ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການໂຈມຕີທາງອາກາດ ໄດ້ຖືກເປົ້າໝາຍຂອງກຸ່ມ ລັດອິສລາມ ໃນຊີເຣຍ


ຮູບພາບຈາກວີດີໂອຂາວດຳ ຈາກກ້ອງຖ່າຍຮູບ ໃນເຮືອບິນ ສະແດງໃຫ້ເຫັນຄວັນໄຟກຸ້ມຂຶ້ນ ໃກ້ບ່ອນໂຈມຕີ ທີ່ເມືອງKobani, ວັນທີ 27 ກັນຍາ 2014.
ຮູບພາບຈາກວີດີໂອຂາວດຳ ຈາກກ້ອງຖ່າຍຮູບ ໃນເຮືອບິນ ສະແດງໃຫ້ເຫັນຄວັນໄຟກຸ້ມຂຶ້ນ ໃກ້ບ່ອນໂຈມຕີ ທີ່ເມືອງKobani, ວັນທີ 27 ກັນຍາ 2014.

ກຸ່ມ​ສິ້ງ​ຊອມສິດທິ​ມະນຸດ​ກຸ່ມ​ນຶ່ງ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາ
ກາດ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດ ໃນ​ຄືນ​ຜ່ານ​ມາ​ນີ້ ​ໄດ້
ແນໃສ່ສະຖານ​ທີ່​ແຫ່ງ​ຕ່າງໆ​ຂອງ​ກຸ່ມ​ອິສລາມ​ຫົວ​ຮຸນ​ແຮງ ​ຢູ່​
ໃນ​ຢ່າງ​ໜ້ອຍ 2 ​ແຂວງ​ຂອງ​ຊີ​ເຣຍ​.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດຊີ​ເຣຍ ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ອັງກິດ
ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ໂຈມ​ຕີ​ໄດ້​ຖືກ​ສາງ​ເກັບ​ມ້ຽນເຂົ້າ​
ແຫ່ງ​ນຶ່ງ ​ແລະ​ສະຖານ​ທີ່ທາງ​ສາສະໜາ​ອິສລາມ​ຫຼາຍ​ແຫ່ງ​
ໃນ​ເມືອງ Aleppo ​ແລະ​ເມືອງ Raga.

Coalition airstrikes in Syria, Sept. 28-29.
please wait

No media source currently available

0:00 0:02:07 0:00

ກຸ່ມ​ Syrian Observatory ກ່າວ​ວ່າ ສາງ​ເກັບ​ມ້ຽນເຂົ້າ​ແຫ່ງນີ້ ​ແມ່ນ​ດຳ​ເນີນ​ການ​ໂດຍ
​ພວກ​ພົນລະ​ເຮືອນ ​ແລະ​ປາກົດ​ວ່າ ​ມີ​ຄົນ​ໄດ້​ຮັບ​ບາດເຈັບ​ແລະ​ລົ້ມ​ຕາຍ​ໄປ ​ແຕ່​ລາຍ​ງານ​ດັ່ງກ່າວ​ບໍ່​ໄດ້​ຮັບ​ການ​ຢືນຢັນ.

ກ່າວ​ກັນ​ວ່າ ການ​ໂຈມ​ຕີ​ໃນ​ແຫ່ງ​ອື່ນໆ ​ໄດ້​ຖືກ​ທາງ​ເຂົ້າໄປ​ຫາ​ໂຮງງານ​ແກ​ສໃຫຍ່​ແຫ່ງ​ນຶ່ງ​ຂອງ​ປະ​ເທດ ຊຶ່ງ​ເປັນ​ການ​ຕັກ​ເຕືອນ​ຢ່າງ​ຈະ​ແຈ້ງ​ສຳ ລັບ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມໃຫ້ອອກໄປ​ຈາກ​ສະຖານ​ທີ່​ດັ່ງກ່າວ.

ເປົ້າໂຈມຕີໃນຊີເຣຍຂອງກຸ່ມແນວໂຮມວັນທີ 29 ກັນຍາ
ເປົ້າໂຈມຕີໃນຊີເຣຍຂອງກຸ່ມແນວໂຮມວັນທີ 29 ກັນຍາ

ພວກ​ເຮືອບິ​ນລົບ​ຂອງ​ສະຫະລັດ ທີ່​ໄດ້​ຮັບ​ການ​ສະໜັບສະໜຸນ​
ຈາກ​ພວກ​ພັນທະ​ມິດອາຣັບ ​ໄດ້​ເລີ້ມ​ທຳ​ການ​ໂຈມ​ຕີ​ທາງ​ອາກາດ
​ຕິດ​ຕໍ່ກັນ​ ມາ​ຫຼາຍ​ຄັ້ງ​ໃນ​ຊີ​ເຣຍ ຕັ້ງ​ແຕ່​ວັນ​ອັງຄານ​ອາທິດ​ແລ້ວ​ນີ້.
ການ​ໂຈມ​ຕີ​ໃນ​ປະ​ເທດ​ເພື່ອນ​ບ້ານ​ອີຣັກ ​ໄດ້​ເລີ້ມ​ຂຶ້ນ​ໃນ​ເດືອນ
​ແລ້ວ​ນີ້. ການ​ໂຈມ​ຕີທາງ​ອາກາດ​ໃນ​ອີຣັກ ​ໄດ້​ຊ່ອຍ​ໃຫ້ພວກ​ກຳ
ລັງ​ຂອງ​ອີຣັກແລະ​ຊາວ​ເຄີ​ດສ໌ ບຸກຄືບ​ໜ້າ​ທາງ​ພາກ​ພື້ນ​ດິນ ເຂົ້າ
​ໄປ​ຫາພວກ​ຫົວ​ຮຸນ​ແຮງ​ໄດ້.

ພວກກຸ່ມ​ລັດ​ອິສລາມ​ໄດ້​ເຂົ້າ​ຄວບ​ຄຸມ​ພື້ນ​ທີ່​ອັນ​ກ້ວາງ​ໃຫຍ່ ​ໃນ
ດິນ​ແດນ ​ຂອງ​ທັງ​ສອງ​ປະ​ເທດ​ໃນ​ປີ​ນີ້.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ​ ແຫ່ງ​ສະຫະລັດ ກ່າວ​ວ່າ ສະຫະລັດ “​ໄດ້​ຄາດ​ຄະ​ເນ​
ຕໍ່າໄປ”
ກ່ຽວ​ກັບ​ການ​ໂຜ່​ໂຕ​ຂຶ້ນມາ​ຂອງ​ພວກກຸ່ມ ລັດ​ອິສລາມ ​ແລະ​ພວກ​ຫົວ​ຮຸນ​ແຮງ​ກຸ່ມ​ອື່ນໆ​ໃນ​ຊີ​ເຣຍ ​ແລະ “ຄາດ​ຄະ​ເນສູງ​ເກີນ​ໄປ” ກ່ຽວ​ກັບ​ສະມັດຖະພາບ​ຂອງ​ອີຣັກ ​ໃນ
ການ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​ເຫລົ່າ​ນີ້.

ວີດີໂອ: ປະທານສະພາຕໍ່າ ສຫລ ວ່າ ລັດຖະສະພາຄວນອະພິປາຍ ເລື້ອງການອະນຸມັດ ໃຫ້ໂຈມຕີກຸ່ມລັດອິສລາມ:

US House Speaker: Congress Should Debate Authorization Against IS
please wait

No media source currently available

0:00 0:02:26 0:00

XS
SM
MD
LG