ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ຕ້ອງ​ທຳ​ການ​ສຶກສາຕື່ມອີກ ກ່ອນສະເໜີຕໍ່ UNESCO ໃຫ້​ຮັບຮອງ​ເອົາທົ່ງໄຫຫີນ ເປັນມໍລະດົກໂລກ


ທົ່ງໄຫຫີນ ຢູ່ແຂວງຊຽງຂວາງ ເປັນສະຖານທີ່ທ່ອງທ່ຽວ ຂອງລາວ ອີກແຫ່ງໜຶ່ງ ທີ່ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ພາກັນເດີນທາງໄປທ່ຽວຊົມ.
ທົ່ງໄຫຫີນ ຢູ່ແຂວງຊຽງຂວາງ ເປັນສະຖານທີ່ທ່ອງທ່ຽວ ຂອງລາວ ອີກແຫ່ງໜຶ່ງ ທີ່ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ພາກັນເດີນທາງໄປທ່ຽວຊົມ.

ທາງການ​ລາວ ​ຍັງ​ຈະ​ຕ້ອງ​ທຳ​ການ​ສຶກສາ ​ເພື່ອ​ກຳນົດ​ແຜນການ
​ອະນຸລັກ​ທົ່ງ​ໄຫ​ຫີນ​ໃຫ້​ໄດ້​ຕາມ​ເງື່ອນ​ໄຂ ​ຂອງ​ອົງການ UNESCO
ກ່ອນ​ທີ່​ຈະ​ມີ​ການ​ນຳ​ສະ​ເໜີ ​ໃຫ້​ຮັບຮອງ​ເປັນ​ມໍລະດົກ​ໂລກແຫ່ງທີ
3 ​ໃນ​ລາວ.

ທ່ານ​ສົມ​ກົດ ​ມັງນໍ​ເມກ ​ເຈົ້າ​ແຂວງ ​ແລະ ​ເລ​ຂາ​ພັກ​ ແຂວງ​ຊຽງຂວາງ ​ຖະ​ແຫຼ​ງ ຍອມ​ຮັບ ​ວ່າ​
ຍັງຈະ​ຕ້ອງ​ມີ​ການ​ສຶກສາ ໃນ​ລາຍລະອຽດ​ເພື່ອ​ກຳນົດ​ແຜນການ​ອະນຸ​ລັກ​ ເຂດ​ທົ່ງໄຫ​ຫີນ​
ໃຫ້​ໄດ້​ຕາມເງື່ອນ​ໄຂ​ ທີ່​ອົງການ UNESCO ກຳນົດ​ໄວ້​ ໃນ​ທຸກໆ​ດ້ານ​ສາກ່ອນ ຈິ່ງ​ຈະສາ ມາດ​ນຳ​ສະ​ເໜີ​ ຕໍ່ອົງການ UNESCO ​ເພື່ອ​ພິຈາລະ​ນາ​ໃຫ້ການ​ຮັບ​ຮອງ​ ເຂດ​ທົ່ງ​ໄຫ​ຫີ​ນ
ຂອງ​ລາວ ​ເປັນ​ມໍລະດົກໂລກ​ໄດ້​ຢ່າ​ງ​ເ​ປັນທາງ​ການ

​ແຕ່​ຢ່າງ​ໃດ​ກໍ່​ຕາມ ທ່ານ​ສົ​ມກົດ ​ກໍ່​ບໍ່​ສາມ​າດ ທີ່​ຈະໃຫ້ການ​ຄາດໝາຍ​ວ່າ​ ການ​ສຶກສາ​ດັ່ງ
ກ່າວ​ນີ້​ ຈະ​ຕ້ອງ​ໃຊ້ໄລຍະ​ເວລາ ໃນ​ການ​ດຳ​ເນີນ​ການ​ ຈົນ​ເຖິງ​ເມື່ອ​ໃດ​ແທ້ ​ເນື່ອງ​ຈາກ​ວ່າ
​ໄຫ​ຫີນ​ທີ່​ມີ​ຢູ່​ຫຼາຍ​ກວ່າ 2000 ໜ່ວຍ​ນັ້ນ ​ບໍ່​ໄດ້​ຕັ້ງ​ຢູ່​ໃນ​ບໍລິ​ເວ​ນ​ດຽວ​ກັນ ​ເຊິ່ງບໍ່ພຽງ​ແຕ່​ຈະ
​ເຮັດ​ໃຫ້​ຕ້ອງ​ໃຊ້​ເວ​ລາ​ໃນ​ການ​ເກັບ​ກຳ​ຂໍ້​ມູນ ​ແລະ ຂຶ້ນ​ທະບຽນ​ໄຫ​ຫີນ​ທຸກ​ໜ່ວຍ ​ຢ່າງລະ
ອຽດ​ເທົ່າ​ນັ້ນ ຫາ​ກ​ແຕ່​ການ​ທີ່​ໄຫ​ຫີ​ນ ຕັ້ງ​ຢູ່​ໃນ​ຫຼາຍ​ພື້ນ​ທີ່ ​ຢ່າງ​ກະ​ແຈກ​ກະຈາຍ​ກັນດັ່ງກ່າວ
ກໍ​ຍັງ​ເຮັດ​ໃຫ້​ຍາກ ​ຕໍ່​ການ​ອະນຸລັກໄດ້​ ຢ່າ​ງທົ່ວ​ເຖິງ​ອີກ​ດ້ວຍ.

ທ່ານ​ສົມ​ກົດ ​ມັງນໍ​ເມກ ​ເຈົ້າ​ແຂວງ ​ແລະ ​ເລ​ຂາ​ພັກ​ ແຂວງ​ຊຽງຂວາງ ​ຖະ​ແຫຼ​ງ ຍອມ​ຮັບ ​ວ່າ​ ຍັງຈະ​ຕ້ອງ​ມີ​ການ​ສຶກສາ ໃນ​ລາຍລະອຽດ​ເພື່ອ​ກຳນົດ​ແຜນການ​ອະນຸ​ລັກ​ ເຂດ​ທົ່ງໄຫ​ຫີນ​ ໃຫ້​ໄດ້​ຕາມເງື່ອນ​ໄຂ​ ທີ່​ອົງການ UNESCO ກຳນົດ​ໄວ້.
ທ່ານ​ສົມ​ກົດ ​ມັງນໍ​ເມກ ​ເຈົ້າ​ແຂວງ ​ແລະ ​ເລ​ຂາ​ພັກ​ ແຂວງ​ຊຽງຂວາງ ​ຖະ​ແຫຼ​ງ ຍອມ​ຮັບ ​ວ່າ​ ຍັງຈະ​ຕ້ອງ​ມີ​ການ​ສຶກສາ ໃນ​ລາຍລະອຽດ​ເພື່ອ​ກຳນົດ​ແຜນການ​ອະນຸ​ລັກ​ ເຂດ​ທົ່ງໄຫ​ຫີນ​ ໃຫ້​ໄດ້​ຕາມເງື່ອນ​ໄຂ​ ທີ່​ອົງການ UNESCO ກຳນົດ​ໄວ້.

ຍິ່ງ​ໄປ​ກວ່ານັ້ນ ​ການ​ທີ່​ທາງ​ການ​ລາວ​ມີ​ງົບປະມານ ​ຢ່າງ​ຈຳ​ກັດ
​ກໍ​ຍັງ​ຖື​ເປັນ​ອີກ​ບັນຫາ​ໜຶ່ງ ​ທີ່​ສົ່ງ​ຜົນ​ກະທົບ​ເຮັດ​ໃຫ້ ການ​ດຳ​ເນີນ
​ງານ​ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ ຢ່າງ​ຊັກ​ຊ້າ ​ເພາະສະນັ້ນ ຖ້າ​ຫາກ
​ບັນຫາ​ດັ່ງກ່າວ​ນີ້​ໄດ້​ຮັບ​ການ​ແກ້​ໄຂ​ ກໍຄື​ທາງ​ການແຂວງ​ຊຽງ​ຂວາງ
​ ມີ​ງົບປະມານ​ ຢ່າ​ງພຽງພໍ​ທັງ​ສຳຫລັບ ​ການ​ສຶກສາ​ດັ່ງກ່າວ ແລະ
ກາ​ນພັດທະນາ​ພື້ນ​ຖານ​ໂຄງ​ລ່າງຕ່າງໆ​ດ້ວຍ​ນັ້ນ ​ກໍ​ເຊື່ອ​ວ່າ ​ພາກ​
ບໍລິການ ​ແລະ ການທ່ອງທ່ຽວ​ ໃນ​ແຂວງ​ຊຽງ​ຂວາງ​ຈະ​ຂະຫຍາຍ
ຕົວ​ເພີ່ມ​ຂຶ້ນ​ນັບ​ມື້​ຢ່າງ​ແນ່ນອນ.

ທາງ​ດ້ານ​ທ່ານ​ຄຳ​ເພັດ ພົມມະ​ດວງ​ໄກສອນ ຫົວໜ້າ​ພະ​ແນ​ກ​
ຖະ​ແຫຼ​ງຂ່າວ-ວັດ​ທະນະ​ທຳ​ ​ແລະ ທ່ອງ​ທ່ຽວ​ແຂວງ​ຊຽງ​ຂວາງ ​
ໄດ້​ຢືນຢັນ​ວ່າ ການ​ກະກຽມ​ແຜນການ​ ທີ່​ຈະ​ສະ​ເໜີ​ຕໍ່ອົງການ UNESCO ​ເພື່ອ​ໃຫ້ການ​
ຮັບຮອງ​ເຂດ​ທົ່ງ​ໄຫ​ຫີນ ​ເປັນ​ມໍ​ລະ​ດົກ​ໂລກ​ນັ້ນ​ ໄດ້​ຄື​ບໜ້າ​ໄ​ປຫຼາຍ​ແລ້ວ ​ໂດຍໄດ້ມີ​ການ​
ຄຸ້ມ​ຄອງ ​ແລະ ຂຶ້ນ​ທະບຽນ​ໄຫ​ຫີນ​ໄດ້​ແລ້ວ ​ຫຼາຍ​ກວ່າ 2000 ໜ່ວຍ​ ໃນ 70 ກວ່າ​ພື້ນ​ທີ່.

ແຕ່​ຢ່າງ​ໃດ​ກໍ່​ຕາມ ທາງ​ການ​ແຂວງຊຽງກໍ​ຍັງ​ບໍ່ມີ​ກຳ​ນົດ ທີ່​ຊັດ​ເຈນ​ວ່າ ຈະ​ສາມາດ​ຍື່ນຂໍ້​ສະ
​ເໜີ​ດັ່ງກ່າວ ​ຕໍ່​ອົງການ UNESCO ໄດ້​ເມື່ອ​ໃດ ​ເນື່ອງ​ຈາກ​ຍັງ​ຈະ​ຕ້ອງ​ດຳ​ເນີນ​ກາ​ນສຳ​ຫຼວດ ​ເພື່ອ​ລົງທະບຽນ​ໄຫ​ຫີນ​ທີ່​ເຫຼືອ​ໃນ​ອີກ 50 ກວ່າ​ພື້ນ​ທີ່​ໃຫ້​ແລ້ວ​ສຳ​ເລັດ​ກ່ອນ ​ແລະ ພ້ອມ ​ກັນ​ນີ້​ກໍ​ຍັງ​ຈະ​ຕ້ອງ​ສຶກສາ​ອົບຮົມ​ປະຊາ​ຊົນ​ລາວເພື່ອໃຫ້ການ​ຮ່ວມ​ມື​ເຂົ້າໃນ​ການຄຸ້ມ​ຄອງ​ໄຫ​ຫີນ​ດ້ວຍ ​ດັ່ງ​ທີ່​ທ່ານ ຄຳເພັດ​ໄດ້​ກ່າວ​ວ່າ:

“ກ່ຽວ​ກັບ​ເລື່ອງ​ການ​ຫ້າງ​ຫາ​ກະກຽມ​ເອົາ​ໄຫ​ຫີນ​ນີ້​ ເຂົ້າ​ບັນຊີ​ຢູ່​ໃນ​ມໍ​ລະ​ດົກ​ໂລກ​
ແຂວງ​ຊຽງຂວາງ​ຂອງ​ພວກ​ເຮົາ ​ກະ​ມີ​ການ​ຫ້າງ​ຫາ​ກະກຽມ​ ຢູ່​ໃນ​ເບື້ອງ​ຕົ້ນ​ ໂດຍ​
ສະ​ເພາະ​ແມ່ນ​ກ່ຽວ​ກັບ​ເລື່ອງ​ວຽກ​ງານ ​ລະບຽບ​ການ​ຄຸ້ມ​ຄອງ​ ການ​ປົກ​ປັກ​ຮັກສາ​
ໄຫ​ຫີນ​ເພື່ອ​ບໍ່​ໄດ້​ຖືກ​ທຳລາຍ​ ຈາກ​ບັນຫາ​ຕ່າງໆ ​ຢູ່​ໃນ​ຊ່ວງ​ໄລຍະ​ຜ່ານ​ມາ​ໄຫ​ຫີນ​
ກະຖືກ​ທຳລາຍ​ຈາກ​ມະນຸດ​ ແລ້ວ​ກະຈາ​ກສົງຄາມ.”

​ໂດຍ​ອີງ​ຕາມ​ແຜນ​ການ​ພັດທະນາ ການທ່ອງ​ທ່ຽວ​ໃນ​ຊ່ວງ​ປີ 2013-2015 ລັດຖະບານລາວ​ ໄດ້​ວາງ​ເປົ້າ​ໝາຍ​ທີ່​ຈະ​ສະ​ເໜີ​ ຕໍ່​ອົງການ UNESCO ​ເພື່ອ​ໃຫ້ການ​ຮັບຮອງ ​ສະຖານະ​ພາບ​ຂອງ​ການ​ເປັນ​ມໍລະດົກ​ໂລກ​ ຢູ່​ໃນ​ລາວ​ເພີ່ມ​ຂຶ້ນ​ອີກ 2 ​ແຫ່ງ ​ກໍ​ຄື​ເຂດ​ທົ່ງ​ໄຫ​ຫີນ​ ໃນ​ແຂວງ​ຊຽງ​ຂວາງ​ດັ່ງ​ກ່າວ ​ແລະ ພູ​ຫີນ​ໜາມ​ໜໍ່​ ໃນແຂ​ວງຄຳ​ມ່ວນ ​ເຊິ່ງຖ້າ​ຫາກ​ເປັນ​ໄປ​ຕາ​ມ​ແຜ​ນການ​ ທີ່​ວາງ​ໄວ້​ກໍ​ຈະ​ເຮັດ​ໃຫ້​ມີ​ມໍລະດົກ​ໂລກ​ ໃນ​ລາວ​ເຖິງ 4 ​ແຫ່ງ ​ແລະ ພູ​ຫີ​ນໜາມ​ໜໍ່​ກໍຍັງ​ຈະ​ເປັນ​ມໍລະດົກ​ໂລກ​ທາງ​ທຳ​ມະ​ຊາດ​ແຫ່ງ​ທຳ​ອິດ​ໃນ​ລາວ​ອີກ​ດ້ວຍ.

ທັງ​ນີ້ທາງ​ການ​ລາວ​ເຊື່ອ​ວ່າ ການ​ມີ​ມໍລະດົກ​ໂລກ​ ໃນ​ລາວເພີ່ມ​ຂຶ້ນ​ຈະ​ດຶງ​ດູດ​ໃຫ້​ນັກ​ທ່ອງ​
ທ່ຽວຊາວຕ່າງ​ຊາດເດີນທາງ​ເຂົ້າ​ມາ​ໃນ​ລາວ ​ຫຼາຍ​ຂຶ້ນ​ດັ່ງ​ຈະ​ເຫັນ​ໄດ້ ຈາກ​ການ​ທີ່
Wanderlust Magazine ວາລະ​ສານ​ການ​ທ່ອງທ່ຽວ​ຊັ້ນ​ນຳ​ຂອງ​ໂລກ​ ໃນ​ອັງ​ກິດ​ລາຍງານ​ວ່າ​ ບັນ​ດາ​ສະມາຊິກ​ຂອງ​ວາລະ​ສານ ​ໄດ້​ຈັດ​ໃຫ້​ເມືອງ​ມໍລະດົກ​ໂລກ ຫຼວງ​ພະ​ບາ​ງ ​ເປັນ​ເມືອງ ທີ່ເປັນຕາ​ທ່ອງ​ທ່ຽວ​ທີ່ສຸດ​ ເປັນ​ອັນດັບ​ໜຶ່ງ​ຂອງ​ໂລກ ​ໃນ​ປີ 2015 ນີ້.

ໂດຍ​ການ​ທີ່​ເມືອງ​ຫຼວງ​ພະ​ບາງ​ ໄດ້​ເປັນ​ຈຸດໝາຍ​ປາຍທາງ​ ທີ່​ເປັນ​ຕາ​ທ່ອງ​ທ່ຽວ​ທີ່​ສຸດໃນ​ໂລກ ດັ່ງກ່າວ​ນີ້ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ມີ​ຊາວ​ຕ່າງ​ຊາດ ​ເດີນທາງ​ມາ​ທ່ອງ​ທ່ຽວໃນ​ເມືອງມໍລະດົກ ໂລກແຫ່ງ​ນີ້ ເພີ່ມ​ຂຶ້ນ​ທຸກ​ປີ​ເຊັ່ນ​ດຽວ​ກັນ​ ໂດຍ​ໃນ​ປີ 2014 ທີ່​ຜ່ານ​ມາ​ກໍ​ປະກົດ​ວ່າ​ ມີ​ຊາວ​ຕ່າງ​ຊາດ​ເກືອບ​ເຖິງ 5 ​ແສນຄົນ ​ທີ່​ເດີນ​ທາງເຂົ້າ​ມາທ່ອງທ່ຽວ​ ໃນ​ເມືອງ​ມໍລະດົກ​ໂລກ
ຫຼວງ​ພະ​ບາງ.

XS
SM
MD
LG