ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ​ ຈັດ​ກອ​ງ​ປະ​ຊຸມ ເປີດກວ້າງ ເຜີຍ​ແຜ່​ ຄວາມ​ຄືບ​ໜ້າ ໃນ​ການ​ສ້າງ ​ເຂື່ອນດອນ​ສະ​ຫົງ


ກອງ​ປະ​ຊຸມ​ເຜີຍ​ແຜ່ ຄວາມ​ຄືບ​ໜ້າ ຂອງ​ໂຄງ​ການ​ກໍ່​ສ້າງ ເຂື່ອນດອນ​ສະ​ຫົງ ໃສ່ລຳ​ແມ່​ນ້ຳ​ຂອງ ໃນ​ເຂດ​ພາກ​ໃຕ້​ຂອງ​ລາວ ທີ່ຈັດຂຶ້ນ ຢູ່ເມືອງປາກເຊ, ວັນທີ 11 ມີນາ 2014.
ກອງ​ປະ​ຊຸມ​ເຜີຍ​ແຜ່ ຄວາມ​ຄືບ​ໜ້າ ຂອງ​ໂຄງ​ການ​ກໍ່​ສ້າງ ເຂື່ອນດອນ​ສະ​ຫົງ ໃສ່ລຳ​ແມ່​ນ້ຳ​ຂອງ ໃນ​ເຂດ​ພາກ​ໃຕ້​ຂອງ​ລາວ ທີ່ຈັດຂຶ້ນ ຢູ່ເມືອງປາກເຊ, ວັນທີ 11 ມີນາ 2014.
ທາງການລາວ ຈັດກອງປະຊຸມເປີດກວ້າງ ເພື່ອເຜີຍແຜ່ຄວາມຄືບ
ໜ້າ ຂອງໂຄງການກໍ່ສ້າງເຂື່ອນດອນສະຫົງເທິງແນວແມ່ນ້ຳຂອງ
ຕໍ່ຄະນະທູດແລະຜູ້ຕາງໜ້າຂອງຕ່າງປະເທດ.


ກອງປະຊຸມເປີດກວ້າງ ເພື່ອເຜີຍແຜ່ຂໍ້ມູນຂ່າວສານໃນດ້ານເຕັກ
ນິກ ຂອງໂຄງການກໍ່ສ້າງ ເຂື່ອນດອນສະຫົງ ໄດ້ຈັດຂຶ້ນຢ່າງເປັນ ທາງການເມື່ອບໍ່ນານມານີ້ຢູ່ເມືອງປາກເຊ ແຂວງຈຳປາສັກ ໂດຍ
ມີບັນດາທູຕານຸທູດຕ່າງປະເທດ ຜູ້ຕາງໜ້າຂອງສະຫະພາບຢູໂຣບ ຄະນະຜູ້ແທນອົງການ
ແມ່​ນ້ຳຂອງສາກົນແລະອົງການ ສາກົນທີ່ບໍ່ຂຶ້ນກັບລັດຖະບານໄດ້ເຂົ້າຮ່ວມໃນກອງປະຊຸມ ຄັ້ງນີ້ດ້ວຍ.

​ທີ່​ຕັ້ງ​ຂອງ​ໂຄງ​ການ​ເຂື່ອນດອນ​ສະ​ຫົງ
​ທີ່​ຕັ້ງ​ຂອງ​ໂຄງ​ການ​ເຂື່ອນດອນ​ສະ​ຫົງ

ໂດຍເນື້ອໄນສຳຄັນທີ່ຜູ້ຕາງໜ້າຂອງລັດຖະບານລາວແລະກຸ່ມ
ລົງທຶນໃນໂຄງການໄດ້ນຳສະເໜີຕໍ່ກອງປະຊຸມຄັ້ງນີ້ ກໍຄືການຢືນ
ຢັນເຖິງມາດຕະຖານສາກົນ ຂອງການສຶກສາຢ່າງລະອຽດ ກ່ຽວ
ກັບວິສະວະກຳ ຄວາມເປັນໄປໄດ້ຂອງໂຄງການ ຜົນກະທົບຕໍ່ສິ່ງ
ແວດລ້ອມທຳມະຊາດແລະຕໍ່ສັງຄົມ ຜົນກະທົບສະສົມ ແລະການ
ອອກແບບກໍ່ສ້າງເພື່ອປ້ອງກັນຜົນກະທົບເຫຼົ່ານັ້ນ ໂດຍມີທ່ານວິ
ຣະພົນ ວິຣະວົງ ລັດຖະມົນຕີຊ່ວຍວ່າ ການກະຊວງພະລັງງານ
ແລະບໍ່ແຮ່ ເປັນຜູ້ທີ່ນຳສະເໜີຂໍ້ມູນ ແລະຕອບຂໍ້ສົງໄສຕ່າງໆໃນ
ກອງປະຊຸມຄັ້ງນີ້.

ພ້ອມກັນນີ້ ທ່ານວິຣະພົນຍັງໄດ້ໃຫ້ການຢືນຢັນດ້ວຍວ່າ ໂຄງການເຂື່ອນດອນສະຫົງ
ຈະບໍ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມທຳມະຊາດ ແລະສັດນ້ຳ ໃນເຂດຕອນລຸ່ມ ຂອງແມ່
ນ້ຳຂອງ ເນື່ອງຈາກເປັນໂຄງການທີ່ກວມເອົາພື້ນທີ່ ໃນແມ່ນ້ຳຂອງ ພຽງສ່ວນນ້ອຍໆ
ເທົ່ານັ້ນ ໃນຂະນະທີ່ປານັ້ນ ກໍຍັງສາມາດອົບພະຍົບໄປມາໄດ້ຕາມປົກກະຕິ ດັ່ງທີ່ທ່ານ
ໄດ້ໃຫ້ການຊີ້ແຈງ ວ່າ:


ທ່ານວີຣະພົນ ວີຣະວົງ ອະທິບາຍຕໍ່ຜູ້ສົນໃຈ ຊາວຕ່າງປະເທດ ຢູ່ກອງປະຊຸມ (ຮູບໂດຍໂທລະພາບແຫ່ງຊາດລາວ)
ທ່ານວີຣະພົນ ວີຣະວົງ ອະທິບາຍຕໍ່ຜູ້ສົນໃຈ ຊາວຕ່າງປະເທດ ຢູ່ກອງປະຊຸມ (ຮູບໂດຍໂທລະພາບແຫ່ງຊາດລາວ)

“ເຮົາສ້າງເຂື່ອນຕັນມີແຕ່ 100 ແມັດທຽບກັບຄວາມກວ້າງ
ຂອງນ້ຳ ລະຍະນີ້ 10 ກ່ວາກິ ໂລແມັດ ມັນບໍ່ມີຄວາມໝາຍ
ຫຍັງ ມັນບໍ່ມີຜົນກະທົບ ຂີ້ດິນຕະກອນ ກະບໍ່ແມ່ນວ່າຄ້າງ
ເລື້ອງປາ ເຮົາກະຖືວ່າ ເປັນເລື້ອງທີ່ວ່າ ເຮົານີ້ເຊື່ອວ່າ ເຮົາ
ແກ້ໄຂໄດ້ ແຕ່ວ່າຫລາຍຄົນ ກະຄິດບໍ່ຄືກັນ ເນື່ອງຈາກວ່າ
ຮູສະຫົງນີ້ ເປັນຮູສຳຄັນ ທີ່ປາຂຶ້ນລົງໄດ້ ໃນລະດູແລ້ງ
ລະດູຝົນ ແຕ່ມັນຂຶ້ນໄດ້ທຸກບ່ອນ ຮູສະດຳນີ້ ຍາມຝົນມັນ
ກະຂຶ້ນໄດ້.”


ແຕ່່ຢ່່າງໃດກໍຕາມ ກອງປະຊຸມວາລະພິເສດ ຂອງຄະນະກຳ
ມາທິການແມ່ນ້ຳຂອງ (MRC) ທີ່ມີຂຶ້ນ ຢູ່ນະຄອນວຽງຈັນ ເມື່ອບໍ່ນານນີ້ ກໍໄດ້ມີມະຕິຕົກ
ລົງໃຫ້ນຳສະເໜີໂຄງການກໍ່ສ້າງເຂື່ອນດອນສະຫົງນີ້ ເຂົ້າສູ່ການພິຈາລະນາໃນກອງ
ປະຊຸມລະດັບລັດຖະມົນຕີຂອງປະເທດສະມາຊິກ MRC ກໍຄື ລາວ ໄທ ກຳປູເຈຍ ແລະ
ຫວຽດນາມ ທີ່ກຳໜົດຈະມີຂຶ້ນໃນເດືອນເມສານີ້ ຢູ່ຫວຽດນາມ.

ໂດຍສາເຫດທີ່ຕ້ອງມີການນຳສະເໜີດັ່ງກ່າວ ກໍເນື່ອງຈາກວ່າ ກອງປະຊຸມໃນວາລະພິ
ເສດຂອງຄະນະກຳມະການຮ່ວມ MRC ໃນຄັ້ງດັ່ງກ່າວ ຍັງມີຄວາມຄິດເຫັນທີ່ແຕກຕ່າງ
ກັນກ່ຽວກັບການບັງຄັບໃຊ້ຂໍ້ຕົກລົງວ່າດ້ວຍການໃຊ້ປະໂຫຍດຈາກແມ່ນ້ຳຂອງທີ່ມີຕໍ່
ໂຄງການເຂື່ອນ ດອນສະຫົງ ທີ່ຈະກໍ່ສ້າງຢູ່ເທິງແນວແມ່່ນ້ຳຂອງ ໃນເຂດແຂວງຈຳປາສັກ
ຂອງລາວ.

ຜູ້ສົນໃຈຄົນນຶ່ງສອບຖາມກອງປະຊຸມ (ຮູບໂດຍໂທລະພາບແຫ່ງຊາດລາວ)
ຜູ້ສົນໃຈຄົນນຶ່ງສອບຖາມກອງປະຊຸມ (ຮູບໂດຍໂທລະພາບແຫ່ງຊາດລາວ)

ທັງນີ້ ໂດຍຄະນະຜູ້ແທນ ຂອງລັດຖະບານ ກຳປູເຈຍ ແລະ
ຫວຽດນາມນັ້ນເຫັນວ່າ ທາງການລາວຈະຕ້ອງນຳສະເໜີໂຄງ
ການເຂື່ອນດອນສະຫົງ ເຂົ້າສູ່ຂະບວນການປຶກສາຫາລືໃນ
MRC ກ່ອນທີ່ຈະມີການລົງມືກໍ່ສ້າງເນື່ອງຈາກເປັນໂຄງການ
ທີ່ຈະກໍ່ສ້າງຢູ່ເທິງແນວແມ່ນ້ຳຂອງ ຫາກແຕ່ວ່າ ທາງການລາວ
ກໍໄດ້ໃຫ້ເຫດຜົນວ່າ ໂຄງການເຂື່ອນດອນສະຫົງ ຈະບໍ່ສົ່ງຜົນ
ກະທົບ ຕໍ່ສະພາບແວດລ້ອມທຳມະຊາດ ໃນແນວແມ່ນ້ຳຂອງ
ຈຶ່ງສາມາດດຳເນີນການກໍ່ສ້າງໄດ້ ດ້ວຍການແຈ້ງໃຫ້ປະເທດ
ສະມາຊິກ ໄດ້ຮັບຊາບເທົ່ານັ້ນ.

ທາງດ້ານທ່ານນາງ ມອນມະນີ ຍອຍບົວກອງ ຫົຍໜ້າກອງເລຂາ ໃນຄະນະກຳມະການ
ແມ່ນ້ຳຂອງແຫ່ງຊາດລາວ ກໍໄດ້ໃຫ້ການຢືນຢັນວ່າ ປັນຫາທີ່ເກີດຂຶ້ນດັ່ງກ່າວນີ້ ບໍ່ແມ່ນ
ຄວາມຂັດແຍ້ງລະຫວ່າງປະເທດສະມາຊິກ ໃນ MRC ແຕ່ຢ່າງໃດ ຫາກແຕ່ຖືເປັນການ
ຕົກລົງທີ່ສ້າງສັນ ເພື່ອຫາແນວທາງໃນການນຳໃຊ້ປະໂຫຍດ ຈາກແມ່ນ້ຳຂອງຮ່ວມກັນ
ຢ່າງຍືນຍົງ.

​ບໍ​ລິ​ເວນ​ກໍ່​ສ້າງ​ເຂື່ອນດອນ​ສະ​ຫົງ
​ບໍ​ລິ​ເວນ​ກໍ່​ສ້າງ​ເຂື່ອນດອນ​ສະ​ຫົງ

ຫາກແຕ່ວ່າດ້ວຍເຫດທີ່ກອງປະຊຸມໃນວາລະພິເສດຂອງ
ຄະນະກຳມະການຮ່ວມ MRC ໄດ້ ສະເໜີໂຄງການເຂື່ອນ
ດອນສະຫົງເຂົ້າສູ່ການພິຈາລະນາ ໃນກອງປະຊຸມລະດັບ
ລັດຖະມົນຕີ MRC ທີ່ຄາດວ່າ ຈະມີຂຶ້ນໃນໂອກາດດຽວກັນ ກັບກອງປະຊຸມສຸດຍອດຜູ້ນຳລັດຖະບານ ຂອງ MRC ຄັ້ງ
ທີ 2 ທີ່ຈະມີຂຶ້ນຢ່າງເປັນທາງການ ໃນຕົ້ນເດືອນເມສາປີ
2014 ນີ້ຢູ່ນະຄອນໂຮ່ຈິມິນ ຈຶ່ງເຮັດໃຫ້ຕ້ອງລໍຖ້າຜົນຂອງ
ການພິຈາລະນາ ຈາກກອງປະຊຸມດັ່ງກ່າວເສຍກ່ອນ ຊຶ່ງ
ໝາຍຄວາມວ່າ ໃນລະຍະນີ້ບໍລິສັດຜູ້ລົງທຶນ ຈະຕ້ອງຢຸດ
ດຳເນີນງານໃນໂຄງການເປັນການຊົ່ວຄາວ ໃນທຸກໆດ້ານນັ້ນເອງ.
XS
SM
MD
LG