ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພວກນຳ​ທາງ​ປີນພູ ໃນເນປານ ຕັດສິນໃຈ ພາກັນ ນັດຢຸດງານ (ວີດີໂອ)


Nepal Sherpas VOSOT
please wait
Embed

No media source currently available

0:00 0:01:27 0:00
ສ່ວນໃຫຍ່ຂອງພວກນຳ​ທາງ​ໃນການປີນພູຊາວ Sherpas
ໃນ​ເນ​ປານໄດ້​ຕັດສິນ​ໃຈ​ອອກ​ໄປຈາກ​ພູ Everest ​ສຳລັບ​
ລະດູ​ການ​ປີນ​ພູປີນີ້ ຊຶ່ງກຳນົດ ຈະກວມໄປຈົນຮອດ​ ທ້າຍ
ເດືອນພຶດສະພານັ້ນ ​ໂດຍປະຖິ້ມໃຫ້​ພວກປີນພູຄ້າງ​ແຮມ​
ຢູ່ຕາມແຄ້ມໃນເຂດ​ຈ້າຍ​ພູ​ນັ້ນ ບໍ່​ມີ​ຄວາມ​ແນ່ນອນວ່າ ​
ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ໃນຂັ້ນຕໍ່​ໄປໃນຂ້າງ​ໜ້າ.

ການເອົາ​ບາດກ້າວ​ດັ່ງກ່າວ​ນີ້ ​ມີ​ຂຶ້ນ​ຫລັງຈາກໄດ້ເກີດ​ຫິມະ
​ເຈື່ອນລົງມາຢ່າງຮ້າຍແຮງ ໃນ​ວັນ​ສຸກ​ແລ້ວ​ ທີ່​ໄດ້​ສັງຫານ
ຊາວ Sherpas 16 ຄົນ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ກຳລັງ
ພະຍາຍາມ​ ທີ່​ຈະຕໍ່ສາຍເຊືອກ ​ແລະ​ເສາະຫິມະ ​ພ້ອມທັງຕັດ​ນ້ຳກ້ອນ​ເພື່ອ​ເຈາະ​ເປັນທາງສຳລັບ​ພວກ​ປີນ​ພູ​ຕ່າງປະ​ເທດ.

​ໃນ​ວັນ​ອັງຄານ​ວານ​ນີ້ ທາງ​ລັດຖະບານ​ເນ​ປານເບິ່ງ​ຄື​ວ່າ​ແມ່ນ​ເຫັນ​ພ້ອມ​ກັບ​ຄຳ​ຮຽກ
ຮ້ອງ​ຂອງ​ ພວກ Sherpas ໃນການນັດຢຸດງານແບບຂົ່ມຂູ່​ເຊັ່ນການ​ຕັ້ງ​ກອງ​ທຶນເພື່ອ​ຊ່ວຍບັນເທົາພວກ​ທີ່​ເສຍ​ຊີວິດ ຫຼື​ບໍ່​ກໍບາດ​ເຈັບ​ໃນ​ອຸບ​ປະຕິ​ເຫດ​ປີນ​ພູ​ນັ້ນ ​ແຕ່​ວ່າກອງ​ທຶນ​ດັ່ງກ່າວ​ ​ແມ່ນ​ຕ່ຳ​ເກີນ​ກວ່າ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພວກ Sherpas ທີ່ຮ້ອງ
ຮຽນ​ໄປ​.

ຫຼັງ​ຈາກ​ທີ່​ໄດ້ເກີດຫິມະເຈື່ອນຢ່າງຮ້າຍແຮງແລ້ວ ທາງ​ລັດຖະບານ​ກ່າວ​ວ່າ ຕົນ​ຈະ
ຈ່າຍ​ເງິນ ໃຫ້​ບັນດາຄອບຄົວຂອງ​ຊາວ Sherpas ທີ່​ໄດ້​ເສຍ​ຊີວິດໄປນັ້ນ ຄອບຄົວ
ລະປະມານ 415 ​ໂດ​ລ່າ. ຊາວ Sherpas ເວົ້າວ່າ ພວກເຂົາເຈົ້າສົມຄວນທີ່ຈະໄດ້
ຮັບເງິນຫຼາຍກວ່ານີ້ ໂດຍ ຮຽກຮ້ອງໃຫ້ຈ່າຍເງິນປະກັນໄພຄ່າຫົວສູງຂຶ້ນ ໃຫ້ຄວາມ
ຊ່ອຍເຫຼືອທາງການເງິນເພີ້ມຂຶ້ນ ສຳລັບຄອບຄົວທີ່ໄດ້ຮັບເຄາະ ແລະຮຽກຮ້ອງໃຫ້
ມີການອອກກົດໝາຍໃໝ່ ທີ່ຈະຄ້ຳປະກັນສິດທິ ຂອງພວກປີນພູເຫຼົ່ານີ້ນຳດ້ວຍ.
XS
SM
MD
LG