ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ຕິ່ງ​ນ່ອຍ - ເຊ​ບັງ​ຫຽງ (Karaoke)


ຕິ່ງ​ນ່ອຍ ພອຍ​ໄພລິນ
ຕິ່ງ​ນ່ອຍ ພອຍ​ໄພລິນ

ສະບາຍດີ​ແຟນລາຍການສຽງເພງຈາກແດນໄກທຸກໆທ່ານ
ວັນນະສອນດີໃຈທີ່ໄດ້ກັບມາຈັດເພງມ່ວນໆ ໃຫ້ຜູ້ຟັງໄດ້ຮັບຟັງກັນ ​
ເພງ​ທຳອິດ​ນີ້ຂໍ​ຈັດ​ໃຫ້​ຕາມ​ຄຳ​ຂໍ​ຂອງຣັດຕະນາ ​ຫຼານ​ສາວຄົນ​ງາມ​ຂອງຍາ​ລຸງບົວ​ຫອມ ດຳຣົງ ເພື່ອ​ມອບ​ພິ​ເສດຕ້ອນຮັບ​ຂັວນຂອງຍາ​ລຸງບົວ​ຫອມທີ່​ຫາ​ກໍ່​ອອກ​ຈາກ​ໂຮງພະຍາ
ບານໃນ​ຕົ້ນ​ອາທິດ​ນີ້​ແນ່ນອນວັນນະ​ສອນ​ວ່າ ພໍ​ໄດ້​ຍິນ​ເພງ​ທີ່​ທາງລາຍການ​ສຽງ​ເພງ​
ຈັດໃຫ້​ແລ້ວ ຍາ​ລຸງ​ຄົງ​ຈະ​ລຸກຂຶ້ນ​ມາ​ຟ້ອນ​ລຳວົງ​ຕາມ​ສຽງ​ເພງ ​ເຊ​ບັງ​ຫຽງ ນີ້ ​ແລະ​ເພງ
​ເຊ​ບັງ​ຫຽງ ນີ້​ກໍ​ມີ​ຫຼາຍໆ​ທ່ານ​ໄດ້​ນຳ​ຂຶ້ນ​ມາ​ຂັບ​ຮ້ອງ ​ແຕ່​ສະບັບ​ນີ້ ຂໍ​ເປັນ​ຂອງ​ສຽງ​ຮ້ອງ​ຫວານໆ​ຂອງ​ສິນລະປິນ​ສາວ ຕິ່ງ​ນ໋ອຍ ​ພອຍ​ໄພລິນ ທີ່ວັນນະ​ສອນ​ໄດ້​ມີ​ໂອາກດພົບ​ພໍ້​
ອີກ​ຄັ້ງ​ນຶ່ງ ​ໃນ​ງານ​ສະ​ເຫຼີ​ມສະຫຼອງວັນ​ເອກ​ກະລາດ​ສະຫະລັດ ທີ່​ທາງວັດລາວ​ພຸ​ທວົງ​
ໄດ້​ຈັດ​ສະຫຼອງ​ກັນ​ທຸກໆປີ ທີ່​ທາງ​ວັດ​ຈັດ​ໃຫ້​ເປັນ​ວັນ​ຮວມຍາດ​ຂອງ​ພີ່ນ້ອງ​ຊາວ​ລາວ-
ອາ​ເມຣິກັນ ​ໃນ​ຫວ່າງວັນ​ທີ 4 ກໍລະກົດຜ່ານ​ມາ​ນີ້ ຂໍ​ອວຍພອນໃຫ້​ຍາ​ລຸງມີ​ສຸຂະພາບເຂັ້ມແຂງ​ຫາຍ​ວັນ​ຫາຍ​ຄືນ ​ແລ້ວ​ຂຽນ​ຈມ ​ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ…​


ຫຼັງຈາກ​ທີ່​ໄດ້ເອົາ​ລາຍກາ​ນ​ເພງ​ຂອງ​ອາຈານ​ວໍຣະ​ເດດ ດິດທະ​ວົງລົງ​ໄປ​ໜ້າ FB ສ່ວນຕົວ
ຂອງ​ວັນນະ​ສອນ ​ກໍໄດ້​ມີ​ຫຼາຍ​ທ່ານຂຽນ​ຂໍ້ຄວາມ​ຝາກ​ໄວ້​ວ່າ ​ດີ​ໃຈ​ທີ່​ໄດ້​ຍິນ​ຜົນງານ​ເພງ​
ຂອງ​ອາ​ຈານ​ວໍຣະ​ເດດ ດິດທະ​ວົງ ​ແລະ​ພູ​ມ​ໃຈ​ໃນ​ຕົວ​ສິນລະປິນ​ທ່ານ​ນີ້ ທີ່​ໄດ້​ໝັ່ນ​ພະຍາຍາມ​ເກັບ​ກຳ​ຜົນງານ​ເພງ​ອຳ​ມະຕະ​ຂອງ​ລາວ​ໄວ້​ໃຫ້​ຄົນ​ຮຸ້ນ​ຫຼັງ​ໄດ້​ຮັບ​ຟັງ​ກັນ.
ຂໍ​ຈັດ​ເພງ​ໃຫ້​ຟັງ​ແທນ​ຄຳ​ຂອບ​ໃຈ ​ໃຫ້​ແກ່​ ​ເອື້ອຍສິນ​ນະຄອນ ຫຼື Connie ພ້ອມ​ດ້ວຍ​ສາມີ Dan Reed ​ຈາກ Buffalow, New York ແລະ ຄູ່​ສາມີ ພັນ​ລະ​ຍາ ​ເອື້ອຍ​ສັກ​ແລະ​ອ້າ​ຍຕູ່ ຈາກ Mobil, Alabama. ຈັ່ງ​ໃດ​ກໍ​ຍ້ອງ​ເພງ​ອາ​ຈາກ​ວໍຣະ​ເດດ​ມາ ກໍ​ເລີຍຂໍຈັດ​ເພງ ຂາດ​ຮັກ ຂອງ​ອາຈານ​ທີ່​ມ່ວນໆໃຫ້​ຟັງ ກໍ​ແລ້ວ​ກັນ.​

​ເພງ: “ຂາດ​ຮັກ” ໂດຍ ວໍຣະ​ເດດ ດິດທະ​ວົງ

ຂໍປິດທ້າຍ​ລາຍການດ້ວຍ​ເພງ​ທີ່​ຫຼາຍໆ​ທ່ານ​ມັກ​ຮັກ ນ້ຳ​ສຽງ​ສາວ​ນ້ອຍ​ຄົນ​ນີ້​ ມຸກດາ​ວັນ
ສັນຕິ​ພອນ
​ໃນ​ບົດ​ເພງ ສຽງ​ເພງ​ແທນ​ໃຈ ຢ່າລືມກັບມາຟັງເພງມ່ວນໆກັບວັນນະສອນ
ໄດ້ອີກໃໝ່ໃນລາຍການສຽງເພງຈາກແດນໄກ ຂອງ VOA ໃນທຸກໆຄ່ຳຄືນຂອງວັນ
ອາທິດ ຂໍໃຫ້ທຸກໆທ່ານນອນຫຼັບຝັນດີ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG