ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວແລະ ຫວຽດນາມ ຈະສະຫຼອງ ຜົນສໍາເລັດ ໃນການປັກຫຼັກໝາຍ ຊາຍແດນ


ກອງປະຊຸມກ່ຽວກັບ ການປັກຫລັກໝາຍຊາຍແດນ ລະຫວ່າງລາວ ແລະຫວຽດນາມ ທີ່ຈັດຂຶ້ນເມື່ອໝໍ່ໆ ມານີ້.
ກອງປະຊຸມກ່ຽວກັບ ການປັກຫລັກໝາຍຊາຍແດນ ລະຫວ່າງລາວ ແລະຫວຽດນາມ ທີ່ຈັດຂຶ້ນເມື່ອໝໍ່ໆ ມານີ້.
ທາງການລາວແລະຫວຽດນາມຕົກລົງທີ່ຈະຈັດງານສະເຫຼີມ
ສະຫຼອງລະດັບຊາດ ໃຫ້ກັບຜົນສໍາເລັດຂອງການປັກຫຼັກໝາຍ
ເຂດແດນລະຫວ່າງສອງປະເທດພາຍໃນເດືອນກໍລະກົດປີນີ້.

ກອງປະຊຸມວິສາມັນກ່ຽວກັບ ວຽກງານໂຄງການປັກຫຼັກໝາຍ
ແລະບູລະນະລະບົບຫຼັກໝາຍຊາຍແດນ ລະຫວ່າງລາວກັບ
ຫວຽດນາມ ທີ່ມີທ່ານບຸນເກີດ ສັງສົມສັກ ກັບທ່ານໂຮ່ ຊວນເຊີນ ລັດຖະມົນຕີຊ່ວຍວ່າການຕ່າງປະເທດ ຂອງທັງສອງຝ່າຍ ເປັນ
ປະທານໃນກອງປະຊຸມຮ່ວມກັນນັ້ນ ໄດ້ຕົກລົງຮ່ວມກັນຢ່າງ
ເປັນທາງການໃນທ້າຍເດືອນພຶດສະພານີ້ວ່າ ຈະຮ່ວມກັນຈັດ
ງານສະເຫຼີມສະຫຼອງລະດັບຊາດໃຫ້ກັບຄວາມສໍາເລັດໃນການ
ປັກຫຼັກໝາຍຖີ່ ຕະຫຼອດຊາຍແດນລະຫວ່າງສອງປະເທດໃນ
ເດືອນກໍລະກົດນີ້ ຢູ່ບໍລິເວນດ່ານນໍ້າອ້ອນ- ແຖ້ງຖຸ້ຍ ຊຶ່ງເປັນ
ຫຼັກໝາຍຊາຍແດນຂະໜາດໃຫຍ່ຫຼັກທີ 460 ລະຫວ່າງແຂວງບໍລິຄໍາໄຊ ກັບແຂວງເຫງ
ອ່ານ ຂອງຫວຽດນາມ.

ພາຍໃຕ້ການຕົກລົງກັນໃນຄັ້ງລ່າສຸດນີ້ ທາງການຂອງທັງສອງຝ່າຍຍັງລວມໄປເຖິງເປົ້າ
ໝາຍທີ່ຈະແກ້ໄຂບັນດາບັນຫາ ກ່ຽວກັບຜູ້ຍົກຍ້າຍພູມລໍາເນົາຕາມລໍາພັງໃຈ ແລະສ້າງ
ຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນລະຫວ່າງສອງປະເທດ ຊຶ່ງກໍາລັງເກີດ
ຂຶ້ນຢ່າງກວ້າງຂວາງຢູ່ຕະຫຼອດແນວເຂດຊາຍແດນ ລະຫວ່າງສອງປະເທດໃນເວລານີ້
ໂດຍທັງສອງຝ່າຍໄດ້ວາງເປົ້າໝາຍທີ່ຈະດໍາເນີນການດັ່ງກ່າວນີ້ ໃຫ້ສໍາເລັດ ແລະມີກໍາ
ນົດການທີ່ຈະລົງນາມໃນຂໍ້ຕົກລົງວ່າດ້ວຍການແກ້ໄຂບັນຫາກ່ຽວກັບຜູ້ຍົກຍ້າຍພູມລໍາ
ເນົາຕາມລໍາພັງໃຈ ຢູ່ຕາມແນວຊາຍແດນດັ່ງກ່າວນີ້ຮ່ວມກັນໃນທ້າຍເດືອນມິຖຸນານີ້
ເປັນຢ່າງຊ້າ.

ການປັກຫລັກໝາຍຊາຍແດນໃໝ່
ການປັກຫລັກໝາຍຊາຍແດນໃໝ່

ທາງດ້ານທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີແລະ
ລັດຖະມົນຕີວ່າການຕ່າງປະເທດກໍໄດ້ໃຫ້ການຢືນຢັນວ່າເປົ້າ
ໝາຍສໍາຄັນທີ່ສຸດຂອງການປັກຫຼັກໝາຍຖີ່ ໃນຕະຫຼອດແນວ
ເຂດຊາຍແດນລະຫວ່າງລາວກັບຫວຽດນາມ ທີ່ໄດ້ເລີ່ມລົງມື
ດໍາເນີນການຮ່ວມກັນ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ກໍເພື່ອ ເຮັດໃຫ້ເຂດຊາຍແດນລະຫວ່າງສອງປະເທດ ມີຄວາມຊັດເຈນ
ອັນຈະເປັນການປ້ອງກັນບໍ່ໃຫ້ມີຂໍ້ຂັດແຍ້ງກ່ຽວກັບຊາຍແດນ
ລະຫວ່າງກັນເກີດຂຶ້ນໃນອະນາຄົດ ດັ່ງທີ່ທ່ານໄດ້ເນັ້ນຢໍ້າວ່າ:

ຖ້າພວກເຮົາບໍ່ຕົກລົງກັບຫວຽດນາມ ຈັກໜ່ອຍກໍບໍ່ເຂົ້າໃຈກັນອີກ ລະຫວ່າງລູກ
ຫຼານຂອງພວກເຮົາ ເພາະວ່າປັກຢູ່ຈອມພູນີ້ ກັບຈອມພູນີ້ໃຫ້ເລັງໄປຈັ່ງຊີ້ເນາະ ມັນໄປຕາມສັນພູປັນນໍ້າເດີ ບັດໄປຮອດຍ່ານໃດຍ່ານນຶ່ງພູປັນນໍ້າຜັດມີຫຼາຍແງ່
ຫຼາຍມຸມ ບັດນີ້ທໍາມະຊາດມັນປ່ຽນແປງໄປ ກະຖຽງກັນແລ້ວ ດຽວນີ້ ເຮົາສິປັກ
ໃຫ້ມັນຖີ່ເຂົ້ານັ້ນ ເພື່ອເອົາເປັນຫຼັກຖານອ້າງອິງດ້ວຍກົດໝາຍ.”


ຫລັກປັກໝາຍຊາຍແດນແຫ່ງນຶ້ງ ລະຫວ່າງລາວແລະຫວຽດນາມ
ຫລັກປັກໝາຍຊາຍແດນແຫ່ງນຶ້ງ ລະຫວ່າງລາວແລະຫວຽດນາມ

ທັງນີ້ໂດຍນັບແຕ່ປີ 2008 ເປັນຕົ້ນມາ ທາງການລາວກັບ
ຫວຽດນາມໄດ້ຕົກລົງກັນ ກໍານົດຈຸດທີ່ເປັນທີ່ຕັ້ງຂອງຫຼັກ
ໝາຍຊາຍແດນຮ່ວມກັນໄດ້ 834 ຫຼັກໝາຍ ຄິດເປັນ 99%
ຂອງຫຼັກໝາຍທັງໝົດ ໃນຂະນະດຽວກັນທາງການທັງສອງ
ຝ່າຍກໍສໍາເລັດການກໍ່ສ້າງຫຼັກໝາຍຊາຍແດນຢູ່ໃນພື້ນທີ່ຕົວ
ຈິງໄດ້ແລ້ວ 813 ຫຼັກໝາຍ ຄິດເປັນ 97.4% ຂອງຫຼັກໝາຍ
ທັງໝົດໃນຕະຫຼອດເຂດຊາຍແດນລະຫວ່ງສອງປະເທດທີ່
ມີໄລຍະທາງຍາວກວ່າ 2,100 ກິໂລແມັດ.

ຊຶ່ງກໍໝາຍຄວາມວ່າໃນຊ່ວງເດືອນມີຖຸນານີ້ ທາງການທັງສອງຝ່າຍກໍຍັງຈະຕ້ອງຕົກ
ລົງກໍານົດຈຸດທີ່ຕັ້ງຫຼັກໝາຍຊາຍແດນ ທີ່ເຫຼືອຢູ່ໃນໄດ້ທັງ 8 ຫຼັກໝາຍ ແລະຍັງຈະຕ້ອງ
ກໍ່ສ້າງຫຼັກໝາຍຊາຍແດນຢູ່ພື້ນທີ່ຕົວຈິງໃຫ້ໄດ້ທັງ 29 ຫຼັກໝາຍອີກດ້ວຍ ຈຶ່ງຈະເຮັດ
ໃຫ້ສາມາດບັນລຸເປົ້າໝາຍ ທີ່ວາງໄວດັ່ງກ່າວ ໄດ້ຢ່າງແທ້ຈິງ.

ຕໍ່ບັນຫາດັ່ງກ່າວ ທັງລັດຖະບານລາວແລະຫວຽດນາມ ຕ່າງກໍມີຄວາມໝັ້ນໃຈວ່າ ຈະ
ສາມາດປະຕິບັດໄດ້ຢ່າງແນ່ນອນ ເນື່ອງຈາກວ່າໃນຄວາມເປັນຈິງແລ້ວ ການປັກຫຼັກ
ໝາຍຖີ່ໃນເຂດຊາຍແດນລະຫວ່າງລາວກັບຫວຽດນາມ ທີ່ໄດ້ເລີ່ມລົງມືດໍາເນີນການ
ນັບຕັ້ງແຕ່ປີ 2008 ເປັນຕົ້ນມານັ້ນ ສາມາດປະຕິບັດໄດ້ໄວກວ່າເປົ້າໝາຍທີ່ວາງໄວ້
ເດີມ ເຖິງ 1 ປີ ນັ້ນເອງ.
XS
SM
MD
LG