ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳ​ຫຼວດລາວ ​ປະ​ຕິ​ບັດ ມາດຕະການໃໝ່ ເພື່ອປາບປາມ ການຄ້າ ຢາເສບຕິດ


ທາງການຕຳຫລວດລາວ ຈັບກຸມພວກລັກລອບ ຂົນສົ່ງ ແລະ ຄ້າຢາເສບຕິດ ໄດ້ສອງຄົນ ພ້ອມດ້ວຍຂອງກາງ.
ທາງການຕຳຫລວດລາວ ຈັບກຸມພວກລັກລອບ ຂົນສົ່ງ ແລະ ຄ້າຢາເສບຕິດ ໄດ້ສອງຄົນ ພ້ອມດ້ວຍຂອງກາງ.
ທາງການຕຳຫລວດລາວ ດຳເນີນການຈັດຕັ້ງ ປະຕິບັດມາດ
ຕະການໃໝ່ ໃນການປາບປາມ ການລັກລອບຂົນສົ່ງ ແລະ
ຄ້າຢາເສບຕິດ ໂດຍທຳການຈັບກຸມຄຸມຂັງ ແລະລົງໂທດຂັ້ນ
ສູງສຸດ.


ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງປ້ອງກັນຄວາມສະຫງົບພາຍໃນ ຢືນຢັນວ່າ ການດຳເນີນ
ມາດຕະການ ເພື່ອການປາບປາມ ບັນດານັກລັກລອບ ຂົນສົ່ງ ແລະ ຄ້າຢາເສບຕິດ
ໃນລາວ ໃນລະຍະຕໍ່ໄປນີ້ ຈະມີລະດັບ ຂອງການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດຫຼາຍຂຶ້ນ
ລວມທັງຍັງຈະທຳການຈັບກຸມຄຸມຂັງ ແລະ ລົງໂທດຕໍ່ຜູ້ກະທຳຄວາມຜິດ ໃນຂັ້ນສູງສຸດ
ທີ່ກຳໜົດໄວ້ ໃນກົດໝາຍອີກດ້ວຍ.

ໂດຍມາດຕະການໃໝ່ດັ່ງກ່າວນີ້ ຍັງຈະມີການນຳໃຊ້ ຕໍ່ບັນດາເຍົາວະຊົນທີ່ຕິດຢາ ຫຼື
ເປັນນັກຄ້າຢາເສບຕິດ ລາຍຍ່ອຍ ທີ່ເຄີຍຖືກຈັບກຸມ ແລະ ຜ່ານການສຶກສາອົບຮົມ
ມາແລ້ວ ຫາກແຕ່ຢ່າງໃດອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໄດ້ໃຫ້ການຢືຢັນວ່າ:

“ພວກຢາບ້າ ມັນກໍພົບຄວາມຫຍຸ້ງຍາກ ບາງຄົນກະເອົາໄປດັດສ້າງ ບາງຄົນກໍ
ເອົາໄປ ດຳເນີນຄະດີຫຼາຍຄັ້ງ ອອກມາ ກໍບໍ່ມີການປ່ຽນແປງ ພວກນີ້ນິຖ້າເຫັນນີ້
ຈະດຳເນີນ ການຈັບກຸມໂລດ ເພາະວ່າມັນມີການກະທຳຜິດແລ້ວ.”

ໂຄງການ ໂຮງຮຽນປອດສິ່ງເສບຕິດ ຫຼື Drug Free School ນັ້ນ ເປັນການລົນນະລົງ ໃຫ້ເຍົາວະຊົນລາວ ຫຼີກເວັ້ນສິ່ງເສບຕິດຕ່າງໆ.
ໂຄງການ ໂຮງຮຽນປອດສິ່ງເສບຕິດ ຫຼື Drug Free School ນັ້ນ ເປັນການລົນນະລົງ ໃຫ້ເຍົາວະຊົນລາວ ຫຼີກເວັ້ນສິ່ງເສບຕິດຕ່າງໆ.

ໂດຍໃນປີ 2013 ທີ່ຜ່ານມາ ທາງການຕຳຫຼວດລາວ ສາມາດ
ຈັບກຸມຜູ້ກະທຳຄວາມຜິດ ທີ່ກ່ຽວກັບຢາເສບຕິດໄດ້ທັງໝົດ
1,954 ຄົນໃນ 1,303 ກໍລະນີ ແລະ ຢຶດຢາເສບຕິດ ປະເພດ
ຢາບ້າໄດ້ເກືອບ 14 ລ້ານເມັດ ຝິ່ນ 1,494 ກິໂລກຳ ເຮໂລອິນ
ເກືອບ 55 ກິໂລກຳ ແລະ ກັນຊາ 5,696 ໂຕນ.

ສ່ວນສູນບຳບັດຄົນຕິດຢາທັງ 9 ແຫ່ງ ກໍໄດ້ຮອງຮັບ ເຍົາວະຊົນ
ທີ່ຕິດຢາ ຈຳນວນທັງໝົດ 6,600 ກວ່າຄົນ ແຕ່ເກີນກວ່າ 60
ເປີເຊັນ ທີ່ຜ່ານການບຳບັດໄປແລ້ວນັ້ນ ໄດ້ກັບຄືນໄປເສບຢາ
ອີກເທື່ອໃໝ່ ຈຶ່ງເຊື່ອວ່າໃນປີ 2014 ນີ້ ຈະມີເຍົາວະຊົນລາວ ຕິດຢາບ້າເພີ້ມຂຶ້ນ ເປັນຫຼາຍກວ່າ 1 ແສນຄົນຢ່າງແນ່ນອນ.

ທາງດ້ານສະຫະພັນແມ່ຍິງລາວ ລາຍງານວ່າ ບັນຫາການຄ້າ ແລະ ການຊົມໃຊ້ຢາເສບຕິດ
ທີ່ມີລະດັບຄວາມຮຸນແຮງຫຼາຍຂຶ້ນໃນ ປັດຈຸບັນມີສາເຫດສຳຄັນ ປະການໜຶ່ງ ມາຈາກ
ຄວາມແຕກແຍກ ພາຍໃນຄອບຄົວ ໂດຍສະເພາະແມ່ນ ພາຍຫຼັງຈາກການຢ່າຮ້າງແລ້ວ
ຜູ້ເປັນສາມີ ບໍ່ສະແດງຄວາມຮັບຜິດຊອບ ຕໍ່ຄອບຄົວ ແລະ ປ່ອຍໃຫ້ຜູ້ເປັນພັນລະຍາ ຕ້ອງທຳມາຫາລ້ຽງລູກໂດຍລຳພັງນັ້ນ ກໍຍັງໄດ້ກາຍເປັນສາເຫດ ທີ່ເຮັດໃຫ້ແມ່ຍິງລາວ ຕ້ອງເຂົ້າໄປຫຍຸ້ງກ່ຽວກັບ ການກະທຳຜິດກົດໝາຍຂຶ້ນອີກດ້ວຍ.

ທັງນີ້ໂດຍໃນແຜນການປີ 2012-2013 ທີ່ຜ່ານມາ ສານປະຊາຊົນລາວ ໄດ້ຮັບການ
ຟ້ອງຮ້ອງ ທີ່ເປັນການຂັດແຍ້ງລະຫວ່າງ ບຸກຄົນຫຼາຍກວ່າ 12,000 ຄະດີ ໃນທົ່ວປະເທດ
ແລະ ໃນນີ້ກໍປະກົດວ່າເກີນກວ່າ 80 ເປີເຊັນ ເປັນຄະດີຢ່າຮ້າງ ແລະ ການຮຽກຮ້ອງເອົາ
ຊັບສິນ ຫຼືຄ່າລ້ຽງດູ ລະຫວ່າງ ສາມີພັນລະຍາ.

ແຕ່ຢ່າງໃດກໍຕາມ ຄະນະລັດຖະບານລາວ ກໍໄດ້ລົງມະຕິຮັບຮອງ ເອົາແຜນປະຕິບັດການ
ລະດັບຊາດ ວ່າດ້ວຍການປ້ອງກັນ ແລະ ການລົບລ້າງທຸກການກະທຳຮຸນແຮງຕໍ່ແມ່ຍິງ
ແລະ ເດັກນ້ອຍ ຢ່າງເປັນທາງການໃນທ້າຍເດືອນມີນາທີ່ຜ່ານມາ ໂດຍແຜນການດັ່ງກ່າວ
ຈະນຳໃຊ້ເປັນແນວທາງ ໃນການປະຕິບັດ ໃນຊ່ວງປີ 2014-2020 ໂດຍມີເປົ້າໝາຍ ທີ່
ຈະພັດທະນາ ໃຫ້ເກີດຄວາມສະເໝີພາບ ລະຫວ່າງ ຍິງຊາຍ ແລະ ການລົບລ້າງ ທຸກການ
ກະທຳຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃຫ້ໄດ້ຢ່າງເປັນຮູບປະທຳ.

ໂດຍສຳລັບເນື້ອໃນສຳຄັນ ໃນແຜນປະຕິບັດການ ລະດັບຊາດດັ່ງກ່າວນີ້ ກໍປະກອບດ້ວຍ
ນະໂຍບາຍ ແລະ ກົດໝາຍ ການສ້າງຖານຂໍ້ມູນ ແລະ ສະຖິຕິ ການສຶກສາ ແລະ ວິໄຈ ການກຳນົດແຜນປະບັດການ ແລະ ມາດຕະການຕ່າງໆ ເພື່ອປ້ອງກັນ ແລະ ລົບລ້າງທຸກໆ
ການກະທຳຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນລາວ ໃຫ້ມີປະສິດທິພາບ ຢ່າງແທ້ຈິງ ໂດຍອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ສະຫະພາບຢູໂຣບ ແລະ
ສະຫະລັດອາເມຣິກາ ໄດ້ຮ່ວມກັນໃຫ້ການຊ່ວຍເຫຼືອແກ່ລາວ ໃນດ້ານດັ່ງກ່າວນີ້ ມູນຄ່າ
ລວມ 3 ລ້ານ 9 ແສນດອນລາ ເມື່ອບໍ່ດົນມານີ້.
XS
SM
MD
LG