ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາຍຄົນນຶ່ງຖືກຈັບ ຍ້ອນຂັບເຮລິຄອບເຕີ້ນ້ອຍ ລົງຈອດ ທີ່ເດີ່ນຫຍ້າ ລັດຖະສະພາ ສຫລ


Unauthorized Gyrocopter Lands on U.S. Capitol Grounds
please wait

No media source currently available

0:00 0:00:06 0:00

ເບິ່ງວີດີໂອ ລາຍງານນີ້

ພະນັກງານ​ໄປສະນີຄົນ​ນຶ່ງ ອາຍຸ 61 ປີ ຈາກ​ເມືອງ Ruskin
ລັດຟໍລີ​ດາ ຢູ່​ທາງ​ພາກ​ໃຕ້​ຂອງ​ສະຫະລັດ ຖືກ​ຈັບ​ກຸມ ເພາະ
​ໄດ້ນຳ​ເອົາ​ເຮ​ລິ​ຄອບ​ເຕີ້​ຂະໜາດ​ນ້ອຍ ບ່ອນ​ນັ່ງ​ດຽວ ​ບິນ​ລົງ
​ຈອດບໍລິເວນຕຶກ ລັດຖະສະພາ​ສະຫະລັດ ​ຢູ່​ວໍ​ຊິງ​ຕັນ​ ຢ່າງ​
ຜິດ​ກົດໝາຍ.

​ເຈົ້າໜ້າ​ທີ່​ຕຳຫລວດ​ລັດຖະສະພາ ຍັງ​ບໍ່​ໄດ້​ລະບຸ​ໂຕ​ ຜູ້​ຕ້ອງ
​ສົງ​ໄສ​ເທື່ອ. ​ແຕ່​ໜັງສືພິມ Tampa Bay Times ກ່າວ​ວ່າ ຜູ້ກ່ຽວ
​ແມ່ນ ນາຍ Doug Hughes. ໜັງສືພິມ​ສະບັບນີ້ ກ່າວ​ວ່າ ນາຍ
Hughes ຢາກ​ທຳ​ໜ້າ​ທີ່ຂອງ​ພົນລະ​ເມືອງ​ ທີ່​ບໍ່​ເຊື່ອ​ຟັງ ​ເພື່ອ​ສ້າງຄວາມສົນໃຈໃຫ້ແກ່ ການປະຕິ​ຮູບດ້ານ​ການ​ເງິນ​ກ່ຽວກັບ​ການ​ໂຄສະນາ​ຫາ​ສຽງ ແລະໃນອັນ​ທີ່ຜູ້ກ່ຽວ​ກ່າວ​ວ່າ ​ເປັນ​ການ​ສໍ້​ລາດ​ບັງ​ຫລວງ​ຂອງ​ລັດຖະບານ.

ເບິງວີດີໂອ ລາຍງານຂອງວີໂອເອ:

Protester Lands Gyrocopter on Capitol Lawn
please wait

No media source currently available

0:00 0:02:25 0:00

ພວກນັກ​ທ່ອງ​ທ່ຽວ ທີ່​ເດີນທາງ​ໄປ​ຢ້ຽມ​ຊົມ ຕຶກລັດຖະສະພາ ໄດ້ພາ ກັນຕົກ​ອົກ​ຕົກ​ໃຈ
ທີ່ ໄດ້​ເຫັນ​ເຮຣີຄອບເຕີ້ນ້ອຍ ທີ່​ພາສາອັງກິດເອີ້ນວ່າ ​gyrocopter ບິນລົງຈອດ​ ໃນ​ເດີ່ນ​ຫຍ້າ ພຽງ 100 ກວ່າ​ແມັດ ຫ່າງ ຈາກ​ຕຶກ​ລັດຖະສະພາ. ​ເຈົ້າໜ້າ​ທີ່ຕຳຫລວດ ​ໄດ້​ປະກາດ ໃນທັນທີ​ ໃຫ້​ສ່ວນ​ນຶ່ງ​ຂອງຕຶກລັດຖະສະພາ ຢູ່​ໃນ​ພາວະຄົນ​ໃນບໍ່​ໃຫ້ອອກ ​ຄົນ​ນອກບໍ່​ໃຫ້​ເຂົ້າ ຂະນະ​ທີ່ໝາສືບກິ່ນ ​ແລະ ຫຸ່ນ​ຍົນ ​ໄດ້​ກວດ​ສອບເບິ່ງເຮຣີ ຄອບເຕີ້ນ້ອຍລຳ​ດັ່ງກ່າວ ມີ​ວັດຖຸ​ລະ​ເບີດຫລືບໍ່.

ສະມາຊິກໜ່ວຍເກັບກູ້ລະເບີດ ຄົນນຶ່ງ ກຳລັງກວດເບິ່ງ ເຮລິຄອບເຕີ້ນ້ອຍ ຫຼັງຈາກທີ່ ຊາຍຄົນນຶ່ງ ໄດ້ບິນລົງຈອດ ທີ່ເດີ່ນຫຍ້າ ທາງຕາເວັນຕົກ ຂອງລັດຖະສະພາ, ວັນທີ 15 ເມສາ 2015.
ສະມາຊິກໜ່ວຍເກັບກູ້ລະເບີດ ຄົນນຶ່ງ ກຳລັງກວດເບິ່ງ ເຮລິຄອບເຕີ້ນ້ອຍ ຫຼັງຈາກທີ່ ຊາຍຄົນນຶ່ງ ໄດ້ບິນລົງຈອດ ທີ່ເດີ່ນຫຍ້າ ທາງຕາເວັນຕົກ ຂອງລັດຖະສະພາ, ວັນທີ 15 ເມສາ 2015.

ໜັງສືພິມ​ເມືອງ Tampa Bay ລາຍ​ງານ​ວ່າ ນາຍ Hughes ໄດ້​ເວົ້າວ່າ ລາວ​ຢາກ​ນຳສົ່ງ​
ຈົດໝາຍຈຳນວນ​ນຶ່ງ ໄປ​ໃຫ້ສະມາຊິ​ກລັດຖະ ສະພາທັງ​ໝົດ 535 ທ່ານ.

ໜັງສື ​ພິມ Tampa Bay Times ລາຍ​ງານ​ວ່າ ໜ່ວຍ​ອາລັກຂາປະທານາທິບໍດີ ​ໄດ້ຮັບຊາບ​ ລ່ວງ​ໜ້າ​ແລ້ວ​ວ່າ ນາຍ Hughes ​ໄດ້​ວາງ​ແຜນ​ທີ່​ຈະ​ບິນ​ໄປ​ຍັງ​ວໍ​ຊິງ​ຕັນ. ​ເຈົ້າໜ້າ​ທີ່​ຄົນ​ນຶ່ງ ຂອງ​ໜ່ວຍອາລັກຂາ ໄດ້​ສອບ​ຖາມ​ຜູ້ກ່ຽວ ຢູ່​ທີ່​ບ້ານ​ພັກຂອງ​ລາວ
​ແຕ່ບໍ່​ໄດ້​ດຳ​ເນີນ​ການ​ຫຍັງ.

US Capitol Helicopter Landing
please wait

No media source currently available

0:00 0:01:40 0:00

ໜັງສືພິມ ​ສະບັບນີ້ ຍັງກ່າວ​ອີກ​ວ່າ ນາຍ Hughes ບອກ​ເຈົ້າໜ້າ​ທີ່​ ດັ່ງກ່າວວ່າ ລາວ​ບໍ່​ມີ​
ຈຸດປະສົງທີ່ຈະ​ຂ້າ​ຕົວ​ຕາຍ ​ຫຼືມີ​ພຶດຕິ​ກຳກໍ່​ຄວາມ ຮຸນ​ແຮງ ​ແລະ ກໍບໍ່​ມີ​ຈຸດປະສົງທີ່​ຈະ​ບິນ​
ຕຳ​ຕຶກໂຮງການລັດຖະບານ​ໃດໆ​ເລີຍ.

ບໍລິ​ເວນ​ນ່ານຟ້າ ອ້ອມວໍ​ຊິງ​ຕັນ ​ແມ່ນ​ໄດ້​ຖືກຈຳກັດຢ່າງ​ສູງ​ສຸດ ​ຫ້າມບໍ່​ໃຫ້​ບິນ​ເຂົ້າ​ໄປ ຍ້ອນ
​ເຫດຜົນ​ດ້ານຄວາມ​ປອດ​ໄພຕ່າງໆ​ນັ້ນ. ເຮືອບິນ ໃດໆ​ກໍຕາມ ທີ່​ບິນ​ເຂົ້າ​ໄປ​ໃນເຂດ​ທີ່ຈຳກັດ​ນັ້ນ ອາດ​ສ່ຽງ​ຕໍ່​ການ​ຖືກ​ຍິງ​ຕົກ.

ຕຳຫລວດ​ລັດຖະສະພາ ໜ່ວຍອາລັກຂາປະທານາທິບໍດີ ​ແລະ ກະຊວງ ​ຮັກສາ​ຄວາມ
ປອດໄພ​ພາຍ​ໃນ​ ຂອງ​ສະຫະລັດ ບໍ່​ໄດ້​ໃຫ້ຄວາມ​ເຫັນໃດໆ ຕໍ່​ເຫດການ​ໃນ​ວັນ​ພຸດ​ວານ​ນີ້.

ເບິ່ງວີດີໂອ ຂອງຊາຍຜູ້ເຫັນເຫດການ ບອກກັບວີໂອເອ ວ່າ ລາວເຫັນຫຍັງ:

Eyewitness to Gyrocopter Landing on US Capitol Lawn
please wait

No media source currently available

0:00 0:02:02 0:00

A 61-year-old mailman from Ruskin, Florida (( in the southern U.S. )) is under arrest for illegally landing a small one-man helicopter on the grounds of the U.S. Capitol in Washington.

Capitol police have not identified the suspect. But the Tampa Bay Times newspaper says he is Doug Hughes. The paper says Hughes wanted to carry out an act of civil disobedience to bring attention to campaign finance reform and what he says is government corruption.

Tourists visiting the Capitol were stunned to see the aircraft, known as a gyrocopter, settle on the lawn a few hundred meters from the building. Police immediately placed part of Capitol Hill on lockdown while dogs and a robot detector checked the copter for possible explosives.

The Tampa newspaper reports Hughes said he wanted to deliver letters to all 535 members of Congress.

"I'm demanding reform and declaring a voters' rebellion in a manner consistent to ((U.S. founding father Thomas)) Jefferson's description of rights in there Declaration of Independence," the letter stated.

The Times says the Secret Service had been tipped off that Hughes was planning to fly to Washington. An agent questioned him at his home, but took no action.

The newspaper says Hughes told the agent he was not suicidal or violent and had no intention of crashing into any government buildings.

Airspace around Washington is highly restricted for security reasons. Any aircraft flying into the restricted zone risks being shot down.

Capitol police, the Secret Service, and the Department of Homeland Security have not commended on Wednesday's incident.

XS
SM
MD
LG