ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວ​ກັບ​ໄທ ຕົກລົງ​ທີ່​ຈະ​ ດຳ​ເນີນ​ການ​ປັກ​ປັນ ​ເຂດ​ແດນ​ທາງບົກ ໃຫ້ແລ້ວເສັດໃນປີ 2016


ກອງປະຊຸມຄະນະກຳມາທິການຮ່ວມຊາຍແດນລາວ-ໄທ ຄັ້ງທີ 10 ທີ່ຈັດຂຶ້ນໃນທ້າຍເດືອນມັງກອນທີ່ຜ່ານມາ ຢູ່ນະຄອນຫລວງວຽງຈັນ.
ກອງປະຊຸມຄະນະກຳມາທິການຮ່ວມຊາຍແດນລາວ-ໄທ ຄັ້ງທີ 10 ທີ່ຈັດຂຶ້ນໃນທ້າຍເດືອນມັງກອນທີ່ຜ່ານມາ ຢູ່ນະຄອນຫລວງວຽງຈັນ.

ທາງ​ການ​ລາວ​ກັບ​ໄທ ຕົກລົງ​ທີ່​ຈະ​ດຳ​ເນີນ​ການ​ປັກ​ປັນ
​ເຂດ​ແດນ​ທາງບົກ ລະຫວ່າງ​ກັນ​ໃຫ້​ແລ້ວ​ເສັດ ​ໃນ​ປີ 2016
ສ່ວນ​ເຂດ​ແດນ​ທາງນ້ຳນັ້ນ ກໍ​ຈະ​ປັກ​ປັນ​ໃຫ້​ສຳ​ເລັດ​ທັງ​ໝົດ
​ພາຍ​ໃນ​ປີ 2018 ​ໃຫ້​ໄດ້.

ກອງປະຊຸມຄະນະກຳມາທິການຮ່ວມຊາຍແດນລາວ-ໄທ ຄັ້ງທີ 10 ທີ່ຈັດຂຶ້ນໃນທ້າຍເດືອນ
ມັງກອນທີ່ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານທອງລຸນ ສີສຸລິດ ຮອງນາຍົກ
ລັດຖະມົນຕີ ແລະລັດຖະມົນຕີວ່າການຕ່າງປະເທດ ເປັນປະທານຂອງຝ່າຍລາວ ກັບ
ພົນເອກທະນະສັກ ປະຕິມາປະກອນ ຮອງນາຍົກາລັດຖະມົນຕີ ແລະ ລັດຖະມົນຕີວ່າ ການຕ່າງປະເທດ ເປັນປະທານຂອງຝ່າຍໄທນັ້ນ ໄດ້ຕົກລົງຮ່ວມກັນ ວ່າຈະດຳເນີນການ
ປັກປັນເຂດແດນທາງບົກ ແລະທາງນ້ຳໃຫ້ສຳເລັດໃນປີ 2016 ແລະປີ 2018 ຕາມລຳດັບ.

ໂດຍໃນໂອກາດດຽວກັນນີ້ ທັງສອງຝ່າຍກໍໄດ້ເນັ້ນຢ້ຳເຖິງເປົ້າໝາຍ ໃນການສ້າງຊາຍ
ແດນໃຫ້ເປັນຊາຍແດນແຫ່ງສັນຕິພາບ ມິດຕະພາບ ແລະການຮ່ວມມື ເພື່ອກະກຽມໃຫ້
ກັບການເຂົ້າເປັນປະຊາຄົມອາຊ່ຽນໃນທ້າຍປີ 2015 ຊຶ່ງທັງສອງຝ່າຍກໍໄດ້ຮັບຮອງເອົາ
ບັນທຶກ ກອງປະຊຸມຄະນະກຳມະການຮ່ວມ ດ້ານເທັກນິກກ່ຽວກັບ ການກໍ່ສ້າງຫລັກໝາຍ
ຊາຍແດນເພີ້ມຂຶ້ນອີກ 6 ຫລັກ ການວັດແທກ ແລະການຮັບສັນຍາດາວທຽມລະບົບ
GPS ໃນລາວ ການກຳນົດວິທີການດ້ານເທັກນິກ ກ່ຽວກັບການສຳຫລວດເພີ້ມຕື່ມ
ໃນເຂດ ທີ່ຍັງຕົກລົງກັນບໍ່ທັນໄດ້ ແລະການຊອກຫາວິທີແກ້ໄຂບັນຫາຮ່ວມກັນຕໍ່ໄປ.

ພິທີລົງນາມ ຢູ່ທີ່ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ່ 19 ທີ່ຈັດຂຶ້ນ ໃນທ້າຍເດືອນມັງກອນທີ່ຜ່ານມາ ຢູ່ນະຄອນ ຫລວງວຽງຈັນ.
ພິທີລົງນາມ ຢູ່ທີ່ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ່ 19 ທີ່ຈັດຂຶ້ນ ໃນທ້າຍເດືອນມັງກອນທີ່ຜ່ານມາ ຢູ່ນະຄອນ ຫລວງວຽງຈັນ.

ທາງການລາວ-ໄທ ໄດ້ຮ່ວມກັນສຳຫລວດ ແລະປັກປັນເຂດແດນ
ທາງບົກ ນັບຈາກປີ 1997 ເປັນຕົ້ນມາ ໂດຍສາມາດຕົກລົງປັກປັນ
ເຂດແດນ ລະຫວ່າງກັນໄດ້ແລ້ວ ໃນລະຍະທາງລວມ 676 ກິໂລ
ແມັດ ແລະກໍໄດ້ມີການປັກຫລັກໝາຍຊາຍແດນ ໄປແລ້ວ 210
ຫລັກ ຄິດເປັນ 93 ເປີເຊັນ ຂອງເຂດແດນທາງບົກທັງໝົດ ຈຶ່ງຍັງ
ເຫຼືອອີກປະມານ 50 ກິໂລແມັດ ທີ່ຍັງຕົກລົງກັນບໍ່ໄດ້ ໂດຍມີສາ
ເຫດມາຈາກການອ້າງແຜນທີ່ ຄົນລະສະບັບ ແລະການຕີຄວາມ
ໝາຍໃນສົນທິສັນຍາສະຢາມ-ຝຣັ່ງເສດສະບັບປີ 1926 ທີ່ແຕກ
ຕ່າງກັນ ລວມເຖິງສະພາບຂອງທຳມະຊາດ ໃນພື້ນທີ່ ກໍໄດ້ເກີດ
ການປ່ຽນແປງໄປ ຕາມກາລະເວລາອີກດ້ວຍ.

ທາງດ້ານນາຍທະຫານຂັ້ນສູງ ຢູ່ໃນກົມກິດຈະການຊາຍແດນ ກອງບັນຊາການທະຫານ
ສູງສຸດຂອງໄທ ຍອມຮັບວ່າ ບັນຫາຂັດແຍ້ງທາງການເມືອງໃນໄທ ກໍເປັນບັນຫາໜຶ່ງ ທີ່
ເຮັດໃຫ້ການປັກປັນເຂດແດນລະຫວ່າງລາວ-ໄທ ບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມແຜນ
ການທີ່ວາງໄວ້.

ໂດຍກ່ອນໜ້ານີ້ ຄະນະກຳມາທິການຮ່ວມລະຫວ່າງລາວ-ໄທ ກໍໄດ້ຕົກລົງຮ່ວມກັນ ຢ່າງ
ເປັນທາງການແລ້ວວ່າ ຈະດຳເນີນການປັກປັນເຂດແດນທາງບົກ ແລະທາງນ້ຳໃຫ້ສຳເລັດ ໃນປີ 2015 ແລະປີ 2017 ຕາມລຳດັບ ແຕ່ດ້ວຍບັນຫາຂັດແຍ້ງ ທາງການເມືອງໃນໄທ ກໍເຮັດໃຫ້ຝ່າຍໄທ ບໍ່ສາມາດດຳເນີນການສຳຫລວດ ແລະປັກປັນເຂດແດນຮ່ວມກັບ
ຝ່າຍລາວໄດ້ເລີຍ ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ.

ແຕ່ຢ່າງໃດກໍຕາມ ນາຍທະຫານໄທ ກໍເຊື່ອໝັ້ນວ່າ ດ້ວຍຄວາມສຳພັນອັນດີລະຫວ່າງ
ກອງທັບລາວ ແລະໄທຈະບໍ່ເຮັດໃຫ້ບັນຫາຊາຍແດນ ກາຍເປັນຄວາມຂັດແຍ້ງທາງ
ທະຫານລະຫວ່າງສອງປະເທດອີກເທື່ອໃໝ່ ຢ່າງແນ່ນອນ ດັ່ງທີ່ນາຍທະຫານໄທ ໄດ້ໃຫ້ການຢືນຢັນວ່າ:

“ເນື່ອງຈາກວ່າ ຄວາມສຳພັນຂອງປະເທດໄທ ກັບປະເທດລາວ ຊຶ່ງມີຄວາມສຳ
ພັນທີ່ດີ ສະນັ້ນ ໃນເລື້ອງທາງດ້ານການທະຫານນີ້ ບໍ່ມີບັນຫາຕໍ່ກັນ ບັນຫາໃນ
ເລື້ອງ ຂອງການງານດ້ານໄພຄຸກຄາມດ້ານການທະຫານນີ້ ບໍ່ເກີດແນ່ນອນ
ເພາະວ່າປະເທດເຮົາກັບປະເທດລາວນີ້ ຢູ່ກັນຢ່າງເພື່ອນບານ ມີມິດສຳພັນ
ທີ່ດີຕໍ່ກັນ.”

ໂດຍສຳຫລັບເຂດທີ່ຍັງບໍ່ສາມາດຕົກລົງປັກປັນລະຫວ່າງກັນໄດ້ໃນປັດຈຸບັນ ກໍປະກອບ
ດ້ວຍເຂດນ້ຳເຫືອງ ເຂດຫ້ວຍໂດນ ເຂດຊ່ອງເມັກ-ວັງເຕົ່າ ແລະເຂດທີ່ໃຊ້ສັນປັນນ້ຳ ຢູ່
ເທິງພູດອຍ ໃນພາກເໜືອ ເຊັ່ນ ພູຂີ້ຟ້າ ພູຜາມົນ ແລະຜາຕັ້ງ ເປັນຕົ້ນ ສ່ວນເຂດແດນ
ທາງນ້ຳນັ້ນ ຍັງບໍ່ທັນໄດ້ຮ່ວມກັນສຳຫລວດເລີຍ ເນື່ອງຈາກທັງສອງຝ່າຍຈະຕ້ອງຮ່ວມກັນ
ຈັດທຳພາບຖ່າຍທາງອາກາດໃຫ້ແລ້ວເສັດເສຍກ່ອນເພື່ອ ນຳມາໃຊ້ປະກອບການເດີນ
ສຳຫລວດໃນພື້ນທີ່ຕົວຈິງຕໍ່ໄປ.

XS
SM
MD
LG