ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຕ້ອງການ ເງິນລົງທຶນ ຫຼາຍກວ່າ 33,000 ຕື້ກີບ ສຳຫຼັບ ການພັດທະນາ ປີ 2014-2015


ພິທີລົງນາມ ທຶນຊ່ວຍເຫຼືອລ້າ ມູນຄ່າ 83 ລ້ານດອນລາ ຈາກ ທະນາຄານພັດທະນາເອເຊຍ ສຳຫລັບ 3 ໂຄງການໃນລາວ.
ພິທີລົງນາມ ທຶນຊ່ວຍເຫຼືອລ້າ ມູນຄ່າ 83 ລ້ານດອນລາ ຈາກ ທະນາຄານພັດທະນາເອເຊຍ ສຳຫລັບ 3 ໂຄງການໃນລາວ.

ລາວຕ້ອງການເງິນລົງທຶນ ຄິດເປັນມູນຄ່າລວມຫຼາຍກວ່າ
33,000 ຕື້ກີບ ເພື່ອຊຸກຍູ້ໃຫ້ເສດຖະກິດ ຂະຫຍາຍຕົວ
ເພີ້ມຂຶ້ນ ໃນອັດຕາສະເລ່ຍບໍ່ຕ່ຳກວ່າ 8 ເປີເຊັນ ໃນແຜນ
ການປະຈຳປີ 2014-2015.

ກະຊວງແຜນການແລະການລົງທຶນ ລາຍງານວ່າ ລັດຖະບານລາວ ໄດ້ວາງເປົ້າໝາຍ ຈະຊຸກຍູ້ການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍບໍ່ຕ່ຳ
ກວ່າ 8 ເປີເຊັນ ໃນແຜນການ ປະຈຳປີ 2014-2015 ທີ່ຈະເລີ້ມລົງມື ຈັດຕັ້ງປະຕິບັດ
ນັບແຕ່ວັນທີ 1 ຕຸລາ 2014 ໄປຈົນເຖິງວັນທີ 30 ກັນຍາ 2015 ຫາກແຕ່ວ່າ ການທີ່ ຈະຮັບປະກັນໄດ້ ຢ່າງຄັກແນ່ວ່າ ເສດຖະກິດ ຂອງລາວຈະຂະຫຍາຍຕົວ ໃນອັດຕາ
ດັ່ງກ່າວ ໄດ້ນັ້ນ ກໍຈຳເປັນທີ່ຈະຕ້ອງລະດົມການ​ລົງ​ທຶນທັງຈາກພາຍໃນແລະຕ່າງປະ
ເທດໃຫ້ໄດ້ຫລາຍກວ່າ 33,000 ຕື້ກີບ ຫຼື 32 ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP) ໃນຕະຫລອດແຜນການປີ.

ໂດຍຈາກຄວາມຕ້ອງການເງິນທຶນດັ່ງກ່າວນີ້ ລັດຖະບານລາວ ກໍຄາດໝາຍວ່າ ຈະສາ
ມາດ ປະກອບສ່ວນດ້ວຍການລົງທຶນ ໃນພາກລັດໄດ້ ໃນມູນຄ່າລວມ 3,300 ຕື້ກີບ ຫຼື
ຄິດເປັນ 10 ເປີເຊັນ ຂອງຄວາມຕ້ອງການທັງໝົດເທົ່ານັ້ນ ສ່ວນທີ່ເຫລືອ ຈຶ່ງຕ້ອງລະດົມ
ການລົງທຶນຈາກພາກເອກະຊົນລາວ ແລະ ຕ່າງຊາດໃຫ້ໄດ້ບໍ່ນ້ອຍກວ່າ 18,200 ຕື້ກີບ
ລວມເຖິງການຂໍຄວາມຊ່ວຍເຫຼືອ ແລະ ກູ້ຢືມຈາກຕ່າງປະເທດໃຫ້ໄດ້ 5,000 ຕື້ກີບ ແລະ
ເພີ້ມວົງເງິນສິນເຊື່ອ ໃນລະບົບ ທະນາຄານ ພາຍໃນປະເທດ ໃຫ້ໄດ້ 6,500 ຕື້ກີບ ຕາມ
ລຳດັບ.

ແຕ່ຢ່າງໃດກໍຕາມ ການພັດທະນາເສດຖະກິດ ທີ່ຂະຫຍາຍຕົວເພີ້ມຂຶ້ນ ໃນລະຍະທີ່
ຜ່ານມາກໍໄດ້ເຮັດໃຫ້ລະດັບລາຍຮັບ ແລະ ສະພາບຊີວິດ ການເປັນຢູ່ຂອງປະຊາຊົນ
ລາວ ທີ່ຢູ່ໃນເຂດຕົວເມືອງ ກັບເຂດຊົນນະບົດ ມີຄວາມແຕກໂຕນກັນຫຼາຍຂຶ້ນ ນັບມື້
ດ້ວຍເຊັ່ນກັນ ດັ່ງທີ່ທ່ານສີວັນ ອຸດທະຈັກ ສະມາຊິກສະພາແຫ່ງຊາດ ຈາກເຂດແຂວງ
ຈຳປາສັກ ໄດ້ຖະແຫລງຊີ້ແຈງວ່າ:

ພິທີ ລົງນາມ ທຶນຊ່ວຍເຫຼືອລ້າ ມູນຄ່າ 32 ລ້ານດອນລາ ຈາກປະເທດຍີ່ປຸ່ນ ສຳຫລັບ 3 ໂຄງການໃນລາວ.
ພິທີ ລົງນາມ ທຶນຊ່ວຍເຫຼືອລ້າ ມູນຄ່າ 32 ລ້ານດອນລາ ຈາກປະເທດຍີ່ປຸ່ນ ສຳຫລັບ 3 ໂຄງການໃນລາວ.

“ຄວາມທຸກຍາກຂອງປະຊາຊົນ ຢູ່ໃນເຂດຊົນນະບົດ
ຫ່າງໄກສອກຫລີກ ຖ້າທຽບໃສ່ ຢູ່ຕົວເມືອງ ເຫັນວ່າ
ຍັງມີີຄວາມຜິດໂຕນກັນຫຼາຍ ຈາກສະພາບ ດັ່ງກ່າວ
ນັ້ນ ພວກເຮົາເຫັນວ່າ ລູກຫລານຂອງປະຊາຊົນ ທີ່
ທຸກຍາກແມ່ນຂາດການສຶກສາ ຮ່ຳຮຽນ ໝາຍຄວາມ
ວ່າ ລູກຫລານທີ່ຢູ່ໃນໄວອາຍຸ ໄດ້ຮ່ຳຮຽນ ກໍໄດ້ອອກ
ຈາກໂຮງຮຽນ.”

ທັງນີ້ໂດຍຈະເຫັນໄດ້ຢ່າງຊັດເຈນຈາກກໍລະນີຂອງເຂດນະຄອນຫລວງວຽງຈັນ ທີ່
ປະຊາຊົນມີລາຍໄດ້ສະເລ່ຍເຖິງ 27 ລ້ານກີບ ຫຼື ປະມານ 3,346 ດອນລາ ຕໍ່ຄົນ
ໃນປັດຈຸບັນນີ້ ຫາກແຕ່ວ່າ ສຳຫລັບປະຊາຊົນ ໃນແຂວງຜົ້ງສາລີ ກັບຍັງຄົງ ມີລາຍ
ໄດ້ສະເລ່ຍພຽງ 6 ລ້ານກີບ ຫຼື 745 ດອນລາຕໍ່ຄົນ ເທົ່ານັ້ນ ໃນຂະນະທີ່ ອັດຕາ
ຄວາມຍາກຈົນ ຂອງປະຊາຊົນລາວ ໃນແຂວງດັ່ງກ່າວກໍຍັງສູງກວ່າ 45 ເປີເຊັນ
ຂອງປະຊາກອນທັງໝົດໃນເວລານີ້ ເພາະສະນັ້ນ ຈຶ່ງເປັນການຍາກ ຢ່າງຍິ່ງ ທີ່
ແຂວງຜົ້ງສາລີ ຈະສາມາດລົບລ້າງ ບັນຫາຄວາມຍາກຈົນໄດ້ ຕາມເປົ້າໝາຍ ທີ່ລັດຖະບານລາວໄດ້ກຳນົດໄວ້ໃນປີ 2015 ນັ້ນເອງ.

ສຳຫລັບໃນແຜນການປີ 2013-2014 ທີ່ຈະສິ້ນສຸດລົງ ໃນທ້າຍເດືອນ ກັນຍາປີນີ້
ລັດຖະບານລາວ ກໍໄດ້ວາງຄາດໝາຍ ການຂະຫຍາຍຕົວ ທາງເສດຖະກິດໄວ້ ທີ່
ອັດຕາສະເລ່ຍ 8.3 ເປີເຊັນ ໂດຍຈະເຮັດໃຫ້ ຍອດຜະລິດຕະພັນລວມໃນລາວ
(GDP) ມີມູນຄ່າລວມເຖິງ 90,650 ຕື້ກີບ ແລະ ຄິດສະເລ່ຍເປັນ ລາຍຮັບຂອງ
ປະຊາກອນໄດ້ 13 ລ້ານກີບ ຫຼື ປະມານ 1,674 ດອນລາ ຕໍ່ຄົນຕໍ່ປີ.

ໂດຍພາຍໃຕ້ແຜນການດຽວກັນນີ້ ຄະນະລັດຖະບານລາວ ກໍຍັງໄດ້ ຄາດໝາຍວ່າ
ຜົນຜະລິດໃນພາກກະສິກຳ ຈະເພີ້ມຂຶ້ນ ໃນອັດຕາ ສະເລ່ຍ 3.3 ເປີເຊັນ ແລະ ກໍຈະ
ເຮັດໃຫ້ຜົນຜະລິດ ໃນພາກກະສິກຳ ຄິດເປັນ 24 ເປີເຊັນ ຂອງ GDP ສ່ວນພາກ
ອຸດສາຫະກຳ ກໍຈະຂະຫຍາຍຕົວ ເພີ້ມຂຶ້ນໃນອັດຕາສະເລ່ຍເຖິງ 12 ເປີເຊັນ ຄິດເປັນ
37 ເປີເຊັນ ຂອງ GDP ແລະ ພາກບໍລິການ ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ
9 ເປີເຊັນ ຄິດເປັນ 39 ເປີເຊັນ ຂອງ GDP ຕາມລຳດັບ.

ການວາງຄາດໝາຍດັ່ງກ່າວ ຂອງລັດຖະບານລາວ ບໍ່ຖືວ່າເປັນລະດັບ ຄາດໝາຍ ທີ່
ສູງເກີນໄປ ເພາະວ່າ ການຈັດຕັ້ງປະຕິບັດ ແຜນການ ພັດທະນາ ເສດຖະກິດ-ສັງຄົມ
ແຫ່ງຊາດ ລະຍະ 5 ປີ ຄັ້ງທີ 7 ໃນເຄິ່ງແຜນການ ທີ່ຜ່ານມາ ກໍປະກົດວ່າ ເສດຖະກິດ
ໃນລາວ ໄດ້ຂະຫຍາຍຕົວເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ແລະໝັ້ນທ່ຽງ ທີ່ມີອັດຕາສະເລ່ຍເຖິງ
8.2 ເປີເຊັນ ຕໍ່ປີ ແລະຖົວສະເລ່ຍເປັນລາຍຮັບ ຂອງປະຊາກອນລາວໄດ້ເຖິງ 1,500
ຕໍ່ຄົນຕໍ່ປີ.

XS
SM
MD
LG