ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສປປ ລາວ ກັບ ສຫລ ແລະຄູ່ຮ່ວມພັດທະນາ ຮ່ວມມືກັນ ໃນການປາບປາມ ການຄ້າສັດປ່າ


ເອກອັກຄະລັດຖະທູດ ສຫລ ປະຈຳ ສປປ ລາວ ທ່ານ Daniel Clune ຖະ​ແຫຼງຕໍ່ນັກຂ່າວໂທລະພາບ
ເອກອັກຄະລັດຖະທູດ ສຫລ ປະຈຳ ສປປ ລາວ ທ່ານ Daniel Clune ຖະ​ແຫຼງຕໍ່ນັກຂ່າວໂທລະພາບ
ທາງການລາວ ກັບສະຫະລັດອາເມຣິກາ ແລະບັນດາຄູ່ຮ່ວມພັດ
ທະນາໃນລະດັບສາກົນ ຢືນຢັນທີ່ຈະຮ່ວມມືກັນຢ່າງໃກ້ຊິດເຂົ້າ
ໃນການຕ້ານການລັກລອບຄ້າສັດປ່າທີ່ຍັງມີທ່າອຽງເພີ້ມຂຶ້ນນັບ
ມື້.


ການປະກາດເຈດຕະນາລົມ ເພື່ອເສີມສ້າງການຮ່ວມມື ເຂົ້າໃນ
ການຕ້ານການລັກລອບຄ້າສັດປ່າລະຫວ່າງລັດຖະບານລາວກັບ
ບັນດາຄູ່ຮ່ວມພັດທະນາ ຊຶ່ງຮວມເຖິງ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ເຢຍຣະ
ມັນ ອັງກິດ ຝຣັ່ງເສດ ສະຫະພາບຢູໂຣບແລະຜູ້ຕາງໜ້າອົງການສະຫະປະຊາຊາດວ່າດ້ວຍ ການຕ້ານຢາເສບຕິດແລະອາຊະຍາກຳ (UNODC) ໄດ້ມີຂຶ້ນໃນໂອກາດວັນສັດປ່າໂລກ ທີ່
ຈັດຂຶ້ນເປັນຄັ້ງທຳອິດໃນລາວ ໃນຊ່ວງຕົ້ນເດືອນມີ
ນານີ້ ຢູ່ນະຄອນວຽງຈັນ.

ໂດຍການປະກາດເຈດຕະນາລົມໃນຄັ້ງນີ້ ນອກຈາກຄູ່ຮ່ວມພັດທະນາແລະລັດຖະບານຈະ ໄດ້ໃຫ້ຄວາມສຳຄັນເປັນພິເສດຕໍ່ການຕ້ານການລັກລອບຄ້າສັດປ່າໃນລາວທີ່ຍັງມີທ່າອຽງ ເພີ້ມຂຶ້ນນັບມືແລ້ວ ກໍຍັງໄດ້ແນໃສ່ການເສີມສ້າງຄວາມຮ່ວມມືຢ່າງຮອບດ້ານເຂົ້າ ໃນການ ອະນຸລັກສັດປ່າ ທີ່ໃກ້ຈະສູນພັນແລະການຮັກສາຄວາມຫຼາກຫລາຍທາງຊີວະນາໆພັນໃນ
ລາວຄຽງຄູ່ກັນໄປ ຊຶ່ງໃນນີ້ກໍຮວມເຖິງການສະກັດກັ້ນ ການລັກລອບຄ້າໄມ້ທ່ອນອີກດ້ວຍ.

ທັງນີ້ໂດຍລາວໄດ້ເຂົ້າໄປເປັນສ່ວນນຶ່ງ ໃນ 42 ປະເທດກັບ 11 ອົງການສາກົນໃນຖະແຫຼງ ການຮ່ວມດ້ານການເມືອງ ວ່າດ້ວຍການຕ້ານອາຊະຍາກຳ ຕໍ່ສັດປ່າ ໃນທຸກຮູບແບບ ຊຶ່ງມີ ຂຶ້ນໃນໂອກາດກອງປະຊຸມສາກົນ ວ່າດ້ວຍການຕ້ານການລັກລອບຄ້າສັດປ່າຢູ່ທີ່ກຸງລອນ
ດອນ ປະເທດອັງກິດ ເມື່ອເດືອນກຸມພາທີ່ຜ່ານມາ.


ສປປ ລາວ ແລະຄູ່ຮ່ວມພັດທະນາ ປະກາດຢືນຢັນ ທີ່ຈະຮ່ວມມືກັນ ເພື່ອຕ້ານການລັກລອບຄ້າສັດປ່າ
ສປປ ລາວ ແລະຄູ່ຮ່ວມພັດທະນາ ປະກາດຢືນຢັນ ທີ່ຈະຮ່ວມມືກັນ ເພື່ອຕ້ານການລັກລອບຄ້າສັດປ່າ

ການເປັນສ່ວນນຶ່ງໃນຖະແຫຼງການດັ່ງກ່າວນີ້ຖືເປັນການຢັ້ງຢືນ
ທີ່ຈະຮ່ວມມືກັບສາກົນເຂົ້າໃນການປາບປາມການລັກລອບຄ້າ
ສັດປ່າຢ່າງຈິງຈັງ ໂດຍຮວມເຖິງ ການທີ່ຈະປະກອບສ່ວນ ເຂົ້າ
ໃນການປາບປາມ ການລັກລອບຄ້າຊ້າງແລະງາຊ້າງຂ້າມຊາດ
ນຳດ້ວຍ.

ກ່ອນໜ້ານີ້ອົງການອະນຸລັກຊ້າງໃນເອເຊຍ (Elephant Asia)
ລາຍງານວ່າ ຈຳນວນປະຊາກອນຊ້າງ ຢູ່ໃນລາວຍັງຄົງລົດລົງ
ຢ່າງຕໍ່ເນື່ອງ ໂດຍການເກັບກຳຂໍ້ມູນຫຼ້າສຸດເຮັດໃຫ້ສາມາດປະ
ເມີນໄດ້ວ່າ ໃນປັດຈຸບັນນີ້ ຍັງມີປະຊາກອນຊ້າງບ້ານ ເຫລືອຢູ່ໃນລາວພຽງແຕ່ບໍ່ເກີນ ໔໕໐ ຕົວເທົ່ານັ້ນ ສ່ວນປະຊາກອນຊ້າງປ່ານັ້ນກໍເຊື່ອວ່າ ມີຈຳນວນໜ້ອຍກວ່າຊ້າງບ້ານຢ່າງແນ່
ນອນເພາະວ່າຊ້າງປ່ານັ້ນຍັງຕ້ອງປະເຊີນກັບການຖືກລ່າໂດຍກຸ່ມລັກລອບຄ້າສັດປ່າຂ້າມ
ຊາດ ຢູ່ຕະຫຼອດເວລາ ໂດຍຖ້າຫາກບັນຫາດັ່ງກ່າວ ບໍ່ໄດ້ຮັບການແກ້ໄຂກໍເຊື່ອວ່າ ຊ້າງປ່າ
ໃນລາວຈະສູນພັນໄປ ພາຍໃນ ໓໐ ປີຂ້າງໜ້າ.

ສ່ວນເຈົ້າໜ້າທີ່ຂັ້ນສູງ ໃນກະຊວງກະສິກຳ-ປ່າໄມ້ ໄດ້ໃຫ້ການຢືນຢັນວ່າ ສັດປ່າ ທີ່ຖືກລ່າ ແລະສົ່ງໄປຂາຍຕ່າງປະເທດຫລາຍທີ່ສຸດເຂດນຶ່ງກໍຄືເຂດປ່າສະຫງວນແຫ່ງຊາດນາກາຍ-
ນ້ຳເທີນ ໃນແຂວງຄຳມ່ວນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໃຫ້ການຢືນຢັນວ່າ:

"ພວກເຮົາຈຶ່ງຕີລາຄາໄດ້ວ່າ ຢູ່ຕາມເຂດຊາຍແດນນີ້ຍັງມີການເຄື່ອນໄຫວໃນການຈັບ
ແລະການລ່າສັດປ່ານີ້ຢູ່ ບໍ່ໄດ້ແມ່ນນ້ອຍເດ້ ຍົກຕົວຢ່າງ ຢູ່ປ່າສະຫງວນ ນາກາຍ-ນ້ຳ
ເທີນນີ້ ແຕ່ລະເດືອນນີ້ ໄປເກັບກູ້ ໄປກວດກາ ໄປເຫັນແລ້ວ ເກັບແຮ້ວ ເກັບກະຕ່ຳນັ້ນ
ມາ ເປັນພັນໆກວ່າກໍລະນີ."


ທາງດ້ານອົງການຄຸ້ມຄອງສັດປ່າ (WCS) ທີ່ໃຫ້ການຊ່ອຍເຫຼືອລັດຖະບານລາວ ໃນການ ອະນຸລັກເສືອໂຄ່ງໃນເຂດປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ ໃນພາກເໜືອຂອງລາວ
ນັ້ນ ລາຍງານວ່າ ໃນປັດຈຸບັນນີ້ຍັງຄົງເຫລືອປະຊາກອນເສືອໂຄ່ງໃນເຂດປ່າສະຫງວນດັ່ງ ກ່າວບໍ່ເກີນ ໓໐ ຕົວທັງກໍຍັງມີທ່າອຽງທີ່ຈະລົດຈຳນວນລົງເລື້ອຍໆເນື່ອງຈາກການລັກລອບ ລ່າເສືອໂຄ່ງໃນລາວ ເພື່ອສົ່ງອອກໄປ ປະເທດຈີນນັ້ນ ຍັງຄົງເກີດຂຶ້ນຢູ່ເລື້ອຍມາ ແລະຖ້າ ຫາກວ່າທາງການລາວ ບໍ່ປາບປາມຢ່າງແທ້ຈິງ ກໍເຊື່ອວ່າ ເສືອໂຄ່ງຈະສູນພັນ ຫລື ໝົດໄປ ຈາກດິນລາວ ກ່ອນປະຊາກອນຊ້າງປ່າຢ່າງແນ່ນອນ.

ຊຶ່ງດ້ວຍສະພາບການດັ່ງກ່າວນີ້ທາງສະຖານທູດສະຫະລັດຢູ່ນະຄອນວຽງຈັນກໍໄດ້ສົ່ງມອບ ການຊ່ອຍເຫຼືອ ໃນມູນຄ່າຮວມ ໕ ລ້ານ ໔ ແສນໂດລາ ໃຫ້ກັບ ກະຊວງຊັບຍາກອນທຳມະ ຊາດແລະສິ່ງແວດລ້ອມຂອງລາວ ສຳລັບນຳໃຊ້ ເພື່ອການອະນຸລັກຊັບພະຍາກອນທຳມະ
ຊາດ ແລະສັດປ່າຈຳນວນ ໑໓ ໂຄງການໃນລາວ ນັບຈາກປັດຈຸບັນ ຈົນເຖິງປີ ໒໐໑໕ ຢ່າງ ເປັນທາງການເມື່ອບໍ່ນານມານີ້.
XS
SM
MD
LG