ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີກ 84 ຄົນ ເສຍຊີວິດ ຍ້ອນ ອີໂບລາ ຢູ່ເຂດ ອາຟຣິກາ ຕາເວັນຕົກ (ສະໄລດ໌/ວີດີໂອ)


ບັນດາພະນັກງານການແພດ ພາກັນຖືຂຸ ແລະນຸ່ງເຄຶ່ອງປ້ອງກັນ ທີ່ສູນກາງປິ່ນປົວ ເຊື້ອໄວຣັສອີໂບລາ ທີ່ນະຄອນ Monrovia ປະເທດໄລບີເຣຍ
ບັນດາພະນັກງານການແພດ ພາກັນຖືຂຸ ແລະນຸ່ງເຄຶ່ອງປ້ອງກັນ ທີ່ສູນກາງປິ່ນປົວ ເຊື້ອໄວຣັສອີໂບລາ ທີ່ນະຄອນ Monrovia ປະເທດໄລບີເຣຍ

ງການ​ອະນາ​ໄມ​ໂລກ​ ກ່າວ​ວ່າ ມີ​ອີກ 84 ຄົນ​ເສຍ​ຊີວິດ ​ໃນ
ພາກຕາ​ເວັນ​ຕົກ​ຂອງ​ອາ​ຟຣິກາຍ້ອນ​ຕິດ​ເຊື້ອ​ໄວຣັສອີ​ໂບລາ
ຊຶ່ງ​ເຮັດໃຫ້​ຈຳນວນ​ຄົນ​ຕາຍ​ທັງ​ໝົດ ຍ້ອນ​ການ​ລະບາດ​ຂອງ​
ເຊື້ອ​ດັ່ງກ່າວ​ ເພີ້​ມຂຶ້ນ​ເປັນ 1.229 ຄົນ.

ພ້ອມ​ດຽວ​ກັນ ອົງການອະນາ​ໄມ​ຂອງ​ສະຫະ​ປະຊາ​ຊາດ ປະ
ກາດໃນ​ວັນ​ອັງຄານ​ມື້​ນີ້​ວ່າ ສ່ວນ​ຈຳນວນຜູ້​ຕິດ​ເຊື້ອ​ອີ​ໂບລາ
ທີ່ໄດ້​ຮັບ​ການ​ຢືນຢັນ​ແລະ​ມີ​ທາງ​ເປັນ​ໄປ​ໄດ້​ນັ້ນກໍ​ໄດ້​ເພີ້​ມຂຶ້ນ
​ເປັນ 2.240 ຄົນ ຮວມທັງ​ລາຍ​ໃໝ່ 113 ຄົນ ທີ່​ມີ​ລາຍ​ງານ​
ໃຫ້​ຮູ້ ​ໃນ​ທ້າຍ​ອາທິດແລ້ວ​ນີ້.

ການ​ຕາຍ​ສ່ວນ​ໃຫຍ່ ​ແມ່ນ​ເກີດ​ຂຶ້ນ​ຢູ່​ໃນ​ປະ​ເທດ​ໄລ​ບີ​ເຣຍ ບ່ອນ​ທີ່ເຈົ້າ​ໜ້າ​ທີ່​ກຳລັງ​ດິ້ນ
ຮົນເພື່ອ​ຄວບ​ຄຸມເຊື້ອ​ໄວຣັສດັ່ງກ່າວ. ເມື່ອ​ວັນ​ອາທິດ​ທີ່​ຜ່ານ​ມາ​ນີ້ ພວກ​ຄົນ​ປ່ວຍ​ທີ່ສົງ
ໄສ​ວ່າ​ຕິດ​ເຊື້ອ​ອີ​ໂບລາ ຢ່າງ​ນ້ອຍ 17 ຄົນ ​ໄດ້​ພາກັນ​ປົບ​ໜີ ຈາກສູນປິ່ນປົວທີ່ແຍກໃຫ້
ຢູ່ໂດດດ່ຽວແຫ່ງນຶ່ງ ​ໃນ​ນະ​ຄອນ​ຫຼວງ Monrovia ​ເວລາພວກ​ຜູ້​ຊາຍຕິດ​ອາວຸດກຸ່ມ​ນຶ່ງ

ປຸກ​ເຂົ້າໂຈມຕີ ແລະປຸ້ນສະດົມ​ເອົາ​ເຄື່ອງ​ຂອງ​ໄປ ​ແມ່ນ​ແຕ່ ​ເສື່ອ​ນອນ ​ຕຽງ ​ແລະ​ສົບ
​ມືທີ່​ຕິດພະ​ຍາດ​ຮ້າຍ​ແຮງ​ນັ້ນ.

ລາຍງານ​ຂ່າວ Reuters ທີ່​ອ້າງໂຄສົກ​ລັດຖະບານ ​ເວົ້າ​ວ່າ ທາງ​ການ​ໄດ້​ຊອກເຫັນ​ຄົນ
​ປ່ວຍ​ທັງ 17 ຄົນ​ນັ້​ນ​ແລ້ວ ​ແລະ​ໄດ້​ພາ​ເຂົາ​ເຈົ້າໄປຮັກສາຢູ່​ຄລີ​ນິກອີກ​ແຫ່ງ​ນຶ່ງ​ແລ້ວ.

​ເຮົາ​ມີ​ລາຍ​ງານ ກ່ຽວກັບ​ຢາ​ທົດ​ລອງ​ປິ່ນປົວ ພະຍາດ​ອີ​ໂບລາ ມາສະ​ເໜີ​ທ່ານ ຫລັງ​ຈາກ
​ພາກ​ຂ່າວ ​ໂປດ​ຕິດ​ຕາມ​ຮັບ​ຟັງ.

EBOLA SOTVO
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG