ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກມາເລເຊຍ ປະນາມ ການກ່າວຫາທ່ານ ເປັນການ ບ່ອນທຳລາຍ ທາງການເມືອງ


ນາຍົກລັດຖະມົນຕີ ມາເລເຊຍ ທ່ານ Najib Razak.
ນາຍົກລັດຖະມົນຕີ ມາເລເຊຍ ທ່ານ Najib Razak.

​ນາຍົກລັດຖະມົນ​ຕີ ມາ​ເລ​ເຊຍ ທ່ານ Najib Razak ​ໄດ້​ປະຕິ​
ເສດວ່າ “​ເປັນ​ບ່ອນທຳລາຍທາງ​ການ​ເມືອງ” ທີ່​ລາຍ​ງານ​ວ່າ
ທ່ານ​ໄດ້​ຮັບ​ເງິນ​ຫລາຍ​ກວ່າ 700 ລ້ານ​ໂດ​ລາ​ ຈາກກອງທຶນ
ໃນການ​ລົງທຶນ​ທີ່​ລັດຖະບານ​ເປັນ​ເຈົ້າ​ຂອງ.

ໜັງສືພິມ The Wall Street Journal ແລະໜັງ​ສື​ພິມມາ​ເລ
​ເຊຍ Sarawak ​ທີ່ພິມ​ເຜີ​ຍແຜ່ການ​ພົບ​ເຫັນໃນຂັ້ນຕົ້ນ ​ອີງ
ຕາມ​ເອກ​ກະສາ​ນ ຈາກ​ການ​ສືບ​ສວນ​ຂອງລັດຖະບານ ກ່ຽວ
ກັບກອງທຶນ 1MBD.

ລາຍ​ງານ​ກ່າວ​ວ່າ ການ​ຝາກ​ເງິນ​ຫລວງຫລາຍ​ທີ່​ສຸດ​ສອງເທື່ອ
​ໃນ​ຈຳນວນ 620 ລ້ານໂດລາ ​ແລະ 61 ລ້ານໂດລາ ​ໄດ້​ໂອນເຂົ້າ​ບັນຊີ​ ຂອງທ່ານ Najib
ທ່າມ ກາງ​ການ​ໂຄສະນາຫາສຽງໃນ​ເລືອກ​ຕັ້ງ​ປີ 2013 ທີ່ມີການແຂ່ງຂັນກັນ ຢ່າງໃກ້ຊິດ
ນັ້ນ.

ກອງທຶນ 1MDB ທີ່​ເປັນ​ປະ​ທານ​ໂດຍ ທ່ານ Najib​ ​ປະ​ເຊີນ​ໜ້າ​ກັບ​ການ​ກ່າວ​ຫາ​ສໍ້​ລາດ​
ບັງ​ຫລວງ ​ແລະ​ຂາດ​ການ​ບໍລິຫານທີ່ຜິດພາກແລະ​ຕິດ​ໜີ້​ກວ່າ 11 ພັນ​ລ້ານ​ໂດ​ລາ. ກອງ
ທຶນນີ້ ກຳລັງ​ຢູ່​ພາຍ​ໃຕ້​ການ​ສືບສວນຈາກຫລາຍ​ຫ້ອງ ການ​ຂອງລັດຖະບານ ຮວມທັງຜູ້
​ກວດກາ​ບັນ​ຊີທົ່ວ​ໄປ​ຂອງ​ທະນາຄານ​ກາງ.

ກອງທຶນ 1MDB ໄດ້​ອອກຖະ​ແຫລ​ງການສະບັບນຶ່ງ​ໃ​ນວັນ​ສຸກ​ມື້​ນີ້ ກ່າວ​ວ່າ “ບໍ່​ເຄີຍ​ໄດ້
​ເອົາເງິນໃດໆ​ໃຫ້​ແກ່ນາຍົກລັດຖະມົນຕີ” ​ແລະ​ຮ້ອງ​ລາຍ​ງານ​ວ່າ “​ບໍ່​ມີ​ຄວາມ​ຮັບຜິດຊອບ
​ເປັນຢ່າງສູງ ​ແລະ​ພ​ະຍາ​ຍາມ​ບ່ອນທຳລາຍ​ບໍລິສັດ.”

XS
SM
MD
LG