ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຣັດເຊຍ​ ແລະຝຣັ່ງ ຖົກຖຽງກັນ ກ່ຽວກັບ ການຖິ້ມລະເບີດ ໃສ່ພົນລະເຮືອນ ຢູ່ຊີເຣຍ


Syria
please wait
Embed

No media source currently available

0:00 0:01:07 0:00

ນາຍົກລັດຖະມົນຕີຣັດ​ເຊຍ ກ່າວ​ວ່າ ການ​ກ່າວ​ຫາ​ວ່າ​ປະ​ເທດ
​ຂອງ​ທ່ານ ຖິ້ມລະ​ເບີດ​ໃສ່​ພົນລະ​ເຮືອນ​ຢູ່​ໃນ​ຊີ​ເຣຍນັ້ນ ​ແມ່ນ​ບໍ່
​ເປັນຄວາມ​ຈິງ.

​ໃນ​ການ​ຖະ​ແຫຼງທີ່​ກອງ​ປ​ະຊຸມ​ຄວາມ​ໝັ້ນຄົງ​ຢູ່​ນະຄອນ​ມິ​ວນິກ ​
ໃນ​ວັນ​ເສົາ​ມື້ນີ້ ທ່ານ Dmitry Medvedev ກ່າວ​ວ່າ ບໍ່​ມີ​ຫລັກ​
ຖານ​ໃດໆ​ສະ​ແດງ​ໃຫ້​ເຫັນ​ກ່ຽວກັບ​ການຖິ້ມລະ​ເບີດເລີຍ.

ທ່ານ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ຫລັງ​ຈາກ​ນາຍົກລັດຖະມົນຕີຝຣັ່ງ
ທ່ານ Manuel Valls ຮຽກຮ້ອງ​ໃຫ້ຣັດ​ເຊຍ​ຢຸດ​ເຊົາ​ການຖິ້ມລະ
​ເບີດ​ໃສ່​ພົນລະ​ເຮືອນຢູ່​ໃນ​ຊີ​ເຣຍໂດຍ​ເວົ້າວ່າມັນ​ເປັນ​ເລື້ອງສຳ
ຄັນ​ເພື່ອ​ໃຫ້​ມີ​ການ​ບັນລຸ​ການ​ແກ້​ໄຂ​ແບບ​ສັນຕິ.

ນາຍົກລັດຖະມົນຕີຣັດ​ເຊຍ ​ແລະ​ຝຣັ່ງ ແມ່ນ​ຮວມຢູ່​ໃນ ​ບັນດາ​ຄະນະ​ຜູ້​ແທນ​ ຈາກ​ຢູ​ໂຣບ
ສະຫະລັດແລະ​ຈາກ​ປະ​ເທດ​ອື່ນໆ​ປະ​ຊຸມ​ກັນ​ຕື່ມ​ອີກ​ໃນ​ວັນ​ເສົາ​ມື້ນີ້ໃນຄວາມ​ພະຍາຍາມ ​
ເພື່ອ​ຫາ​ທາງ​ຍຸຕິ​ຄວາມ​ຮຸນ​ແຮງ​ທີ່​ດຳ​ເນີນ​ມາ​ເປັນ​ເວລາ​ເກືອບຫ້າ​ປີ ຢູ່​ໃນ​ປະ​ເທດ​ຊີ​ເຣຍ.

​ໃນ​ມື້ວານ​ນີ້ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງ​ຈາກ​ພວກ​ຜູ້ນຳ​ຂອງ​ໂລກ​ໄດ້​ປະກາດ​ກ່ຽວ​ກັບ​ຂໍ້​ຕົກລົງ​
ທີ່​ກອງ​ປະຊຸມ​ເພື່ອ​ຊຸກຍູ້​ໃຫ້​ມີ​ການ​ຍຸຕິ​ການ​ເປັນ​ປໍ​ລະ​ປັກ​ກັນ​ຢູ່​ໃນ​ຊີ​ເຣຍພາຍ​ໃນ​ເວລາ​ນຶ່ງ​
ອາທິດ​ຊຶ່ງ​ການ​ຕົກລົງ​ດັ່ງກ່າວນີ້​ແມ່ນ​ພວມ​ຈະ​ໄດ້​ຮັບ​ການ​ທົດ​ສອບ.

Syria Cease-fire Deal Draws Skepticism as Russian Airstrikes Continue
please wait

No media source currently available

0:00 0:03:07 0:00

​ໃນ​ການ​ໃຫ້​ສຳພາດ​ທີ່​ພິມເຜີ​ຍ​ແຜ່​ໃນ​ວັນ​ສຸກ​ວານ​ນີ້ ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar
al-Assad ກ່າວ​ຕໍ່​ອົງການ​ຂ່າວ​ຝຣັ່ງວ່າ ກຳລັງ​ຂອງ​ທ່ານ ມີ​ແຜນການ ທີ່​ຈະ​ເຂົ້າຍຶດ​ເອົາ​
ເຂດ​ຕ່າງໆ ​ໃນ​ທົ່ວ​ປະ​ເທດ​ຄືນ ຊຶ່ງ​ໄດ້​ພາ​ໃຫ້ ​ມີ​ຄວາມ​ສົງ​ໄສ​ເພີ້ມຕື່ມ ​ກ່ຽວ​ກັບ​ຄວາມ​ໝັ້ນ ໝາຍ​ຂອງ​ພັກ​ຝ່າຍ​ຕ່າງໆ ທີ່​ຈະ​ຍຸຕິ​ບັນຫາ​ຂັດ​ແຍ້​ງນີ້.

ທ່ານ Assad ​ເວົ້າວ່າ ການ​ເຂົ້າຍຶດ​ເອົາ​ເຂດ​ຕ່າງໆ​ ໃນ​ທົ່ວ​ປະ​ເທດ​ຄືນ ອາດ​ຈະໃຊ້​ເວລາ​
ດົນ​ນານ.​ ປະທານາທິບໍດີ​ຊີ​ເຣຍກ່າວ​ວ່າ ທ່ານ​ສະໜັບສະໜຸນ​ການ​ດຳ​ເນີນ​ຄວາມ​ພະຍາ ຍາມ​ເພື່ອ​ສ້າງສັນຕິ​ພາບແຕ່​ກໍ​ເຕືອນ​ວ່າ ການ​ເຈລະຈາ​ບໍ່​ໄດ້ໝາຍ​ຄວາມ​ວ່າ ພວກ​ເຮົາ​ຈະ
​ຢຸດ​ເຊົາ​ການ​ປາບ​ປາມ​ພວກ​ກໍ່​ການ​ຮ້າຍ.

Kurdish Forces Capture Rebel-Held Air Base in Syria
please wait

No media source currently available

0:00 0:01:40 0:00

XS
SM
MD
LG