ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນຜະລິດ ເຂົ້າຂອງລາວ ບໍ່ສາມາດແຂ່ງຂັນ ໃນຕະຫຼາດ ໂລກ


ເຂົ້າທີ່ກະເສດຕະກອນລາວ ໄດ້ພາກັນປູກ ຢູ່ໃນທຸກມື້ນີ້ ມີລະດັບຄຸນນະພາບ ທີ່ຕ່ຳຫຼາຍ ເພາະວ່າ ສ່ວນໃຫຍ່ກໍຍັງຂາດ ຫຼັກວິຊາການ ສະໄໝໃໝ່.
ເຂົ້າທີ່ກະເສດຕະກອນລາວ ໄດ້ພາກັນປູກ ຢູ່ໃນທຸກມື້ນີ້ ມີລະດັບຄຸນນະພາບ ທີ່ຕ່ຳຫຼາຍ ເພາະວ່າ ສ່ວນໃຫຍ່ກໍຍັງຂາດ ຫຼັກວິຊາການ ສະໄໝໃໝ່.
ຜົນຜະລິດເຂົ້າ ຂອງລາວ ບໍ່ສາມາດແຂ່ງຂັນ ໃນຕະຫຼາດໂລກ
ໄດ້ ເນື່ອງຈາກຜົນຜະລິດ ຍັງມີຄຸນນະພາບຕ່ຳ ເມື່ອທຽບກັບຜົນ
ຜະລິດເຂົ້າ ຂອງໄທ ຫວຽດນາມ ກຳປູເຈຍ ແລະມຽນມາ.


ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງອຸດສາຫະກຳ ແລະ ການຄ້າ ຍອມຮັບວ່າ ພາກທຸລະກິດ ການສົ່ງອອກ ຜົນຜະລິດເຂົ້າ ຂອງລາວ ໄປຕ່າງປະເທດ ຍັງບໍ່ສາມາດແຂ່ງຂັນ ໃນ
ຕະຫຼາດໂລກໄດ້ ຢ່າງແທ້ຈິງ ເພາະວ່າ ເຂົ້າທີ່ກະເສດຕະກອນລາວ ສ່ວນໃຫຍ່ ໄດ້ພາ
ກັນປູກຢູ່ໃນທຸກມື້ນີ້ ຍັງມີລະດັບຄຸນນະພາບ ທີ່ຕ່ຳຫຼາຍ ຫາກທຽບກັບ ຜົນຜະລິດເຂົ້າ ຂອງໄທ ຫວຽດນາມ ກຳປູເຈຍ ແລະ ມຽນມາ.

ຍິ່ງໄປກວ່ານັ້ນ ການປູກເຂົ້າໃນລາວ ສ່ວນໃຫຍ່ກໍຍັງຂາດ ຫຼັກວິຊາການ ສະໄໝໃໝ່ ແລະ
ການຫີບຫໍ່ ກໍບໍ່ມີການ ຄັດແຍກປະເພດຂອງເຂົ້າ ອອກຈາກກັນ ກ່ອນທີ່ຈະສົ່ງອອກໄປ
ຕ່າງປະເທດ ຈຶ່ງເຮັດໃຫ້ຜົນຜະລິດເຂົ້າ ຂອງລາວ ບໍ່ເປັນທີ່ຕ້ອງການ ໃນຕະຫຼາດ
ຕ່າງປະເທດ ເພາະເຫັນວ່າ ຜົນຜະລິດເຂົ້າຂອງລາວ ມີຄຸນນະພາບຕ່ຳນັ້ນເອງ ດັ່ງທີ່
ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:
ເຂົ້າທີ່ກະເສດຕະກອນລາວ ສ່ວນໃຫຍ່ ໄດ້ພາ ກັນປູກຢູ່ໃນທຸກມື້ນີ້ ຍັງມີລະດັບຄຸນນະພາບ ທີ່ຕ່ຳຫຼາຍ.
ເຂົ້າທີ່ກະເສດຕະກອນລາວ ສ່ວນໃຫຍ່ ໄດ້ພາ ກັນປູກຢູ່ໃນທຸກມື້ນີ້ ຍັງມີລະດັບຄຸນນະພາບ ທີ່ຕ່ຳຫຼາຍ.

“ຜ່ານມານີ້ພວກເຮົາມີເຂົ້າ ແຕ່ວ່າຂາຍຍາກ ຍ້ອນວ່າເຂົ້າ
ບໍ່ໄດ້ຄຸນນະພາບ ເຂົ້າປົນ ເຂົ້າບໍ່ແມ່ນປະເພດດຽວ ປະຊາ
ຊົນແຕ່ລະຄົນຫັ້ນນະ ກໍໃຊ້ແນວພັນຕາມທີ່ເຂົາມີ ໄດ້ເຂົ້າ
ມາແລ້ວ ກະປົນກັນ ລະຫວ່າງເຂົ້າກໍຂໍກະມີ ເຂົ້າທ່າສະໂນ
ກະມີ ເຂົ້າພື້ນເມືອງກະມີ ມັນຢູ່ໃນເປົາດຽວກັນ ກະບໍ່ໄດ້
ຄຸນນະພາບ.”


ໂດຍໃນປີ 2013 ທີ່ຜ່ານມາ ລັດຖະບານລາວ ໄດ້ວາງເປົ້າໝາຍ
ການສົ່ງອອກເຂົ້າ ໄປຕ່າງປະເທດ ບໍ່ໃຫ້ຫລຸດ 3 ແສນໂຕນ ຫາກ
ແຕ່ກໍປະຕິບັດໄດ້ຈິງ ພຽງແຕ່ 25,000 ກວ່າໂຕນ ຊຶ່ງກໍຄິດເປັນ
ມູນຄ່າ 10 ລ້ານດອນລາ ເທົ່ານັ້ນ ໂດຍທີ່ເຂົ້າລາວ ມີລາຄາຊື້
ຂາຍບໍ່ເຖິງ 400 ດອນລາຕໍ່ໂຕນ ໃນຂະນະທີ່ເຂົ້າຂອງໄທ ມີລາຄາ ຊື້ຂາຍຂັ້ນຕ່ຳ 480 ດອນລາຕໍ່ໂຕນ ສ່ວນເຂົ້າຂອງກຳປູເຈຍ ຫວຽດນາມ ແລະ ມຽນມານັ້ນ ເຖິງແມ່ນວ່າ ຈະ
ມີລາຄາຊື້ຂາຍ ຕ່ຳກວ່າເຂົ້າ ຂອງໄທກໍຕາມ ຫາກແຕ່ຜົນຜະລິດເຂົ້າທັງຂອງກຳປູເຈຍ
ຫວຽດນາມ ແລະ ມຽນມາ ກໍຍັງມີລາຄາຊື້ຂາຍ ໂດຍສະເລຍບໍ່ຕ່ຳກວ່າ 440 ດອນລາຕໍ່ໂຕນ.

ກ່ອນໜ້ານີ້ ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ
ໄດ້ຖະແຫລງຍອມຮັບວ່າ ການຜະລິດເຂົ້າປະຈຳລະດູການ 2012-2013 ບໍ່ສາມາດ
ຈັດຕັ້ງ ປະຕິບັດໃຫ້ບັນລຸຕາມແຜນການ ແລະ ເປົ້າໝາຍ ທີ່ວາງໄວ້ ໃນປະລິມານລວມ
ບໍ່ນ້ອຍກວ່າ 3 ລ້ານ 8 ແສນໂຕນ ໂດຍມີສາເຫດມາຈາກການທີ່ກະເສດຕະກອນລາວ ໄດ້ພາກັນລົດການປູກເຂົ້າ ແລະຫັນໄປປູກພືດເສດຖະກິດຊະນິດອື່ນໆ ຫຼາຍຂຶ້ນ.

ສ່ວນສາເຫດ ທີ່ເຮັດໃຫ້ກະເສດຕະກອນລາວ ໄດ້ພາກັນຫັນ ໄປປູກພືດຊະນິດອື່ນໆ ແທນເຂົ້າຫຼາຍຂຶ້ນນັ້ນ ກໍຍ້ອນວ່າ ຕົ້ນທຶນໃນການປູກເຂົ້າ ໄດ້ປັບຕົວສູງຂຶ້ນ ໂດຍສະເພາະ
ແມ່ນ ລາຄາປຸຍ ລາຄານ້ຳມັນ ແລະ ຄ່າແຮງງານທີ່ເພີ້ມສູງຂຶ້ນຢ່າງຕໍ່ເນື່ອງ ແຕ່ລາຄາ
ເຂົ້າກັບບໍ່ໄດ້ເພີ້ມຂຶ້ນເລີຍ ຈຶ່ງເຮັດໃຫ້ຊາວໄຮ່ຊາວນາໃນລາວ ໄດ້ພາກັນຫັນໄປປູກ
ພືດຊະນິດອື່ນໆ ທີ່ເຫັນວ່າມີລາຍຮັບດີກວ່າປູກເຂົ້ານັ້ນເອງ.

ໂດຍໃນລະດູການປີ 2012-2013 ທີ່ຜ່ານມາ ກະເສດຕະກອນລາວ ສາມາດຜະລິດ
ເຂົ້າໄດ້ໃນປະລິມານລວມ 3 ລ້ານ 5 ແສນ 4 ໝື່ນໂຕນ ທີ່ຄິດເປັນ 93 ເປີເຊັນ ຂອງແຜນ
ການປີ ໂດຍໃນນີ້ກໍເປັນຜົນຜະລິດເຂົ້ານາປີ ໃນປະລິມານ 2 ລ້ານ 8 ແສນ 5 ໝື່ນໂຕນ ຜົນຜະລິດເຂົ້າຈາກເຂດເນີນສູງ 195,000 ໂຕນ ແລະ ຜົນຜະລິດເຂົ້ານາແຊງ 5 ແສນ
ໂຕນທີ່ທຽບໄດ້ກັບ 66 ເປີເຊັນຂອງແຜນການເທົ່ານັ້ນ.

ນອກຈາກນີ້ ໄພທຳມະຊາດກໍເປັນອີກ ປັດໄຈໜຶ່ງ ທີ່ກະທົບຕໍ່ແຜນການ ເພີ້ມຜົນຜະລິດ
ເຂົ້າໃນລາວນັບແຕ່ປີ 2008 ເປັນຕົ້ນມາ ໂດຍສະເພາະແມ່ນໄພນ້ຳຖ້ວມຄັ້ງໃຫຍ່ ໃນ
ແຂວງພາກໃຕ້ທີ່ເກີດຈາກພາຍຸໂຊນຮ້ອນເກດສະໜາໃນປີ 2010.

ຊຶ່ງກໍຕິດຕາມດ້ວຍພາຍຸໂຊນຮ້ອນໄຫ້ໝ້າ ແລະ ພາຍຸນົກເຕັນ ໃນປີ 2011 ລວມເຖິງ
ປະລິມານນ້ຳຝົນ ທີ່ຕົກລົງມາ ຢ່າງຫຼວງຫຼາຍ ໃນປີ 2012 ແລະໃນປີ 2013 ນັ້ນ ກໍໄດ້
ສົ່ງຜົນກະທົບ ເຮັດໃຫ້ພື້ນທີ່ປູກເຂົ້າ ຂອງກະເສດຕະກອນລາວເສຍໄປຫຼາຍແສນ
ເຮັກຕາດ້ວຍເຊັ່ນກັນ.
XS
SM
MD
LG