ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານລີເບຍ ຕັດສິນ ປະຫານຊີວິດ ລູກຊາຍ ຂອງທ່ານ Gadhafi


ທ້າວ Seif al-Islam Gadhafi, ລູກຊາຍຂອງທ່ານ Moammar Gadhafi, ກ່າວຕໍ່ນັກຂ່າວໃນ ນະຄອນຫຼວງ Tripoli, 25 ພຶດສະພາ, 2011.
ທ້າວ Seif al-Islam Gadhafi, ລູກຊາຍຂອງທ່ານ Moammar Gadhafi, ກ່າວຕໍ່ນັກຂ່າວໃນ ນະຄອນຫຼວງ Tripoli, 25 ພຶດສະພາ, 2011.

ສານ​ໃນ ລີ​ເບຍ ​ໄດ້​ອອກ​ຄຳ​ຕັດສິນ​ປະຫານ​ຊີວິດ ​ໃນ​ວັນ​ອັງຄານ​ວານ​ນີ້ ​ຕໍ່ທ້າວ Seif al-Islam​, ​ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ອະ​ດີດ​ຜູ້ນຳ​ຜະເດັດ​ກາ​ນ Moammar Gadhafi, ໃນຖານ​ພົວພັນ ກັບ​ການ​ປາບປາມຢ່າງ ຮ້າຍແຮງ ​ຕໍ່ການ​ລຸກຮື​ຂຶ້ນ​ຍຶດອຳນາດ​ປີ 2011 ​ເຊິ່ງ​ໄດ້ໂຄ່ນລົ້ມ ທ່ານ Gadhafi ອອກ​ຈາ​ກການ​ກຳ​ອຳນາດ.

ສານນະຄອນຫຼວງ Tripoli ຍັງໄດ້​ຕັດ​ສິນ​ປະຫາ​ນຊີວິດ​ອີກ 8 ຄົນ ເຊັ່ນກັນ, ​ເຊິ່ງລວ​ມ​ມີ ອະດີ​ດຫົວໜ້າ​ໜ່ວຍ​ສືບລັບ Abdullah al-Senoussi ​ແລະ ອະດີດ​ນາຍົກລັດຖະມົນຕີ Baghdadi al-Mahmoudi.

ທ້າວ Seif al-Islam ບໍ່​ໄດ້​ຢູ່​ທີ່​ສານ ​ເພື່ອ​ຮັບ​ຟັງ​ການ​ຕັດສິນ​ໃນ​ວັນ​ອັງຄານ​ວານ​ນີ້. ຄຳ​ພິພາກສາ​ດັ່ງກ່າວໄດ້ມີຂຶ້ນລັບຫລັງ ເພ​າະວ່າ ລາວ​ຍັງ​ຖືກ​ຄວບ​ຄຸມໂດຍ​ທະຫານ​ບ້ານ​ໃນ​ເມືອງ Zintan ທີ່​ສະໜັບສະໜູນ​ລັດຖະບານຮັບ​ຮູ້​ໂດຍ​ສາກົນ ​ໃນ​ເມືອງ Tobruk ​ແລະ ບໍ່​ແມ່ນ​ລັດຖະບານ​ຂູ່​ແຂ່ງ ​ໜູນ​ຫຼັງ​ໂດຍ​ກຸ່ມອິສລາມ ທີ່​ປະຕິບັດ​ການ​ຢູ່​ນະຄອນຫຼວງ Tripoli.

ອົງການ​ສິ້ງ​ຊອມ​ສິດທິ​ມະນຸດ​ Human Rights Watch ທີ່ມີຫ້ອງ ການຢູ່ສະຫະລັດ ​ໄດ້​ກ່າວ​ວ່າ ການ​ພິຈາລະນາ​ຄະດີ ​ແມ່ນ “ໄດ້ຮັບຄວາມເສຍຫາຍ ​ຍ້ອນມີການລະ​ເມີດຂັ້ນ​ຕອນ​ທາງ​ກົດໝາຍ​ຢ່າງ​ຮ້າຍແຮງ ​ແລະ ​ໄດ້​ຮຽກຮ້ອງ​ໃຫ້​ມີການ​ທົບ​ທວນ​ຢ່າງ​ເປັນອິດສະຫຼະໂດຍ​ສານ​ສູງ​ສຸດ.

ນອກນັ້ນ ສານອາຍາສາກົນ ຫຼື ICC ຍັງຕ້ອງການໂຕທ້າວ Seif al-Islam ໃນຄວາມຜິດ ສອງກະທົງ ກ່ຽວກັບກໍ່ອາຊະຍາກຳ ຕ້ານມະນຸດ ຊາດ. ICC ກ່າວວ່າ ລາວແມ່ນຜູ້ທີ່ມີ ອິດທິພົນທີ່ສຸດ ໃນລັດຖະບານ Gadhafi ທີ່ໄດ້ພະຍາຍາມທຸກຮູບແບບ, ລວມທັງການໃຊ້ ຄວາມຮຸນແຮງ ເພື່ອປາບປາມການລຸກຮືຂຶ້ນປະທ້ວງຂອງມະຫາຊົນ.

Libya
please wait
Embed

No media source currently available

0:00 0:01:21 0:00

XS
SM
MD
LG