ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ແຂວງຫລວງພະບາງ ກຽມຈັດງານ ສະເຫຼີມສະຫຼອງ ເມືອງມໍລະດົກໂລກ ຄົບຮອບ 20 ປີ


ສະຖານທີ່ທ່ອງທ່ຽວຕ່າງໆ ໃນເມືອງມໍລະດົກໂລກ ແຂວງຫລວງພະບາງ.
ສະຖານທີ່ທ່ອງທ່ຽວຕ່າງໆ ໃນເມືອງມໍລະດົກໂລກ ແຂວງຫລວງພະບາງ.

ແຂວງຫລວງພະບາງ ກຽມຈັດງານສະເຫຼີມສະຫຼອງ ເມືອງ
ມໍລະດົກໂລກ ຄົບຮອບ 20 ປີ ໃນເດືອນທັນວາ ປີ 2015 ນີ້
ແລະ ເຊື່ອໝັ້ນວ່າ ຈະມີຊາວຕ່າງຊາດ ເດີນທາງມາທ່ອງທ່ຽວ
ເມືອງມໍລະດົກໂລກເພີ້ມຂຶ້ນອີກ.

ທ່ານຄຳແພງ ໄຊສົມແພງ ເຈົ້າແຂວງ ແລະເລຂາພັກແຂວງຫລວງພະບາງ ຖະແຫລງຢືນ
ຢັນວ່າ ການຈັດງານສະເຫຼີມສະຫຼອງ ໃນໂອກາດເມືອງຫລວງພະບາງ ໄດ້ຮັບສະຖານະ
ເປັນມໍລະດົກໂລກຄົບຮອບ 20 ປີ ຈະມີຂຶ້ນໃນລະຫວ່າງວັນທີ 7-9 ທັນວາ 2015 ໂດຍ
ການສະເລີ້ມສະຫຼອງຈະປະກອບດ້ວຍ ກິດຈະກຳທີ່ສຳຄັນ ຄືການຈັດການສຳມະນາ
ກ່ຽວກັບການປົກປັກຮັກສາ ການອະນຸລັກ ແລະ ການພັດທະນາເມືອງມໍລະດົກໂລກ
ຫລວງພະບາງ ການຈັດຂະບວນແຫ່ທີ່ສະແດງເຖິງເອກກະລັກດ້ານຮີດຄອງປະເພນີ
ແລະ ວັດທະນະທຳອັນດີງາມ ຂອງແຂວງຫລວງພະບາງ ການຈັດນິທັດສະການຮູບພາບ
ກ່ຽວກັບເມືອງມໍລະດົກໂລກ ແລະ ການແຂ່ງຂັນແຕ້ມຮູບຂອງເຍົາວະຊົນລາວ ເປັນຕົ້ນ.

ການຈັດງານສະເຫຼີມສະຫຼອງດັ່ງກ່າວນີ້ ຖືເປັນການສະແດງອອກເຖິງ ການທີ່ຊາວຫລວງ
ພະບາງ ສາມາດຮັກສາສະຖານະເມືອງມໍລະດົກໂລກໄດ້ ຢ່າງໜັກແໜ້ນ ແລະເປັນໄປ
ຕາມເງື່ອນໄຂ ທີ່ອົງການ UNESCO ໄດ້ກຳນົດໄວ້ ຢ່າງຄົບຖ້ວນ ໂດຍສະເພາະແລ້ວ
ກໍແມ່ນການຮັກສາຮີດຄອງປະເພນີ ແລະ ວັດທະນະທຳ ທີ່ດີງາມ ຮວມເຖິງສະຖາປັດຕະ
ຍະກຳ ແລະ ໂບຮານສະຖານຕ່າງໆນັ້ນ ດັ່ງທີ່ທ່ານຄຳແພງ ໄດ້ໃຫ້ການຊີ້ແຈງວ່າ:

ທ່ານຄຳແພງ ໄຊສົມແພງ ເຈົ້າແຂວງ ແລະ ເລຂາພັກແຂວງຫລວງພະບາງ.
ທ່ານຄຳແພງ ໄຊສົມແພງ ເຈົ້າແຂວງ ແລະ ເລຂາພັກແຂວງຫລວງພະບາງ.

“ມໍລະດົກ ໂລກຫລວງພະບາງຄົບຮອບ 20 ປີ ແຫ່ງນີ້
ຄວາມຫລາກຫຼາຍທາງ​ດ້ານ​ສະຖາປັດຕະຍະກຳ ຮູບຊົງ​
ອາຄານ​ແບບ​ໂບຮານ​ລາວ ຜະສົມ​ຜະສານ​ກັບ​ຮູ​ບຊົງ​ແບບ​
ສະ​ໄໝ​ລ່າ​ເມືອງ​ຂຶ້ນ ຂອງຝຣັ່ງ​ເສດ ຮັກສາ​ໄດ້​ເອກະລັກ​
ຂອງ​ຊາວ​ຫລວງ​ພະ​ບາງ​ຂອງ​ພວກ​ເຮົາ ຮັກສາ​ໄດ້​ການ​ນຸ່ງ​
ການຖື ການ​ຂັບ​ລຳ​ທຳ​ເພງ ການ​ຟ້ອນ ການ​ຂັບ​ທຸ້ມ ສະນັ້ນ
​ເຫັນ​ໄດ້​ວ່າ ນັກ​ທ່ອງ​ທ່ຽວ​ກໍ​ນັບ​ມື້​ເຂົ້າມາ​ທ່ຽວຫຼາຍຂຶ້ນ.”

ກ່ອນ​ໜ້າ​ນີ້ The Wanderlust Magazine ຊຶ່ງ​ເປັນ​ວາລະ​ສານ
​ດ້ານ​ການທ່ອງທ່ຽວ​ຊັ້ນນຳ​ຂອງ​ໂລກ ​ໃນ​ປະ​ເທດ​ອັງກິດ ສະ​ເໜີ​ລາຍ​ງານ​ວ່າ ບັນດາ​ສະມາ
ຊິກ​ຂອງ​ວາລະສານ ​ພາກັນ​ຈັດ​ໃຫ້​ເມືອງ​ມໍລະດົກ​ໂລກຫລວງ​ພະ​ບາງ​ ເປັນ​ເມືອງທີ່​ໜ້າ
​ທ່ອງ​ທ່ຽວ​ທີ່​ສຸດ​ເປັນອັນ​ດັບ 1 ຂອງ​ໂລກ​ໃນ​ປີ 2015 ນີ້ ​ດ້ວຍຄະ​ແນນ ທີ່​ຄິດ​ເປັນ​ອັດຕາ​
ສະ​ເລ່ຍ 97.14 ​ເປີ​ເຊັນ ຂອງ​ຈຳນວນ​ສະມາຊິກ​ທັງ​ໝົດ ທີ່​ໄດ້​ປະກອບ​ຄວາມ​ເຫັນ​ເຂົ້າໃນ​ ການ​ສຳ​ຫລວດ.​ ສ່ວນອັນ​ດັບ​ທີ 2 ​ແລະ 3 ກໍ​ຄື​ເມືອງ​ພຸການ ໃນ​ສະຫະພາບ​ມຽນມາ ​ແລະ Stockholm ຂອງ​ປະ​ເທດ​ສະ​ວີ​ເດັນ ທີ່​ໄດ້​ຮັບ​ຄະ​ແນນ ​ຄິດ​ເປັນ​ອັດຕາ​ສະ​ເ​ລ່ຍ 95 ​ແລະ 94.74 ​ເປີ​ເຊັນ ຕາມ​ລຳດັບ.

​ໂດຍ​ການຈັດ​ອັນ​ດັບ​ດັ່ງກ່າວ​ນີ້ ນັບ​ເປັນ​ອີກ​ຄັ້ງໜຶ່ງ​ທີ່​ເມືອງ​ມໍລະດົກ​ໂລກ ຫລວງ​ພະ​ບາງ
​ໄດ້​ຮັບ​ການຈັດ​ອັນ​ດັບ​ ໃຫ້​ເປັນ​ເມືອງ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ ຫລັງ​ຈາກ​ທີ່​ໄດ້​ເສຍ
ແຊ້ມ​ໄປ​ໃຫ້​ເມືອງ​ພຸການ ​ເມື່ອປີ 2014 ຫາກ​ແຕ່​ກໍ​ຖື​ເປັນ​ສະພາບ​ການ​ປົກກະຕິ​ໄປ​ແລ້ວ
ເພາະວ່າ ​ເມືອງ​ຫລວງ​ພະ​ບາງ​ເຄີຍ​ຄອງ​ແຊ້ມມາ​ແລ້ວ​ ໃນ​ຊ່ວງ​ປີ 2006-2008 ກ່ອນ​ຈະ
ເສຍ​ແຊ້ມ​ໃນ​ຊ່ວງ​ປີ 2010-2012 ​ແລະ​ມີ​ພຽງ​ໃນ​ປີ 2013 ເທົ່າ​ນັ້ນ ທີ່​ເມືອງ​ຫລວງ​ພະ​ບາງ
ໄດ້​ຫລຸດ​ຈາກ 10 ອັນ​ດັບ​ຂອງ ​ເມືອງ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ.

ຕາດກວາງສີ, ຫລວງພະບາງ
ຕາດກວາງສີ, ຫລວງພະບາງ

​ການ​ທີ່​ເມືອງ​ຫລວງ​ພະ​ບາງ​ໄດ້​ເປັນ​ຈຸດໝາຍ​ປາຍທາງທີ່ໜ້າ
​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ​ດັ່ງກ່າວ​ນີ້ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ມີ ຊາວ
​ຕ່າງ​ຊາດ​ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນ​ເມືອງ​ມໍລະດົກ​ໂລກແຫ່ງ
​ນີ້​ເພີ້​ມຂຶ້ນທຸກ​ປີ ​ເຊັ່ນດຽວ​ກັນ ​ໂດຍ​ມີ​ຊາວ​ຕ່າງ​ຊາດຫຼາຍກວ່າ
343,000 ຄົນ​ທີ່​ເດີນທາງ​ມາ​ທ່ອງ​ທ່ຽວ​ເມືອງ​ຫລວງ​ພະ​ບາງ ໃນ​ປີ
2013 ​ແລະ​ເພີ້​ມຂຶ້ນ​ເປັນຫຼາຍກວ່າ 350,000 ຄົນ​ ໃນ​ປີ 2014.

ທາງ​ດ້ານ​ກະຊວງ​ຖະ​ແຫລ​ງຂ່າວ ວັດທະນະທຳ ​ແລະ​ທ່ອງ​ທ່ຽວ
ລາຍ​ງານ​ວ່າ​ໃນ​ປີ 2013 ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ ​ເດີນ​ທາງ​
ເຂົ້າມາ​ໃນ​ລາວ ຫຼາຍກວ່າ 3 ລ້ານ 7 ​ແສນ​ຄົນແລະເພີ້​ມຂຶ້ນ​ເປັນຫຼາຍກວ່າ 3 ລ້ານ 8 ​ແສນ
ຄົນ​ໃນ​ປີ 2014. ສ່ວນ​ໃນ​ປີ 2015 ນີ້ ກໍ​ຄາດໝາຍ​ວ່າ ຈະ​ມີ​ຊາວ​ຕ່າງ​ເຖິງ 4 ລ້ານ​ກວ່າ​ຄົນ​ ​ຈະ​ເດີນທາງ​ເຂົ້າມາ​ໃນ​ລາວ ​ເນື່ອງ​ຈາກ​ວ່າລາວ​ຍັງ​ໄດ້​ຖືກ​ຈັດ​ໃຫ້​ຢູ່​ອັນ​ດັບ 8 ​ໃນ​ຖານະ​ປະ​ເທດ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດຂອງ​ໂລກ ​ໃນ​ປີ 2015 ນີ້​ອີກ​ດ້ວຍ.

ນັກທ່ອງທ່ຽວຊົມ ຕາດກວາງສີ ທີ່ຫລວງພະບາງ
ນັກທ່ອງທ່ຽວຊົມ ຕາດກວາງສີ ທີ່ຫລວງພະບາງ

​ແຕ່​ຢ່າງ​ໃດ​ກໍ​ຕາມ ນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​ເຂົ້າໄປທ່ອງ​ທ່ຽວ​ໃນ
​ລາວຫຼາຍທີ່​ສຸດ ກໍ​ຍັງເປັນບັນດາ​ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ສະ
ມາຊິກ​ໃນກຸ່ມ​ອາ​ຊ່ຽນ​ດ້ວຍ​ກັນ ທີ່​ມີ​ຈຳນວນຫຼາຍກວ່າ3 ລ້ານ 2 ​
ແສນ​ຄົນໃນ​ປີ 2014 ​ໂດຍເພີ້​ມຂຶ້ນຈາກ 2 ລ້ານ 7 ​ແສນ​ກວ່າຄົນ ​
ໃນປີ 2012 ທັງ​ຍັງ​ເພີ້​ມຂຶ້ນຫຼາຍກວ່າ 3 ​ເທົ່າ​ຕົວ​ເມື່ອ​ທຽບ​ໃສ່​ກັບ
​ປີ 2006 ທີ່​ມີ​ນັກທ່ອງ​ທ່ຽວ​ຈາກ​ອາຊ່ຽນ​ດ້ວຍ​ກັນ ​ພຽງ​ແຕ່ 9 ​ແສນ
​ກວ່າຄົນເທົ່າ​ນັ້ນ ທີ່ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນ​ລາວ ​ໃນ​ປີນັ້ນ.

ສ່ວນ​ນັກ​ທ່ອງ​ທ່ຽວ​ຈາກ​ພູມິ​ພາກ​ອື່ນ ກໍ​ເດີນທາງ​ເຂົ້າມາ​ທ່ອງ
​ທ່ຽວ​ໃນ​ລາວ ​ເພີ້​ມຂຶ້ນຢ່າງ​ຕໍ່​ເນື່ອງ​ເຊັ່ນ​ດຽວ​ກັນນັ້ນ ຊຶ່ງກໍ​ມີ​ທັງ​ນັກ​ທ່ອງ​ທ່ຽວ​ຈາກ​ຢູ​ໂຣບ
ແລະ​ສະຫະລັດ​ອາ​ເມຣິກາ ຫາກ​ແຕ່​ທີ່​ຖື​ວ່າ​ເດີນທາງເຂົ້າມາ​ທ່ອງ​ທ່ຽວ​ໃນ​ລາວຫຼາຍທີ່​ສຸດ
ໃນ​ລະຍະ 10 ກວ່າ​ປີ​ມາ​ນີ້ ກໍແມ່ນນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ໄທ.

XS
SM
MD
LG