ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະມົນຕີ ສາທາລະນະສຸກ ຂອງລາວ ຍອມຮັບວ່າ ຄົນລາວສູບຢາຫຼາຍທີ່ສຸດໃນ ອາຊ່ຽນ


ເດັກນ້ອຍລາວກຳລັງສູບຢາ
ເດັກນ້ອຍລາວກຳລັງສູບຢາ

ລັດຖະມົນ​ມົນຕີ​ລາວ ຍອມຮັບ​ວ່າ​ປະຊາຊົນ​ລາວ ສູບຢາ​ຄິດ​ເປັນ
​ມູນ​ອັດຕາ​ສະ​ເລ່ຍ​ເຖິງ 27.4 ​ເປີ​ເຊັນ ຂອງ​ປະຊາກອນ​ທີ່​ອາຍຸ
ຕັ້ງ​ແຕ່ 15 ປີ​ຂຶ້ນ​ໄປ ​ໂດຍ​ຖື​ເປັນ​ອັດຕາ​ສະ​ເລ່ຍ ທີ່​ສູງ​ທີ່​ສຸດ​ ໃນ​ກຸ່ມ
ອາ​ຊ່ຽນ​ດ້ວຍ​ກັນ.

ທ່ານ​ບຸນ​ກອງ​ ສີ​ຫາ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ສາທາລະນະ​ສຸກ ​ໄດ້​ຖະ​ແຫລ​ງ ຍອມຮັບ​ຕໍ່​ກອງ​ປະຊຸມ​ວ່າ ດ້ວຍ​ການ​ຄວບ​ຄຸມ​ຢາສູບ ​ໃນ​ອາ​ຊ່ຽນ​ຄັ້ງທີ 6 ທີ່​ມີ​ຂຶ້ນຢູ່​ນະຄອນຫຼວງວຽງ​ຈັນ ​ເມື່ອ​ບໍ່​ນານ​ມາ​ນີ້​ວ່າ ​ໃນ​ປັດຈຸບັນ​ມີ​ປະຊາຊົນ​ລາວ ຄິດ​ເປັນ​ອັດຕາ​ສະ​ເລ່ຍ​ເຖິງ 27.4 ​ເປີ​ເຊັນ ຂອງ​ຈຳນວນ​ປະຊາກອນ​ ທີ່​ອາ​ຢຸຕັ້ງ​ແຕ່ 15 ປີ ຂຶ້ນ​ໄປ​ນັ້ນ ​ໄດ້​ພາກັນ​ສູບຢາ​ເປັນ​ກິດຈະ​ກຳ​ປະຈຳ​ວັນ.

​ໂດຍ​ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວນີ້ ບໍ່ພຽງ​ແຕ່​ຈະ​ຖື​ເປັນການ​ສູບຢາ ທີ່​ມີ​ອັດ​ຕາສະ​ເລ່ຍສູງ​ທີ່​ສຸດ ​ໃນ​ບັນດາ​ປະ​ເທດ​ສະມາຊິກ ​ໃນ​ກຸ່ມ​ອາ​ຊ່ຽນ​ດ້ວຍ​ກັນ​ເທົ່າ​ນັ້ນ ຫາກ​ແຕ່​ການ​ສູບຢາ ທີ່​ມີ​ປະລິມານ​ລວມສູງ​ກວ່າ 189 ລ້ານ​ຊອງ​ໃນ​ແຕ່ລະ​ປີນັ້ນ ກໍ​ຍັງ​ເຮັດ​ໃຫ້​ປະຊາຊົນ​ລາວ ຕ້ອງ​ເສຍ​ຊີວິດ​ໄປ ​ໃນ​ອັດຕາ​ສະ​ເລ່ຍ​ເຖິງ 8,000 ກວ່າຄົນ ​ໃນ​ແຕ່ລະ​ປີ​ອີກ​ດ້ວຍ.

ສະແຕັມຫ້າມການສູບຢາຂອງໄປສະນີລາວ
ສະແຕັມຫ້າມການສູບຢາຂອງໄປສະນີລາວ

ທ່ານ​ບຸນ​ກອງ ​ໄດ້​ໃຫ້ການ​ຢືນຢັນ​ດ້ວຍ​ວ່າ ສາ​ເຫດ​ທີ່​ສຳຄັນ​ປະການ​ໜຶ່ງ ທີ່​ເຮັດ​ໃຫ້​ປະຊາຊົນ​ລາວ ພາກັນ​ສູບຢາຫຼາຍຂຶ້ນນັບ​ມື້ ກໍ​ຄື​ການ​ທີ່​ຢາສູບ​ໃນ​ລາວ​ສາມາດ​ຊື້​ໄດ້​ງ່າຍ ​ແລະ​ມີ​ລາຄາ​ຖືກ ​ເພາະວ່າ​ພາສີ​ອາກອນ​ທີ່​ຈັດ​ເກັບ ຈາກ​ຢາສູບ​ໃນ​ລາວ​ມີ​ອັດຕາ​ສະ​ເລ່ຍພຽງ​ແຕ່ 20 ​ເປີ​ເຊັນ​ເທົ່າ​ນັ້ນ ​ໃນ​ຂະນະ​ທີ່​ປະ​ເທດ​ອື່ນໆໃນ​ອາ​ຊ່ຽນ​ດ້ວຍ​ກັນ​ຈັດ​ເກັບ ​ໃນ​ອັດຕາ​ສະ​ເລ່ຍ​ເຖິງ 70 ​ເປີ​ເຊັນ.

ນອກຈາກ​ນີ້ ການ​ທີ່​ລາວ​ມີ​ຊາຍ​ແດນ​ຕິດ​ຕໍ່​ກັບ 5 ປະ​ເທດ​ໃນ​ເຂດລຸ່ມ​ແມ່ນ້ຳຂອງ​ດ້ວຍ​ກັນ ກໍຍັງ​ເປັນ​ເງື່ອນ​ໄຂ ທີ່​ເຮັດ​ໃຫ້​ຂະ​ບວນການ​ຄ້າ​ເຖື່ອນ ສາມາດ​ລັກລອບ​ຢາສູບ​ຈາກ​ຕ່າງປະ​ເທດ​ ​ເຂົ້າມາ​ໃນ​ລາວ​ໄດ້ ​ໃນ​ທຸ​ກທິດ​ທຸກ​ທາງ ປະກອບ​ກັບ​ການ​ປຸກລະດົມ ​ໃຫ້ປະຊາຊົນ​ລາວ ພາກັນ​ຢຸດ​ເຊົາ ຈາກ​ການ​ສູບຢາ​ກໍ​ຍັງ​ບໍ່​ເປັນ​ຜົນ​ດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້ການ​ສູບຢາ​ໃນ​ລາວ ຍັງ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນນັບ​ມື້​ອີກ​ດ້ວຍ.

ພໍ່ຄ້າຢາເສບຕິດທີ່ຖືກຈັບກຸມໂດຍເຈົ້າໜ້າທີ່ລາວ
ພໍ່ຄ້າຢາເສບຕິດທີ່ຖືກຈັບກຸມໂດຍເຈົ້າໜ້າທີ່ລາວ

ທາງ​ດ້ານ ພົນ​ຈັດຕະວາ​ສົມແກ້ວ ສີ​ລາ​ວົງ ຮັກສາ​ການ​ລັດຖະມົນຕີ​ວ່າການ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ກໍ​ໄດ້​ຖະ​ແຫລ​ງຍອມຮັບ​ວ່າ ​ເປັນ​ການ​ຍາກ​ຢ່າງ​ຍິ່ງ ທີ່​ຈະ​ສາມາດ​ບັນລຸ​ເປົ້າໝາຍ​ໃນ​ການ​ເຮັດ​ໃຫ້​ລາວ ​ເປັນ​ປະ​ເທ​ດທີ່​ປອດ​ຈາກ​ ບັນຫາ​ຢາ​ເສບ​ຕິດ​ໄດ້​ໃນ​ປີ 2015 ທີ່​ຖື​ເປັນ​ເປົ້າໝາຍ​ຮ່ວມ​ກັນ​ຂອງ​ປະ​ເທດ​ສະມາຊິກ ​ໃນ​ກຸ່ມ​ອາ​ຊ່ຽນ​ທັງ 10 ປະ​ເທດ.

ທັງ​ນີ້​ໂດຍ​ເຖິງ​ແມ່ນ​ວ່າ ທາງ​ການ​ລາວ ຈະ​ໄດ້​ດຳ​ເນີນ​ມາດ​ຕະການ​ປາບ​ປາມ​ຢ່າງ​ໜັກ​ກໍ​ຕາມ ຫາກ​ແຕ່​ວ່າ ກໍ​ບໍ່​ສາມາດ​ຈະ​ທຳລາຍ​ເຄືອ​ຂ່າຍ​ການ​ຄ້າ​ຢາ​ເສບ​ຕິດ​ໃຫ້​ໝົດ​ໄປ​ໄດ້​ເລີຍ ​ເນື່ອງ​ຈາກ​ວ່າ ຜູ້​ຕ້ອງ​ຫາ​ໃນ​ຄະດີ​ຢາ​ເສບ​ຕິດ ທີ່​ຖືກ​ຈັບ​ກຸມ​ນັ້ນ ຈະ​ບໍ່​ຍອມ​ໃຫ້​ຂໍ້​ມູນ​ ທີ່​ເຊື່ອມ​ໂຍງ​ໄປ​ເຖິງ​ສະມາຊິກ​ຄົນ​ອື່ນໆ ​ໃນ​ເຄືອ​ຂ່າຍຂອງ​ພວກ​ເຂົາ​ເຈົ້າ​ເລີຍ ດັ່ງ​ທີ່​ພົນ​ຈັດຕະວາ​ສົມ​ແກ້ວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“​ເລື່ອງ​ຊອກ​ຜູ້​ຊັດ​ທອດ​ໜາ ຢາກ​ຮູ້​ບ່ອນ​ກົກ​ມັນ​ເອົາມາ ​ແລະ​ບ່ອນ​ໄປ ມັນ​ສິ​ໄປໃສ ມັນ​ບໍ່​ບອກ​ເດັດຂາດ ມັນ​ເວົ້າ​ແຕ່​ ເອົາ​ມາ​ແຕ່​ທາງ​ເໜືອ ​ແລະ​ຈະ​ເອົາ​ໄປ​ທາງ​ໃຕ້ ມີ​ແຕ່​ເທົ່າ​ນັ້ນ ຄຳ​ຕອບ​ຂອງ​ມັນ ສະນັ້ນກໍ​ສະ​ແດງ​ວ່າ ​ເຂົາ​ມີ​ຄຳ​ໝັ້ນສັນຍາ​ນຳ​ກັນ ຈັບ​ແຕ່​ເຈົ້າ ຈະ​ບໍ່​ບອກ​ເລື່ອງ​ເຮົາ ຈະ​ບໍ່​ຊັດ​ທອດ ມີ​ແນວ​ນັ້ນ ​ໃນ​ຕົວ​ຈິງ​ກໍ​ເປັນ​ແນວ​ນີ້ ຍາກ​ທີ່​ສຸດ.”

ທາງ​ດ້ານ​ທ່ານ​ກຸ ຈັນ​ສີນາ ປະທານ​ຄະນະ​ກຳມະການ ຄວບ​ຄຸມ​ ແລະກວດກາ​ຢາ​ເສບ​ຕິດ ​ແຫ່ງ​ຊາດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ທາງ​ການ​ລາວ ​ໄດ້​ດຳ​ເນີນ​ມາດ​ຕະການ​ສະກັດ​ກັ້ນ ​ແລະ​ ປາ​ບປາມ​ເຄື່ອຂ່າຍ​ການ​ຄ້າ​ຢາ​ເສບ​ຕິດຢ່າງ​ເຂັ້ມງວດ ທັງ​ຍັງ​ໄດ້​ຮ່ວມ​ມື​ກັບປະ​ເທດ​ເພື່ອນ​ບ້ານ ​ໃນ​ການ​ສ້າງຕັ້ງໜ່ວຍພິ​ເສດ ​ເພື່ອ​ປະສານ​ງານ​ໃນ​ການ​ປາບ​ປາມ ຢູ່​ຊາຍ​ແດນ​ເປັນ​ການສະ​ເພາະ​ດ້ວຍ.

​ທັງ​ນີ້ ​ໂດຍ​ເຂດ​ທີ່​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ ສວຍ​ໃຊ້​ເປັນ​ເສັ້ນທາງໃນ​ການ​ລັກລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ ຈາກ​ເຂດ​ສາມ​ຫລ່ຽມ​ຄຳ ​ໄປຕ່າງປະ​ເທດຫຼາຍທີ່​ສຸດ​ໃນ​ລາວ ກໍ​ຄື​ຖະໜົນ​ເລກ 13 ຈາກ​ພາກ​ເໜືອ​ຕໍ່​ມາ​ຍັງ​ຖະໜົນ​ເລກ 9 ​ໃນ​ແຂວງ​ສະຫວັນ​ນະ​ເຂດ ຕໍ່​ໄປ​ຍັງ​ຫວຽດນາມ ​ແລະ​ປະ​ເທດ​ທີ 3 ຕາມ​ລຳດັບ.

XS
SM
MD
LG