ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຣກອະຫິວາ ກຳລັງແຜ່ລະບາດ ໃນ​ພາກ​ຕາ​ເວັນ​ອອກ ​ຂອງ Malawi


ຜູ້ປ່ວຍເປັນໂຣກອະຫິວາ
ຜູ້ປ່ວຍເປັນໂຣກອະຫິວາ

ປະເທດ Malawi ແມ່ນ​ກຳລັງ​ປະເຊີນ​ກັບ​ການລະບາດ​ ຂອງ​ໂຣກ ອະຫິວາ 3 ​ເດືອນ ຫຼັງ​ຈາກ​ລະດູຝົນ​ໄດ້​ເລີ້ມ​ຕົ້ນຂຶ້ນ. ​ເຈົ້າ​ໜ້າທີ່​ສາທາລະນະ​ສຸກ ກ່າວ​ວ່າ ໂຣກທີ່​ເກີດ​ມາ​ນຳ​ນ້ຳດັ່ງກ່າວ ​ໄດ້ມີຜົນ​ກະທົບ​ຕໍ່​ພວກ​ປະຊາຊົນ ​ທີ່​ອາ​ໄສ ຢູ່​ໃນ​ 4 ເມືອງ ອ້ອມແອ້ມ ທະເລສາບ Chilwa ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ Malawi. ​ແຕ່​ວ່າ ເຈົ້າ​ໜ້າທີ່​ສາທາລະນະ​ສຸກ ​ແລະ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ອ້ອມ​ແອ້ມແຄມທະເລສາບ​ນັ້ນ ​ແມ່ນ​ໄດ້ກ່າວ​ຫາຊຶ່ງ​ກັນ​ແລະ​ກັນວ່າ ມີ​ສ່ວນ​ປະກອບທີ່ພາໃຫ້ເກີດ​ການ​ແຜ່​ລະບາດ ໃນ​ຄັ້ງ​ນີ້.

Lameck Masina ​ລາຍ​ງານ​ມາ​ຈາກເມືອງ Zomba ທີ່​ໄດ້​ຮັບ ​ຜົນ​ກະທົບ​ຈາກ​ໂຣກອະ
ຫິວາ ໃນ​ພາກຕາ​ເວັນ​ອອກສຽງ​ໃຕ້ຂອງ Malawi ຊຶ່ງວັນນະ​ສອນ ຈະນຳເອົາລາຍ​ລະອຽດ ​ມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

​ກໍລະນີທຳ​ອິດ ຂອງ​ໂຣກອະຫິວາ ມີ​ລາຍ​ງານ ​ໄດ້​ເກີດ​ຂຶ້ນ ໃນ​ເຂດ​ເມືອງ Zomba ​ແລະ​ເມືອງ Machinga ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ Malawi ເມືອ​ວັນ​ທີ 19 ທັນວາ ​ແລະໄດ້​ຕິດ​ແປດ​ໃສ່ 26 ຄົນ ​ ​ທີ່ເຮັດໃຫ້​ມີ 1 ຄົນ​ເສຍ​ຊີວິດນັ້ນ.

​ໂຣກດັ່ງກ່າວ ​ໄດ້​ແຜ່​ລາມ ​ໄປ​ເຖິງ​ເມືອງ Phalombe ​ເມືອງ Nkhota-kota ​ແລະ ​ເມືອງ Nkhala-bay ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 20 ຄົນ. ​ໃນ​ວັນ​ຈັນ ​ອາທິດ​ແລ້ວ​ນີ້ ​ ມີ 634 ຄົນ ​ໄດ້​ເຂົ້າ​ຮັບ​ການ​ປິ່ນປົວ​ພະຍາບານ.

ສູນ​ຮັກສາ​ພະຍາບານ ​ໄດ້​ລົງທະບຽນ​ຜູ້​ປ່ວຍ​ໃໝ່ ​ໃນ​ແຕ່​ລະ​ມື້.

ທ່ານ James Chikapa ຈາກ​ສູນປິ່ນປົວ​ອະຫິວາ Kachulu ​ກ່າວ​ວ່າ “ປົກກະ ຕິ​ແລ້ວ ພວກ​ເຮົາ​ແມ່ນ​ໄດ້​ຮັບ​ຜູ້​ປ່ວຍ 2-3 ຄົນ​ຕໍ່​ມື້ ​ແ​ຕ່ບາງ​ເທື່ອ​ພວກ​ເຮົາ ກໍມີ​ພຽງຜູ້​ປ່ວຍ​ພຽງກໍລະນີດຽວ​ເທົ່າ​ນັ້ນ.”

ທ່ານ Chikapa ກ່າວ​ວ່າ ຈົນມາ​ຮອດ​ກວ່າ 2 ອາທິດ​ກ່ອນ ສ່ວນ​ໃຫຍ່​ຂອງ​ຜູ້​ປ່ວຍ​ທີ່​ເປັນ​ໂຣກນີ້ ​ແມ່ນ​ຊາວ​ປະມົງ​ ຜູ້​ຊຶ່ງ​ອາ​ໄສ​ຢູ່ຕາມ​ເຮືອນ​ແພ ​ແຕ່​ປະຈຸ​ບັນ​ນີ້ ​ແມ່ນ​ແຕ່ ພວກ​ຊາວນາ​ຈາກ​ໝູ່​ບ້ານ​ທີ່ຢູ່​ອ້ອມ​ທະ​ເລ​ສາບ​ດັ່ງກ່າວ ກໍໄດ້​ຮັບ​ຜົນກະ ທົບ​ ​ຕິດ​ໂຣກດັ່ງກ່າວ​ນີ້ເຊັ່ນກັນ.

ທ້າວ Loveness James ຜູ້​ປ່ວຍ​ໂຣກອະຫິວາ ໃນເມືອງ Chichewa ກ່າວ​ວ່າ “ຕອນ​ທີ່​ຂ້ອຍ​ມາ​ຮັກ ສາຕົວ​ຢູ່​ທີ່​ນີ້ ຂ້ອຍ​ໄດ້​ຮັບ​ພຽງ​ແຕ່​ນ້ຳ 6 ຢົດ ​ແລະ​ຫຼັງ​ຈາກ​ນັ້ນ ກໍ​ແມ່ນ​ໄດ້​ຮັບ​ນ້ຳ ຫວານ​ທາງ​ປາກ. ປະຈຸ​ບັນ​ນີ້ ຂ້ອຍ​ຮູ້​ສຶກດີ​ຫຼາຍ​ຂຶ້ນ​ແລ້ວ.”

​ເຈົ້າ​ໜ້າ​ທີ່ສາທາລະນະ​ສຸກ ​ໄດ້​ຖິ້ມ​ໂທດການ​ແຜ່​ລະບາດ​ນີ້ ​ໃສ່ອັນ​ທີ່​ພວກ​ເຂົາ​ເອີ້ນ​ວ່າ ການ​ຢູ່ອາ​ໄສ​ຕາມ​ເຮືອນ​ແພ ທີ່​ບໍ່​ມີ​ສຸຂາພິບານ​ພຽງພໍ​ນັ້ນ.

ທ່ານ Chandiwira Jere ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະນະ​ສຸກດ້​ານສິ່ງ​ແວດ​ລ້ອມ ກ່າວ​ວ່າ “ພວກ​ທີ່ຢູ່ອາ​ໄສ​ໃນ​ເຮືອນ​ແພ ຢູ່​ທີ່​ນັ້ນ ຢ່າງ​ນ້ອຍ 3 ​ເດືອນ ຊຶ່ງ​ພວກ​ເຂົາ​ເຈົ້າ​ໃຊ້​ນ້ຳດຽວ​ກັນນີ້ ສຳ​ຫຼັບ​ກິນ​ດື່ມ ພວກ​ເຂົາ​ເຈົ້າໄດ້​ເອົາ​ນ້ຳ​ນີ້ມາ​ໃຊ້​ຢູ່​ໃນ​ເຮືອນ ​ຖ່າຍໜັກ​ໃສ່​ນ້ຳນີ້ ແລະພວກ​ເຂົາ​ພຽງ​ແຕ່​ແບ່ງເຂ​ດນ້ຳ​ເທົ່າ​ນັ້ນ.”

​ແຕ່​ວ່າ ພວກ​ຊາວ​ປະມົງ ບໍ່​ເຫັນ​ພ້ອມ​ນຳ ກັບ​ຄວາມ​ເຫັນ​ດັ່ງກ່າວ.
ທ້າວ Francis Muwawa ຊາວ​ປະ​ມົງ ​ໃນ​ເຂດ​ເມືອງ Chichewa ກ່າວ​ວ່າ “ການ​ຖ່າຍ​ໃສ່​ນ້ຳ ບໍ່​ແມ່ນ​ບັນຫາເລີຍ. ທ່ານ​ກໍ​ຮູ້​ແລ້ວ​ຕົ໊ວະ​ວ່າ ທະ​ເລ​ສາບ​ນີ້ ບໍ່​ມີແຫຼ່ງລະບາຍ​ນ້ຳ. ນີ້ ກໍໝາຍຄວາມ​ວ່າ ຫຍ້າ​ທັງ​ໝົດ ​ແລະທຸກ​ສິ່ງ​ຢ່າງ​ໃນ​ນັ້ນ​ແມ່ນ​ເນົ່າເປື່ອຍ​ໃສ່ນ້ຳ ​ແລະ​ມັນ​ກໍ​ກາຍ​ມາ​ເປັນ​ສະຫວັນ​ຂອງ​ພວກ​ພະຍາດ ​ແລະ​ເຊື້ອ​ໂຣກທັງຫຼາຍ.”

ທ່ານ Mixon Joyah ​ເຈົ້າໜ້າ​ທີ່​ຄວບ​ຄຸມ​ໂຣກ​ອະຫິວາ ​ໃນ​ເມື​ອງ Chichewa ກ່າວ​ວ່າ “ຄືວ່າ ບັນຫາຕາມ​ປົກກະຕິ​ແລ້ວ​ແມ່ນ​ວ່າ ຫຼັງ​ຈາກ​ການ​ແຜ່​ລະບາດ​ຂອງໂຣກ ອະຫິວາ ​ໃນ​ປີ 2009 ​ແລ້ວ ​ທີ່​ມີ​ຫຼາຍ​ກ່ວາ 1 ພັນ​ຄົນ ຕິດ​ແປດ​ນັ້ນ. ພະ ນັກງານ​ສາທາລະນະ​ສຸກ ​ແມ່ນ​ໄດ້​ຍຸຕິໂຄງການ​ເຂົ້າ​ເຖິງ​ປະຊາ​ຄົມ​ໃນ​ທີ່​ນີ້ ຊຶ່ງ​ນັ້ນ​ໝາຍ​ຄວາມ​ວ່າ ພວກ​ເຮົາ​ບໍ່​ມີ​ການ​ຊັ່ງຊາໃນການປ້ອງ​ກັນ​ຂອງ​ການ​ບໍ່​ໃຫ້ຕິດ​ແປດ​ໂຣກນີ້ ແຕ່​ຢ່າງ​ໃດ ຊຶ່ງ​ນຳ​ມາ​ຂອງ​ການ​ຕິດ​ແປດ​ໃນ​ປີ​ນີ້.”

ພະນັກງານ​ສາທາລະນະ​ສຸກກ່າວ​ວ່າ ບັນຫາ​ກໍ​ແມ່ນ​ວ່າການ​ຂາດ​ເຂີນ​ທຶນຮອນ ​ແຕ່​ວ່າ ​ໃນປະຈຸ​ບັນ​ ​ກຳລັງ​ມີ​ການ​ຄວບ​ຄຸມ​ໂຣກລະບາດ​ນີ້ແລ້ວ.

XS
SM
MD
LG