ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໜ່ວຍຫຸ່ນຍົນ ເຄື່ອງຈັກ ແມ່ນໃກ້ ຈະກາຍເປັນຈິງແລ້ວ


Modular Robot Getting Closer to Reality
please wait

No media source currently available

0:00 0:01:54 0:00
ລິງໂດຍກົງ

ຊົມວີດີໂອ ລາຍງານເລື້ອງນີ້

ຫຸ່ນ​ຍົນ​ທີ່​ກຳລັງ​ຜະລິດ​ຂຶ້ນມາ ຢູ່​ທີ່​ມະຫາວິທະຍາ​ໄລ Carnegie
Mellon ​ແມ່ນ​ໄດ້​ຮັບ​ການພັດທະນາ​ກາຍ​ມາ​ເປັນ ຊິ້ນສ່ວນ​
ກົນ​ຈັກ ທີ່​ຕິດ​ຕໍ່​ກັນ ຄືກັນ​ກັບ​ງູ​ທີ່ມີຫຼາຍ​ຂາ ສາມາດ​ເຄື່ອນ​ຍ້າຍ
​ເທິງ​ບໍລິ​ເວນ​ທີ່​ລຸບ​ໂນນ ​ແລະ ສຳ​ຫລວດ​ໃນ​ບໍລິ​ເວນ​ອ້ອມ​ແອ້​ມ
ອີກ​ດ້ວຍ. ບັນດານັກວິທະຍາສາດ ກ່າວ​ວ່າ ​ພວກເຄື່ອງ​ກົນ​ຈັກ​
ດັ່ງກ່າວ ມື້​ໃດ​ມື້​ນຶ່ງອາດຊ່ອຍ​ເຫຼືອ ​ໃນ​ການປະຕິບັດ​ພາລະກິດ​
ຊອກຄົ້ນ​ຫາ ​ແລະ ກູ້​ໄພຕ່າງໆ. ຜູ້​ສື່​ຂ່າວ​ວີ​ໂອ​ເອ George
Putic ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງ​ໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາ
ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ຫຼາຍໆ​ປີ​ຜ່ານມາ​ ບັນດາ​ນັກຄົ້ນຄວ້າ ຢູ່​ທີ່ມະຫາວິທະຍາ​ໄລ
Carnegie Mellon ​ໄດ້​ທຳ​ການ​ທົດ​ລອງ​ກັບ​ຫຸ່ນ​ຍົນ​ຄ້າຍຄື​ກັນ
​ກັບ​ງູ​ດັ່ງກ່າວ ທີ່​ສາມາດເລືອ ​ເຂົ້າ​ໄປ​ໃນທໍ່ ​ແລະ ​ເລືອ​ຂຶ້ນຕົ້ນ​ໄມ້​ຕ່າງໆ ນັ້ນໄດ້​.

ຫຸ່ນ​ຍົນ​ຂອງ​ພວກ​ເຂົາ​ເຈົ້າ ​ໄດ້​ພັດທະນາມາເລື້ອຍໆ ຈົນກາຍ​ມາ​ເປັນໜ່ວຍ​ກົນ​ຈັກ​ ​ແ​ລະ
ແຕ່​ລະໜ່ວຍ​ນັ້ນ ມີສູນຄວບ​ຄຸມສັ່ງ​ງານ​ຂອງ​ມັນ​ເອງ ທີ່​ສາມາດ​ນຳ​ມາ​ປະກອບ​ເຂົ້າກັນ​
ໃຫ້​ເປັນຫຼາຍຮູບ​ແບບ ​ເຊັ່ນວ່າ ເຄື່ອງ​ຈັກຫຼາຍຂາ ຄື​ກັນ​ກັບ​ແມງ​ໄມ້​ອັນ​ນີ້ ທີ່​ພວກ​ເຂົາ​ເຈົ້າ​
ເອີ້ນ​ວ່າ ງູປະຫລາດ ຫຼື Snake Monster.

ທ່ານ Howie Choset ​ເປັນ​ອາຈານ ຢູ່​ທີ່ ສະ​ຖາ​ບັນ​ຫຸ່ນ​ຍົນ Carnegie Mellon.

ທ່ານ Choset ​ເວົ້າວ່າ “ພວກ​ເຮົາ​ສາມາດ​ນຳ​ເອົາໜ່ວຍຫຸ່ນ​ຍົນ​ຕ່າງ​ໆ ມາປະກອບ​
ເຂົ້າກັນ ຢ່າງ​ງ່າຍດາຍ ຄື​ກັບ Lego ຊຶ່ງ​ເປັນ​ຂອງຫຼິ້ນສຳ​ຫລັບ​ເດັກນ້ອຍ ​ແຕ່ວ່າ
ມັນ​ມີຫຼາຍສິ່ງຫຼາຍຢ່າງ​ ທີ່​ເກີດ​ຂຶ້ນຢູ່​ພາຍ​ໃນ​ເຄື່ອງຈັກ ທີ່​ອະນຸຍາດ​ໃຫ້​ສິ່ງ​ເຫຼົ່ານີ້​
ເກີດ​ຂຶ້ນ​ໄດ້.”

ອັນ​ທີ່​ເກີດ​ຂຶ້ນຕ່າງໆ “ຢູ່​ພາຍ​ໃນ​ເຄື່ອງ​ຈັກ” ນັ້ນ ​ແມ່ນເປັນສ່ວນ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ.

ພວກໜ່ວຍ​ຫຸ່ນຍົນ​ເຫຼົ່ານັ້ນ ມີ​ຄວາມສາມາດ​ຕິດຕໍ່ສື່ສານ ຫາ​ກັນ​ແລະ​ກັນ​ ​ເພື່ອ​ທີ່​ຈະ​ປະສານ ​ງານ​ກັນໃນ​ການ​ເຄື່ອນ​ຍ້າຍ​ຕ່າງ​ໆ ຂອງ​ຫຸ່ນ​ຍົນ​ນັ້ນ.

ຢູ່ທາງສົ້ນຂອງໜ່ວຍຫຸ່ນ ແມ່ນມີ​ລໍ້​ແທນ​ຕີນ ເພື່ອຈະ​ເຮັດໃຫ້​ຫຸ່ນ​ຍົນ ​ສາມາດເຄື່ອນ​ຍ້າຍ
​ໄດ້​ໄວ ​ເທິງ​ພື້ນ​ທີ່ລຽບໆ.

ບາງ​ໜ່ວຍຫຸ່ນຍົນ​ ຍັງອາດຕິດຕັ້ງດ້ວຍ​ກ້ອງ ທີ່​ສາມາດ​ສຳ​ຫລວດ​ ບໍລິ​ເວນ​ອ້ອມ​ແອ້ມ​ໄດ້​ອີກ​ດ້ວຍ.

ຄຸນ​ສົມບັດ​ອີກ​ຢ່າງ​ນຶ່ງ ​ທີ່ເອີ້ນ​ວ່າ ລະບົບ “​ເຈົ້ານາຍ-ແລະ-ທາດ ຫຼື master-and-
slave”
​ ໂດຍຜ່ານ​ລະບົບ​ດັ່ງກ່າວ​ນີ້ ຜູ້​ບັງຄັບ ສາມາດ ຄວບ​ຄຸມ ຫຸ່ນ​ຍົນແຝດ ດ້ວຍເຄື່ອງ
ຄວບ​ຄຸມ​ຈາກໄລຍະ​ໄກ ​ແລະ ​ແມ່ນ​ກະ​ທັງ​ສາມາດ​ຮູ້ສຶກ ​ເຖິງ​ຄວາມ​ຕ້ານທານຕ່າງໆ ທີ່​ມັນ
ກຳລັງປະສົບຢູ່ ນັ້ນ.

ທ່ານ Choset ກ່າວ​ວ່າ ຫຸ່ນຍົນນີ້ ​ແມ່ນ​ມີ​ຄວາມ​ພ້ອມແລ້ວ ທີ່​ຈະ​ທຳ​ການ​ທົດ​ສອບ ໃນ​
ຊີວິດ​ຕົວຈິງ.

ທ່ານ Choset ​ເວົ້າວ່າ “ຫຸ່ນ​ຍົນ​ອັນ​ນັ້ນ ​ແມ່ນ​ສາມາດ​ລົງ​ປະຕິບັດ​ງານ​ໄດ້​ ຢູ່ສະໜາມ. ​ເຈົ້າສາມາດ​ເອົາ​ຫຸ່ນ​ຍົນ​ອັນ​ນັ້ນ ມາໂຍນ​ໄປໂຍນ​ມາ​ກໍ​ໄດ້. ມັນມີ​ຄວາມ​ທົນ​ທານ. ​ເຈົ້າສາມາດ​ເຕະ​ມັນ ​ແລະ ມັນ​ກໍ​ຍັງ​ຈະ​ທຳ​ງານຢູ່​.”

ໜ່ວຍ​ແຂນ​ຫຸ່ນ​ຍົນ​ຕ່າງໆ ສາມາດ​ໂປ​ແກມ​ ໃຫ້​ມັນ​ທຳ​ງານ​ໄດ້ຫຼາຍ ຢ່າງ ລວມທັງ ປ້ອນ​
ອາຫານ​ໃຫ້​ແກ່​ພວກຄົນ​ພິການ.

ບັນດາ​ນັກຄົ້ນຄວ້າ ​ແມ່ນໄດ້ທຳ​ງານ​ໃນສ່ວນຕິດ​ຕໍ່ໜ່ວຍອື່ນໆມາ​ແລ້ວ ​ເຊັ່ນ​ວ່າ ຕີນ​ທີ່​ຮູ້ສຶກ
​ຄວາມ​ກົດ​ດັນ ຫຼື ຕີ​ນຂີ້ເຂັບຄື​ກັນ​ກັບ​ລົດ​ຖັງ ທີ່​ຈະເຮັດໃຫ້​ສາມາດ​ດັດ​ແປງພວກ​ຫຸ່ນ​ຍົນ
​ຕາມ​ຄວາມ​ຕ້ອງການ ສຳ​ຫລັບ​ວຽກ​ງານ​ຕ່າງໆ ທີ່ແຕກ​ຕ່າງ​ກັນ.

XS
SM
MD
LG