ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເມືອງ ມໍລະດົກໂລກ ຫຼວງພະບາງ ຈັດງານ ບຸນສົງການ ປີໃໝ່ລາວ ຢ່າງຍິ່ງໃຫຍ່


ພິທີການອະຣັດທະນາອັນເຊີນພະບາງຈາກຫໍພະບາງເພື່ອໄປປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ປະຊາຊົນໄດ້ຫົດສົງ.
ພິທີການອະຣັດທະນາອັນເຊີນພະບາງຈາກຫໍພະບາງເພື່ອໄປປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ປະຊາຊົນໄດ້ຫົດສົງ.
ເມືອງມໍລະດົກໂລກຫຼວງພະບາງຈະຈັດງານບຸນສົງການ
ປີໃໝ່ລາວຢ່າງຍິ່ງໃຫຍ່ໃນປີນີ້ ຊຶ່ງຈະເລີ້ມພິທີການແລະ
ກິດຈະກຳຕ່າງໆ ນັບແຕ່ວັນທີ 10 ເມສາ ໄປຈົນເຖິງວັນ
ທີ 20 ເມສາ.

ທ່ານ ວົງສະຫວັນ ເທບພະຈັນ ເຈົ້າເມືອງໆ ຫຼວງພະບາງ
ຖະແຫລງຢືນຢັນວ່າ ບຸນສົງການປີໃໝ່ລາວຢູ່ເມືອງມໍລະ
ດົກໂລກໃນປີພຸດທະສັກະຣາດ 2557 ນີ້ ຈະຈັດຂຶ້ນຢ່າງ
ຍິ່ງໃຫຍ່ ແລະຈະໃຊ້ລະຍະ ເວລາໃນການຈັດງານເຖິງ 11 ວັນ ຕິດຕໍ່ກັນກໍຄືນັບແຕ່
ວັນທີ 10 ເມສາໄປຈົນເຖິງວັນທີ 20 ເມສາໂດຍຈະມີພິທີການ ແລະກິດຈະກຳຕ່າງໆ ຕາມຮີດຄອງປະເພນີໂບຮານ ອັນດີງາມຂອງລາວຢ່າງຄົບຖ້ວນ.​

ພ້ອມກັນນີ້ ການຈັດງານບຸນສົງການປີໃໝ່ລາວຢູ່ເມືອງມໍລະດົກໂລກໃນປີນີ້ ກໍຍັງໄດ້
ໃຫ້ຄວາມສຳຄັນເປັນພິເສດກັບການຮັກສາຄວາມສະຫງົບຮຽບຮ້ອຍໃນສັງຄົມຄຽງຄູ່
ກັນໄປດ້ວຍ ດັ່ງທີ່ ທ່ານ ວົງສະຫວັນ ໄດ້ໃຫ້ການຢືນຢັນວ່າ:

“ຈຸດປະສົງຄາດໝາຍລວມແມ່ນເຮັດແນວໃດເພື່ອເຮັດໃຫ້ການຫຼິ້ນບຸນປີນີ້ມີີ
ຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ ອັນນັ້ນ ອັນນຶ່ງເນາະ ອັນສອງ
ມາແມ່ນເຮັດແນວໃດກໍຕ້ອງໄດ້ຮັບປະກັນໃຫ້ບັນຍາກາດເບີກບານມ່ວນຊື່ນ
ຮັບປະກັນໃຫ້ຖືກຕ້ອງຕາມຮີດຄອງປະເພນີ ເວົ້າລວມເຮັດໃຫ້ມັນດີເຮັດໃຫ້
ມັນງາມ ເຮັດໃຫ້ມັນມ່ວນ ແລ້ວກະເຮັດໃຫ້ມັນຍິ່ງໃຫຍ່ກວ່າເກົ່າ.”

ຮີດຄອງປະເພນີໂບຮານອັນດີງາມຂອງລາວ
ຮີດຄອງປະເພນີໂບຮານອັນດີງາມຂອງລາວ

ໂດຍສຳລັບກຳນົດການຈັດງານໃນສ່ວນຂອງພິທີການ
ແລະກິດຈະກຳຕ່າງໆນັ້ນກໍຈະເລີ້ມຕົ້ນດ້ວຍການເປີດ
ຕະຫຼາດນັດ ວາງສະແດງສິນຄ້າ ຢູ່ເດີ່ນທາດຫຼວງ ໃນ
ວັນທີ 10 ເມສາ ແລະຈັດການແຂ່ງຂັນກິລາພື້ນເມືອງ
ໃນວັນທີ 11 ເມສາແລ້ວຕໍ່ດ້ວຍການສະແດງສິນລະປະ
ວັນນະຄະດີຂອງສິນລະປິນທີ່ມີຊື່ສຽງ ທັງໃນແລະຕ່າງ
ປະເທດໃນຕອນແລງຂອງມື້ດຽວກັນ.

ສ່ວນໃນວັນທີ 12-13 ເມສານັ້ນ ກໍຈະມີພິທີຊ້າງຮຽງເກີຍ
ຢູ່ຂ້າງຫໍພິພິດທະພັນເບື້ອງວັດໃໝ່ ແລະວັດຊຽງທອງ ສ່ວນໃນຕອນຄ່ຳ ກໍຈະເປັນ
ການປະກວດນາງສັງຂານຢູ່ເດີ່ນທາດຫຼວງເພື່ອຄັດເລືອກເອົາສາວງາມ 7 ຄົນໄປ
ເປັນຕົວແທນຂອງລູກສາວພະຍາກະບິນລະພົມ ສຳລັບໃນວັນທີ 14 ເມສາກໍຈະມີ
ການເປີດຕະຫຼາດນັດ ແບບມວນຊົນຫລືໂລະລາດ ນັບແຕ່ສີ່ແຍກຕາດໝໍ້ ຫາສາມ
ແຍກໂຍທາທິການແລະໃນຕອນບ່າຍຂອງມື້ດຽວກັນກໍຈະເປັນການລົງຕົບພະທາດ
ຊາຍທີ່ດອນຊາຍມົງຄົນ ທັ້ງຍັງມີການແຂ່ງຂັນກິລາພື້ນເມືອງການຈູດບັ້ງໄຟຫາງຕໍ່
ເນື່ອງດ້ວຍການບູຊາພະທາດຫຼວງ ການບາສີສູ່ຂວັນແລະການສະແດງສິນລະປະ
ວັນນະຄະດີໃນຕອນກາງຄືນ.
ການລົງຕົບພະທາດຊາຍທີ່ດອນຊາຍມົງຄົນ
ການລົງຕົບພະທາດຊາຍທີ່ດອນຊາຍມົງຄົນ


ສ່ວນໃນວັນທີ 15 ເມສາ ອັນເປັນມື້ສັງຂານເນົານັ້ນຈະເລີ້ມ
ດ້ວຍການໄປທ່ຽວຊົມບ້ານວັດທະນະທຳເຜົ່າລື້ທີ່ບ້ານຜານົມ
ຊົມການສະແດງສິນລະປະວັນນະຄະດີທີ່ເປັນເອກະລັກຂອງ
ເຜົ່າລື້ ແລະການບາສີສູ່ຂວັນໃຫ້ແກ່ການນຳຂັ້ນຕ່າງໆສຳລັບ
ໃນຕອນບ່າຍຈະເປັນການແຫ່ນາງສັງຂານຈາກວັດທາດນ້ອຍ
ໄປຫາວັດຊຽງທອງ ໂດຍຈະປະກອບມີ 51 ຂະບວນແຫ່ ທີ່ໃຊ້
ມວນຊົນຫຼາຍກວ່າ 5 ພັນຄົນແລະໃນຕອນຄ່ຳກໍຈະເປັນພິທີ
ການສົງນ້ຳພະຢູ່ຕາມວັດວາອາຮາມໃນທົ່ວເມືອງຫຼວງພະບາງ.

ສຳລັບມື້ສັງຂານຂຶ້ນອັນກົງກັບວັນທີ 16 ເມສາແລະຖືເປັນມື້ຮັບໂຊກລາບນັ້ນ ບັນດາ
ການນຳແລະຊາວຫຼວງພະບາງກໍຈະຮ່ວມກັນຕັກບາດໃນຕອນເຊົ້າ ຢູ່ທີ່ຫໍພິພິດທະພັນ
ແລ້ວກໍຂຶ້ນບູຊາພະທາດຈອມສີ ສ່ວນຕອນບ່າຍກໍຈະເປັນການແຫ່ວໍ ແຕ່ວັດຊຽງທອງ
ຫາວັດທາດນ້ອຍແລະຕອນຄ່ຳກໍຈະມີການແຫ່ພະຍານາກແລະໂຄມໄຟຈາກພະທາດ
ຈອມສີລົງມາສູ່ໜອງນ້ຳໃນເຂດຫໍພິພິດທະພັນພ້ອມດ້ວຍການສະແດງລະຄອນພະລັກ
ພະລາມ ຟ້ອນຍັກຟ້ອນລິງ ແລະຟ້ອນນາງແກ້ວ.

ສ່ວນພິທີການອະຣັດທະນາອັນເຊີນພະບາງຈາກຫໍພະບາງເພື່ອໄປປະດິດສະຖານຢູ່
ວັດໃໝ່ສຸວັນນະພູມມາຣາມນັ້ນຈະມີຂຶ້ນໃນຕອນເຊົ້າຂອງວັນທີ 17 ເມສາໂດຍພະບາງ
ຈະປະດິດສະຖານເພື່ອໃຫ້ປະຊາຊົນໄດ້ຫົດສົງຈົນເຖິງວັນທີ 19 ເມສາ ແລ້ວຈຶ່ງຈະອັນ
ເຊີນກັບຄືນສູ່ຫໍດັ່ງເດີມໃນຕອນເຊົ້າວັນທີ 20 ເມສາ ແລະຖືເປັນທີ່ສຳເລັດພິທີການສະ
ເຫຼີມສະຫຼອງບຸນສົງການປີໃໝ່ລາວຢູ່ທີ່ເມືອງມໍລະດົກໂລກຫຼວງພະບາງໃນປີພຸດທະ
ສັກະຣາດ 2557 ນີ້.
XS
SM
MD
LG