ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກການທູດມາເລເຊຍ ຢືນຢັນວ່າ ເຂື່ອນດອນສະໂຮງ ຈະ​ສົ່ງ​ຜົນ​ດີ ​ຕໍ່​ເສດຖະກິດ​ໃນ​ລາວ


ກອງປະຊຸມເປີດກວ້າງ ເພື່ອເຜີຍແຜ່ຂໍ້ມູນ-ຂ່າວສານ ດ້ານເທັກນິກຂອງໂຄງການເຂື່ອນດອນສະໂຮງ ທີ່ເມືອງປາກເຊ ແຂວງຈຳປາສັກ.
ກອງປະຊຸມເປີດກວ້າງ ເພື່ອເຜີຍແຜ່ຂໍ້ມູນ-ຂ່າວສານ ດ້ານເທັກນິກຂອງໂຄງການເຂື່ອນດອນສະໂຮງ ທີ່ເມືອງປາກເຊ ແຂວງຈຳປາສັກ.

ນັກ​ການ​ທູດ​ມາ​ເລ​ເຊຍ​ຢືນຢັນ​ວ່າ ​ໂຄງການ​ເຂື່ອນດອນ​ສະ​ໂຮງ
ຈະ​ສົ່ງ​ຜົນ​ດີ​ຕໍ່​ເສດຖະກິດ​ໃນ​ລາວ ທັງ​ຍັງ​ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​
ການ​ສັນຈອນ ​ໄປ-ມາ​ຂອງ​ປາ​ ໃນ​ແນວ​ແມ່ນ້ຳຂອງ​ອີກ​ດ້ວຍ.

ທ່ານ Dato Than Tai Hing ເອກອັກຄະລັດຖະທູດມາເລເຊຍ ປະຈຳນະຄອນຫລວງ
ວຽງຈັນ ຢືນຢັນວ່າ ໂຄງການກໍ່ສ້າງເຂື່ອນດອນສະໂຮງ ທີ່ລົງທຶນໂດຍບໍລິສັດ Mega First
Corporation Berhad ຈາກປະເທດມາເລເຊຍນັ້ນ ຈະສົ່ງຜົນດີຕໍ່ການພັດທະນາ ທາງ
ເສດຖະກິດໃນລາວ ເນື່ອງຈາກວ່າ ເຂື່ອນຈະສາມາດຕອບສະໜອງ ພະລັງງານໄຟຟ້າ
ໃຫ້ແກ່ພາກການຜະລິດສິນຄ້າ ແລະ ຄົວເຮືອນໃນເຂດພາກໃຕ້ຂອງລາວໄດ້ ຢ່າງພຽງພໍ
ກັບຄວາມຕ້ອງການ.

ຍິ່ງໄປກວ່ານັ້ນ ບໍລິສັດ Mega First ຍັງໄດ້ທຳການສຶກສາສຳຫລວດ ເພື່ອປ້ອງກັນ
ຜົນກະທົບ ຕໍ່ສະພາບແວດລ້ອມທຳມະຊາດ ແລະ ສັງຄົມຢ່າງໄດ້ມາດຕະຖານສາກົນ
ອີກດ້ວຍ ຈຶ່ງເຊື່ອວ່າ ໂຄງການເຂື່ອນດອນສະໂຮງ ຈະບໍ່ສ້າງບັນຫາຜົນກະທົບ ຕໍ່ສະພາບ
ແວດລ້ອມທຳມະຊາດ ແລະສັງຄົມໃນເຂດຕອນລຸ່ມຂອງແມ່ນ້ຳຂອງ ຢ່າງແນ່ນອນ ດັ່ງທີ່
ທ່ານ Dato Than Tai Hing ໄດ້ຢືນຢັນວ່າ:

“ລັດຖະບານມາເລເຊຍ ແລະພວກເຮົາຍັງຊຸກຍູ້ສົ່ງເສີມ ໃຫ້ບັນດາບໍລິສັດມາເລເຊຍ ບັນດາຜູ້ລົງທຶນມາເລເຊຍທັງຫຼາຍ ຕະຫລອດທັງ ພວກຫ້າງຮ້ານຕ່າງໆ ລວມທັງ ລັດຖະບານນຳ ໃຫ້ພາກັນສະໜັບສະໜຸນ ໂຄງການນີ້ ໂດຍເຕັມ ເພາະວ່າ ມັນຈະ ເປັນການຊ່ອຍ ສປປ ລາວ ໃຫ້ໄດ້ມາຊຶ່ງລາຍຮັບ ເພື່ອຊ່ອຍອຸ້ມຊູ ການພັດທະນາ ສ້າງສາປະເທດຊາດ ຂອງເຂົາເຈົ້າ.”

ຕົວເຂື່ອນຈະຖືກສ້າງຢູ່ເທິງຮູສະໂຮງທີ່ເປັນເສັ້ນທາງສັນຈອນ ຂອງປາ ແລະສັດນ້ຳໃນແມ່ນ້ຳຂອງ ລະຫວ່າງລາວ ໄທ ກຳປູເຈຍ ແລະ ຫວຽດນາມ.
ຕົວເຂື່ອນຈະຖືກສ້າງຢູ່ເທິງຮູສະໂຮງທີ່ເປັນເສັ້ນທາງສັນຈອນ ຂອງປາ ແລະສັດນ້ຳໃນແມ່ນ້ຳຂອງ ລະຫວ່າງລາວ ໄທ ກຳປູເຈຍ ແລະ ຫວຽດນາມ.

ຊຶ່ງກໍສອດຄ້ອງກັບການຢືນຢັນຂອງທ່ານ Peter Hawkins
ຜູ້ຊ່ຽວຊານດ້ານສະພາບແວດລ້ອມທຳມະຊາດຂອງບໍລິສັດ
Mega First ທີ່ໃຫ້ການຢືນຢັນວ່າໂຄງການເຂື່ອນດອນສະໂຮງ
ຈະບໍ່ສົ່ງຜົນກະທົບຕໍ່ການສັນຈອນຂອງປາທີ່ເດີນທາງ ໄປ-ມາ
ໃນເຂດລະຫວ່າງລາວກັບໄທ ກຳປູເຈຍ ແລະ ຫວຽດນາມ
ຢ່າງແນ່ນອນ.

ໂດຍເຖິງແມ່ນວ່າ ຕົວເຂື່ອນຈະຖືກສ້າງຢູ່ເທິງຮູສະໂຮງ ທີ່ເປັນ
ເສັ້ນທາງສັນຈອນ ຂອງປາ ແລະສັດນ້ຳໃນແມ່ນ້ຳຂອງ ລະຫວ່າງ
ລາວ ໄທ ກຳປູເຈຍ ແລະ ຫວຽດນາມດັ່ງກ່າວກໍຕາມ ຫາກແຕ່
ຈາກການສຶກສາວິໄຈໃນພາກສະໜາມ ດ້ວຍການສຳພາດຊາວ
ປະມົງ ໃນພື້ນທີ່ ແລະການສັງເກດພຶດຕິກຳ ຂອງປາທີ່ສັນຈອນໄປ-ມາ ໃນເຂດສີ່ພັນດອນ- ຄອນພະເພັງ ນັບແຕ່ປີ 2009 ເປັນຕົ້ນມານັ້ນ ກໍພົບວ່າ ຮູສະໂຮງບໍ່ແມ່ນເສັ້ນທາງດຽວ ທີ່ປາໃຊ້ໃນການສັນຈອນ ຫາກແຕ່ຍັງມີຮູຊ້າງເຜືອກ ແລະ ຮູສະດຳ ທີ່ມີຄວາມສຳຄັນ ເຊັ່ນດຽວກັນ ດັ່ງທີ່ທ່ານວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການ ກະຊວງພະລັງງານ ແລະບໍ່ແຮ່ ໄດ້ໃຫ້ການຢືນຢັນໃນກໍລະນີດຽວກັນນີ້ວ່າ:

“ດອນສະໂຮງນີ້ ເຮົາສ້າງເຂື່ອນຕັນມີຮ້ອຍແມັດ ທຽບກັບຄວາມກ້ວາງຂອງນ້ຳ
ລະຍະນີ້ ສິບກວ່າກິໂລແມັດ ມັນບໍ່ມີຄວາມໝາຍຫຍັງ ມັນບໍ່ມີຜົນກະທົບຫຍັງຫລາຍ
ດິນຕະກອນກະບໍ່ແມ່ນຄ້າງ ເລື້ອງປາເຮົາກະເຊື່ອວ່າ ເຮົາແກ້ໄຂໄດ້ ຈາກທີ່ວ່າ
ຮູສະໂຮງນີ້ ເປັນຮູສຳຄັນທີ່ປາຂຶ້ນ-ລົງໄດ້ໃນລະດູແລ້ງ-ລະດູຝົນ ແຕ່ມັນຂຶ້ນໄດ້
ໝົດທຸກບ່ອນ ຮູສະດຳນີ້ ຍາມຝົນມັນກະຂຶ້ນຮູໃດກະຂຶ້ນໄດ້ໝົດ.”

ທາງດ້ານທ່ານສົມຈິດ ອິນທະມິດ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ
ການລົງທຶນໄດ້ໃຫ້ການຢືນຢັນວ່າ ໂຄງການເຂື່ອນດອນສະໂຮງ ຈະປະກອບສ່ວນ ຢ່າງ
ສຳຄັນເຂົ້າໃນການລົບລ້າງບັນຫາ ຄວາມຍາກຈົນຂອງປະຊາຊົນລາວ ເພາະວ່າບໍ່ພຽງ
ແຕ່ຈະເຮັດໃຫ້ມີພະລັງງານໄຟຟ້າ ສຳຫລັບ ການຊົມໃຊ້ພາຍໃນລາວ ເພີ້ມຂຶ້ນເທົ່ານັ້ນ
ແຕ່ລັດຖະບານລາວ ຍັງຈະມີລາຍຮັບຈາກການສົ່ງອອກພະລັງງານໄຟຟ້າ ທີ່ຜະລິດຈາກ
ເຂື່ອນດອນສະໂຮງ ໃນມູນຄ່າສະເລ່ຍເຖິງ 40 ລ້ານດອນລາຕໍ່ປີ ຫຼືຖ້າຫາກຄິດໄລ່ ໃນ
ຕະຫລອດລະຍະ ສຳປະທານ 25 ປີ ກໍຈະເຮັດໃຫ້ລັດຖະບານລາວໄດ້ຮັບຜົນປະໂຫຍດ
ຄິດເປັນມູນຄ່າ ລວມເຖິງ 1,000 ລ້ານດອນລາ ທີ່ຈະນຳໄປໃຊ້ໃນໂຄງການພັດທະນາ
ຕ່າງໆ ທີ່ມີເປົ້າໝາຍ ເພື່ອການລົບລ້າງບັນຫາຄວາມຍາກຈົນຂອງປະຊາຊົນລາວ ໃນ
ເຂດຊົນບົດ ເປັນສຳຄັນນັ້ນເອງ.

ກ່ອນໜ້ານີ້ ທາງການລາວກໍໄດ້ຈັດກອງປະຊຸມເປີດກວ້າງ ເພື່ອເຜີຍແຜ່ຂໍ້ມູນ-ຂ່າວສານ ດ້ານເທັກນິກຂອງໂຄງການເຂື່ອນດອນສະໂຮງ ທີ່ເມືອງປາກເຊ ແຂວງຈຳປາສັກ ໂດຍມີ ຄະນະທູຕານຸທູດຕ່າງປະເທດ ຜູ້ຕາງໜ້າຂອງສະຫະພາບຢູໂຣບ ຜູ້ແທນອົງການແມ່ຂອງ ສາກົນ ທີ່ບໍ່ຂຶ້ນກັບລັດຖະບານ ແລະຜູ້ຕາງໜ້າຂອງສະຫະລັດອາເມຣິກາ ໄດ້ເຂົ້າຮ່ວມ ໃນກອງປະຊຸມດ້ວຍ.

ໂດຍເນື້ອໃນສຳຄັນທີ່ຜູ້ຕາງໜ້າຂອງລັດຖະບານລາວ ແລະກຸ່ມລົງທຶນໃນໂຄງການ ໄດ້
ນຳສະເໜີຕໍ່ກອງປະຊຸມ ກໍຄືການຢືນຢັນເຖິງມາດຕະຖານສາກົນ ຂອງການສຶກສາ ຢ່າງ
ລະອຽດ ທີ່ກ່ຽວກັບວິສະວະກຳ ຄວາມເປັນໄປໄດ້ຂອງໂຄງການ ຜົນກະທົບຕໍ່ສິ່ງແວດລ້ອມ ທຳມະຊາດ ແລະ ສັງຄົມ ຜົນກະທົບສະສົມ ແລະ ການອອກແບບກໍ່ສ້າງ ເພື່ອປ້ອງກັນ ຜົນກະທົບເຫຼົ່ານັ້ນ ອັນຖືເປັນສ່ວນໜຶ່ງຂອງການປຶກສາຫາລືຮ່ວມກັບຄະນະຜູ້ຕາງໜ້າ ຈາກໄທ ກຳປູເຈຍ ແລະຫວຽດນາມ ທີ່ເປັນສະມາຊິກ ຂອງຄະນະກຳມາທິການແມ່ນ້ຳຂອງ (MRC) ຮ່ວມກັບ ສປປ ລາວດ້ວຍນັ້ນເອງ.

XS
SM
MD
LG