ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານາທິບໍດີ ຢູເຄຣນ ກ່າວຫາ ຣັດເຊຍວ່າ "ຮຸກຮານຢູເຄຣນ ຢ່າງເປີດແປນ" (ສະໄລດ໌)


ລັດຖະມົນຕີຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ກ່າວ​
ວ່າ ການ​ເຈລະຈາ​ກັນ​ໃນ​ວັນ​ຈັນ​ມື້​ນີ້ ຢູ່ເບ​ລາ​ຣຸ​ສນັ້ນ ຄວນຈະ​
ສຸມ​ໃສ່ການ​ຢຸດ​ຍິງ​ ໂດຍທັນທີ ແລະບໍ່​ມີ​ເງື່ອນ​ໄຂ​ໃດໆ ຢູ່​ໃນ​
ຢູ​ເຄຣນ.

ກອງ​ປະ​ຊຸມ​ຢູ່​ນະຄອນຫລວງ Minsk ​ແມ່ນພົວພັນກັບຄະນະ
​ຜູ້​ແທນ​ຈາກຣັດ​ເຊຍ ຢູ​ເຄຣນ ​ແລະອົງການເພື່ອຄວາມ​ໝັ້ນຄົງ​
ແລະ​ການ​ຮ່ວມ​ມືໃນ​ຢູ​ໂຣບ ຫລື OSCE. ຍັງ​ບໍ່​ມີ​ຄວາມ​ຈະ​ແຈ້ງ​
ເທື່ອວ່າ ພວກ​ແ​ບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ຈະ​ເຂົ້າ​ຮ່​ວມ​ໃນ
​ກອງ​ປະຊຸມ ຫຼືບໍ່.

ທ່ານ Lavrov ຍັງ​ກ່າວ​ອີກວ່າ ຈະ​ບໍ່​ມີ​ການ​ແຊກ​ແຊງ​ຂອງ​ທະຫານຣັດ​ເຊຍ ຢູ່ໃນປະເທດ
ເພື່ອນບ້ານ ຢູ​ເຄຣນ.

ອົງການ​ເນໂຕ ຄາດ​ຄະ​ເນ​ວ່າ ມີທະຫານຣັດ​ເຊຍ ​ຢ່າງ​ນ້ອຍ 1,000 ຄົນ ​ຢູ່​ໃນ​ຢູ​ເຄຣນ​
ເວລາ​ນີ້ ​ແລະບັນດາ​ຜູ້ນຳສະຫະພາບ​ຢູ​ໂຣບ ຕ້ອງການ​ໃຫ້ຣັດ​ເຊຍ​ ຖອນ​ກອງ​ກຳ​ລັງ​
ຂອງ​ຕົນ ​ອອກ​ຈາກ​ຢູ​ເຄຣນທັນທີ. ຣັດ​ເຊຍ ​ໄດ້​ປະຕິ​ເສດຊ້ຳ​ແລ້ວ​ຊ້ຳ​ອີກວ່າ ​ຕົນ​ບໍ່​ມີ​
ທະຫານ​ໃດໆ​ຢູ່​ໃນ​ຢູ​ເຄຣນ.

ການ​ເຈລະຈາ ​ໃນນະຄອນຫລວງ Minsk ມີ​ຂຶ້ນນຶ່ງ​ມື້ ຫຼັງຈາກ​ທີ່ ປະທານາທິບໍດີຣັດ​ເຊຍ
ທ່ານ Vladimir Putin ​ໄດ້​ຮຽກຮ້ອງໃຫ້​ມີ​ການ​ເຈລະຈາ​ກັນ ​ກ່ຽວ​ກັບ​ການຈັດ​ຕັ້ງລັດ​ນຶ່ງ​
ຂຶ້ນ ຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຢູ​ເຄຣນ. ທ່ານ​ກ່າວອອກ​ທາງ​ໂທ​ລະ​ພາບ
​ຂອງ​ລັດວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວແມ່ນ​ຈຳ​ເປັນ ເພື່ອ “ປົກ​ປ້ອງ​ຜົນ​ປະ​ໂຫຍ​ດ ທີ່​
ຖືກຕ້ອງຕາມກົດໝາຍ ຂອງ​ປະຊາຊົນ”
ຜູ້​ທີ່​ອາ​ໄສ​ຢູ່​ໃນ​ຂົງ​ເຂດ​ນັ້ນ.

XS
SM
MD
LG