ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຍອມຮັບວ່າ ລາຍຮັບທີ່ໄດ້ຈາກ GDP ຂອງລາວ ບໍ່ເທົ່າທຽມກັນ ໃນຄວາມເປັນຈິງ


ການຂຸດຄົ້ນແລະະຜະລິດທອງແດງເພື່ອສົ່ງອອກໄປຂາຍຢູ່ຕ່າງປະເທດ ຊຶ່ງເຮັດໃຫ້ GDP ລາວຂະຫຍາຍຕົວ
ການຂຸດຄົ້ນແລະະຜະລິດທອງແດງເພື່ອສົ່ງອອກໄປຂາຍຢູ່ຕ່າງປະເທດ ຊຶ່ງເຮັດໃຫ້ GDP ລາວຂະຫຍາຍຕົວ

ເຈົ້າໜ້າທີ່ຂັ້ນສູງໃນພັກປະຊາຊົນປະຕິວັດລາວ ຍອມຮັບວ່າ ບໍ່ມີຄວາມສະເໝີພາກ ທີ່ ຈະໄດ້ຮັບການສະເລ່ຍລາຍໄດ້ຈາກ GDP ຢ່າງເທົ່າທຽມກັນໃນຄວາມເປັນຈິງ.

ທ່ານເຈືອງ ສົມບູນຂັນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ
ລາວ ຖະແຫລງຍອມຮັບວ່າ ການທີ່ພັກໄດ້ວາງເປົ້າໝາຍທີ່ຈະລົບລ້າງບັນຫາຄວາມ
ທຸກຈົນຂອງ ປະຊາຊົນລາວ ໃຫ້ໄດ້ໂດຍພື້ນຖານພາຍໃນປີ 2015 ນັ້ນ ກໍບໍ່ໄດ້ໝາຍ
ຄວາມວ່າ ຈະເຮັດໃຫ້ປະຊາຊົນລາວທຸກຄົນ ມີລາຍໄດ້ໝາຍຄວາມວ່າ ຈະເຮັດໃຫ້ປະ
ຊາຊົນລາວ ທຸກຄົນມີລາຍໄດ້ສະເລ່ຍຢ່າງເທົ່າທຽມກັນ ໃນທົ່ວປະເທດແຕ່ຢ່າງໃດ.

ທ່ານເຈືອງ ສົມບູນຂັນ ຫົວໜ້າຄະນະໂຄສະນາອົບຮົມສູນກາງ ພັກປະຊາຊົນປະຕິວັດລາວ
ທ່ານເຈືອງ ສົມບູນຂັນ ຫົວໜ້າຄະນະໂຄສະນາອົບຮົມສູນກາງ ພັກປະຊາຊົນປະຕິວັດລາວ

ທັງນີ້ກໍເນື່ອງຈາກວ່າ
ການຄິດສະເລ່ຍລາຍ
ໄດ້ຂອງປະຊາຊົນຈາກ
ມູນຄ່າຜະລິດຕະພັນ
ລວມພາຍໃນປະເທດ
(GDP) ນັ້ນ ຖືເປັນພຽງ
ການຄິດໄລ່ສະເລ່ຍຕາມ
ຫລັກການທາງດ້ານເສດ
ຖະກິດເທົ່ານັ້ນ ຫາກແຕ່
ວ່າໃນຄວາມເປັນຈິງແລ້ວ
ຍ່ອມບໍ່ສາມາດເປັນໄປ
ໄດ້ ເພາະວ່າ ໃນທຸກສັງ
ຄົມແລ້ວ ຍ່ອມມີຄວາມແຕກໂຕນກັນໃນດ້ານລາຍໄດ້ ແລະສະພາບຊີວິດການເປັນຢູ່ ໂດຍສະເພາະແມ່ນລະຫວ່າງປະຊາຊົນທີ່ຢູ່ໃນເຂດຕົວເມືອງກັບເຂດຊົນນະບົດນັ້ນ ກໍຍັງມີຄວາມແຕກໂຕນກັນຫລາຍຂຶ້ນນັບມື້ອີກດ້ວຍ.

ຍິ່ງໄປກວ່ານັ້ນ ເນື່ອງຈາກວ່າມູນຄ່າ GDP ໃນລາວ ທີ່ເປັນຈິງນັ້ນ ກໍຍັງລວມເຖິງຜົນ ປະໂຫຍດຂອງນັກລົງທຶນຊາວຕ່າງປະເທດໃນລາວອີກດ້ວຍ ເພາະສະນັ້ນ ຈຶ່ງເປັນເລື້ອງ
ທໍາມະດາ ທີ່ນັກລົງທຶນເຫລົ່ານີ້ຈະຕ້ອງໂອນຜົນປະໂຫຍດເຫລົ່ານັ້ນ ກັບຄືນໄປປະເທດ
ຂອງພວກເຂົາເຈົ້າ ຊຶ່ງກໍຈະສົ່ງຜົນກະທົບຕໍ່ການສະເລ່ຍລາຍໄດ້ຂອງປະຊາຊົນລາວຈາກ
ມູນຄ່າ GDP ອີກດ້ວຍນັ້ນເອງ ດັ່ງທີ່ທ່ານເຈືອງໄດ້ຊີ້ແຈງວ່າ:

“ເຖິງວ່າເຮົາສິເອົາລວມຍອດມູນຄ່າມາແບ່ງສະເລ່ຍໃຫ້ແຕ່ລະຄົນໆ ຫັ້ນນະ
ມັນເພີ້ມຂຶ້ນສູງແທ້ ແຕ່ວ່າ ການກະຈາຍຕົວຈິງຂອງລາຍໄດ້ ຈາກລວມຍອດ
ມູນຄ່າອັນນີ້ ນຶ່ງຫັ້ນພວກລົງທຶນເຂົາເອົາກັບຄືນເມືອປະເທດເຂົາ ສ່ວນນຶ່ງແລ້ວ
ທີ່ເປັນຜົນກໍາໄລຂອງເຂົາ ອັນສອງມາເຮົາກໍເອົາມາເຂົ້າໃນຄັງເງິນລວມຂອງຊາດ
ຖົງເງິນໃຫຍ່ ຢູ່ໃນການເງິນນີ້ໝົດ ສ່ວນວ່າປະຊາຊົນຕົວຈິງເຂົາເຈົ້າບໍ່ໄດ້ຈາກ
ຕົວນີ້ເດ໋ະ.”

ທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫຼວງ ວຽງຈັນ
ທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນຫຼວງ ວຽງຈັນ

ກ່ອນໜ້ານີ້ ທ່ານ ສຸກັນ ມະຫາລາດ
ເຈົ້າຄອງນະຄອນຫຼວງວຽງຈັນໄດ້ຄາດ
ໝາຍວ່າ ຖ້າຫາກ ນະຄອນວຽງຈັນ
ສາມາດຮັກສາລະດັບການເຕີບໂຕ
ຂອງຍອດຜະລິດຕະພັນລວມພາຍໃນ
(GDP) ໄດ້ໃນອັດຕາສະເລ່ຍທີ່ບໍ່ຕໍ່າ
ກວ່າ 12% ຕໍ່ປີຢ່າງຕໍ່ເນື່ອງກໍຈະເຮັດ
ໃຫ້ມູນຄ່າຂອງ GDP ໃນປີ 2015
ສາມາດວັດສະເລ່ຍເປັນລາຍໄດ້ຂອງ
ປະຊາກອນລາວ ໃນເຂດນະຄອນຫຼວງ
ວຽງຈັນໄດ້ເຖິງ 4,000 ໂດລາຕໍ່ຄົນຕໍ່ປີ.

ສໍາລັບໃນໄລຍະຈາກປີ 2006-2010 ນັ້ນ GDP ຂອງນະຄອນຫຼວງວຽງຈັນໄດ້ຂະຫຍາຍ
ຕົວເພີ່ມຂຶ້ນໃນອັດຕາສະເລ່ຍເຖິງ 12.1% ຕໍ່ປີ ຈຶ່ງເຮັດໃຫ້ທ່ານ ສຸກັນ ເຊື່ອໝັ້ນວ່າ ໃນ ຕະຫຼອດໄລຍະນັບຈາກປີ 2011-2015 ນັ້ນ GDP ຂອງນະຄອນຫຼວງວຽງຈັນ ກໍຈະຍັງມີ ການຂະຫຍາຍຕົວເພີ່ມຂຶ້ນຕໍ່ໄປໃນອັດຕາສະເລ່ຍບໍ່ຕໍ່າກວ່າ 12% ຕໍ່ປີດັ່ງກ່າວ ໃນຂະນະ
ດຽວກັນ ລາຍໄດ້ສະເລ່ຍຂອງປະຊາຊົນໃນເຂດນະຄອນຫຼວງວຽງຈັນໃນປີ 2015 ກໍຍັງຈະ ເພີ່ມຂຶ້ນຈາກລະດັບໃນປັດຈຸບັນນີ້ ເກີນກວ່າ 2 ເທົ່າອີກດ້ວຍ.

ທັງນີ້ໂດຍໂຄງປະກອບທາງເສດຖະກິດຂອງນະຄອນຫຼວງວຽງຈັນນັ້ນ ພາກກະສິກໍາ-
ປ່າໄມ້ກວາມເອົາ 19% ພາກອຸດສາຫະກໍາ ແລະກໍ່ສ້າງ 43% ແລະພາກບໍລິການ
38% ຂອງມູນຄ່າ GDP.

ທາງດ້ານເຈົ້າໜ້າທີ່ໃນຄະນະຊີ້ນໍາການພັດທະນາຊົນນະບົດ ແລະລົບລ້າງຄວາມທຸກ
ຍາກແຫ່ງຊາດລາວ ກໍຍອມຮັບວ່າ ລະດັບການພັດທະນາທາງເສດຖະກິດຂອງນະຄອນ
ຫຼວງວຽງຈັນ ມີຄວາມແຕກໂຕນກັນກັບຕ່າງແຂວງຫຼາຍຂຶ້ນນັບມື້ ຊຶ່ງຈະເຫັນໄດ້ຢ່າງ
ຊັດເຈນ ຈາກລະດັບການພັດທະນາທາງເສດຖະກິດຂອງແຂວງຫົວພັນ ທີ່ໃນປັດຈຸບັນນີ້
ຍັງມີປະຊາຊົນເຖິງ 43% ຂອງຈໍານວນ 45,573 ຄອບຄົວ ໃນທົ່ວແຂວງນັ້ນ ຍັງມີຄວາມ
ເປັນຢູ່ທີ່ທຸກຍາກຢ່າງຍິ່ງ.

ປະເທດລາວຊຶ່ງມີຄວາມແຕກໂຕນ ກັນໃນການພັດທະນາລະຫວ່າງ ນະຄອນວຽງຈັນກັບແຂວງຕ່າງໆ
ປະເທດລາວຊຶ່ງມີຄວາມແຕກໂຕນ ກັນໃນການພັດທະນາລະຫວ່າງ ນະຄອນວຽງຈັນກັບແຂວງຕ່າງໆ

ທັງນີ້ ໂດຍສະເພາະແມ່ນປະຊາຊົນໃນເຂດເມືອງວຽງ
ໄຊນັ້ນຍັງມີລາຍໄດ້ສະເລ່ຍພຽງແຕ່ 325 ໂດລາຕໍ່ຄົນ
ເທົ່ານັ້ນ. ຈາກການຄາດໝາຍກ່ຽວກັບ ລາຍໄດ້ສະ
ເລ່ຍຂອງປະຊາຊົນໃນເຂດນະຄອນວຽງຈັນ ກັບປະ
ຊາຊົນລາວໃນແຂວງຫົວພັນ ດັ່ງກ່າວ ຈຶ່ງຖືເປັນຕົວ
ຢ່າງທີ່ສະທ້ອນໃຫ້ເຫັນເຖິງຄວາມແຕກໂຕນກັນ
ທີ່ຫລາຍຂຶ້ນຂອງລະດັບລາຍໄດ້ສະເລ່ຍຂອງປະຊາ
ຊົນລາວໃນເຂດຕົວເມືອງ ແລະເຂດຊົນນະບົດໄດ້
ຢ່າງຈະແຈ້ງນັ້ນເອງ.

XS
SM
MD
LG