ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

10 ແຂວງ ທີ່ເປັນອູ່ເຂົ້າອູ່ນ້ຳ ຂອງລາວ ຜະລິດເຂົ້າໄດ້ ຫຼາຍກວ່າ 3 ລ້ານ​ 2 ແສນໂຕນ


ເຂົ້າຈ້າວຫອມລາວ 100 ເປີເຊັນ ຍີ່ຫໍ້ ກາຕາເວັນ ເປັນສິນຄ້າ ຜະລິດຕະພັນຂອງລາວ.
ເຂົ້າຈ້າວຫອມລາວ 100 ເປີເຊັນ ຍີ່ຫໍ້ ກາຕາເວັນ ເປັນສິນຄ້າ ຜະລິດຕະພັນຂອງລາວ.

ກະເສດຕະກອນ ໃນ 10 ແຂວງ ທີ່ເປັນອູ່ເຂົ້າ ອູ່ນ້ຳຂອງ ລາວ
ຜະລິດເຂົ້າໄດ້ຫຼາຍກວ່າ 3 ລ້ານ 2 ແສນໂຕນເຊິ່ງຄິດເປັນ 85
ເປີເຊັນ ຂອງຜົນຜະລິດເຂົ້າທັງໝົດຂອງລາວໃນລະດູການຜະ
ລິດຕະຫຼອດປີ 2015 ທີ່ຜ່ານມາ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ ແລະ ປ່າໄມ້ ເປີດເຜີຍວ່າ ຈາກການທີ່ລັດຖະບານ
ລາວ ໄດ້ຊຸກຍູ້ໃຫ້ 10 ແຂວງເປັນເຂດອູ່ເຂົ້າ ອູ່ນ້ຳຂອງຊາດ ຄືແຂວງ ຄຳມ່ວນ,​ ສະຫວັນ
ນະເຂດ, ສາລະວັນ, ຈຳປາສັກ,​ ບໍລິຄຳໄຊ, ວຽງຈັນ, ໄຊຍະບູລີ, ຫຼວງນ້ຳທາ, ບໍ່ແກ້ວ
ແລະ ນະຄອນຫຼວງວຽງຈັນ ນັ້ນປະກົດວ່າໃນລະ ດູການຜະລິດຕະຫຼອດປີ 2015 ທີ່ຜ່ານ
ມາ ກະເສດຕະກອນລາວ ໃນເຂດ 10 ແຂວງດັ່ງກ່າວສາມາດຜະລິດເຂົ້າໄດ້ໃນປະລິມານ
ລວມກັນຫຼາຍກວ່າ 3.2 ລ້ານ ໂຕນຄິດເປັນ 8.5 ເປີເຊັນ ຂອງຜົນຜະລິດເຂົ້າທັງໝົດໃນ ລາວ.

ໂດຍທັງ 10 ແຂວງດັ່ງກ່າວນີ້ມີເນື້ອທີ່ປູກເຂົ້າລວມກັນກວ້າງກວ່າ 786,000 ເຮັກຕາ ແຕ່
ວ່າໃນນີ້ກໍມີເນື້ອທີ່ພຽງ 315,000 ເຮັກຕາຄິດເປັນ 40 ເປີເຊັນຂອງ ເນື້ອທີ່ນາທັງໝົດເທົ່າ
ນັ້ນ ທີ່ໄດ້ຮັບການສະໜອງນ້ຳຈາກຄອງຊົນລະປະທານ ສ່ວນນອກນັ້ນ ເປັນການປູກເຂົ້າ
ຢູ່ນອກເຂດຊົນລະປະທານ ເຊິ່ງມີຄວາມສ່ຽງສູງ ຕໍ່ການປ່ຽນແປງ ຂອງສະພາບດິນຟ້າ
ອາກາດ ທັງໄພແຫ້ງແລ້ງ ແລະ ນຳ້ຖ້ວມ ຈຶ່ງຖືເປັນປັດໄຈທີ່ຈະສົ່ງຜົນກະທົບ ຕໍ່ເປົ້າໝາຍ
ຂອງການຜະລິດເພື່ອຄ້ຳປະກັນ ສະບຽງອາຫານໃຫ້ ລາວ ໄດ້ເຊັ່ນກັນ.

ຄອບຄົວ ກະເສດຕະກອນລາວ ເກັບກ່ຽວເຂົ້າຂອງຕົນ ອັນເປັນຜົນລະປູກ ຫຼັກຢູ່ໃນລາວ
ຄອບຄົວ ກະເສດຕະກອນລາວ ເກັບກ່ຽວເຂົ້າຂອງຕົນ ອັນເປັນຜົນລະປູກ ຫຼັກຢູ່ໃນລາວ

ສຳລັບໃນໄລຍະແຜນການປີ 2014-2015 ຜ່ານມາ ລັດຖະບານ
ລາວ ໄດ້ວາງ ເປົ້າໝາຍການຜະລິດເຂົ້າໄວ້ໃນປະລິມານລວມ
4.2 ລ້ານໂຕນໃນເນື້ອທີ່ປູກ ເຂົ້າທັງໝົດ 1.04 ລ້ານເຮັກຕາທົ່ວ
ປະເທດ ແລະ ໃນນີ້ກໍຈະຕ້ອງຂະຫຍາຍພື້ນ ທີ່ປູກເຂົ້າໃນເຂດ
10 ແຂວງດັ່ງກ່າວໃຫ້ເພີ່ມຂຶ້ນຈາກ 6 ແສນເຮັກຕາໃນແຜນການ
ປີ 2013-2014 ໃຫ້ເປັນ 4 ແສນເຮັກຕາໃນແຜນການປີ 2014-
2015 ຫາກແຕ່ລັດຖະບານ ລາວ ກໍບໍ່ສາມາດບັນລຸເປົ້າໝາຍ
ດັ່ງກ່າວໄດ້ຢ່າງແທ້ຈິງ ເພາະສາ ມາດຊຸກຍູ້ໃຫ້ກະເສດຕະກອນ
ລາວ ໃນເຂດ 10 ແຂວງດັ່ງກ່າວ ປູກເຂົ້າໄດ້ໃນ ເນື້ອທີ່ລວມ
786,000 ກວ່າເຮັກຕາຄິດເປັນ 98 ເປີເຊັນ ຂອງແຜນການທີ່ວາງ ໄວ້ດັ່ງກ່າວ.

ຍິ່ງໄປກວ່ານັ້ນ ການທີ່ ລາວ ຕ້ອງໄດ້ປະເຊີນໜ້າກັບໄພທຳມະຊາດທີ່ໜັກໜ່ວງ ຫຼາຍຂຶ້ນ
ນັບມື້ ກໍເຮັດໃຫ້ເກີດການເສຍຫາຍເພີ່ມຂຶ້ນທຸກປີ ແລະ ໃນລະດູແລ້ງປີນີ້ ກະເສດຕະກອນ
ລາວ ໃນທົ່ວປະເທດປູກເຂົ້ານາແຊງໄດ້ໃນເນື້ອທີ່ລວມພຽງແຕ່ 94,000 ກວ່າເຮັກຕາ ຄິດ
ເປັນ 75 ເປີເຊັນ ຂອງແຜນການປີ ປະກອບກັບການ ປູກເຂົ້ານາແຊງສ່ວນໃຫຍ່ ຕ້ອງເພີ່ງ
ພາການສູບນ້ຳຈາກແມ່ນນ້ຳຂອງ ຫາກແຕ່ກໍ ປະກົດວ່າລະດັບນ້ຳໃນແມ່ນ້ຳຂອງ ທີ່ບົກ
ແຫ້ງກວ່າທຸກປີ ຈຶ່ງເຮັດໃຫ້ກະເສດຕະກອນ ລາວ ພາກັນຫັນໄປປູກພືດ ຊະນິດອື່ນແທນ
ການປູກເຂົ້າຫຼາຍຂຶ້ນດ້ວຍນັ້ນ ກໍເຮັດໃຫ້ຜະລິດເຂົ້ານາແຊງໄດ້ຕ່ຳກວ່າ ເປົ້າໝາຍທີ່ວາງ
ເອົາໄວ້ຢ່າງຫຼີກລ່າງບໍ່ ໄດ້ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ໃຫ້ການຢືນຢັນວ່າ

"ສັງເກດເບິ່ງແລ້ວໃນຫຼາຍໆຈຸດທີ່ພວກເຮົາໄດ້ໃຊ້ຈັກສູບນ້ຳຈາກນ້ຳຂອງນີ້ເຫັນ ວ່າ
ຫຼາຍຈຸດແມ່ນຈະເກີດຊາຍ ຖືວ່າລະດັບນ້ຳໜ້ອຍກວ່າປົກກະຕິ ແລະ ອີກອັນ ໜຶ່ງ
ປະຊາຊົນນີ້ກະຫັນໄປຜະລິດແນວອື່ນເຊັ່ນ ປູກຢາສູບ, ປູກມັນຕົ້ນ,​ ປູກຢາງ ພາລາ,
ປູກມັນຕົ້ນ, ປູກຢາງພາລາ ເພື່ອມາປ່ຽນແທນໃນການຜະລິດເຂົ້ານາແຊງ ນີ້ ກະແມ່ນ
ສາເຫດຈະໃຫ້ ໄທ ເຮົາບໍ່ສາມາດບັນລຸຕົວເລກຄາດໝາຍ."

ນອກຈາກນັ້ນ ໄພແຫ້ງແລ້ງຢ່າງໜັກໜ່ວງ ກໍຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງເຖິງ ແຜນການ
ປູກພິເສດທຸລະກິດຊະນິດອື່ນໆ ເຊັ່ນ ສາລີລ້ຽງສັດ, ສາລີຫວານ, ມັນ ຕົ້ນ, ໝາກເດືອຍ,
ຖົ່ວດິນ ແລະ ພືດຜັກຕ່າງໆ ໃນລາວ ອີກດ້ວຍ ໂດຍກະເສດ ຕະກອນ ລາວ ສາມາດປູກ
ພືດເຫຼົ່ານີ້ໄດ້ ໃນເນື້ອທີ່ 93,300 ເຮັກຕາ ຫຼື ຄິດເປັນ 63 ເປີເຊັນຂອງແຜນການທີ່ວາງໄວ້
ເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ວາງແຜນການທີ່ຈະຂະ ຫຍາຍລະ
ບົບຊົນລະປະທານໃຫ້ໄດ້ 18 ໂຄງການໃນຊ່ວງປີ 2016-2020 ແລະ ຈະກໍ່ສ້າງລະບົບ
ຄອງຊົນລະປະທານໃຫ້ໄດ້ ເພີ່ມຂຶ້ນອີກ 17 ໂຄງການໃນຊ່ວງປີ 2021-2025 ຊຶ່ງຈະເຮັດ
ໃຫ້ສາມາດຕອບສະໜອງນ້ຳ ໃຫ້ກັບທີ່ນາໄດ້ກວ້າງກວ່າ 5 ແສນເຮັກຕາ ໃນປີ 2020
ແລະ ເພີ່ມຂຶ້ນເປັນກວ້າງກວ່າ 6 ແສນເຮັກຕາໃນປີ 2025 ສ່ວນໃນປີ 2016 ນີ້ລັດຖະບານ
ລາວ ກໍໄດ້ວາງເປົ້າໝາຍການຜະລິດເຂົ້າ ໃຫ້ໄດ້ບໍ່ໜ້ອຍກວ່າ 4.2 ລ້ານໂຕນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG