ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄະນະຜູ້​ແທນຊາຍແດນ ລາວ - ຫວຽດນາມ ປະຊຸມ ປະຈຳປີກັນ


ກອງປະຊຸມສາມັນປະຈຳປີຂອງ ຄະນະຜູ້​ແທນຊາຍແດນ ລາວ - ຫວຽດນາມ
ກອງປະຊຸມສາມັນປະຈຳປີຂອງ ຄະນະຜູ້​ແທນຊາຍແດນ ລາວ - ຫວຽດນາມ

ກອງປະຊຸມສາມັນປະຈຳປີ ຄັ້ງທີ XXIV ຄະນະຜູ້ແທນຊາຍແດນ
ລາວ - ຫວຽດນາມໄດໄຂ້ຂຶ້ນ ໃນລະຫວ່າງວັນທີ 10-12 ກຸມພານີ້
ທີ່ນະຄອນຫຼວງວຽງຈັນ. ຝ່າຍລາວປມ່ນນຳໂດຍທ່ານສະເຫຼີມໄຊ
ກົມມະສິດ ລັດຖະມົນຕີ​ຊ່ອຍ​ວ່າການກະຊວງການຕ່າງປະເທດ, ຫົວໜ້າຄະນະກຳມະການຊາຍແດນລາວ - ຫວຽດນາມ ແລະຝ່າຍ
ຫວຽດນາມ ແມ່ນນຳໂດຍທ່ານ ໂຮ່ ຊວນ ເຊິນ ລັດຖະມົນຕີຊ່ວຍ
ວ່າການກະຊວງການຕ່າງປະເທດ ຫົວໜ້າຄະນະກຳມະການຊາຍແດນຫວຽດນາມ-ລາວ. ຊຶ່ງ ມີ​ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ບັນດາຮອງເຈົ້າ​ແຂວງຂອງລາວ ແລະ ຫວຽດນາມ ທີ່ມີຊາຍແດນຕິດຈອດກັນ ເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ສອງຝ່າຍໄດ້ຕີລາຄາການຈັດຕັ້ງປະຕິ​ບັດ ສັນຍາວ່າດ້ວຍລະບຽບ
ການຊາຍແດນປະເທດ ລາວ - ຫວຽດນາມ ແລະ ທົບທວນຄືນ ບົດບັນທຶກກອງປະຊຸມ
ສາມັນ ປະຈຳປີຄັ້ງທີ XXIII ຂອງຄະນະຜູ້​ແທນຊາຍແດນ ລາວ - ຫວຽດນາມ ໃນນຶ່ງປີ
ຜ່ານມາ. ສອງຝ່າຍໄດ້ມີ​ການປະສານສົມທົບກັນໃນການປົກປັກຮັກສາ ແລະ​ຄຸ້ມຄອງ
ຊາຍແດນຢ່າງເປັນປົກກະຕິ​ດີ ເຮັດໃຫ້ສະພາບຕາມບໍລິເວນຊາຍແດນ ມີຄວາມເປັນ
ລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບ.

ພ້ອມດຽວກັນນັ້ນ ກໍຍັງໄດ້ຮ່ວມມືກັນພັດທະນາພື້ນຖານໂຄງລ່າງຢູ່ຕາາມບໍລິເວນຊາຍ
ແດນຂອງສອງປະເທດ, ໄດ້ຍົກລະດັບດ່ານ ແລະເປີດດ່ານຊາຍແດນເພື່ອອຳນວຍຄວາມ
ສະດວກໃຫ້ແກ່ການໄປມາຫາສູ່, ການຊື້ - ຂາຍ ແລກປ່ຽນສິນຄ້ຕາມບໍລິເວນຊາຍແດນ
ມີມູນຄ່າເພີ້ມຂຶ້ນ ບັນລຸ​ເຖິງ 1 ພັນ 500 ລ້ານ​ໂດລ່າ.

ສອງຝ່າຍຍັງ​ໄດ້​ຕີ​ລາຄາສູງເຖິງຜົນສຳເລັດ ຂອງການຈັດຕັ້ງປະຕິບັດໂຄງການປັກຫຼັກ ໝາຍທີ່ ແລະບູລະນະລະບົບຫຼັກໝາຍຊາຍແດນປະເທດລາວ - ຫວຽດນາມ ໃນປີ 2014 ຜ່ານມາ.

ນອກຈາກນັ້ນ, ສອງຝ່າຍຍັງ​ໄດ້​ຕົກລົງທີ່ຈະສືບຕໍ່ປະສານສົມທົບປະຕິບັດບັນດາໜ້າວຽກ
ທີ່ຍັງເຫຼືອໃຫ້ສຳເລັດໃນເດືອນຕຸລາ 2015 ເພື່ອໃຫ້ໄດ້ ລົງນາມເອກະສານທາງດ້ານກົດ
ໝາຍ ຮວມທັງສັນຍາ ວ່າດ້ວຍການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນ (ສະບັບໃໝ່)
ໃນທ້າຍເດືອນທັນວາ 2015.

ກອງປະຊຸມຄັ້ງນີ້ ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງ ລະຫວ່າງ
ລັດຖະບານ ສປປ ລາວ ແລະ ລັດຖະບານຫວຽດນາມ ວ່າດ້ວຍການແກ້ໄຂ້ບັນຫາຍົກຍ້າຍ
ຕັ້ງພູມລຳເນົາຕາມລຳພັງໃຈ ແລະ ແຕ່ງງານບໍ່ຖືກລະບຽບ ຢູ່ຕາມບໍລິເວນຊາຍແດນລາວ
- ຫວຽດນາມ.

ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການພັດທະນາດ່ານ ແລະ ຮ່ວມກັນວາງແຜນການ ຈັດຕັ້ງປະຕິ​ບັດວຽກງານຊາຍແດນ ໃນສົກປີຕໍ່ໜ້ານຳ​ອີກ.

24th annual meeting of Laos – Vietnam border delegations

Laos and Vietnam have agreed on coordinating the protection and management of their common border, while maintaining order to facilitate trade along the border areas. The agreement was reached at the annual meeting of the border delegations from the two countries, which took place on 10th-12th February 2015 in Vientiane, Laos.

Laos’ Deputy Minister of Foreign Affairs and Chairman of Laos-Vietnam Border Committee, Saleumxay Kommasith, and his Vietnamese counterpart Ho Xuan Son led the meeting, which was attended by representatives from ministries and related sectors, along with vice governors of provinces of Laos and Vietnam.

The meeting noted that the good cooperation made from the past year had promoted the development of infrastructure in the border areas, and the upgrade of border crossing checkpoints had facilitated visits and border trade with volume reaching US$1.5 billion.

The two sides highly valued the successful project to install additional survey markers, while also maintaining the border post system, which led to the completion of the installation work. Both sides agreed on the results of Global Positioning system calculations for the coordinates that will enable the recording of 905 of the 1,002 border posts onto the related legal documents.

They agreed on the remaining work to be completed by October so that the legal documents, including the signing of a new agreement on border management and border crossing points, can be finalized in December.

At the meeting, both sides also discussed the implementation of the agreement between the two governments on solving the problems of illegal cross border settlements and illegal marriages in remote border areas of the two countries.

The two sides will enhance guidance, coordination among countries, and other sectors at central level of the nations in directing the provinces that share the countries’ border to complete the implementation of the agreement by the end of this year.

XS
SM
MD
LG