ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ພິຈາລະນາ ທີ່ຈະ ປະສານງານ ກັບ ສຫລ ແລະ ເທີກີ ຂະນະທີ່ ການໂຈມຕີ ຍັງສືບຕໍ່


ເຮືອລົບ ຣັດເຊຍ ແລ່ນຜ່ານຊ່ອງແຄບ Bosphorus ທີ່ນະຄອນ Istanbul, ເພື່ອເດີນທາງໄປຍັງທະເລ Mediterranean, ວັນທີ 6 ຕຸລາ 2015.
ເຮືອລົບ ຣັດເຊຍ ແລ່ນຜ່ານຊ່ອງແຄບ Bosphorus ທີ່ນະຄອນ Istanbul, ເພື່ອເດີນທາງໄປຍັງທະເລ Mediterranean, ວັນທີ 6 ຕຸລາ 2015.

ບັນດາ​ນັກ​ເຄື່ອນ​ໄຫວ ຊີ​ເຣຍ ​ໄດ້​ລາຍ​ງານ​ວ່າ ມີ​ການ​ໂຈມ​ຕີ​
ທາງ​ອາກາດໃໝ່ໆ ​ໃນ​ວັນ​ພຸດ​ມື້​ນີ້ ​ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​
ຊີ​ເຣຍ ພ້ອມ​ດ້ວຍ ການ​ໂຈມ​ຕີ​ທາງ​ພາກ​ພື້ນ​ດິນ ​ໂດຍ​ກອງ​
ກຳລັງ​ສະໜັບສະໜູນ​ລັດຖະບານ​ຊີ​ເຣຍ ​ໃນ​ຂະນະ​ທີ່ ຣັດ​ເຊຍ
​ໄດ້​ພິຈາລະນາ ທີ່ຈະ​ປະສານ​ງານ​ກັບ​ສະຫະລັດ ​ແລະ​ເທີ​ກີ
ຫຼັງຈາກ​ທີ່​ມີ​ສຽງວິພາກ​ວິ​ຈານ ໃນການ ໂຈມຕີທາງອາກາດ
ຢູ່ໃນ​ຊີ​ເຣຍ ໄລຍະອາທິດ​ນຶ່ງ​ຜ່ານ​ມານີ້.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດຊີ​ເຣຍ ທີ່​ມີຫ້ອງການ​ຢູ່​ໃນ​ອັງກິດ ຊຶ່ງ
ໄດ້​ຕິດຕາມ​ຄວາມ​ຮຸນ​ແຮງ ​ໃນ​ຊີ​ເຣຍ ກ່າວ​ວ່າ ການ​ໂຈມ​ຕີ​
ທາງ​ອາກາດໃນ​ວັນ​ພຸດ​ມື້​ນີ້ ​ແມ່ນມີຂຶ້ນຢູ່ເມືອງ Hama ​ແລະ ​
ແຂວງ Idlib ທີ່ຢູ່​ໃກ້​ຄຽງ ​ພ້ອມ​ດ້ວຍ​ທະຫານຊີເຣຍໄດ້​ນຳ​ໃຊ້ລູກ​ສອນ​ໄຟ ທີ່ຍິງຈາກ​ພື້ນດິນ
ຫາພື້ນດິນ ຢູ່​ໃນ​ບໍລິ​ເວນ​ດັ່ງກ່າວນຳດ້ວຍ​.

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin, (ຊ້າຍ) ພວມຟັງ ລັດຖະມົນຕີປ້ອງກັນປະເທດ ທ່ານ Sergei Shoigu ໃນລະຫວ່າງການພົບປະກັນ ຢູ່ທີ່ບ້ານພັກ Bocharov Ruchei ໃນຣີສອດ Black Sea ຂອງນະຄອນ Sochi, ປະເທດຣັດເຊຍ, ວັນທີ 7 ຕຸລາ 2015.
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin, (ຊ້າຍ) ພວມຟັງ ລັດຖະມົນຕີປ້ອງກັນປະເທດ ທ່ານ Sergei Shoigu ໃນລະຫວ່າງການພົບປະກັນ ຢູ່ທີ່ບ້ານພັກ Bocharov Ruchei ໃນຣີສອດ Black Sea ຂອງນະຄອນ Sochi, ປະເທດຣັດເຊຍ, ວັນທີ 7 ຕຸລາ 2015.

​ນອກນັ້ນ ໃນ​ວັນ​ພຸດ​ມື້​ນີ້​ ຫົວໜ້າ​ກຸ່ມ​ຕໍ່ຕ້ານ​ລັດຖະບານ​ຊີ​ເຣຍ ທີ່​ໄດ້ຮັບການເຝິກແອບ​
ໂດຍ​ສະຫະລັດ ທີ່​ເອີ້ນວ່າ Liwa Suqour al-Jabal ນັ້ນ ​ໄດ້​ກ່າວ​ຕໍ່​ອົງການ​ຂ່າວ Reuters
ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງຣັດ​ເຊຍ ​ໄດ້​ທຳລາຍ​ສາງ​ເກັບ​ອາວຸດໃຫຍ່ຂອງ​ກຸ່ມ ຢູ່​ໃນ​
ແຂວງ Aleppo ຫຼັງຈາກ​ທີ່​ໄດ້​ໂຈມ​ຕີ ຄ້າຍ​ເຝິກ​ແອບ​ຂອງ​ກຸ່ມ​ດັ່ງກ່າວ ​ໃນແຂວງ Idlib ເມື່ອ​
ອາທິດ​ແລ້ວ​ນີ້.

​ໂຄສົກ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ກ່າວ​ວ່າ ບັນດາ​ນັກ​ຊ່ຽວຊານ ດ້ານການ​ປ້ອງ​ກັນ ຂອງຣັດ​ເຊຍ ​ແລະສະຫະລັດ ຈະ​ພົບ​ປະກັນ ​ໃນ​ວັນ​ພຸດ​ມື້​ນີ້ ​ເພື່ອ​ປຶກສາ​ຫາລື ກ່ຽວກັບຂໍ້​ສະ​ເໜີຕ່າງໆໃນ “ເພື່ອປະສານ ການ​ປະຕິ​ບັດ​ງານ ໃນການຕໍ່ສູ້​ ຕ້ານພວກ​ຫົວ​ຮຸນ​ແຮງລັດ​ອິສລາມ” ຢູ່​ໃນ​ຊີ​ເຣຍ.

ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ash Carter ກ່າວ​ ຕໍ່​ບັນດາ​ນັກ​ຂ່າວ ​ໃນ​
ວັນ​ອັງຄານ​ວານ​ນີ້ ວ່າ ທັງ​ສອງ​ຝ່າຍ ​ໄດ້​ທຳ​ການເຈລະຈາ​ກັນ ​ເມື່ອ​ອາທິດ​ແລ້ວ​ນີ້ ທີ່​ໄດ້​
ລິ​ເລີ້ມ​ໂດຍຣັດ​ເຊຍ. ທ່ານ Carter ຍັງ​ໄດ້​ປະຕິ​ເສດ ທີ່​ຈະ​ໃຫ້​ຄຳ​ເຫັນ ກ່ຽວ​ກັບ​ການ​ຕອບ​
ໂຕ້​ຂອງ​ສະຫະລັດ ຕໍ່​ການລະ​ເມີດເຂດນ່ານຟ້າຂອງເທີ​ກີ ​ໂດຍ​ເຮືອບິນ​ລົບ​ຂອງຣັດ​ເຊຍ
ແລະ​ກ່າວ​ວ່າ ບັນຫານີ້ ຈະ​ຖືກ​ນຳ​ຂຶ້ນມາ​ໂອ້ລົມກັນ​ຢູ່​ໃນ​ກອງ​ປະຊຸມ​ ລັດຖະມົນຕີປ້ອງ​ກັນ​
ປະ​ເທດຂອງອົງການເນໂຕ້ ​ໃນ​ວັນ​ພະຫັດ​ມື້​ອື່ນ​ນີ້.

McCain Slams Russian Strikes in Syria
please wait

No media source currently available

0:00 0:00:29 0:00

ຣັດ​ເຊຍ ​ແລະ ​ເທີ​ກີ ຕ່າງ​ກໍ​ໄດ້ເວົ້າເຖິງ ​ການ​ສ້າງຕັ້ງກຸ່ມ​ປະຕິບັດງານຮ່ວມ​ ​ເພື່ອ​ປະສານງານ ​
ແລະປ້ອງ​ກັນ​ເຫດການ ​ທີ່​ອາດ​ເປັນ​ໄປ​ໄດ້ ທີ່​ພົວພັນ​ກັບ​ ການ​ໂຈມ​ຕີ​ທາງ​ອາກາດ ຂອງຣັດເຊຍ ​ໃນ​ຊີ​ເຣຍ.

ສະມາຊິກ​ສະພາ​ສູງສະຫະ​ລັດ ທ່ານ John McCain ກ່າວ​ຕໍ່​ໂທລະ ພາບ Alhura ວ່າ
ການ​ລ່ວງລ້ຳ​ເຂດ​ນ່ານຟ້າ​ເທີ​ກີ ຂອງຣັດ​ເຊຍ ນັ້ນ ​ແມ່ນ “ໜ້າ​ເປັນ​ຫ່ວງຫຼາຍ” ​ແລະເຫັນວ່າ
ການ​ເຈລະຈາ ປະສານ​ງານ​ລະຫວ່າງ ສະຫະລັດ ​ແລະ ຣັດ​ເຊຍ ​ແມ່ນເທົ່າກັບ ເປັນການ
ຍອມຕາມ.

Russian Navy Fires Missiles into Syria
please wait

No media source currently available

0:00 0:00:56 0:00

Syrian activists reported fresh Russian airstrikes Wednesday in western Syria along with attacks by pro-government ground troops, while Russia considered coordinating with the United States and Turkey following criticism of its week-old Syrian campaign.

The Britain-based Syrian Observatory for Human Rights, which monitors violence in Syria, said the strikes hit Hama and neighboring Idlib provinces, with Syrian troops using surface-to-surface missiles in the area.

Also Wednesday, the head of a U.S.-trained rebel group called Liwa Suqour al-Jabal told Reuters that Russian airstrikes destroyed the group's main weapons depot in Aleppo province after attacking the group's training camp in Idlib last week.

A spokesman for Russia's Defense Ministry said Russian and U.S. defense experts would meet Wednesday to discuss proposals to "coordinate actions in the fight against" Islamic State militants in Syria.

U.S. Defense Secretary Ash Carter told reporters on Tuesday that the two sides held talks last week that were initiated by Russia.Carter also declined to comment on a U.S. response to Russian warplanes violating Turkish airspace, saying the issue would be covered at a meeting of NATO defense ministers on Thursday.

Russia and Turkey have each talked about the prospect of establishing a joint working group to coordinate and prevent possible incidents related to Russian airstrikes in Syria.

U.S. Senator John McCain told Alhurra TV that Russian incursions in Turkey's airspace are "very concerning," and equated coordination talks between the U.S. and Russia to appeasement.

XS
SM
MD
LG