ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ອຳນວຍການ ສະໜາມບິນ ມົສກູ ລາອອກ ຫຼັງຈາກ ເກີດອຸປະຕິເຫດ ເຮືອບິນ ຕຳລົດດຸດຫິມະ


ລົດຄັນນຶ່ງແລ່ນຜ່ານປ້າຍ Vnukovo-3 ສູນກາງທຸລະກິດ ການບິນ ໃກ້ນະຄອນມົສກູ
ລົດຄັນນຶ່ງແລ່ນຜ່ານປ້າຍ Vnukovo-3 ສູນກາງທຸລະກິດ ການບິນ ໃກ້ນະຄອນມົສກູ

ຜູ້ອຳນວຍການ ​ສະໜາມ​ບິນ​ມົສກູ ​ແລະ​ຜູ້​ຮ​ອງ ​ໄດ້​ລາ​ອອກ​
ຈາກ​ໜ້າ​ທີ່ ຫລັງ​ຈາກ​ເກີດອຸປະຕິ​ເຫດ​ເຮືອບິນ​ຕຳ​ລົດດຸດ​ຫິ
ມະ ​ໃນ​ຕົ້ນ​ອາທິດ​ນີ້ ​ທີ່​ເຮັດ​ໃຫ້​ ສີ່​ຄົນ​ເສຍ​ຊີວິດ ຮວມ​ທັງ​ຫົວ
ໜ້າ​ບໍລິສັດນ້ຳມັນຍັກໃຫຍ່ Total ຂອງ​ຝຣັ່ງ.

​ສະໜາມ​ບິນ Vnukovo ​ໄດ້​ປະກາດ​ ຢູ່​ໜ້າເວັບ​ໄຊທ໌ຂອງ
ຕົນ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ການ​ລາອອກ​ຈາກຕຳ​ແໜ່​ງຂອງ
​ທ່ານ Andrei Dyakov ​ແລະ​ຜູ້ຮອງ ຂອງທ່ານ ​ຄືທ່ານ
Sergei Solntsev ແມ່ນ​ພົວພັນ​ກັບ​ອຸປະຕິ​ເຫດ.

ທັງ​ສອງ​ຄົນໄດ້ລາ​ອອກ​ຈາ​ກຕຳ​ແໜ່​ງ ​ໃນ​ຂະນະ​ທີ່ ບັນດາ
​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ກັກ​ຂັງ​ພະນັກງານທີ່​ສະໜາມບິນ​ອີກ​ສີ່​ຄົນ ​ໃນ​ຄະດີ​ດັ່ງກ່າວ.

ຢູ່​ໃນ​ຈຳນວນ​ຜູ້ທີ່​ຖືກ​ສອບ​ສວນ ກໍ​ມີນັກວິ​ຊະວະ​ກອນ ​ທີ່​ຄວບ​ຄຸມ​ການ​ດຸດ​ຫິມະ​ອອກ​
ຈາກ​ທາງ​ແລ່ນ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ​ເວລາ​ເຮືອບິນ​ອາຍພົ່ນສ່ວນ​ໂຕໄດ້ຕຳ ​ເອົາ​ລົດດຸດ
​ຫິມະ ​ໃນ​ຂະນະ​ທີ່​ກຳລັງ​ແລ່ນ​ຂື້ນ​ຈາກ​ສະໜາມບິນແຫ່ງນີ້.

ຫົວໜ້າ​ບໍລິຫານ ບໍລິສັດນ້ຳມັນ Total ທ່ານ Christophe de Margerie ​ແລະ​ພະນັກ
ງານປະຈຳເຮືອບິນ​ອີກ​ສາມ​ຄົນ​ໄດ້​ເສຍຊີວິດ.

ບັນດາ​ຜູ້​ສືບສວນ​ກ່າວ​ຫາວ່າ ຄົນ​ຂັບ​ລົດດຸດ​ຫິມະ​ເມົາເຫລົ້າ​ຢູ່​ໃນ​ໜ້າ​ທີ່ ​ແຕ່ຍັງ​ບໍ່​ທັນເອົາ
ໄປເຊື່ອ​ມໂຍງໃສ່​ກັບ​ສາ​ເຫ​ດທີ່ພາໃຫ້ຕຳກັບເຮືອບິນ.

ຢູ່​ໃນ​ກອງ​ປະຊຸມ​ສຸກ​ເສີນ ​ໃນ​ວັນ​ພຸດ​ວານ​ນີ້ ບັນດາ​ຄະນະ​ກຳມະການ ບໍລິສັດ Total ​ໄດ້​
ແຕ່ງ​ຕັ້ງໃຫ້ທ່ານ Patrick Pouyanne ຫົວໜ້າຮັບຜິດຊອບໃນການ ກັ່ນແລະດ້ານເຄມີ
ຂອງບໍລິສັດ ເປັນຜູ້ສຳເລັດໜ້າທີ່ແທນທ່ານ de Margerie.

ນອກ​ນັ້ນ​ຍັງ​ໄດ້​ແຕ່ງ​ຕັ້ງ ໃຫ້ທ່ານ Thierry Desmarest ອະດີດຫົວໜ້າ​ບໍລິຫານ ບໍລິ
ສັດ Total ​ຂຶ້ນເປັນ​ປະທານຄະນະ​ກຳມະການບໍລິຫານ.

RUSSIA AIRPORT VO
please wait
Embed

No media source currently available

0:00 0:00:27 0:00

XS
SM
MD
LG