ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະທ້ວງ ຕໍ່ຕ້ານ ນາຍົກມາເລເຊຍ ກ້າວເຂົ້າສູ່ ມື້ທີ 2


ບັນດານັກເຄື່ອນໄຫວຈາກແນວໂຮມເພື່ອການເລືອກຕັ້ງທີ່ສະອາດ ແລະ ຍຸດຕິທຳ ຫຼື BERSIH ເຕົ້າໂຮມກັນຢູ່ຖະໜົນຫຼວງ ໃນຕົວເມືອງ ກົວລາລຳເປີ, ມາເລເຊຍ, ໃນລະຫວ່າງການຊຸມນຸມ. 30 ສິງຫາ, 2015.
ບັນດານັກເຄື່ອນໄຫວຈາກແນວໂຮມເພື່ອການເລືອກຕັ້ງທີ່ສະອາດ ແລະ ຍຸດຕິທຳ ຫຼື BERSIH ເຕົ້າໂຮມກັນຢູ່ຖະໜົນຫຼວງ ໃນຕົວເມືອງ ກົວລາລຳເປີ, ມາເລເຊຍ, ໃນລະຫວ່າງການຊຸມນຸມ. 30 ສິງຫາ, 2015.

ບັນ​ດາ​ຜູ້ປະ​ທ້ວງໄດ້​ປິ​ດ​ຖະໜົນ​ເປັນ​ມື້​ທີ​ສອງ​ ໃນ​ວັນ​ອາທິດ​ມື້​ນີ້ ສຳລັບ​ການ​ເຕົ້າ​ໂຮມ​ຊຸມນຸມໃນ​ເມືອງ​ຫຼວງ​ຂອງ ມາ​ເລ​ເຊຍ ​ເພື່ອ​ຮຽກຮ້ອງ​ໃຫ້​ນາຍົກລັດຖະມົນ​ຕີ ​ເຊິ່ງກຳລັງ​ປະ​ເຊີນ​ໜ້າ​ກັບ​ການສໍ້ ໂກງ​ຢ່າງຮ້າຍ​ແຮງນັ້ນ ລາ​ອອກ​ຈາກ​ຕຳ​ແໜ່​ງ.

ກຸ່ມ Bersih, ​ເຊິ່ງ​ເປັນ​ແນວ​ໜ້າ​ກຸ່ມ​ສັງຄົມ​ພົນລະ​ເຮື​ອນ, ຢາກ​ໃຫ້​ທ່ານ Najib Razak ລາ​ອອກ​ຈາກ​ຕຳ​ແໜ່​ງຫຼັງ​ຈາ​ກການ​ເປີດ​ເຜີຍ​ວ່າ​ທ່ານ​ໄດ້​ຮັ​ບ​ເງິນ 700 ລ້ານ​ໂດ​ລາ​ໂອ​ນ​ເຂົ້າ​ບັນຊີ​ສ່ວນຕົວ​ຂອງ​ທ່ານ ຈາກ​ບໍລິສັດລົງທຶນ 1MDB ທີ່​ລັດຖະບານ​ເປັນ​ເຈົ້າ​ຂ​ອງ.

​ບັນ​ດາ​ຜູ້​ຈັດຕັ້ງ​ການ​ຊຸມ​ນຸມອ້າງ​ວ່າຜູ້ອອກ​ມາເຕົ້າ​ໂຮມ​ໃນ​ວັນເສົາ​ວານ​ນີ້​ມີ 200,000 ຄົນ, ​ແຕ່​ຕຳຫຼວດ​ກ່າວ​ວ່າ ພວກ​ຊຸມນຸມດັ່ງກ່າວ ​ແມ່ນ​ໜ້ອຍ​ກວ່າ 30,000 ຄົນຕັ້ງຫຼາຍ.

ອະດີດ​ນາຍົກລັດຖະ​ມົນຕີ ທ່ານ Mahathir Mohamad, ອາຍຸ 90 ປີ​ ​ຊຶ່ງ​ເຄີ​ຍເປັນ​ຜູ້ນຳພາ ​ໄດ້ຮຽກຮ້ອງ​ໃຫ້​ທ່ານ Najib ລາ​ອອກຈາກ​ຕຳ​ແໜ່​ງ. ທ່ານ​ໄດ້ອອກ​ມາ​ປະກົດ​ຕົວ​ໃນ​ທີ່ຊຸ​ມນຸມ​ເປັນ​ເວລາ​ສັ້ນໆ​ໃນ​ວັນ​ເສົາ​ວານ​ນີ້.

ບັນ​ດາ​ຜູ້​ປະ​ທ້ວງ, ນຸ່ງ​ເສື້ອສີ​ເຫຼືອງ​ຂອງກຸ່ມ Bersih, ​ໄດ້​ພາ​ກັນ​ຕັ້ງ​ແຄ້ມປ໌ຂ້າມ​ຄື​ນຢູ່​ຖະໜົນ​ຂອງ​ ກົວ​ລາ​ລຳ​ເປີ ​ໃກ້​ກັບຈະຕຸ​ລັດ ​ເອກະລາດ, ​ແມ່ນ​ກະທັ້ງລັດຖະບານ​ໄດ້​ປິດ​ການ​ເຂົ້າເຖິງ​ເວັບໄຊ​ທ໌ ຂອງ​ກຸ່ມ Bersih ​ແລະ ​ໄດ້​ປະກາດ​ວ່າການ​ເຕົ້າ​ໂຮມຊຸມນຸມແມ່ນ​ຜິດ​ກົດໝາຍ ​ເພາະວ່າ​ນັກ​ເຄື່ອນ​ໄຫວ​ບໍ່ໄດ້​ຮັບ​ການ​ອະນຸຍາດ​ໃຫ້​ຕັ້ງການ​ຊຸມນຸມ​ຢູ່​ສະ​ຖານທີ່​ດັ່ງກ່າ​ວ. ບັນດາເຈົ້າ​ໜ້າ​ທີ່ ​ໄດ້​ຫ້າມ​ການ​ນຸ່ງ​ເສື້ອສີ​ເຫຼືອງ ​ແລະ ​ມີ​ກາຂອງ​ກຸ່ມ ເຊິ່ງ​ເປັນ​ປະ​ເພນີ​ຂອງ​ກຸ່ມ Bersih ນັ້ນ, ​ອັນເປັນ​ມາດ​ຕະການ​ໜຶ່ງທີ່​ບັນດາ​ນັກ​ປະ​ທ້ວງ​ບໍ່​ໄດ້​ເອົາຫົວຊາ​ຕໍ່​ຢ່າງ​ເຫັນ​ໄດ້​ຊັດ​ເຈນ.

ລັດຖະບານ​ໄດ້​ຮັດ​ກຸມ​ຄວາມ​ປອດ​ໄພ ​ກ່ອນໜ້າ​ການ​ຊຸມ​ນຸມ​ດັ່ງກ່າວແລ້ວ.

Malaysia Protests
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG