ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ ກວດສອບ ແຫ່ງລັດ ກວດສອບໜ່ວຍງານ ຂອງລັດຖະບານ ລາວ ໄດ້ພຽງແຕ່ 63 ເປີເຊັນ


ຮູບພາບການພັດທະນາ ຖະໜົນຫົນທາງໃນ ລາວ
ຮູບພາບການພັດທະນາ ຖະໜົນຫົນທາງໃນ ລາວ

ການຈັດຕັ້ງປະຕິ​ບັດ​ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ ສາມາດ​
ບັນ​ລຸ​ໄດ້​ພຽງ 63 ​ເປີ​ເຊັນ ຂອງ​ເປົ້າໝາຍ ທີ່​ວາງ​ໄວ້​ທັງ​ໝົດ 95
​ຫົວໜ່ວຍ ​ໃນ​ຕະຫຼອດ​ແຜນການ​ດຳ​ເນີນ​ງານ ປະຈຳປີ 2014-
2015 ນີ້.

ທ່ານ​ນາງ​ວຽງ​ທອງ ສີ​ພັນ​ດອນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ຖະ​ແຫລງວ່າ ຕະຫຼອດ​ ແຜນການ​ປະຈຳ​ປີ 2014-2015 ອົງການ​ກວດ​ສອບ​ແຫ່ງ​ລັດ​ໄດ້​ວາງ​ເປົ້າໝາຍ ທີ່​ຈະ​ດຳ​ເນີນ​ການກວດ​ສອບ​ໜ່ວຍ​ງານ​ຂອງ​ລັດຖະບານ​ໃຫ້​ໄດ້ 95 ​ຫົວ​ໜ່ວຍ ຫາກ​ແຕ່​ວ່າການຈັດຕັ້ງ ປະຕິບັດ ​ໃນ​ພາກ​ຕົວ​ຈິງ ​ໃນ​ໄລຍະ​ທີ່​ຜ່ານ​ມາ ກໍ​ສາມາດ​ກວດ​ສອບ​ໄດ້​ພຽງ 60 ຫົວໜ່ວຍ ຊຶ່ງ​ຄິດ​ເປັນ 63 ​ເປີ​ເຊັນ​ ​ເທົ່າ​ນັ້ນຂອງ​ແຜນການ​ປີ.

ທ່ານ ນາງ ວຽງທອງ ສີພັນດອນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ
ທ່ານ ນາງ ວຽງທອງ ສີພັນດອນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ

ໂດຍ​ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ​ນີ້ ນອກຈາກ​ຈະ​ເຮັດ​ໃຫ້​ຍັງ​ຄົງ​ເຫຼືອໜ່ວຍ​ງານ​ຂອງ​ລັດຖະບານ​ອີກເຖິງ 35 ຫົວໜ່ວຍ ທີ່​ຈະ​ຕ້ອງ​ດຳ​ເນີນ​ການກວດ​ສອບ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ ​ໃນ​ໄລຍະ​ຕໍ່​ໄປ​ນີ້ ​ແລ້ວ​ກໍ​ຍັງ​ເຮັດ​ໃຫ້​ຕ້ອງ​ລົດ​ເປົ້າ​ໝາຍ​ຂອງ​ການກວດ​ສອບ ​ໃນ​ແຜນການ​ປີ 2015-2016 ລົງ​ເຫຼືອພຽງ​ແຕ່ 89 ຫົວໜ່ວຍ​ເທົ່າ​ນັ້ນອີກ​ດ້ວຍ.

ທາງ​ດ້ານ​ເຈົ້າໜ້າ​ທີ່​ຂັ້ນສູງ ​ໃນ​ກະຊວງແຜນການ ​ແລະ ການ​ລົງທຶນ ​ໄດ້​ເປີດ​ເຜີຍ​ວ່າ ການກວດ​ສອບ​ໂດຍ​ໜ່ວຍ​ສະ​ເພາະ​ກິດ ຂອງ​ກະຊວງແຜນການ ​ແລະ ການ​ລົງທຶນ ​ໄດ້​ພົບ​ຂໍ້​ມູນ​ໃໝ່​ທີ່​ເຮັດ​ໃຫ້​ລັດຖະບານ​ລາວ​ຕ້ອງ​ສູູນ​ເສຍ​ງົບປະມານ​ໄປ ​ໃນ​ມູນ​ຄ່າ​ລວມ ຫຼາຍກວ່າ 6,000 ຕື້​ກີບ ຫຼື​ເກີນ​ກວ່າ 750 ລ້ານ​ໂດ​ລາ​ໃນ​ແຜນການ​ປະຈຳ​ປີ 2013-2014 ທີ່​ຜ່ານ​ມາ.

ໂດຍ​ການ​ສູນ​ເສຍ​ດັ່ງກ່າວ​ນີ້ ​ເກີດ​ຂຶ້ນຈາກ​ການຈັດຕັ້ງປະຕິບັດ​ໂຄງການ​ພັດທະນາ ທີ່​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ ກໍ​ຄື​ເປັນ​ໂຄງການ​ທີ່​ບໍ່​ຜ່ານ​ການ​ເຫັນ​ຊອບ ຂອງ​ກະ​ຊວງ​ການ​ເງິນ ​ແລະ ກະຊວງ​ແຜນການ ​ແລະ ການ​ລົງທຶນ ຈຳນວນ 56 ​ໂຄງການ ຊຶ່ງ​ແບ່ງ​ເປັນ 18 ​ໂຄງການ ຂະໜາ​ດ​ໃຫຍ່ ​ແລະ ​38 ​ໂຄງການ ທີ່​ໄດ້​ມີ​ການ​ດັດ​ແກ້​ມູນ​ຄ່າ​ຂອງ​ໂຄງການ ​ໂດຍ​ຜິດ​ກົດໝາຍດັ່ງ​ທີ່​ ທ່ານ ​
ກິ​ແກ້ວ ຈັດ​ທະ​ບູລີ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ບັນດາ​ຂະ​ແໜງ​ການ ​ໄດ້​ເຊັນ​ສັນຍາ​ໂຄງການ ​ເກີນ​ມູນ​ຄ່າ​ສະພາ​ແຫ່ງ​ຊາດ​ອະ​ນຸມັດ ມີ 18 ​ໂຄງການ ​ໄດ້​ດຳ​ເນີນ​ການ​ດັດ​ແກ້​ໂຄງການ​ຈຳນວນ 38 ​ໂຄງການ​ມູນ​ຄ່າ 6,000.92 ຕື້​ກີບ ​ໂດຍ​ບໍ່ໄດ້​ນຳ​ສະ​ເໜີ ຕໍ່​ກະຊວງແຜນການ ​ແລະ ການ​ລົງທຶນ ກັບ ກະຊວງ​ການ​ເງິນ ຈຶ່ງ​ຕີ​ລາຄາ​ວ່າ ບໍ່​ເຄົາລົບ​ກົດໝາຍ ຢ່າງ​ເຂັ້ມງວດ.”

ກ່ອນໜ້າ​ນີ້ ທ່ານ​ນາງ​ວຽງ​ທອງ ສີ​ພັນ​ດອນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ໄດ້​ຖະ​ແຫລ​ງຕໍ່​ກອງ​ປະ​ຊຸມ ສະ​ໄໝ​ສາມັນ​ຄັ້ງທີ 8 ຂອງ​ສະພາ​ແຫ່ງ​ຊາດ​ລາວ ​ເມື່ອ​ເດືອນ​ທັນວາ ປີ 2014 ວ່າ​ໄດ້​ກວດ​ພົບ ການ​ທຸ​ຈະລິດຫຼາຍກວ່າ 324 ຕື້​ກີບ ​ໃນ 25 ​ໂຄງການພັດທະນາ ທີ່​ບໍ່​ມີ​ຕົວ​ຕົນ ​ໃນ​ແຂວງ ​ອຸດົມ​ໄຊ ​ແລະ ກວດ​ພົບ​ການ​ໃຊ້​ຈ່າຍ​ງົບປະ​ມານ ທີ່​ເກີນ​ຈິງຫຼາຍ ກວ່າ 87 ຕື້​ກີບ​ໃນ 77 ​ໂຄງການ ທັງ​ຍັງ​ກວດ​ພົບ​ວ່າ ມີ​ຢູ່​ເຖິງ 254 ​ໂຄງການ​ ທີ່​ດຳ​ເນີນ​ງານ​ບໍ່​ສຳ​ເລັດ​ຕາມ​ແຜນການ ທັງໆ​ທີ່​ວ່າ ​ໄດ້​ໃຊ້​ງົບປະມານຫຼາຍກວ່າ 4,300 ຕື້​ກີບ ​ໄປ​ທັງ​ໝົດ​ແລ້ວນັ້ນ.

ທາງ​ດ້ານ​ອົງການ​ເພື່ອ​ຄວາມ​ໂປ່​ງ​ໃສ​ສາກົນ (Transparency International) ທີ່​ໄດ້​ດຳ​ເນີນ​ການ​ສຳ​ຫລວດ​ຄວາມ​ຄິດ​ເຫັນ​ຂອງ​ນັກ​ທຸລະ​ກິດ ກ່ຽວ​ກັບ​ສະພາບ​ການ​ສໍ້​ລາດ​ບັງ​ຫລວງ​ຢູ່​ໃນ 175 ປະ​ເທດ ທົ່ວ​ໂລກ​ນັ້ນ ​ໄດ້​ຈັດ​ໃຫ້​ລາວ​ຢູ່​ອັນ​ດັບທີ 145 ​ໃນປີ 2014 ​ໂດ​ຍ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ບັນດານັກທຸລະ​ກິດ​ຊາວ​ຕ່າງ​ຊາດ ທີ່​ລົງທຶນ ​ໃນ​ລາວ​ທີ່​ລະດັບ 25 ຄະ​ແນນ​ ຈາກ 100 ຄະ​ແນນ​ເຕັມ.

ໂດຍ​ຈາກ​ຄະ​ແນນ​ດັ່ງກ່າວ​ນີ້ ​ເຖິງ​ແມ່ນ​ວ່າ ຈະ​ຖື​ເປັນ​ລະດັບ​ຄວາມ​ໄວ້​ວາງ​ໃຈ​ທີ່​ດີກ​ວ່າ​ປີ 2012 ທີ່​ລາວ​ຖືກ​ຈັດ​ໃຫ້​ຢູ່​ໃນ​ອັນ​ດັບ​ທີ 160 ຊຶ່ງ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ ຈາກ​ບັນດາ​ນັກທຸລະກິດ​ຊາວ​ຕ່າງປະ​ເທດ ທີ່​ລົງທຶນ​ໃນ​ລາວ​ພຽງ​ແຕ່ 21 ຄະ​ແນນເທົ່າ​ນັ້ນກໍ​ຕາມ ຫາກ​ແຕ່​ກໍ​ເປັນ​ສະຖານະທີ່​ຕ່ຳລົງ​ເຖິງ 5 ອັນ​ດັບ ​ເມື່ອ​ທຽບ​ກັບ​ປີ 2013 ຊຶ່ງ​ລາວ​ຢູ່​ອັນ​ດັບ​ທີ 140 ​ແລະ ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ ທີ່​ລະດັບ 26 ຄະ​ແນນ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ ການ​ສໍ້​ລາດ​ບັງ​ຫລວງ​ໃນ​ລາວ ມີ​ທ່າ​ອຽງ​ເພີ້​ມຂຶ້ນ​ໃນ​ສາຍຕາ​ຊາວ​ຕ່າງ​ຊາດ​ນັ້ນ​ເອງ.

ໂດຍສາ​ເຫດ​ສຳຄັນ​ປະການ​ໜຶ່ງ ທີ່​ເຮັດ​ໃຫ້​ລາວ ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ໃນລະດັບ​ຕ່ຳລົງ​ນັ້ນ ກໍ​ຍ້ອນ​ວ່າ ການ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ລາວ ຍັງ​ມີ​ປະສິດທິພາບ​ຕ່ຳ ​ໂດຍ​ໄດ້​ມີ​ການ ກວດ​ພົບ​ວ່າ ການ​ປະຕິບັດ​ໜ້າ​ທີ່ ​ໂດຍ​ບໍ່​ສຸດຈະລິດ​ຂອງ​ບັນດາ​ພະນັກງານ​ລັດ ​ໄດ້​ກໍ່​ໃຫ້​ເກີດ​ການ​ເສຍ​ຫາຍ​ດ້ານ​ລາຍ​ຮັບ​ງົບປະມານ ຂອງ​ລັດຖະບານ​ລາວ ຫຼາຍຂຶ້ນຢ່າງ​ຕໍ່​ເນື່ອງ.

XS
SM
MD
LG