ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການຊອກຫາ ເຮືອບິນມາເລເຊຍ ປະສົບກັບບັນຫາອີກ (ສະໄລດ໌)


ລູກເຮືອ Ocean Shield ຂອງ ອອສເຕເລຍ ກຳລັງຈະນຳ ສົ່ງ ອຸປະກອນຊອກຄົ້ນຫາໃຕ້ທະເລ Bluefin-21 ຂອງທະຫານ ເຮືອ ສະຫະລັດ.
ລູກເຮືອ Ocean Shield ຂອງ ອອສເຕເລຍ ກຳລັງຈະນຳ ສົ່ງ ອຸປະກອນຊອກຄົ້ນຫາໃຕ້ທະເລ Bluefin-21 ຂອງທະຫານ ເຮືອ ສະຫະລັດ.
ການ​ຊອກຫາ ​ສາຍ​ການບິນ ​ມາ​ເລ​ເຊຍ ທີ່​ຫາຍ​ສາບ​ສູນ
​ໄປ ​ໄດ້​ປະສົບ​ກັບ ຄວາມຫຍຸ້ງຍາກ​ເພີ້​ມຂື້ນ​ໃນ​ວັນ​ອັງຄານ​
ມື້​ນີ້ ຫລັງ​ຈາກທີ່​ເຂດພາກໃຕ້ຂອງມະຫາ​ ສະມຸດ​ອິນ​ເດຍ
ບ່ອນທີ່​ກຳລັງ​ທຳ​ການ​ຊອກ​ຄົ້ນ​ຫາ​ຢູ່​ນັ້ນ ​ພິສູດ​ໃຫ້ເຫັນ​ວ່າ
​ມີຄວາມ​ເລິກ​ຫລາຍ​ເກີນກ່ວາ​ທີ່ ​ເຮືອ​ດຳ​ນໍ້າ ທີ່​ບໍ່​ມີ​ຄົນ​ຂັບ
ຈະ​ລົງ​ໄປ​ຮອດ​ໄດ້.

ບັນດາ​ເຈົ້າ​ໜ້າ​ທີ່ ອອສ​ເຕຣ​ເລຍ ກ່າວ​ວ່າ ​ເຮືອ​ດຳ​ນໍ້າ
Bluefin-21 “​ໄດ້ລົງ​ໄປ​ເລິກ​ກາຍ​ຂອບ​ເຂດການ​ປະຕິບັດ
ງານຂອງມັນ ຄື​ໃນ​ລະ​ດັບ​ຄວາມ​ເລິກ 4,400 ​ແມັດນັ້ນ ​ຊຶ່ງ​
ສົ່ງ​ຜົນ​ໃຫ້​ກົນໄກ​ຮັກສາ​ຄວາມ​ປອດ​ໄພ ທີ່​ສ້າງ​ຂື້ນຢູ່​ໃນ​ໂຕ​
ຂອງມັນ​ນັ້ນ ນຳພາ​ມັນກັບ​ຄືນ​ມາສູ່​ໜ້າ​ນໍ້າ” ພາຍຫລັງໄດ້​ດຳນ້ຳລົງ​ໄປ​ ເປັນ​ເວລາຫົກ
​ຊົ່ວ​ໂມງ​.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ ທ່ານ Hishammuddin Hussein ໄດ້​ກ່າວ ​ໃນ​ເວລາຕໍ່​ມາວ່າ ​ບັນດາ​ເຈົ້າ​ໜ້າທີ່ກຳລັງ​ດຳ​ເນີນການໄຈ້​ແຍກ ​ແລະ​ວິໃຈ​ລາຍ​ລະອຽດ ​ທີ່ຍານ​ໃຕ້​ນໍ້າລຳ​ນັ້ນ ​ເກັບ​ກຳມາໄດ້​.

ສູນກາງ​ປະສານ​ງານໃນການ​ຊອກ​ຫາ (JACC) ຂອງ​ອອສ​ເຕຣ​ເລຍ​ ກ່າວ​ວ່າ ຍານ​ໃຕ້​ນໍ້າ​ ​ຈະ​ຖືກ​ສົ່ງ​ລົງ​ໄປອີກ​ໃນ​ວັນ​ອັງຄານ​ມື້​ນີ້ ຖ້າ​ຫາກ​ສະພາບ​ດິນ​ຟ້າ​ອາກາດ​ດີ​ຂື້ນ.

​ເຮືອ​ດຳນໍ້າ ນ້ອຍ​ລຳ​ນີ້ ​ໄດ້​ຖືກ​ສົ່ງ​ລົງ​ໄປ​ໃນ​ວັນ​ຈັນ​ວານ​ນີ້ ​ເກືອບ​ນຶ່ງ​ອາທິດ​ຫລັງ​ຈາກ​ເຄຶ່ອງຈັບ​ສຽງ​ໄດ້​ຍິນ​ສັນຍານ​ອາທິດ​ແລ້ວ​ນີ້ ທີ່ເຊື່ອວ່າ​ມາ​ຈາກ ກັບ​ດຳ ຫລື ຫີບ​ບັນທຶກ​ການ​ບິນ​ ຂອ​ງ​ເຮືອບິນ ທີ່​ຫາຍ​ສາບ​ສູນ​ໄປ​ນັ້ນ.

​ສັນ​ຍານບອກ​ບ່ອນຢູ່ ​ຂອງຫີບບັນ​ທຶກ​ການບິນ ​ແມ່​ຈະ​ສົ່ງ​ສັນຍານ​ອອກ​ມາ​ເພຶ່ອ​ໃຫ້​ງ່າຍ​ໃນ​ການ​ຊອກ​ຄົ້ນຫາ ​ແຕ່​ວ່າ​ຖ່ານ​ໄຟຂອງ​ມັນ​ມີ​ກຳນົດ​ໃຊ້​ໄດ້​ພຽງ​ປະມານ​ນຶ່ງເດືອນ​ເທົ່າ​ນັ້ນ. ​ມາ​ຮອດ​ນີ້​ແມ່ນ ເປັນ​ເວລາ​ເກືອບ 40 ມື້​ແລ້ວ ​ທີ່ເຮືອບິນ​ໄດ້​ຫາບ​ສາບ​ສູນ​ໄປ.
XS
SM
MD
LG