ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ໃຫ້ສັນຍາ ທີ່ຈະຮ່ວມມື ກັບສະພາ ທີ່ຄວບຄຸມ ໂດຍພັກ Republican


Obama, Republicans Vow to Seek Common Ground
please wait

No media source currently available

0:00 0:02:52 0:00

ເບິ່ງວີດີໂອເລື້ອງນີ້ ຈາກຜູ້ສື່ຂ່າວວີໂອເອ Jim Malone

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ແລະ​ຜູ້​ນຳ
ສຽງ​ຂ້າງ​ຫຼາຍ​ໃນ​ສະພາ​ສູງ​ໃໝ່​ຂອງ​ພັກ Republican ​ໃຫ້​
ຄຳ​ໜັ້ນສັນຍາ ທີ່​ຈະ​ຮ່ວມ​ມື​ກັນ ​ໃນ​ການ​ຮັບ​ຜ່ານ ​ຮ່າງ​ກົດ
ໝາຍ​ຕ່າງໆ ​ໃນ​ຂະນະ​ດຽວ​ກັນກໍ​ຍອມຮັບ​ວ່າການ​ຮັບ​ຜ່ານ​
ຮ່າງ​ກົດໝາຍ​ຕ່າງໆ​ນັ້ນ ​ຈະ​ບໍ່​ໄດ້​ຮັບການ​ຕົກລົງ​ເຫັນ​ດີ​ນຳ​
ກັນ​ສະ​ເໝີໄປ.

ນຶ່ງ​ມື້ ຫຼັງ​ຈາກ​ພັກ Republican ​ໄດ້​ຮັບ​ໄຊຊະນະເຂົ້າຄວບ​
ຄຸມ​ທັງ​ສອງ​ສະພາ​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ປີ 2007 ​ເປັນ​ຕົ້ນ​
ມາ ປະທານາທິບໍດີ​ສັງກັດ​ພັກ​ເດ​ໂມ​ແກຣັດ ກ່າວ​ໃນ​ວັນ​ພຸດ​
ວານ​ນີ້​ວ່າ ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ມີ​ບາງ​ເລື້ອງ​ທີ່ພັກ​ການ
​ເມືອງ​ສະຫະລັດ​ມີ​ຄວາມ​ແຕກ​ແຍກ​ກັນ​ນັ້ນ ສາມາດ​ຕົກລົງ​ກັນ​ໄດ້.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ “ ຖ້າ​ຫາກ​ມີ​ແນວ​ຄິດ​ໃດໆ ທີ່​ພັກ Republican ທີ່​ຂ້າພະ​
ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ຈະ​ເຮັດ​ໃຫ້​ດີ​ຂຶ້ນ​ສຳລັບ​ຄົນ​ອະ​ເມຣິກັນ​ສາມັນ ທີ່​ທາງ​ພັກ Republican ສະ​ເໜີ​ມາ ທີ່​ພັກ​ເດ​ໂມ​ແກຣັດ ​ໄດ້​ຄັດຄ້ານ​ນັ້ນ ມັນ​ຈະ​ບໍ່​ເປັນ​ເລື້ອງ​ທີ່​ກ່ຽວ​ພັນ​ສຳລັບ​ທ່ານ.ຂ້າພະ​ເຈົ້າ​ພຽງ​ຢາກ​ເຫັນ​ແຕ່​ສິ່ງ​ໃດ​ດຳ​ເນີນ​ງານ​ໄປ​ໄດ້​ເທົ່າ​ນັ້ນ. “

​ໃນ​ຂະນະ​ດຽວ​ກັນ ທ່ານ Mitch McConnell ທີ່ເຊື່ອວ່າ​ຈະ​ໄດ້​ເປັນຜູ້ນຳ​ສຽງ​ຂ້າງ​ຫຼາຍ​ໃນ​ສະພາ​ສູງ​ນັ້ນ ກ່າວ​ວ່າ ທ່ານ​ຈະ​ດຳ​ເນີນ​ງານ​ຮ່ວມ​ກັນ​ກັບ​ທ່ານ​ໂອ​ບາ​ມາ ​ເພື່ອ​ໃຫ້​ມີການ​ຮັບ​ຜ່ານ​ສົນທິສັນຍາ​ການ​ຄ້າ​ລະຫວ່າງ​ຊາດ ​ແລະ​ການ​ປະຕິ​ຮູບ​ດ້ານ​ພາສີ ​ແລະ​ກ່າວ​ຕໍ່​ໄປ​ວ່າ ພວກ​ທ່ານ​ໄດ້​ຕົກລົງ​ເຫັນ​ດີ​ໃນ​ການ​ໂອ້​ລົມ​ກັນ​ທາງ​ໂທລະສັບ ​ເພື່ອນຳ​ເອົາ​ເລື້ອງ​ຕ່າງໆ ບ່ອນ​ທີ່ພວກ​ເຂົາ​ເຈົ້າ​ຈະ​ສາມ​າດຕົກລົງ​ກັນ​ໄດ້​ນັ້ນ.

ທ່ານ McConnell ກ່າວ​ວ່າ ສານ​ສະບັບ​ນຶ່ງ​ຂອງ​ການ​ເລືອກ​ຕັ້ງ ກໍ​ແມນ​ວ່າ ລັດຖະບານ​ທີ່​ແຕກ​ແຍ​ກກັນທາງ​ດ້ານ​ການ​ເມືອງ ບໍ່​ຈຳ​ເປັນຈະ​ຕ້ອງ​ເຮັດ​ໃຫ້ການ​ບໍ່​ລົງ​ລອຍ​ກັນດຳ​ເນີນ​ສືບ​ຕໍ່​ໄປ​ໃນ​ວໍ​ຊິງ​ຕັນ​ນັ້ນ ຊຶ່ງທ່ານ McConnell ກ່າວ​ວ່າ “ ມີ​ຫຼາຍ​ຄົນ​ທີ່​ພາກັນ​ເຊື່ອ​ວ່າ ຍ້ອນ​ພວກ​ເຮົາ​ມີ​ລັດຖະບານ​ທີ່​ແຕກ​ແຍກ​ກັນນັ້ນ ບໍ່ໝາຍ​ຄວາມ​ວ່າ ພວກ​ເຮົາ​ຈະ​ບໍ່​ບັນລຸ​ຜົນ​ໃດໆ​.”

ທ່ານ​ໂອ​ບາ​ມາ ກ່າວ​ທີ່​ກອງ​ປະຊຸມ​ຕໍ່​ນັກ​ຂ່າວ​ວ່າ ທ່ານ​ກຳລັງ​ພະຍາຍາມ​ຊອກ​ຫາ​ທາງ​ທຳ​ການ​ຕົກລົງ​ກັນ​ຢ່າງ​ກວ້າງຂວາງ ກັບລັດຖະສະພາ ​ແຕ່​ກໍ​ຍອມຮັບ​ຮູ້​ວ່າ ສະພາ​ທີ່​ຄວບ​ຄຸມ​ໂດ​ຍພັກ Republican ​ເບິ່ງ​ຄື​ວ່າ ຈະ​ຮັບ​ຜ່ານ​ຮ່າງ​ກົດໝາຍ​ທ່ີ​ທ່ານ​ບໍ່​ສາມາດ​ລົງນາມ​ໄດ້. ທ່ານ McConnell ​ເຫັນ​ດີ​ນຳທີ່​ວ່າ​ປະທານາທິບໍດີ​ຈະ​ໃຊ້ສິດ​ຍັບ​ຍັ້ງ​ຕໍ່​ຮ່າງ​ກົດໝາຍບາງ​ຢ່າງ​ຂອງ​ພວກ Republican ນັ້ນ.

ຈຸດ​ນຶ່ງ​ຂອງ​ຂໍ້​ໂຕ້​ແຍ້​ງ ສາມາດໂຜ່​ໂຕ​ຂຶ້ນ​ມາ​ໄດ້​ກ່ອນ​ທ້າຍ​ປີ​ນີ້. ທ່ານ​ໂອ​ບາ​ມາ​ກ່າວ​ຊ້ຳ​ແລ້ວ​ຊ້ຳ​ອີກ​ເຖິງ​ຄຳ​ໝັ້ນ​ສັນຍາ​ຕ່າງໆ​ຂອງ​ທ່ານ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ນະ​ໂຍບາຍ​ດ້ານ​ການ​ກວດ​ຄົນ​ເຂົ້າ​ເມືອງ​ຂອງ​ປະ​ເທດ​ໂດຍ​ຝ່າຍ​ດຽວ ອັນ​ເປັນ​ການ​ເຄື່ອນ​ໄຫວ​ອັນ​ນຶ່ງ​ທີ່​ສາມາດ​ອະນຸມັດ​ໃຫ້​ພວກ​ ອົບ​ພະຍົບ​ເຂົ້າ​ເມືອງ​ຫຼາຍ​ລ້ານ​ຄົນ​ທີ່​ໄດ​້​ເຂົ້າ​ມາ​ໃນ​ປະ​ເທດ​ຢ່າງ​ຜິດກົດ
ໝາຍ​ນັ້ນ ຢູ່​ໃນ​ສະຫະລັດ​ຕໍ່​ໄປ. ທ່ານ McConnell ກ່າວ​ວ່າ ທ່ານ​ຫວັງ​ວ່າ ປະທານາທິ
ບໍດີ ຄົງ​ຈະ​ບໍ່​ດຳ​ເນີນ​ການ​ໃນ​ທຳນອງ​ນັ້ນ. ​ແຕ່​ທ່ານ​ໂອ​ບາ​ມາ ​ເວົ້າ​ວ່າ ທ່ານຈະ​ທຳ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ເລື້ອງ​ນີ້ ​ເພາະວ່າ ສະພາ​ຕໍ່າ​ທີ່​ຄວບຄຸມ​ໂດຍ​ພັກ Republican ນັ້ນ ​
ໄດ້​ຄັດຄ້ານ​ຕໍ່​ການ​ເອົາ​ມາດ​ຕະການ​ຢ່າງຮອບດ້ານ​ກ່ຽວ​ກັບ​ເລື້ອງ​ກວດ​ຄົນ​ເຂົ້າ​ເມືອງ ທີ່
​ໄດ້​ຮັບ​ເຫັນ​ດີ​ຈາກ​ສະພາ​ສູງ​ນັ້ນ.

XS
SM
MD
LG