ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຫວັງວ່າ ການເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດ ASEM ຄັ້ງທີ 9 ໃນປີນີ້ ຈະຊ່ວຍໃຫ້ໄດ້ເຂົ້າ WTO


ພິທີເປີດການເລີ້ມຕົ້ນຂະຫຍາຍສະໜາມບິນວັດໄຕ ພາຍໃຕ້ການຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນ
ພິທີເປີດການເລີ້ມຕົ້ນຂະຫຍາຍສະໜາມບິນວັດໄຕ ພາຍໃຕ້ການຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນ

ເຈົ້າໜ້າທີ່ຂັ້ນສູງມີຄວາມເຊື່ອໝັ້ນວ່າ ລາວຈະໄດ້ຮັບການຮັບຮອງໃຫ້ເຂົ້າເປັນສະມາຊິກ ຂອງອົງການ ການຄ້າໂລກ ໃນປີ 2013 ຫຼື ຫຼັງຈາກການເປັນເຈົ້າພາບຈັດກອງປະຊຸມສຸດ ຍອດ ASEM ຄັ້ງທີ 9.

ທ່ານ ອະພິໄຊຍະເດດ ອິນສີຊຽງໃໝ່, ຫົວໜ້າຝ່າຍຄຸ້ມຄອງໂຄງການກໍ່ສ້າງສູນການ
ປະຊຸມນາໆຊາດແຫ່ງໃໝ່ ເພື່ອຮອງຮັບກອງປະຊຸມສຸດຍອດຜູ້ນໍາລັດຖະບານວ່າດ້ວຍ ການຮ່ວມມືທາງເສດຖະກິດ ລະຫວ່າງອາຊ່ຽນກັບສະຫະພາບເອີຣົບ ຄັ້ງທີ 9 (9th
ASEM Summit) ທີ່ ລາວຈະເປັນເຈົ້າພາບຈັດຂຶ້ນຢ່າງເປັນທາງການ ໃນຊ່ວງວັນທີ
5-6 ພະຈິກ 2012 ນີ້ ຢູ່ນະຄອນຫລວງວຽງຈັນ ໄດ້ຖະແຫຼງຢືນຢັນວ່າ ການດຳເນີນ
ງານ ຈະສຳເລັດສົມບູນໃນເດືອນຕຸລາປີນີ້ຢ່າງແນ່ນອນ.

ພາບຈໍາລອງສູນກາງຈັດກອງປະຊຸມ ASEM ຄັ້ງທີ 9 ທີ່ລາວຈະເປັນເຈົ້າພາບຈັດຂຶ້ນ ໃນເດືອນພະຈິກ ປີນີ້
ພາບຈໍາລອງສູນກາງຈັດກອງປະຊຸມ ASEM ຄັ້ງທີ 9 ທີ່ລາວຈະເປັນເຈົ້າພາບຈັດຂຶ້ນ ໃນເດືອນພະຈິກ ປີນີ້

ການດຳເນີນງານຈົນເຖິງປັດ
ຈຸບັນນີ້ ໄດ້ຄືບໜ້າໄປແລ້ວ
ເກີນກ່ວາ 20% ເຊິ່ງເປັນ
ການດຳເນີນງານໃນພາກ
ສ່ວນຂອງໂຄງສ້າງຮາກຖານ
ເພື່ອຮອງຮັບໂຄງສ້າງຂອງ
ຊັ້ນເທິງທີ່ມີທັງໝົດ 7 ຊັ້ນ
ແລະໂຄງຫຼັງຄາທີ່ກຳນົດຈະ
ກໍ່ສ້າງໃຫ້ແລ້ວພາຍໃນເດືອນ
ພຶດສະພາ ແລະມິຖຸນາ ຕາມ
ລຳດັບ ສ່ວນຕໍ່ຈາກນັ້ນກໍ
ເປັນການຕົກແຕ່ງພາຍໃນ
ອາຄານ ພ້ອມກັບການຕິດຕັ້ງສິ່ງອຳນວຍຄວາມສະດວກຕ່າງໆ ຢ່າງຄົບຊຸດໃຫ້ແລ້ວ
ເສັດທັງໝົດ ພາຍໃນເດືອນຕຸລາເປັນຢ່າງຊ້າ.

ການກໍ່ສ້າງສູນການປະຊຸມດັ່ງກ່າວນີ້ ລັດຖະບານລາວໄດ້ຮັບການຊ່ວຍເຫຼືອຈາກລັດ
ຖະບານຈີນ ໃນມູນຄ່າລວມເຖິງ 450 ລ້ານຢວນ ຫຼືປະມານ 80 ລ້ານໂດລາເຊິ່ງຕັ້ງ
ຢູ່ບົນເນື້ອທີ່ກ້ວາງ 7 ເຮັກຕາ ຢູ່ຫຼັກ 6 ຖະໜົນໄກສອນ ພົມວິຫານ. ການດຳເນີນງານ
ຈະແບ່ງອອກເປັນ 2​ ໄລຍະ ກໍຄືໄລຍະທີ່ 1 ເປັນການກໍ່ສ້າງສູນການປະຊຸມນາໆຊາດ
ທີ່ມີພື້ນທີ່ໃຊ້ສອຍ 20,109 ຕາແມັດ ສຳລັບຮອງຮັບກອງປະຊຸມອາຊຽນຄັ້ງທີ 9 ດັ່ງ
ກ່າວ, ສ່ວນໄລຍະທີ 2 ນັ້ນ ຈະເປັນການກໍ່ສ້າງຫໍປະຊຸມຂະໜາດໃຫຍ່ ເພື່ອຮອງຮັບ
ການຈັດງານ ຫຼື ກິດຈະກຳລະດັບນາໆຊາດຕ່າງໆເປັນການສະເພາະ ທີ່ກຳນົດຈະ
ກໍ່ສ້າງ ໃຫ້ແລ້ວເສັດພາຍໃນປີ 2013 ໂດຍການດຳເນີນງານທັງໝົດນີ້ ຢູ່ພາຍໃຕ້ການ ກຳກັບດູແລຂອງສະຖາບັນວິໄຈ ແລະແຜນການກະຊວງອຸດສາຫະກຳເຄື່ອງຈັກຂອງ
ລັດຖະບານຈີນ.

ພາບຈໍາລອງເຮືອນຮັບແຂກທີ່ເປັນຜູ້ແທນເຂົ້າຮ່ວມກອງປະຊຸມ ASEM
ພາບຈໍາລອງເຮືອນຮັບແຂກທີ່ເປັນຜູ້ແທນເຂົ້າຮ່ວມກອງປະຊຸມ ASEM

ພ້ອມກັນນີ້ ລັດຖະບານຈີນ
ຍັງໄດ້ໃຫ້ການຊ່ວຍເຫຼືອແກ່
ລັດຖະບານລາວ ໃນການກໍ່
ສ້າງເຮືອນພັກຮັບຮອງຈຳ
ນວນ 52 ຫຼັງ ແລະສະໂມ
ສອນຢູ່ເທິງດອນຈັນສຳລັບ
ຜູ້ນຳລັດຖະບານ 50 ປະ
ເທດຂອງເອເຊຍ ແລະເອີຣົບ
ທີ່ຈະເຂົ້າຮ່ວມໃນກອງປະ
ຊຸມອີກດ້ວຍ. ສ່ວນລັດຖະ
ບານຍີ່ປຸ່ນ ກໍໃຫ້ການຊ່ວຍ
ເຫຼືອໃນການພັດທະນາປັບປຸງສະໜາມບິນນາໆຊາດວັດໄຕ ດ້ວຍການຂະຫຍາຍທາງ
ແລ່ນຂຶ້ນ-ລົງຂອງເຮືອບິນ ແລະພື້ນທີ່ຈອດເຮືອບິນຂະໜາດ ໃຫຍ່ໃຫ້ໄດ້ 40 ລຳພ້ອມ
ກັນ ເຊິ່ງຈະດຳເນີນການແລ້ວສຳເລັດພາຍໃນເດືອນກັນຍາປີນີ້.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງການຕ່າງປະເທດ ກໍໄດ້ຖະແຫຼງຢືນຢັນວ່າ ການທີ່
ລາວໄດ້ ເປັນເຈົ້າພາບຈັດກອງປະຊຸມສຸດຍອດດັ່ງກ່າວນີ້ ຖືເປັນໝາກຜົນຈາກການທີ່ພັກ
ແລະລັດຖະບານລາວໄດ້ຕັດສິນໃຈເຂົ້າເປັນສະມາຊິກຂອງກຸ່ມອາຊີຈາກປີ 1997 ເປັນຕົ້ນມາ
ຍິ່ງໄປກ່ວານັ້ນ ການເປັນເຈົ້າພາບຈັດກອງປະຊຸມສຸດອາຊຽນ ກໍຍັງຈະເຮັດໃຫ້ລາວໄດ້ຮັບ
ການຍອມຮັບ ໃນລະດັບສາກົນເພີ່ມຂຶ້ນ ອັນຈະເປັນປັດໃຈທີ່ຊຸກຍູ້ໃຫ້ລາວໄດ້ຮັບການຮັບ ຮອງໃຫ້ເຂົ້າໄປເປັນສະມາຊິກຂອງອົງການການຄ້າໂລກໄວຂຶ້ນອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່
ຂັ້ນສູງຂອງລາວ ໄດ້ສະແດງຄວາມເຊື່ອໝັ້ນວ່າ:

ອັນນີ້ແມ່ນເປັນຄວາມພະຍາຍາມ ເພື່ອເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນນີ້
ເຊິ່ງອັນນີ້ຖືວ່າ ເປັນການສະສົມບົດຮຽນໃຫ້ ສປປ ລາວ ເພື່ອກ້າວໄປສູ່ລະດັບສາກົນ
ເຊັ່ນວ່າ ພວກເຮົາກຳລັງກະກຽມເພື່ອເຂົ້າເປັນສະມາຊິກຂອງອົງການການຄ້າໂລກ
.

ຜູ້ແທນລາວທີ່ໄປເຈລະຈາຄັ້ງຫລ້າສຸດກັບຄະນະຜູ້ຕາງໜ້າຖາວອນປະຈໍາອົງການການຄ້າໂລກ (WTO) ຢູ່ກຸງເຈນີວາ ປະເທດ ສະວິດເຊີແລນ ໃນທ້າຍເດືອນທັນວາ, 2011 ທີ່ຜ່ານມານີ້
ຜູ້ແທນລາວທີ່ໄປເຈລະຈາຄັ້ງຫລ້າສຸດກັບຄະນະຜູ້ຕາງໜ້າຖາວອນປະຈໍາອົງການການຄ້າໂລກ (WTO) ຢູ່ກຸງເຈນີວາ ປະເທດ ສະວິດເຊີແລນ ໃນທ້າຍເດືອນທັນວາ, 2011 ທີ່ຜ່ານມານີ້

ຄະນະຜູ້ແທນຂອງທາງການລາວ
ພາຍໃຕ້ການນໍາຂອງທ່ານນາມ
ວິຍະເກດ ລັດຖະມົນຕີວ່າການ
ກະຊວງອຸດສະຫະກໍາ ແລະການ
ຄ້າ ໄດ້ສິ້ນສຸດການເຈລະຈາຄັ້ງ
ຫລ້າສຸດ ຮ່ວມກັບຄະນະຜູ້ຕາງ
ໜ້າຖາວອນປະຈໍາອົງການການ
ຄ້າໂລກ (WTO) ຢູ່ກຸງເຈນີວາ
ປະເທດສະວິດເຊີແລນ ເມື່ອທ້າຍ
ເດືອນທັນວາທີ່ຜ່ານມານີ້ ຊຶ່ງກໍ
ຖືໄດ້ວ່າມີຄວາມຄືບໜ້າເປັນ
ຢ່າງດີ.

ທັງນີ້ ຄະນະຜູ້ແທນຂອງທາງການລາວ ໄດ້ມີການລົງນາມໃນສັນຍາແບບທະວີພາຄີຮ່ວມ
ກັບຜູ້ແທນຂອງສະຫະພາບຢູໂຣບ ແລະຜູ້ແທນຂອງໄຕ້ຫວັນ ຫຼັງຈາກການເຈລະຈາຄັ້ງ
ຫລ້າສຸດນີ້ ໄດ້ສິ້ນສຸດລົງ ແລະໃນໂອກາດດຽວກັນນີ້ ຄະນະຜູ້ແທນຂອງລາວຍັງໄດ້ເຈລະ
ຈາຮ່ວມກັບຜູ້ແທນຂອງທາງການສະຫະລັດອາເມຣິກາ ແລະສາມາດບັນລຸຂໍ້ຕົກລົງໃນຫຼັກ
ການຮ່ວມກັນ ກ່ຽວກັບການທີ່ທາງການສະຫະລັດຈະໃຫ້ການສະໜັບສະໜູນລາວ ເພື່ອ
ໃຫ້ໄດ້ເຂົ້າເປັນປະເທດສະມາຊິກຂອງ WTO ໃຫ້ໄວທີ່ສຸດອີກດ້ວຍ.

XS
SM
MD
LG