ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມາເລເຊຍ ຕ້ອງການສຶກສາ ຜົນກະທົບ ຈາກແຜນການ ເຊື່ອມຕໍ່ສາຍສົ່ງກະແສໄຟຟ້າ ຈາກລາວ


ກອງປະຊຸມ ລັດຖະມົນຕີ ພະລັງງານ ຄັ້ງທີ 33 ຂອງອາຊຽນ ທີ່ມີຂຶ້ນໃນຕົ້ນເດືອນຕຸລາ ທີ່ຜ່ານມາ ຢູ່ທີ່ນະຄອນ ກົວລາລຳເປີຣ໌ ປະເທດມາເລເຊຍ.
ກອງປະຊຸມ ລັດຖະມົນຕີ ພະລັງງານ ຄັ້ງທີ 33 ຂອງອາຊຽນ ທີ່ມີຂຶ້ນໃນຕົ້ນເດືອນຕຸລາ ທີ່ຜ່ານມາ ຢູ່ທີ່ນະຄອນ ກົວລາລຳເປີຣ໌ ປະເທດມາເລເຊຍ.

ລັດຖະບານມາເລເຊຍ ຕ້ອງການສຶກສາກ່ຽວກັບ ຜົນກະທົບ
ຈາກແຜນການ ເຊື່ອມຕໍ່ສາຍສົ່ງກະແສໄຟຟ້າຈາກລາວ ຜ່ານ
ໄທ ແລະ ມາເລເຊຍ ໄປຍັງສິງກະໂປ ກ່ອນທີ່ຈະມີການລົງນາມ
ລະຫວ່າງ 4 ປະເທດ.

ທ່ານ Maximus Ongkili ລັດຖະມົນຕີວ່າການ ກະຊວງພະລັງງານຂອງມາເລເຊຍ ໄດ້
ໃຫ້ການຢືນຢັນວ່າ ລັດຖະບານມາເລເຊຍ ຕ້ອງການທີ່ຈະດຳເນີນການສຶກສາ ກ່ຽວກັບ
ຜົນກະທົບ ຈາກແຜນການເຊື່ອມຕໍ່ສາຍສົ່ງກະແສໄຟຟ້າ ຈາກລາວຜ່ານໄທ ແລະ ມາເລເຊຍ
ຕໍ່ໄປຍັງສິງກະໂປ ຢ່າງຮອບດ້ານ ກ່ອນທີ່ຈະມີການລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມ
(MOU) ລະຫວ່າງ 4 ປະເທດໃນລະຍະຕໍ່ໄປ.

ກ່ອນໜ້ານີ້ ລັດຖະມົນຕີດ້ານພະລັງງານຈາກ 4 ປະເທດ ສະມາຊິກໃນກຸ່ມອາຊຽນ ປະກອບ
ດ້ວຍ ລາວ ໄທ ມາເລເຊຍ ແລະສິງກະໂປ ກຳນົດທີ່ຈະຮ່ວມລົງນາມໃນ MOU ວ່າດ້ວຍການ
ເຊື່ອມຕໍ່ສາຍສົ່ງກະແສໄຟຟ້າຮ່ວມກັນ ໃນໂອກາດກອງປະຊຸມ ລັດຖະມົນຕີ ພະລັງງານ ຄັ້ງ
ທີ 33 ຂອງອາຊຽນ ທີ່ມີຂຶ້ນໃນຕົ້ນເດືອນຕຸລາ ທີ່ຜ່ານມາ ຢູ່ປະເທດມາເລເຊຍ ຫາກແຕ່ວ່າ
ດ້ວຍການສະແດງທ່າທີດັ່ງກ່າວ ຂອງທາງການມາເລເຊຍ ຈຶ່ງເຮັດໃຫ້ບໍ່ມີ ການລົງນາມ ໃນ MOU ດັ່ງກ່າວແຕ່ຢ່າງໃດ.

ໂຄງສ້າງຂອງເສົາໄຟຟ້າ ທີ່ຈະເຊື່ອມຕໍ່ສາຍສົ່ງ ກະແສໄຟຟ້າ ຈາກ ລາວ ຜ່ານໄທ ໄປຍັງ ມາເລເຊຍ ແລະ ສິກະໂປ.
ໂຄງສ້າງຂອງເສົາໄຟຟ້າ ທີ່ຈະເຊື່ອມຕໍ່ສາຍສົ່ງ ກະແສໄຟຟ້າ ຈາກ ລາວ ຜ່ານໄທ ໄປຍັງ ມາເລເຊຍ ແລະ ສິກະໂປ.

ທ່ານ Maximus Ongkili ຢືນຢັນວ່າ ທາງການມາເລເຊຍ ຈະ
ໃຊ້ເວລາ 6 ເດືອນ ເພື່ອ ສຶກສາ ແລະ ປ້ອງກັນຜົນກະທົບ ຈາກ
ການເຊື່ອມຕໍ່ສາຍສົ່ງກະແສໄຟຟ້າ ຈາກມາເລເຊຍ ໄປສິກະໂປ
ຫາກແຕ່ສຳລັບການເຊື່ອມຕໍ່ສາຍສົ່ງກະແສໄຟຟ້າ ລະຫວ່າງ
ລາວ ໄທ ມາເລເຊຍນັ້ນ ສາມາດທີ່ຈະດຳເນີນການໄດ້ທັນທີ ເນື່ອງ
ຈາກມີລະບົບສາຍສົ່ງຢູ່ແລ້ວ ຈຶ່ງລໍຖ້າພຽງການຈັດທຳ ແລະ ລົງ
ນາມ ໃນສັນຍາຊື້ຂາຍພະລັງງານໄຟຟ້າ ລະຫວ່າງກັນ ຢ່າງເປັນ
ທາງການເທົ່ານັ້ນ.

ກ່ອນໜ້ານີ້ ລັດຖະບານຂອງທັງ 4 ປະເທດ ກໍໄດ້ມີການແຕ່ງຕັ້ງ
ຄະນະປະຕິບັດງານ ມາຮັບຜິດຊອບ ໃນການຈັດທຳຂໍ້ຕົກລົງ ລະຫວ່າງກັນສຳເລັດສົມບູນ
ແລ້ວ ໂດຍປະກອບມີເນື້ອ ໃນສຳຄັນ 4 ດ້ານດ້ວຍກັນ ກໍຄື ດ້ານເທັກນິກ ດ້ານພາສີອາກອນ ດ້ານລະບຽບກົດໝາຍ ແລະ ດ້ານການບໍລິຫານ ທີ່ຈະຖືເປັນຫລັກການປະຕິບັດ ຮ່ວມກັນ
ຕໍ່ໄປ ທັງຍັງຈະຖືເປັນຕົ້ນແບບ ໃນການປະຕິບັດແຜນການຮ່ວມມືດ້ານພະລັງງານ ຂອງ
ອາຊຽນ ຫຼື ASEAN Power Grid ອີກດ້ວຍ.

ທາງດ້ານກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 20
ຢູ່ຈັງຫວັດຊຽງຣາຍ ເມື່ອທ້າຍເດືອນຕຸລາ 2015 ທີ່ມີລັດຖະມົນຕີວ່າການ ຕ່າງປະເທດ
ຂອງທັງສອງຝ່າຍ ເປັນປະທານຮ່ວມກັນນັ້ນ ທາງການໄທກໍໄດ້ໃຫ້ການຢືນຢັນ ຢ່າງໜັກ
ແໜ້ນວ່າ ຈະຍັງຄົງຮັບຊື້ພະລັງງານໄຟຟ້າ ຕາມສັນຍາທີ່ໄດ້ຕົກລົງໄວ້ກັບທາງການລາວ
ໃນປະລິມານລວມ 7,000 ເມກາວັດຕ໌ ເປັນເວລາ 25 ປີ ນັບຈາກປີ 2016 ເປັນຕົ້ນໄປ.

ຍິ່ງໄປກວ່ານັ້ນ ທ່າງການໄທຍັງໄດ້ຕົກລົງທີ່ຈະນຳໃຊ້ແນວສາຍສົ່ງກະແສໄຟຟ້າໃນໄທ
ເພື່ອເຊື່ອມຕໍ່ ແລະ ສົ່ງກະແສໄຟຟ້າ ຈາກລາວຜ່ານໄທ ໄປຍັງມາເລເຊຍ ແລະສິງກະໂປ
ໃຫ້ໄດ້ຢ່າງເປັນຮູບປະທຳ ພາຍໃຕ້ແຜນການ ASEAN Power Grid ດັ່ງກ່າວ ເຊິ່ງກໍຈະ
ສົ່ງຜົນດີ ຕໍ່ແຜນການ-ເປົ້າໝາຍທີ່ລັດຖະບານລາວ ຈະດຳເນີນການໃນທຸກວິທີທາງ ເພື່ອ
ພັດທະນາລາວ ໃຫ້ເປັນຜູ້ສົ່ງອອກພະລັງງານລາຍໃຫຍ່ ຫຼືເປັນໝໍ້ໄຟຂອງເອເຊຍ (Battery
of Asia) ໃຫ້ໄດ້ ໃນອະນາຄົດ ດ້ວຍການສົ່ງເສີມໃຫ້ມີການລົງທຶນ ກໍ່ສ້າງເຂື່ອນຜະລິດ
ໄຟຟ້າໃນລາວ ຢ່າງບໍ່ຢຸດຢັ້ງນັ້ນເອງ.

ໂດຍການສຶກສາ ໃນລະຍະທີ່ຜ່ານມາ ພົບວ່າ ການກໍ່ສ້າງເຂື່ອນໃນລາວ ຢ່າງເຕັມ ກຳລັງນັ້ນ
ຈະເຮັດໃຫ້ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 30,000 ເມກາວັດຕ໌ ທັງຍັງຈະສົ່ງຜົນ
ດີຕໍ່ການພັດທະນາ ເພື່ອລົບລ້າງບັນຫາຄວາມຍາກຈົນ ຂອງປະຊາຊົນລາວໄດ້ດ້ວຍ ດັ່ງທີ່
ເຈົ້າໜ້າທີ່ຂັ້ນສູງຂອງລາວ ໃຫ້ການຢືນຢັນວ່າ:

“ເວລາເຮົາພັດທະນາເຂື່ອໄຟຟ້ານ້ຳຕົກ ມັນຊ່ວຍໃນການພັດທະນາເຂດຊຸມຊົນ ເຂດ
ຊົນນະບົດ ເພາະວ່າ ໂຄງການໄຟຟ້ານ້ຳຕົກນີ້ ມັນຊິບໍ່ຕັ້ງຢູ່ໃນເມືອງມັນຊິໄປຕັ້ງຢູ່ແຖບ
ຊົນນະບົດຫ່າງໄກສອກຫລີກ ສະນັ້ນ ຄັນມີໂຄງການຢູ່ຈຸດໃດ ຕ້ອງສ້າງຖະໜົນໄປ
ສ້າງຕາຂ່າຍ ສ້າງຄວາມສະດວກໄປ ສະນັ້ນ ຜົນພອຍໄດ້ກໍຕາມມາ ເພາະວ່າ ເຮົາບໍ່ໄດ້
ແຕ່ໄຟຟ້າ ເຮົາຊິໄດ້ອັນອື່ນໄປນຳ ເຊັ່ນວ່າ ຖະໜົນຫົນທາງ ຮັກສາແຫລ່ງນ້ຳໄວ້ໃຊ້ ໃນ
ລະດູແລ້ງ ສາມາດເພາະລ້ຽງປາໄວ້ເປັນແຫລ່ງອາຫານ ຫຼືວ່າເປັນເຂດທ່ອງທ່ຽວ.”

ກະຊວງພະລັງງານ ແລະບໍ່ແຮ່ ໄດ້ວາງແຜນການເພີ້ມຄວາມອາດສາມາດ ການຜະລິພະ
ລັງງານໄຟຟ້າ ຈາກ 3,200 ເມກາວັດຕ໌ (MW) ໃນປັດຈຸບັນ ເປັນບໍ່ນ້ອຍກວ່າ 12,500 MW
ໃນປີ 2020 ດ້ວຍການກໍ່ສ້າງເຂື່ອນໃຫ້ໄດ້ 38 ໂຄງການກັບອີກ 1 ໂຮງງານຜະລິດກະແສ
ໄຟຟ້າ ຈາກຖ່ານລິກໄນຕ໌ ຢູ່ແຂວງໄຊຍະບູລີ.

XS
SM
MD
LG