ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄື້ນຂອງ​ຄວາມ​ຄິດ​ເຖິງ ຜົນງານເພງຂອງ ອາລຸນາ ຖາວອນສຸກ


ອາລຸນາ ຖາວອນສຸກ
ອາລຸນາ ຖາວອນສຸກ

ສະບາຍດີ​ທຸກໆ​ທ່ານ ​ແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການສຽງ​ເພງ​ຈາກ​ແດນ​ໄກ
ຂອງ VOA. ​ສຽງ​ເພງ​ມ່ວນໆ​ຂອງ​ສິນລະປິນ​ສາວ ຄົນ​ເກັ່ງ​ຄົນ​ນີ້ ​ໄດ້ຫາຍຈາກວົງການເພງ
ລາວ​ໄປ​ນານ ພໍ​ສົມຄວນ​ ​ເພາະ​ສະ​ນັ້ນ ວັນນະ​ສອນ ຂໍ​ນຳ​ບົດ​ເພງ​ເກົ່າ​ຂອງ ​ອາ​ລຸ​ນາ ມາ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຮັບ​ຟັງ​ກັນ… ຊຶ່ງ​ເປັນ​ບົດ​ເພງ​ທີ່​ບົ່ງ​ບອກ​ເຖິງຄວາມ​ຄິດ​ເຖິງ…​ແລະ​ຫວັງ​ວ່າ ​
ໃນ​ອີກ​ບໍ່​ດົນ ພວກ​ເຮົາ​ຄົງ​ຈະ​ໄດ້​ຍິນ​ເພງ​ໃໝ່ໆ​ຂອງ​ອາ​ລຸ​ນາ ອີກ​ຂໍ​ເຊີນໄປຟັງ ຄື້ນຂອງ​ຄວາມ​ຄິດ​ເຖິງ ​ພ້ອມໆ​ກັນ​ເລີຍ...ເພງນີ້ຄົງຈະ​ເຮັດ​ທ່ານ​ຜູ້​ຟັງ ​ແບບ​ວ່າ...ຟັງ​ໄປ ຄິດ​ຮອດ​ກັນ​ໄປ.

ປັດຈຸ​ບັນ​ນີ້ ກໍ​ໄດ້​ມີ​ມີ​ນັກ​ຮ້ອງ​ລາວຮຸ້ນ​ໃໝ່​ເກີດ​ຂຶ້ນມາກມາຍ ທັງໃນ ສປປ ລາວ ແລະຕ່າງ
ປະເທດ​ ທີ່ມີຄວາມສາມາດຫຼາກຫຼາຍແລະເກັ່ງໆກັນທັງນັ້ນ​ ຊຶ່ງ​ວັນນະ​ສອນ ຈຶ່ງ​ຂໍ​ສະແດງ
ຄວາມຍິນນໍາ​ແລະ​ໃຫ້​ສືບ​ສານ​ຕໍ່ໆ​ໄປ…​ເພງ​ຕໍ່​ໄປນີ້ ​ເປັນ​ເພງ​ອອກ​ແນວຣ໊ອກໆ ຄົງ​ຈະ
​ຖືກ​ໃຈ​ພວກ​ນ້ອງໆ​ຫົວ​ໃຈຣ໊ອກທັງຫຼາຍ...ຊຶ່ງ​ເປັນ​ເພງ ປອບຣ໊ອກ ຂອງວົງ Boxer
ຂໍ​ຝາກ​ຜົນງານ​ເພງ​ໃຫ້​ແຟນລາຍການ​ທຸກໆ​ທ່ານ ​ແລະ​ນີ ກໍ​ຄື ອີກ​ຜົນງານ​ເພງ ​ໃນ​ແວດ​ວົງການ​ເພງຂອງ ​ສປປ ລາວ... ເພງ​ນີ້ ຈະ​ເປັນ​ກຳລັງ​ໃຈໃຫ້​ພວກ​ສາວໆ​ທີ່​ກຳລັງ​ອົກ​ຫັກ ​ເພາະວ່າ ມັນ​ເປັນ ນ້ຳ​ຕາ​ສຸດ​ທ້າຍ ເໝືອນດັ່ງຊື່ຂອງເພງນີ້.

ວັນນະ​ສອນ ​ຂໍ​ຈັດ​ເພງ​ນີ້ ປິດ​ທ້າຍ​ລາຍການ​ເພາະ​ເພງ​ນີ້​ເປັນ​ເພງ​ດັງ​ໃນ​ອະດີດ ທີ່​ວັນນະ​ສອນ ​ໝັ້ນ​ໃຈ​ວ່າ ​ເກືອບ​ວ່າ​ທຸກ​ຄົນ ​ໄດ້ເຄີຍຮັບຟັງ​ແນ່ນອນ...ຊຶ່ງ​ເພງ​ນີ້ ​ຕົ້ນ​ສະບັບນັ້ນ​ເປັນ​ເພງ​ຂອງສີ​ລາວົງ ​ແກ້ວ ສະບັບ​ນີ້​ເປັນ​ຂອງ​ສິນລະປິນ​ສະໝັກ​ຫຼິ້ນ ​ເປັນ​ນ້ອງ​ຊາຍ​ຂອງ​ໂຄສົກ​ສຽງ​ອາ​ເມຣິກາ ກິ່ງສະຫວັນ ປະຖົມມະວົງ ​ເຮົາ​ນີ້​ເອງ ... ຂໍ​ເຊີນ​ຟັງ​ເພງ ຮັກ​ນຶ່ງ​ໃຈ​ດຽວ ​ທີ່​ຂັບ​ຮ້ອງ​ໂດຍ ພັນ​ໂນຣັກ ປະ​ຖັມມະ​ວົງ ຢ່າ​ລືມ​ກັບ​ມາ​ຟັງ​ເພງ​ຮ່ວ​ມກັບວັນນະ​ສອນ​ ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກຂອງ VOA ອີກ​ໃນ​ອາທິດ​ໜ້າ ນອນ​ຫລັບ​ຝັນ​ຫວານ​…

ລິງໂດຍກົງ

XS
SM
MD
LG