ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມາ​ເດີ້ ມາ​ເດີ້ - ແນວເພງໃໝ່ຂອງສິນລະປິນລາວ - ອາເມຣິກັນ ຈາກ​ຄ້າຍ​ເພງ Drunken Style Record


ເພງ ມາ​ເດີ້ ມາ​ເດີ້ ​ເພງທຳນອງ Hip- Hop ຂອງ​ສິນ​ລະ​ປິນ
ລາວ-​ອາ​ເມຣິກັນ Rapper ຕຸ້ຍ ທ​ວັນນະ​ສອນ​ ​ເຫັນ​ວ່າ ​ເປັນ​ການ​
ສົ່ງ​ເສີມ​ສິນລະປິນ ລາວ-​ອາ​ເມຣິກັນ ຊຶ່ງ​ເຖິງ​ແມ່ນ​ວ່າ​ພວກ​ສິນ
ລະປິນ ລາວ​ເຫຼົ່າ​ນີ້​ຈະ​ເຕີບ​ໃຫຍ່​ໃນ​ຕ່າງ​ແດນກໍ​ຕາມ ​ແຕ່​ພວກ​
ເຂົາ​ຍັງ​ຮັກ​ແລະ​ຜູກ​ພັນ​ກັບ ​ຮາກ​ເຫງົ້າ ຮີດຄອງປະ​ເພນີ​ ທັງ​ວັດ
ທະນະທຳ ແລະວິຖີຊີວິດ ຄວາມ​ເປັນ​ລາວ​ຂອງ​ພວກ​ເຂົາ​ຢູ່ ຈຶ່ງ​ເຮັດ
​ໃຫ້​ພວກ​ເຂົາ​ເຈົ້າພະຍາຍາມ ​ແຕ່ງ​ເພງ​ແນວ​ນີ້​ຂຶ້ນ​ມາ. ຈຶ່ງ​ຂໍ​ຈັດ​ໃຫ້ ທ່ານ ອຸ່ນ​ສະໜອງ ສິນ​ທະນູ ຜູ້​ຟັງ​ທີ່​ຂຽນ​ຂໍ້ຄວາມ​ໄວ້​ໃນ web-site ໃນລາຍການສຽງເພງຈາກແດນໄກຂອງ VOA ວ່າ ​“ເນື້ອ​ຮ້ອງ ທຳນອງ ​ເພງ​ລາວ ​ແມ່ນ ອຳ​ມະຕະ ນັກ​ຮ້ອງ​ສຽງ​ດີ ຟັງ​ກໍມ່ວນ.” ​ເທື່ອ​ນີ້ ວັນນະ​ສອນ ຂໍ​ຝາກ​ເພງ​ທຳນອງ​ແນວ​ໃໝ່ ​ເອົາ​ໃຈ​ໄວ​ຮຸ້ນເປັນ​ຢ່າງ​ດີ ຫວັງ​ວ່າ ​ເພງ​ນີ້ ຄົງ​ຈະ​ເຮັດ​ໃຫ້​ຜູ້ຟັງ ​ທ່ານອຸ່ນ​ສະໜອງ ໄດ້ຮັບ​ຟັງເພງທຳນອງ​ແນວ​ໃໝ່ໆ ​ເພື່ອ​ທີ່​ຈະ​ໄດ້​ຂຽນ​ຄວາມ​ຄິດ​ເຫັນ​ເຂົ້າ​ມາ.

ສ່ວນ​ເພງ ປ່ອຍ​ມັນ​ໄປ ​ທີ່ຂັບຮ້ອງໂດຍ ມາລີ ພອນ​ປະດິດ ສິນລະປິນສາວໜ້າໃໝ່
ຂອງວົງການ ຊຶ່ງນີ້ ກໍຄືບົດບາດໃໝ່ຂອງນັກຮ້ອງສາວ ລາວ-ອາເມຣິກັນ ມາລີ ພອນ​ປະດິດ ຊຶ່ງເປັນທັງນັກຂຽນ, ນັກກະວີທີ່ເຄີຍມີຜົນງານຂຽນ ຮວມເຫຼັມມາແລ້ວ ແລະນີ້ ກໍເປັນການຂຽນເພງຄັ້ງທຳອິດ ຂອງຜູ້ກ່ຽວ. ເພາະນັ້ນ ວັນນະສອນ ຂໍຝາກຜົນງານເພງ
ປ໊ອບ ນີ້ມາໃຫ້ທ່ານຜູ້ຟັງໄດ້ຊ່ອຍກັນສະໜັບສະໜຸນແລະສົ່ງເສີມ ຊຶ່ງຄົນລາວດ້ວຍກັນ.

ລິງໂດຍກົງ

ສວນ​ເພງ​ສຸດ​ທາ​ຍນ​ຂໍ​ຈັດ​ໃຫ້ທ່ານ ບົວຫອມ ດຳຣົງ ຜູ້ຟັງທ​ຟັງວິທະຍຸ VOA ຂຽນ​ບອກ​ມາ​ວາ ມັກ​ຟັງເພງລາວ ​ແບບວ່າ ກິນ​ເຂົ້າ​ແລງ​ນຳ​ກັນ​ທຸກ​ມື້ ຟັງຂໍ້ມູນຂ່າວສານຊຶ່ງໄດ້ທັງສາລະ
ແລະບັນເທີງ ເປັນຜູ້ຟັງທີ່ຮັກດຽວໃຈດຽວຍາວນານກວ່າ 50ປີ ຍັງ​ຄິດ​ຮອດ​ຄິດ​ເຖິງ ຢູ່​ບໍ່​ແລ້ວ ​ເພິ່ນ​ຍັງ​ບອກ​ມາ​ວ່າ ​ໃຫ້​ວັນນະ​ສອນ​ຈື່​ຈຳ​ຄຳ​ຜະ​ຫຍາ​ທີ່​ວ່າ ​"ໄດ້​ກິນ​ລາບ​ນັກ​ເປົ້າ
ຢ່າ​ລືມ​ກ້ອຍ​ແຈ່ວ​ຈີ່ນາຍ​ເດີ"
ແລະ​ຂໍ​ຟັງ​ເພງ​ຂອງ​ອາຈານ ຄຳ​ຫຼ້າ ໜໍ່​ແກ້ວ ​ໃນ​ບົດ​ເພງ​ຮັກ​ບໍ່​ລືມ. ວັນ​ນະ​ສອນ ຫວັງ​ວ່າ ທ່ານ​ຜູ້​ຟັງ ກໍ​ຄົງຈະ​ມັກ​ຮັກ​ເພງ​ນີ້ແບບຍາລຸງບົວຫອມ ເຊັ່ນ​ກັນ… ​ເຊີນໄປ​ຟັງ​ພ້ອມໆ​ກັນ​ເລີຍ.

XS
SM
MD
LG