ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສົບ ຊຸດທຳອິດ ຂອງພວກເຄາະຮ້າຍ ຈາກຖ້ຽວບິນ MH17 ໄປເຖິງ ມາເລເຊຍແລ້ວ (ສະໄລດ໌/ວີດີໂອ)


ສົບຂອງຜູ້ເຄາະຮ້າຍ ຈາກຖ້ຽວບິນ MH17 ພວມຖືກຫາມ ຢູ່ໃນພິທີ ທີ່ສະໜາມບິນນາໆຊາດກົວລາລຳເປີ ໃນເມືອງ Sepang (22 ສິງຫາ 2014)
ສົບຂອງຜູ້ເຄາະຮ້າຍ ຈາກຖ້ຽວບິນ MH17 ພວມຖືກຫາມ ຢູ່ໃນພິທີ ທີ່ສະໜາມບິນນາໆຊາດກົວລາລຳເປີ ໃນເມືອງ Sepang (22 ສິງຫາ 2014)

ມາເລເຊຍ ໄວ້ທຸກໃນທົ່ວປະເທດ ເປັນເວລານຶ່ງມື້ ໃນຂະນະທີ່
ຊາກສົບປະຊາຊົນຂອງຕົນຊຸດທຳອິດຂອງຈຳນວນທັງໝົດ 43
ຄົນ ທີ່ເສຍຊີວິດໃນຖ້ຽວບິນໂດຍສານ MH17 ຂອງມາເລເຊຍ ຖືກສົ່ງໄປເຖິງນະຄອນຫຼວງກົວລາລຳເປີ.

ຖ້ຽວບິນຮັບເໝົາພິເສດ ທີ່ບັນທຸກສົບແລະຂີ້ເຖົ່າ ຂອງຊາວມາ
ເລເຊຍ 20 ຄົນໄດ້ເດີນທາງໄປຮອດສະໜາມບິນນາໆຊາດນະ
ຄອນກົວລາລຳເປີ ໃນຕອນເຊົ້າຂອງ ວັນສຸກມື້ນີ້ ບ່ອນທີ່ໄດ້ມີ ການຈັດພິທີໄວ້ອາໄລໃຫ້ແກ່ພວກເຄາະຮ້າຍເຫຼົ່ານີ້.

ໃນຂະນະທີ່ພວກຜູ້ນຳຂັ້ນອະວຸໂສຮວມທັງນາຍົກລັດຖະມົນຕີ Najib Razak ຢືນເບິ່ງຢູ່ ນັ້ນ ຫີບສົບທີ່ຫໍ່ດ້ວຍທຸງຊາດຂອງມາເລເຊຍ ກໍຖືກຫາມລົງໂດຍພວກທະຫານຊຸດລະ 8 ຄົນ ໄປໃສ່ລົດແກ່ສົບ.

ລັດຖະບານໄດ້ຮ້ອງຂໍໃຫ້ປະຊາຊົນຊາວມາເລເຊຍ ພາກັນໃສ່ຊຸດສີດຳ ແລະຢືນສະຫງົບ ສະຕິອາລົມເປັນເວລານຶ່ງນາທີ ໃນວັນສຸກມື້ນີ້ ເພື່ອສະແດງຄວາມເຄົາລົບແລະໄວ້ອາໄລ ໃຫ້ແກ່ພວກເຄາະຮ້າຍ.

ໝົດທັງມວນ 298 ຄົນທີ່ຢູ່ເທິງເຮືອບິນໂດຍສານມາເລເຊຍຮວມທັງຊາວເນເທີແລນ 195 ຄົນໄດ້ເສຍຊີວິດ ເວລາເຮືອບິນອາຍພົ່ນໂດຍສານດັ່ງກ່າວ ຖືກຍິງຕົກ ຢູ່ເໜືອເຂດນ່ານ ຟ້າໃນພາກຕາເວັນອອກຂອງຢູເຄຣນ ບ່ອນທີ່ພວກກະບົດ ແບ່ງແຍກດິນແດນ ນິຍົມຣັດ ເຊຍ ກຳລັງສູ້ລົບກັບທະຫານລັດຖະບານຢູເຄຣນຢູ່ນັ້ນ.

MALAYSIA BODIES VO
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG