ວັນອາທິດມື້ນີ້ ຊຶ່ງກົງກັບ ວັນແມ່ ຫຼື Mother’s Day ໃນສະຫະ
ລັດ ຊຶ່ງຢູ່ທາງສະຫະລັດອາເມຣິກາ ທີ່ຈັດໃຫ້ຖືກວັນອາທິດ ທີ 2
ຂອງເດືອນພຶດສະພາໃນແຕ່ລະປີ ເພາະສະນັ້ນມື້ນີ້ ວັນນະສອນ
ຈຶ່ງຂໍຖືໂອກາດນີ້ຈັດເພງ ທີ່ມີຄວາມໝາຍດີ ມອບໃຫ້ບັນດາແມ່
ທັງຫຼາຍ ວັນນະສອນຂໍຕາງໜ້າໃຫ້ພວກລູກໆທັງຫຼາຍ ກ່າວຂອບ
ພະຄຸນໃນທຸກໆຄວາມຮັກ ຄວາມຫວັງດີ ທີ່ໄດ້ປົກປ້ອງຄຸ້ມຄອງ
ແລະລ້ຽງດູພວກລູກໆໃຫ້ເຕີບໃຫຍ່ ແລະເປັນພົນລະເມືອງດີຂອງສັງຄົມ ຈຶ່ງຂໍມອບ
ເພງນີ້ “ບຸນຄຸນຂອງແມ່” ທີ່ມີຄວາມໝາຍດີນີ້ ຈາກຄະນະ Lao Hip Hop ມອບໃຫ້.
ສ່ວນເພງທີ 2 ຈັດເພງທີ່ມີຄວາມໝາຍດີ ເປັນເພງທີ່ມີຄວາມໝາຍດີອີກຕື່ມເພງນຶ່ງ
ໃນບົດເພງ "ບຸນຄຸນແມ່" ທີ່ຂັບຮ້ອງໂດຍ ສຸບິນ ຊາມົນຕີ.
ກ່ອນອຳລາທ່ານຜູ້ຟັງໃນຄ່ຳຄືນນີ້ ວັນນະສອນຂໍມອບເພງສຸດທ້າຍ ທີ່ເປັນເພງສາກົນ
ຊຶ່ງ ເພງນີ້ໄດ້ສື່ຄວາມໝາຍຂອງຄວາມປາດຖະໜາດີຂອງພວກລູກໆທີ່ຢາກຈະມອບ ໃຫ້ ແມ່ ຢາກເຫັນຮອຍຍິ້ມອັນສົດໃສ ແລະດວງຕາທີ່ເອື້ອອາທອນ ຕໍ່ພວກລູກໆທັງ
ຫຼາຍ ເພາະສະນັ້ນວັນນະສອນຂໍຖືຕາງໜ້າໃຫ້ພວກລູກໆໝົດທຸກຄົນ ກໍຂໍມອບໃຫ້ແມ່ ໃຫ້ແມ່ມີຄວາມສຸກ ພໍໆກັນກັບຄວາມສຸກທີ່ແມ່ມອບໃຫ້ພວກລູກເຊັ່ນກັນ ດັ່ງເນື້ອໃນຄວາມໝາຍຂອງເພງນີ້ “My Wish For You” ຈາກກຸ່ມ Rascal Flats. Happy Mother’s Day To All Mothers…ແລະຂໍໃຫ້ທຸກໆທ່ານນອນຫຼັບຝັນຫວານ…ພົບກັນໃໝ່ໃນສະບັບໜ້າ.