ​ເພງ​ນີ້ ກະ​ຖິນ​ລືມ​ຖິ່ນ ທີ່​ຂັບ​ຮ້ອງ​ໂດຍ ສຸລິຍັນ ຍົງ​ນຸວົງ ມ​ອບ​ໃຫ້​ແທນ​ຄຳ​ຂອບ​ໃຈ ​ແລະ​ຫວັງ​ວ່າ​ເພງ​ນີ້ ຄົງ​ຈະ​ເຮັດ​ໃຫ້​ທ່ານ​ບຸນ​ມາ​ ພໍໃຈ​ ​ແລະ​ໂອກາດ​ໜ້າ ຄົງ​ຈະ​ໄດ້​ເຫັນ​ທ່ານ​ບຸນ​ມາ ຮັບ​ຟັງລາຍການ​ຂອງ​ເຮົາ​ຕໍ່​ໄປ ​ແລະຂໍ​ໃຫ້​ໝັ່ນຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ.

ສ່ວນ​ເພງ​ສຸດ​ທ້າຍ​ນີ້ ຂໍ​ຈັດ​ໃຫ້​ຜູ້​ຟັງ ທ່ານ​ຄຳ​ໄຫວ ພົມ​ມະຫາ​ໄຊ ທີ່​ບອກ​ມາ​ວ່າ ​ຕິດຕາມ​ຮັບ​ຟັງລາຍການ​ຂອງ VOA ມາ​ໂດຍ​ຕະຫຼອດ ວັນນະ​ສອນ​ ຂໍ​ສະ​ລັບ​ເປັນ​ເພງ​ສາກົນ ທີ່​ຟັງ​ແລ້ວ​ປະ​ທັບ​ໃຈ ທັງ​ເນື້ອ​ຮ້ອງ​ແລະ​ທຳນອງ ທີ່​ຮ້ອງ​ໂດຍ John Legend ​ຊຶ່ງ​ຄວາມ​ໝາຍ​ຂອງ​ເພງ​ນີ້ ​ແມ່ນ​ເຕັມ​ປ່ຽມ ເພາະວ່າ​ເປັນຄວາມ​ຮັກ​ຄວາມ​ຕັ້ງ​ໃຈ​ຂອງ​ອີກ​ຝ່າຍ ​ທີ່​ຈະ​ທຸ້ມ​ເທ​ແລະ​ມອບ
ໃຫ້ຄົນຜູ້ເປັນ​ທີ່​ຮັກ...​ແບບໝົດ​ຕົວ​ເລີຍ ຊຶ່ງວັນນະ​ສອນ ຂໍ​ຫຼິ້ນ​ເພງ All of Me ​ເພື່ອ​ສົ່ງ​ແຟນ​ເພງ​ທຸກໆທ່ານເຂົ້າ​ນອນ ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ ນອນຫ​ລັບ​ຝັນ​ດີ

XS
SM
MD
LG