ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮືອອົບພະຍົບຫລົ້ມ ຢູ່ນອກຝັ່ງທະເລ ລີເບຍ 200 ຄົນ ເສຍຊີວິດ


ຊາກສົບຂອງພວກອົບພະຍົບ ທີ່ໄດ້ເກັບກູ້ເອົາ ໂດຍໜ່ວຍຍາມຝັ່ງລີເບຍ ຫລັງຈາກເຮືອຫລົ້ມ.
ຊາກສົບຂອງພວກອົບພະຍົບ ທີ່ໄດ້ເກັບກູ້ເອົາ ໂດຍໜ່ວຍຍາມຝັ່ງລີເບຍ ຫລັງຈາກເຮືອຫລົ້ມ.

ເຮືອ​ລຳ​ໜຶ່ງເຕັມ​ໄປ​ດ້ວຍ​ອົບ​ພະຍົບ ທີ່ເດີນທາງ​ໄປ​ຈາກລີ​ເບ​ຍ
​ແລະມຸ້ງ​ໜ້າສູ່ອີ ຕາ​ລີ ​ໄດ້ປະສົບອຸບັດເຫດ​ຫລົ້ມ. ບັນດາ​ເຈົ້າ​
ໜ້າ​ທີ່ມີ​ຄວາມ​ຢ້ານ​ກົວ​ວ່າ​ ປະມານ 200 ຄົນ​ໄດ້ເສຍ​ຊີວິດ.

ພວກ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ໜ່ວຍ​ຍາມ​ຝັ່ງລີ​ເບຍ ​ໄດ້​ຊ່ວຍກູ້ໄພອີກ
200 ຄົນ​ຈາກ​ເຮືອທີ່​ຫລົ້ມ ຢູ່​ນອກ​ຝັ່ງເມືອງ Zuwara ຂອງລີ
ເບຍ ​ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາຄວາມ​ປອດ​ໄພ ກ່າວ​ວ່າ ສ່ວນໃຫຍ່
ຂອງອົບ​ພະ​ຍົບ​ທີ່ຢູ່​ໃນ​ເຮືອລຳດັ່ງກ່າວ ແມ່ນມາ​ຈາກ​ເຂດ​ໃຕ້
​ທະ​ເລ​ຊາຍ ຊາ​ຮາຣາ ໃນອາ​ຟຣິກາ ປາ​ກິ​ສຖານ ຊີ​ເຣຍ
ໂມຣົກ​ໂກ ​ແລະ​ບັງ​ກລາ​ແດັສ.

ອົບ​ພະ​ຍົບຄົນ​ໜຶ່ງ​ກ່າວ​ຕໍ່ ອົງການ​ຂ່າວຣອຍ​ເຕີ ວ່າ​ເຮືອ​ຢູ່​ໃນ​ສະພາບ​ຊຸດ​ໂຊມ ຫລາຍ.
ລາວ​ກ່າວ​ວ່າ ​ເສັ້ນທາງ​ຈາກ​ລີ​ເບຍ ​ເຄີຍ​ຮ້ອງວ່າ “ເປັນ​ເສັ້ນ​ທາງ​ແຫ່ງ​ຄວາມ​ຕາຍ” ​ແຕ່​
ບັດນີ້​ຮູ້​ກັນ​ວ່າ “ເປັນບ່ອນ​ຝັງ​ສົບ​ຂອງທະ​ເລ​ເມ​ດີ​ເຕຣານຽນ.”

​ພວກ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ຢ່າງ​ໜ້ອຍ 2,400 ຄົນ​ໄດ້​ເສຍ​ຊີວິດ ທີ່​ພະຍາຍາມ​ເດີນ ທາງ
ໄປ​ ຢູ​ໂຣບ​ໂດຍ​ທາງ​ເຮືອ​ໃນ​ປີ​ນີ້ ຊຶ່ງເປັນຈຳນວນ​ທີ່​ສູງກວ່າ​ໄລຍະເວລາດຽວ ກັນ ຂອງ
​ປີ​ແລ້ວ​ນີ້.

ອົບ​ພະ​ຍົບຄົນ​ໜຶ່ງ​ກ່າວ​ວ່າ “ພວກ​ເຮົາກຳລັງ​ຍົກຍ້າຍ ​ແລະ​ແນ່ນ​ອນ ມັນເປັນການຜິດ
​ກົດໝາຍ ແມ່ນເປັນ​ທີ່​ຮູ້​ກັນດີ ​ແລະເຮືອ​ພວກ​ເຮົາ​ໄດ້​ຫລົ້ມ​ຢູ່ໃນ​ທະ​ເລ. ​ເຮືອ​ລຳນີ້ ຢູ່ໃນ​
ສະ​ພາບ​ທີ່​ຊຸດໂຊມ ​ແລະ​ມີຜູ້​ຄົນເສຍ​ຊີວິດນຳ​ພວກ​ເຮົາ. ຊາວລີ​ເບ​ຍ ​ໄດ້ຊ່ວຍ​ກູ້ພວກ
​ເຮົາໄວ້ ຂໍໃຫ້ພະ​ເຈົ້າ ຈົ່ງ​ປົກ​ປັກ​ຮັກສາ​ເຂົາ​ເຈົ້າ.”

Europe Migrants Libya
please wait
Embed

No media source currently available

0:00 0:00:28 0:00

XS
SM
MD
LG