ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈຳນວນ ອຸບັດເຫດ ​ເທິງ​ທ້ອງ​ຖະໜົນ​ໃນລາວ ເພີ່ມຫຼາຍຂຶ້ນ ຢ່າງຕໍ່ເນື່ອງ


ບັນດາຕຳຫຼວດຈະລາຈອນ ກຳລັງທຳການ ກວດສອບ ສະຖານທີ່ເກີດອຸບັດເຫດ ລົດຈັກຕຳກັນ.
ບັນດາຕຳຫຼວດຈະລາຈອນ ກຳລັງທຳການ ກວດສອບ ສະຖານທີ່ເກີດອຸບັດເຫດ ລົດຈັກຕຳກັນ.

ອຸບັດເຫດ​ເທິງ​ທ້ອງ​ຖະໜົນ​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍຫຼາຍຂຶ້ນ ​
ໂດຍ​ສະ​ເພາະ​ແມ່ນ​ໃນ​ເຂ​ດນະຄອນຫຼວງວຽງ​ຈັນ ທີ່​ມີ​ຍວດ​ຍານ
ພາຫະນະ​ເພີ່ມ​ຂຶ້ນ ​ແຕ່​ຜູ້​ຂັບ​ຂີ່​ຍານພາຫະນະ​ ກັບ​ພາກັນ​ຝ່າຝືນ
​ກົດ​ຈະລາຈອນຫຼາຍຂຶ້ນນັບ​ມື້.

ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ລາວ ລາຍ​ງານ​ວ່າ ມີ​ອຸບັດ​ເຫດ​ເທິງ​ທ້ອງ​ຖະໜົນ​
ເກີດ​ຂຶ້ນ​ເຖິງ 646 ກໍລະນີ​ ​ໃນ​ທົ່ວ​ປະ​ເທດ ​ໃນ​ຕະຫລອດ​ຊ່ວງ​ເດືອນ​ເມ​ສາ ທີ່​ຜ່ານ​ມາ ​ໂດຍ
​ເຖິງ​ແມ່ນ​ວ່າ ຈຳນວນ​ອຸບັດ​ເຫດ ຈະຫຼຸດລົງ​ຈາກ 673 ກໍລະນີ ​ເມື່ອ​ທຽບ​ກັບ​ເດືອນ​ເມສາ
2014 ກໍ​ຕາມ ຫາກ​ແຕ່​ກໍ​ປາກົດວ່າ ອຸບັດ​ເຫດ​ທີ່​ເກີດ​ຂຶ້ນ​ໃນ​ຊ່ວງ​ເດືອນ​ເມສາ 2015 ນີ້
ມີ​ລະດັບ​ຄວາມ​ຮຸນ​ແຮງຫຼາຍກວ່າ​ເດືອນ​ເມສາ​ປີ​ທີ່​ແລ້ວ.

ດັ່ງ​ຈະ​ເຫັນ​ໄດ້​ຈາກຈຳ​ນວນ ຜູ້​ທີ່​ເສຍ​ຊີວິດ​ໃນ​ອຸບັດ​ເຫດ ທີ່​ເພີ່ມ​ຂຶ້ນຈາກ 108 ຄົນ ເປັນ 133 ຄົນ. ສ່ວນຈຳນວນຜູ້ໄດ້ຮັບບາດເຈັບນັ້ນ ເຖິງແມ່ນຈະຫຼຸດລົງ ຈາກ 1,123 ຄົນ ​ເປັນ
1,066 ຄົນ ​ແລະ ຍານພາຫະນະ​ທີ່​ເສຍ​ຫາຍ ກໍ​ຫຼຸດ​ລົງ​ຈາກ 1,200 ກວ່າ​ຄັນ​ເປັນ 1,113 ຄັນ ກໍ​ຕາມ ຫາກ​ແຕ່​ດ້ວຍ​ລະດັບ​ຄວາມ​ຮຸນ​ແຮງ​ຂອງ​ອຸບັດ​ເຫດ ທີ່​ເພີ່ມ​ຂຶ້ນນັ້ນ ກໍ​ໄດ້​ເປັນ​
ຜົນ​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍ​ເພີ່ມ​ຂຶ້ນຈາກ 7 ຕື້​ກວ່າ​ກີບ ​ໃນ​ເດືອນ​ເມສາ 2014 ເປັນ
ຫຼາຍກວ່າ 8 ຕື້​ກີບ​ ໃນ​ເດືອນ​ເມສາ 2015 ນີ້.

ພະນັກງານກູ້ໄພ ກຳລັງເກັບກູ້ເອົາສົບຜູ້​ເສຍ​ຊີ​ວິດ ຍ້ອນອຸບັດເຫດ ເທິງທ້ອງຖະໜົນຫົນທາງ.
ພະນັກງານກູ້ໄພ ກຳລັງເກັບກູ້ເອົາສົບຜູ້​ເສຍ​ຊີ​ວິດ ຍ້ອນອຸບັດເຫດ ເທິງທ້ອງຖະໜົນຫົນທາງ.

​ໂດຍ​ເຂດ​ທີ່​ເກີດ​ອຸບັດ​ເຫດ​ເທິງ​ທ້ອງ​ຖະໜົນ ຫຼາຍທີ່​ສຸດ​ໃນ​ຊ່ວງ​
ດັ່ງກ່າວ​ນີ້ ກໍ​ຄື​ນະຄອນຫຼວງວຽງ​ຈັນ ທີ່​ມີ​ອຸບັດ​ເຫດ​ເກີດ​ຂຶ້ນ 145
ກໍລະ​ນີ ຊຶ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ 31 ຄົນ ​ແລະ ບາດ​ເຈັບ
188 ຄົນ ຕິດຕາມ​ດ້ວຍ​ແຂວງ​ຈຳປາ​ສັກ ທີ່​ມີ​ອຸບັດ​ເຫດ​ເກີດ​ຂຶ້ນ
90 ກໍລະນີ ມີ​ຜູ້​ເສຍ​ຊີ​ວິດ​ໄປ 11 ຄົນ ​ແລະ ບາດ​ເຈັບ 175 ຄົນ
ສ່ວນ​ອັນ​ດັບ​ທີ 3 ກໍ​ຄື​ແຂວງ​ວຽງ​ຈັນ ທີ່​ມີ​ອຸບັດ​ເຫດ​ເກີດ​ຂຶ້ນ 80
ກໍລະນີ ມີ​ຜູ້​ເສຍ​ຊີ​ວິດ​ໄປ 10 ຄົນ ​ແລະ​ ໄດ້ຮັບ​ບາ​ດ​ເຈັບ 137 ຄົນ
​ຕາມ​ລຳດັບ ສຳ​ຫລັບສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ອຸບັດ​ເຫດຫຼາຍທີ່​ສຸດ
ກໍ​ແມ່ນ​ການ​ຂັບ​ຂີ່​ຍານພາຫະນະ ​ໃນ​ຂະນະ​ເມົາ​ສຸລາ ​ແລະ ​ການ​
ຂັບ​ຂີ່​ລົດ​ໄວ ທີ່​ເກີນ​ກຳນົດ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ເວລາ​ກາງຄືນ​
ຖື​ເປັນ​ຊ່ວງ​ທີ່​ມີ​ອຸບັດ​ເຫດ​ເກີດ​ຂຶ້ນຫຼາຍທີ່​ສຸດ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຕຳຫລວດ​ລາວ ​ໄດ້​ຢືນຢັນ​ວ່າ:

“ຖ້າ​ທຽບ​ໃສ່​ໃນ​ປີ​ທີ່​ຜ່ານ​ມາ ກະ​ເຫັນ​ວ່າ​ເພີ່ມ​ຂຶ້ນຫັ້ນ​ແລ້ວ ​ແຕ່​ວ່າ​ອຸບັດ​ເຫດ​ສ່ວນ​ໃຫຍ່ ມັນ​ເກີດ​ຂຶ້ນຫັ້ນ ຢູ່​ຕົວ​ເມືອງ​ໃຫຍ່ ​ໃນ​ເຂດ​ເທດສະບາ​ນ ​ແລະ​ກະ​ເກີດ​ໃນ​ໄລຍະ​ເວລາ 19 ​ໂມງ​ ຫາ​ເວລາ 23 ​ໂມງ​ນີ້ ​ເປັນ​ສ່ວນຫຼາຍ ຈາກ​ບັນຫາ​ດັ່ງກ່າວ ​ມາເບິ່ງ​ແລ້ວ ນີ້​ແມ່ນ​ຜູ້​ຂັບ​ຂີ່​ຂາດ​ສະຕິ ​ແລ່ນ​ລົດ​ໄວ​ພາ​ໃຫ້​ເກີດ​ອຸບັດ​ເຫດ.”

ນອກຈາກນີ້, ມີສາເຫດເກີດຈາກການ ທີ່ມີຈ​ຳນວນຍານພາຫະນະ ເພີ່ມຂຶ້ນຢ່າງໄວວາ.
ໃນຂະນະທີ່ພື້ນຜິວຖະຫນົນ ມີຢູ່ຢ່າງຈຳກັດ. ຊຶ່ງກໍ່ເຮັດໃຫ້ເກີດບັນຫາຈາລະຈອນ ແອອັດ
ຢ່າງຫຼີກລ້ຽງບໍ່ໄດ້ ໂດຍສະເພາະແມ່ນໃນເຂດນະຄອນຫຼວງວຽງຈັນ ທີ່ມີຍານພາຫະນະ
ຫຼາຍກວ່າ 7 ແສນຄັນ ແລະ ສະພາບການດັ່ງກ່າວ ກໍຍັງເຮັດໃຫ້ຕ້ອງນຳເຂົ້າ ນ້ຳມັນເຊື້ອໄຟ ຈາກຕ່າງປະເທດ ເພີ່ມຂຶ້ນນັບມື້ອີກດ້ວຍ

ໂດຍກະ​ຊວງ​ອຸດ​ສາ​ຫະ​ກ​ຳ​ ແລະ​ການ​ຄ້າ ລາຍ​ງານ​ວ່າ​ ລາວ​ໄດ້​ນໍາ​າເຂົ້ານ​ຳມັນ​ເຊື້ອ​ໄຟ
ໃນ​ປະ​ລິ​ມານ​ລວມ​ຫຼາຍ​ກວ່າ 960 ລ້ານ​ລິດ​ໃນ​ປີ 2014​, ເຊິ່ງ​ເພີ່ມ​ຂຶ້ນ​ໃນ​ອັດ​ຕາ​ສະ​ເລ່ຍ
ຫຼາຍ​ກວ່າ 5​ ເປີເຊັນ ທຽບ​ໃສ່​ປີ 2013 ແລະ ດ້ວຍ​ສະ​ພາບ​ການ​ທີ່​ມີ​ການ​ລົງ​ທຶນ​ຂອງ
ຕ່າງຊາດໃນ​ລາວ​ເພີ່ມ​ຂຶ້ນນັບມື້ ຍັງເຮັດໃຫ້ຄາດ​ວ່າ​ ໃນ​ປີ 2015 ລາວຈະ​ນໍາ​າ​ເຂົ້າ​ນ້ຳມັນ
​ເຊື້ອ​ໄຟຫຼາຍ​ກ​ວ່າ 1,270 ລ້ານ​ລິດ​ ຫຼືເພີ່ມ​ຂຶ້ນ​ຫຼາຍ​ກວ່າ 32​ ເປີເຊັນ ​ທຽບ​ໃສ່​ປີ 2014
ແລະ​ ຄິດ​ເປັນ​ມູນ​ຄ່າ​ຫຼາຍ​ກວ່າ 780 ລ້ານດອນລາ.

ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ໃນ​ກົມ​ພາ​ສີ​ ກະ​ຊວງ​ການເງິນໄດ້​ຢືນຢັນ​ວ່າ​ ການນໍາ​າ​ເຂົ້າ​ນ​້ຳມັນ​ເຊື້ອ
​ໄຟ​ເພີ່ມ​ຂຶ້ນ​ດັ່ງ​ກ່າວ​. ບໍ່ພຽງ​ແຕ່ຈະເຮັດໃຫ້ ລາວ​ຕ້ອງປະ​ເຊີນ​ກັບ​ການ​ຂາດ​ດຸນ​ການ​ຄ້າ​
ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ​ເທົ່າ​ນັ້ນ ຫາກ​ແຕ່​ກໍຍັງ​ຈະເຮັດໃຫ້ລັດ​ຖະ​ບານ​ລາວ​ ຕ້ອງສູນ​ເສຍ
​ລາຍ​ຮັບ​ຈາກພາສີອາກອນ​ເພີ່ມ​ຂຶ້ນອີກດ້ວຍ ເນື່ອງຈາກລັດ​ຖະ​ບານ​ລາວ​ໄດ້ຍົກ​ເວັ້ນ​ພາ​ສີ
ອາ​ກອນ​ການ​ນໍາ​ເຂົ້າສິນຄ້າ​ ໃຫ້ແກ່ບັນດາບໍ​ລິ​ສັດ​ຕ່າງຊາດ ທີ່​ລົງ​ທຶນຢູ່ໃນ​ລາວ​ໃນຫລາຍ
ລາຍການ​ ຊຶ່ງລວມເຖິງ​ນ້ຳມັນເຊື້ອ​ໄຟດ້ວຍ ໂດຍຈະເຫັນ​ໄດ້​ຈາກ​ໃນ​ປີ 2014​ ທີ່ຜ່ານມາກໍ​ປາ​ກົດ​ວ່າ ລາວຕ້ອງສູນ​ເສຍ​ລາຍ​ຮັບ​ຈາກ​ການ​ຍົກ​ເວັ້ນ​ພາ​ສີດັ່ງກ່າວ ຄິດເປັນມູນຄ່າ​ລວມ​ຫຼາຍ​ກວ່າ 1,600 ຕື້ກີບ ຫຼື ຫຼາຍ​ກວ່າ 200 ລ້ານ​ດອນລາ​.

XS
SM
MD
LG