ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບ. ເອກະຊົນລາວ ຈະລົງທຶນເຖິງ 1 ພັນ 2 ຮ້ອຍລ້ານ ໂດລາ ໃນເຂດເສດຖະກິດພິເສດ ຢູ່ແຂວງຫລວງພະບາງ


ສະຖານທີ່ທ່ອງທ່ຽວຕ່າງໆ ຂອງແຂວງຫຼວງພະບາງ
ສະຖານທີ່ທ່ອງທ່ຽວຕ່າງໆ ຂອງແຂວງຫຼວງພະບາງ

ບໍລິສັດເອກະຊົນລາວ ຈະລົງທຶນເຖິງ 1 ພັນ 2 ຮ້ອຍລ້ານ ໂດລາ
ເພື່ອພັດທະນາເຂດເສດຖະກິດພິເສດ ຢູ່ແຂວງຫລວງພະບາງ
ສຳລັບຮອງຮັບການທ່ອງທ່ຽວ ແລະການບໍລິການ ທີ່ທັນສະໄໝ
ຢ່າງຄົບວົງຈອນ.

ຄະນະກຳມະການແຫ່ງຊາດ ເພື່ອການຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດ
ຖະກິດສະເພາະ ພາຍໃຕ້ການເປັນປະທານ ຂອງ ທ່ານສົມສະຫວາດ ເລັ່ງສະຫວັດ
ຮອງນາຍົກລັດຖະມົນຕີ ໄດ້ລົງນາມອະນຸມັດໃຫ້ກຸ່ມບໍລິສັດພູສີຈຳກັດ ເປັນຜູ້ລົງທຶນ
ພັດທະນາເຂດເສດຖະກິດພິເສດ ໃນເນື້ອທີ່ລວມ 4,850 ເຮັກຕາ ຢູ່ເຂດຊານເມືອງເກົ່າ
ຫລວງພະບາງ ກັບເມືອງຈອມເພັດ ໃນແຂວງຫລວງພະບາງ ເມື່ອບໍ່ນານມານີ້.

ສັນຍາດັ່ງກ່າວນີ້ ມີອາຍຸສຳປະທານ 99 ປີ ໂດຍກຸ່ມບໍລິສັດພູສີຈຳກັດ ຈະລົງທຶນໃນມູນ
ຄ່າລວມເຖິງ 1,200 ລ້ານໂດລາ ເພື່ອພັດທະນາພື້ນທີ່ສຳປະທານໃຫ້ເປັນເຂດທ່ອງທ່ຽວ
ແລະບໍລິການທີ່ທັນສະໄໝຢ່າງຄົບວົງຈອນ ໂດຍຈະກໍ່ສ້າງລະບົບພື້ນຖານໂຄງຮ່າງ ແລະ
ສິ່ງອຳນວຍຄວາມສະດວກຕ່າງໆ ຢ່າງຄົບຊຸດ ເຊັ່ນຖະໜົນ ລະບົບໄຟຟ້າ ນ້ຳປະປາ
ໂຮງໝໍ ໂຮງຮຽນ ໂຮແຮມ ທະນາຄານ ສູນການຄ້າ ອາຄານ ທຸລະກິດສູງ 23 ຊັ້ນ ແລະ
ບ້ານພັກສຳລັບຄົນສູງອາຍຸ ທີ່ສ່ວນຫຼາຍ ຈະເປັນຊາວຕ່າງປະເທດ.

ພ້ອມກັນນີ້ ກຸ່ມບໍລິສັດພູສີຈຳກັດ ຍັງຈະມີການຈັດສັນພື້ນທີ່ ເປັນເຂດກະສິກຳອິນຊີ
ປອດສານພິດ ເຂດອຸດສາຫະກຳ ຂະໜາດກາງ ແລະຂະໜາດໃຫຍ່ ເຂດອະນຸລັກ
ວັດທະນະທຳ ແລະການປົກປັກຮັກສາສະພາບແວດລ້ອມທຳມະຊາດ ຮວມເຖິງການ
ຈັດສັນພື້ນທີ່ ສຳລັບການບຳບັດນ້ຳເສຍ ແລະກຳຈັດຂີ້ເຫຍື້ອຢ່າງຄົບຊຸດ ທັງຍັງກໍ່ສ້າງ
ຂົວຂ້າມແມ່ນ້ຳຂອງ ເພື່ອເຊື່ອມຈອດລະຫວ່າງ ເຂດຊານເມືອງຫລວງພະບາງ ກັບ
ເມືອງຈອມເພັດ ທີ່ຈະເປັນທີ່ຕັ້ງຂອງສະຖານີລົດໄຟ ທີ່ເຊື່ອມຕໍ່ລາວກັບຈີນອີກດ້ວຍ.

ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ທີ່ມີການລົງທຶນຂອງກຸ່ມທຸລະກິດ ຈາກຕ່າງປະເທດ ທີ່ມີມູນຄ່າລົງທຶນຫຼາຍທີ່ສຸດ.
ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ທີ່ມີການລົງທຶນຂອງກຸ່ມທຸລະກິດ ຈາກຕ່າງປະເທດ ທີ່ມີມູນຄ່າລົງທຶນຫຼາຍທີ່ສຸດ.

ໃນປັດຈຸບັນ ມີການລົງທຶນຂອງກຸ່ມທຸລະກິດ ຈາກຕ່າງປະເທດ
ຢູ່ໃນເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ທັງ
13 ແຫ່ງໃນລາວ ຄິດເປັນມູນຄ່າລວມຫຼາຍກວ່າ 4,000 ລ້ານ
ໂດລາ ແລະໃນນີ້ ກໍໄດ້ມີການນຳເງິນທຶນເຂົ້າມາໃນລາວແລ້ວ
1,200 ກວ່າລ້ານໂດລາ ທີ່ເປັນການລົງທຶນຂອງບໍລິສັດເອກະຊົນ
ຕ່າງຊາດ 500 ກວ່າລາຍ ຊຶ່ງໃນນີ້ ເປັນການລົງທຶນຂອງບັນດາ
ບໍລິສັດຈາກຈີນ 234 ລາຍ ຈຶ່ງຖືເປັນກຸ່ມທຸລະກິດຕ່າງຊາດ ທີ່
ລົງທຶນໃນລາວຫຼາຍທີ່ສຸດໃນປັດຈຸບັນ.

ທັງນີ້ ລັດຖະບານລາວໄດ້ປັບປຸງທັງນະໂຍບາຍ ແລະນິຕິກຳ
ຕ່າງໆ ເພື່ອອຳນວຍຄວາມສະດວກ ແລະສົ່ງເສີມບໍລິສັດຕ່າງຊາດ ໃຫ້ເຂົ້າມາລົງທຶນ
ໃນລາວຫຼາຍຂຶ້ນນັບມື້ ໂດຍສະເພາະແມ່ນ ການກຳນົດກົດລະບຽບ ຢ່າງລະອຽດ ທີ່
ກ່ຽວກັບການສ້າງຕັ້ງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ທີ່ລັດຖະ
ບານລາວໄດ້ວາງເປົ້າໝາຍ ຈະສ້າງຕັ້ງໃຫ້ໄດ້ 58 ແຫ່ງໃນທົ່ວປະເທດພາຍໃນປີ 2020
ຊຶ່ງໃນປັດຈຸບັນ ລັດຖະບານລາວກໍໄດ້ສ້າງຕັ້ງເຂດເສດຖະກິດໄດ້ແລ້ວ 13 ແຫ່ງ ຈຶ່ງຍັງ
ຄົງເຫຼືອອີກເຖິງ 45 ແຫ່ງທີ່ຈະຕ້ອງສ້າງຕັ້ງຕໍ່ໄປ.

ທາງດ້ານກະຊວງແຜນການ ແລະການລົງທຶນ ລາຍງານວ່າ ເຂດທີ່ມີມູນຄ່າລົງທຶນຫຼາຍ
ທີ່ສຸດ ກໍຄືເຂດເສດຖະກິດພິເສດສາມຫລ່ຽມຄຳ ຢູ່ເມືອງຕົ້ນເຜິ້ງ ໃນແຂວງບໍ່ແກ້ວ ຊຶ່ງ
ໃນປັດຈຸບັນ ໄດ້ລົງທຶນໄປແລ້ວ 700 ກວ່າລ້ານໂດລາ ຈາກແຜນການລົງທຶນທັງໝົດ
2,250 ລ້ານໂດລາ ທີ່ເປັນການລົງທຶນທັງ 100 ເປີເຊັນ ຂອງບໍລິສັດເອກະຊົນຈີນ.

ໂດຍການສ້າງຕັ້ງເຂດເສດຖະກິດ ພິເສດ ແລະເຂດເສດຖະກິດສະເພາະຂຶ້ນໃນລາວນັ້ນ
ກໍມີເປົ້າໝາຍ ເພື່ອໃຫ້ເປັນພາກສ່ວນສຳຄັນ ໃນການພັດທະນາເສດຖະກິດຂອງລາວ
ໃຫ້ ຈະເລີນກ້າວໜ້າ ທັງສ້າງວຽກເຮັດງານທຳໃຫ້ແກ່ຄົນລາວອີກດ້ວຍ ດັ່ງທີ່ ທ່ານນາງ
ບົວທາ ຂັດຕິຍະ ຮອງປະທານທະນາຄານກຳມະການ ແຫ່ງຊາດລາວ ເພື່ອຄຸ້ມຄອງ
ເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ໄດ້ຖະແຫລງຢືນຢັນວ່າ:

“ວຽກງານການພັດທະນາເຂດເສດຖະກິດພິເສດ ເປັນວຽກງານໃໝ່ ທີ່ຕັ້ງຂຶ້ນ
ຕັ້ງແຕ່ປີ 2000 ທີ່ລັດຖະບານ ສປປ. ລາວ ມີຈຸດເປົ້າໝາຍເຮັດໃຫ້ວຽກງານ
ດັ່ງກ່າວ ເປັນຫົວຈັກ ໃຫ້ແກ່ການພັດທະນາ ແລະກໍ່ສ້າງປະກອບສ່ວນ ວຽກ
ເຮັດງານທຳ ໃຫ້ແກ່ປະເທດຊາດ ປະກອບສ່ວນ ໃຫ້ແກ່ການພັດທະນາ
ເສດຖະກິດ ແລະສັງຄົມແຫ່ງຊາດ ໃນແຕ່ລະ ລະຍະ ການພັດທະນານີ້
ຈະແຈ້ງຂຶ້ນ ກໍຍ້ອນການຈັດຕັ້ງ ພາກລັດຖະບານໄດ້ເອົາໃຈໃສ່ ຄົ້ນຄວ້າຫາ
ວິທີແກ້ໄຂບັນຫາ.”

ກ່ອນໜ້ານີ້ ທາງການລາວ ໄດ້ອະນຸມັດໃຫ້ສ້າງຕັ້ງ ນິຄົມອຸດສາຫະກຳປາກເຊ-ຍີ່ປຸ່ນ
SME ຢູ່ທີ່ແຂວງຈຳປາສັກ ສ່ວນນະຄອນຫຼວງວຽງຈັນ ກໍມີນິຄົມອຸດສາຫະກຳ ແລະ
ການຄ້າວຽງຈັນ-ໂນນທອງ ເຂດເສດຖະກິດສະເພາະ ດົງໂພສີ ເຂດເສດຖະກິດສະເພາະ
ລ່ອງແຖ່ງ-ວຽງຈັນ ເຂດພັດທະນາກວມລວມທີ່ເມືອງໄຊເສດຖາ ເຂດເສດຖະກິດສະເພາະ
ບຶງທາດຫລວງ ນອກນັ້ນ ກໍມີເຂດເສດຖະກິດພິເສດ ສະຫວັນ-ເຊໂນ ເຂດເສດຖະກິດ
ສະເພາະ ທ່າແຂກ ແລະເຂດເສດຖະກິດສະເພາະ ພູຂຽວ ໃນແຂວງຄຳມ່ວນ ຕາມລຳດັບ.

XS
SM
MD
LG