ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເພງ​ Some Gave All ນີ້ ຈັດເພື່ອສະດຸດີ ທະຫານອະເມຣິກັນ ທີ່ສະຫຼະຊີບເພື່ອຊາດ


Billy Ray Cyrus
Billy Ray Cyrus

ເນື່ອງ​ໃນ​ວັນ Memorial Day ກໍ ຄື​ວັນ​ລະ​ລຶກ​ເຖິງ ດວງ​ວິນ​ຍານ​ຂອງ​ທະຫານ​ຜ່ານ​ເສິກ ຫຼືເຫຼົ່າທະຫານ​ຜູ້​ກ້າຫານທີ່​ເປັນ​ຮົ້ວ​ປ້ອງ​ກັນຊາ​ດ ​ແລະ​ໄດ້​ເສຍ​ສະລະ​ເພື່ອ​ປົກ​ປ້ອງ​ປວງຊົນ
​ໃຫ້​ຢູ່​ເຢັນ​ເປັນ​ສຸກ ວັນນະ​ສອນ ຈຶ່ງ​ຂໍ​ສະ​ເໜີ​ເພງ​ທີ່​ມີ​ຄວາມ​ໝາຍ​ດີ ທີ່​ມີ​ຄວາມ​ໝາຍ​ສຳ​ຫຼັບ​
ທະຫານ​ຜ່ານ​ເສິກ​ເຫຼົ່າ​ນັ້ນ ​ວັນ Memorial Dayວັນ​ສໍາຄັນ​ນີ້​ ຈັດ​ໃຫ້​ເປັນ​ວັນ​ຢຸດ​ ​ລັດຖະ​ການ ຈະ​ມີ​ການ​ສະຫຼອງຕ່າງໆ​ທີ່​ສໍາຄັນ​ຕາມ​ຫົວ​ເມືອງ​ນ້ອຍ​ໃຫຍ່​ໃນ​ທົ່ວ​ປະ​ເທດ. ພິ​ເສດ​ສຸດ ກໍ​ຄື​ຜູ້ທີ່​ຈົງ​ຮັກ​ພັກດີ, ຮູ້​ບຸນຄຸນ ຮວມທັງ​ຍາດ​ມິດພີ່ນ້ອງ, ​ເພື່ອນຝູງ​ແລະ​ຄົນ​ຮັກ ກໍ​ຈະ​ນຳເອົາ​ທຸງ
ຊາດ​ອະເມຣິ​ກັນ, ດອກ​ໄມ້​ແລະ​ຂອງ​ທີລະ​ລຶກ ​ໄປ​ວາງ​ໄວ້​ທີ່​ຫຼຸມ​ຝັງ​ສົບຕ່າງໆ​. ວັນນະສອນ
ພ້ອມ​ດ້ວຍ​ຄະນະ VOA ຂໍສະດຸດີແລະອາໄລ​ແດ່ດວງ​ວິນ​ຍານ​ຂອງ​ທະຫານອະເມຣິກັນ ດ້ວຍ​ເພງ​ Some Gave All” ​ທີ່​ມີ​ຄວາມ​ໝາຍວ່າ ບາງ​ຄົນມອບໃຫ້​ໝົດທຸກ​ຢ່າງ…ຫຼືທັງ​ຊີວິດ ກໍ​ວ່າ​ໄດ້ ຊຶ່ງ​ຂັບ​ຮ້ອງໂດຍ Billy Ray Cyrus.

​ໃນ​ຫວ່າງ​ໝໍ່ໆ​ມາ​ນີ້ ວົງ​ການ​ບັນ​ເທີ​ງ ​ຂອງສະຫະລັດ ກໍ​ໄດ້​ສູນ​ເສຍບຸກຄົນສຳຄັນຍິ່ງ​ໃນ​ວົງ​
ການດົນຕີ​ໄປ ​ແລະ​ນັ້ນ ກໍ​ຄື​ສິນລະປິນ​ອະວຸ​ໂສ​ BB King ຜູ້​ຊຶ່ງ​ໄດ້​ຮັບລາງວັນ​ສຳຄັນໆຂອງ​ສະຫະລັດ ມາ​ມາກ​ຕໍ່​ມາກ​ແລ້ວ ວັນນະສອນ ຈຶ່ງຂໍນຳສະເໜີຜົນງານເພງຂອງທ່ານເພື່ອສະດຸ
ດີ ຕໍ່ຜົນງານແລະຄຸນງາມຄວາມດີທີ່ທ່ານໄດ້ສ້າງໄວ້ ກ່ອນອຳລາຈາກໂລກນີ້ໄປ ນີ້ ກໍຄືໜຶ່ງ
ໃນຜົນງານເດັ່ນໆຂອງທ່ານ ຂໍ​ເຊີນ​ໄປ​ຟັງ​ເພງ Lucille ​ໄດ້​ເລີຍ... ຂໍ​ໃຫ້​ທຸກໆທ່ານ​ຈົ່ງນອນ​ລັບ​ຝັນ​ດີ.

XS
SM
MD
LG