ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວມາເລເຊຍ ໂຮມຊຸມນຸມປະທ້ວງ ເປັນເວລາ 2 ມື້ ຮຽກຮ້ອງໃຫ້ ນາຍົກລາອອກ


ພວກປະທ້ວງ ກ່າວໂຈມຕີ ໃນລະຫວ່າງການໂຮມຊຸມນຸມ ທີ່ກົວລາລຳເປີ (29 ສິງຫາ 2015)
ພວກປະທ້ວງ ກ່າວໂຈມຕີ ໃນລະຫວ່າງການໂຮມຊຸມນຸມ ທີ່ກົວລາລຳເປີ (29 ສິງຫາ 2015)

ພວກປະທ້ວງ ກຳລັງໂຮມຊຸມນຸມກັນ ທີ່ນະຄອນຫຼວງ ຂອງມາເລ
ເຊຍເປັນເວລາ 2 ມື້ເພື່ອຮຽກຮ້ອງໃຫ້ນາຍົກລັດຖະມົນຕີທີ່ພວມ ປະເຊີນກັບການກ່າວຫາສໍ້ໂກງເງິນນັ້ນ ລາອອກ.

ແນວໂຮມ Bersih ຊຶ່ງເປັນກຸ່ມສັງຄົມພົນລະເຮືອນຂັ້ນແນວໜ້າ
ຂອງປະເທດ ຕ້ອງການໃຫ້ ນາຍົກລັດຖະມົນຕີ Najib Razak
ລາອອກ ຫລັງຈາກມີການເປີດເຜີຍວ່າ ທ່ານໄດ້ຮັບເງິນຈຳນວນ
700 ລ້ານໂດລາເຂົ້າໃນບັນຊີສ່ວນຕົວຈາກກອງທຶນການລົງທຶນ
1MDB ທີ່ລັດຖະບານເປັນເຈົ້າຂອງ.

ລັດຖະບານໄດ້ຂັດຂວາງ ບໍ່ໃຫ້ຜູ້ຄົນເຂົ້າໄປເບິ່ງເວັບໄຊທ໌ຂອງ
ກຸ່ມ Bersih ແລະປະກາດວ່າການໂຮມຊຸມນຸມທີ່ຈະຕຸລັດເອກກະລາດໃນນະຄອນຫຼວງກົວ
ລາລຳເປີນັ້ນ ເປັນການໂຮມຊຸມນຸມທີ່ຜິດກົດໝາຍຍ້ອນພວກນັກເຄື່ອນໄຫວບໍ່ໄດ້ຮັບອະນຸ
ຍາດໃຫ້ທຳການປະທ້ວງ ຢູ່ສະຖານທີ່ດັ່ງກ່າວ. ນອກນັ້ນ ລັດຖະບານຍັງໄດ້ຫ້າມ ບໍ່ໃຫ້ນຸ່ງ ເຄື່ອງສີເຫຼືອງແລະຕິດເຄື່ອງໝາຍຂອງກຸ່ມດັ່ງກ່າວ.

ລັດຖະບານ ໄດ້ເພີ້ມການຮັກສາຄວາມປອດໄພ ກ່ອນແຜນການໂຮມຊຸມນຸມປະທ້ວງ ໃນ ວັນເສົາມື້ນີ້.

ທ່ານ Najib ໄດ້ປະຕິເສດ ຕໍ່ການກ່າວຫານີ້ ໂດຍເວົ້າວ່າ ເງິນຈຳນວນດັ່ງກ່າວ ແມ່ນຂອງ ຂວັນຈາກພາກຕາເວັນອອກກາງ. ທ່ານໄດ້ແນະໃຫ້ຮູ້ວ່າ ການກ່າວຫາໃນການສໍ້ລາດບັງ ຫຼວງນີ້ແມ່ນເປັນພາກສ່ວນນຶ່ງຂອງແຜນການກໍ່ວິນາດສະກຳທາງການເມືອງຕໍ່ພັກລັດຖະ ບານປະສົມ ທີ່ປົກຄອງປະເທດມາເປັນເວລາດົນນານແລ້ວນັ້ນ.

ການສືບສວນແມ່ນພາໃຫ້ມີໂອກາດທີ່ທ່ານ Najib ອາດຈະຖືກກ່າວຫາທາງອາຍາຊຶ່ງເປັນ
ເລື້ອງທີ່ບໍ່ເຄີຍເກີດຂຶ້ນມາກ່ອນກັບນາຍົກລັດຖະມົນຕີຂອງມາເລເຊຍ.

ນາຍົກລັດຖະມົນຕີໄດ້ປົດອະທິໄອຍະການຂອງປະເທດທີ່ທຳການສືບສວນທ່ານ.

ການກ່າວຫານີ້ ໄດ້ປາກົດຢູ່ໃນໜ້າໜັງສືພິມ Wall Street Journal ເມື່ອເດືອນທີ່ແລ້ວ ຊຶ່ງອີງເລື້ອງລາວຂອງຕົນ ໃສ່ເອກກະສານທີ່ມີການຮົ່ວໄຫລອອກມາ ຈາກການສືບສວນ ຂອງລັດຖະບານກ່ຽວກັບກອງທຶນ 1MDB.

Malaysia Politics
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG