ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານບ້ານອິສລາມ ເຂົ້າຄອບຄອງ ສະຖານທູດສະຫະລັດ ທີ່ຕຣີໂປລີ (ວີດີໂອ/ສະໄລດ໌)


ສະມາຊິກຂອງກຸ່ມທະຫານບ້ານອິສລາມ Libya Dawn ຢືນຢູ່
ໃນຫ້ອງອອກກຳລັງກາຍ ທີ່ບໍລິເວນບ້ານພັກຂອງນັກການທູດ ສະຫະລັດ ທີ່ ນະຄອນຕຣີໂປລີ, ວັນທີ 31 ສິງຫາ 2014.
ສະມາຊິກຂອງກຸ່ມທະຫານບ້ານອິສລາມ Libya Dawn ຢືນຢູ່ ໃນຫ້ອງອອກກຳລັງກາຍ ທີ່ບໍລິເວນບ້ານພັກຂອງນັກການທູດ ສະຫະລັດ ທີ່ ນະຄອນຕຣີໂປລີ, ວັນທີ 31 ສິງຫາ 2014.

ທະຫານ​ບ້ານ​ອິສລາມ​ກຸ່ມ​ນຶ່ງ​ໃນ​ລີ​ເບຍ ກ່າວ​ວ່າ ຕົນ​ໄດ້​ເຂົ້າ​ຄຸ້ມ​
ຄອງ​ຄຸ້ມ​ບ້ານ​ພັກ​ທີ່​ເປົ່າ​ຫວ່າງ​ ຂອງ​ສະຖານທູດ​ສະຫະລັດ ​ໃນ
​ນະຄອນຫຼວງ Tripoli ນຶ່ງ​ເດືອນ ​ຫຼັງ​ຈາກ​ພວກ​ນັກ​ການ​ທູດ​ອາ
​ເມຣິກັນ​ພາກັນຫລັບ​ໜີ ​ຈາກ​ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ​ ລະ
ຫວ່າງ​ພວກ​ກຸ່ມ​ທະຫານ​ບ້ານທີ່ເປັນ​ຄູ່​ແຂ່ງກັນ​ ​ໃນ​ນະຄອນ
ຫຼວງ​ຂອງ​ລີ​ເບຍ​ນັ້ນ.

ອົງການ​ຂ່າວ​ຕ່າງໆ​ລາຍ​ງານ​ຂ່າວ ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ກຸ່ມ
Dawn of Libya ຊຶ່ງ​ເປັນ​ກຸ່ມຈັດ​ຕັ້ງ​ໃຫຍ່ໆ ທີ່​ປະກອບ​ດ້ວຍ
ຫລາຍໆ​ກຸ່ມ​ທະຫານ​ບ້ານ​ອິສລາມ ກ່າວ​ວ່າຕົນ​ໄດ້​ເຂົ້າ​ຄຸ້ມ​ຄອງ
ບໍລິ​ເວນສະຖານທູດ​ສະຫະລັດ​ມາ​ໄດ້​ນຶ່ງ​ອາທິດ​ແລ້ວ ​ໂດຍ​ຍຶດ
ມາ​ໄດ້ຈາກ​ກຸ່ມ​ທະຫານ​ບ້ານ​ຄູ່​ແຂ່ງ ຫຼັງ​ຈາກ​ທຳ​ການ​ຕໍ່ສູ້​ກັນ​ ມາ​ເປັນເວລາ​ຫຼາຍ​ສັບປະດາ ​
ເພື່ອ​ເຂົ້າ​ຄຸ້ມ​ຄອງ​ນະຄອນຫຼວງ​ຕຣີ​ໂປ​ລີ ​ແລະ​ສະໜາມ​ບິນ​ລະຫວ່າງ​ຊາດ.

ຕາໜ່າງຂ່າວ Al Arabya ທີ່​ຕັ້ງ​ຢູ່​ໃນ Dubai ​ໄດ້ແພ່​ພາບວີ​ດີ​ໂອ​ ທີ່ສະ​ແດງ​ໃຫ້​ເຫັນ​
ພວກ​ທະຫານ​ບ້ານ​ດັ່ງກ່າວ​ ໂຕນ​ຈາກ​ຫລັງຄາ​ເຮືອນ​ລົງ​ໃສ່​ສະ​ລອຍ​ນ້ຳ ທີ່​ສະຖານທູດ​ສະຫະລັດ​ນັ້ນ.

ທ່ານ​ນາງ Deborah Jones ​ເອກ​ອັກຄະ​ລັດຖະທູດ​ສະຫະລັດປະຈຳລີ​ເບ​ຍ ກ່າວ​ວ່າ
ວີ​ດີ​ໂອ​ນີ້ ປາກົດ​ວ່າ​ໄດ້​ບັນທຶກ​ພາບຢູ່​ໃນ​ບໍລິ​ເວ​ນບ້ານພັກ​ຂອງ​ສະຖານທູດ. ​ທ່ານ​ນາງ
ກ່າວຕື່ມ​ວ່າ ປາກົດ​ວ່າ ​ສະຖານທູດ​ ໄດ້ຖືກ​ຮັກສາ​ໄວ້​ເປັນ​ຢ່າງ​ດີ ​ແລະ​ບໍ່​ຖືກ​ປຸ້ນ​ສະດົມ
​ຫຼື​ທຳລາຍ.

ພວກ​ນັກ​ການ​ທູດ​ສະຫະລັດ ​ໄດ້​ພາກັນ​ຫລົບໜີ​ໄປ​ຍັງ ​ປະ​ເທດ​ເພື່ອ​ນບ້ານ Tunisiaໃນ
ທ້າຍ​ເດືອນ​ກໍລະກົດ​ແລ້ວ​ນີ້ ​ເພື່ອ​ຫລີກ​ລ່ຽງ​ການ​ ປະ​ທະ​ກັນ​ຕ່າງໆ​ໃນ​ນະຄອນ​ຕຣີ​ໂປ​ລີ
ຫລັງ​ຈາກທີ່​ສະຫະລັດ​ກ່າວ​ວ່າ ຕົນ​ຈະ​ງົດ​ການ​ດຳ​ເນີນງານ​ຂອງ​ສະຖານທູດ​ໄວ້​ຊົ່ວຄາວ
ຈົນ​ກວ່າ​ຈະ​ສາມາດຮັບປະກັນ​ຄວາມ​ປອດ​ໄພ​ໄດ້.

ຄວາມ​ຮຸນ​ແຮງ​ທີ່​ເພີ້​ມທະວີ​ຂຶ້ນ​ເລື້ອຍໆ​ໄດ້​ທຳລາຍ​ລີ​ເບຍ​ໃນ​ຮອບ 3 ປີຜ່ານມາ ນັບ​ແຕ່
ອະດີດ​ຈອມ​ຜະ​ເດັດ​ການ Moammar Gadhafi ຖືກ​ໂຄ່ນ​ລົ້ມ​ໄປ. ​ໃນ​ຂະນະດຽວ​ກັນ
ພວກ​ສະພາ​ນິຕິບັນຍັດທີ່​ເປັນ​ຄູ່​ແຂ່ງ​ກັນ ຄືສະພາ​ນຶ່ງ​ຕັ້ງ​ຢູ່​ໃນ​ນະຄອນຫຼວງ​ຕຣີ​ໂປ​ລີ ​ແລະ
ອີກ​ສະພາ​ນຶ່ງ​ຕັ້ງ​ຢູ່​ໄກອອກ​ໄປ 1500 ຫຼັກ​ກິ​ໂລ​ແມັດ ທີ່​ເມືອງ Tobruk ກໍ​ໄດ້​ເລືອກ​ເອົາ
ນາຍົກລັດຖະມົນຕີຂອງຕົນ​ເອງ​ ເພື່ອ​ປົກຄອງ​ປະ​ເທດ​.

libyausembassy1september14
please wait

No media source currently available

0:00 0:00:37 0:00

XS
SM
MD
LG