ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ສະພາ​ແຫ່ງ​ຊາດ​ລາວ​ ຮັບຮອງ​ເອົາ​ ການ​ແຕ່ງຕັ້ງ ຮອງນາຍົກ ລັດຖະມົນຕີໃໝ່ ສອງທ່ານ


ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງທີ 7 ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7.
ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງທີ 7 ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7.

ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ​ ມີມະຕິ​ດ້ວຍ​ສຽງ​ສ່ວນ​ໃຫຍ່
​ ໃນ​ການ​ຮັບຮອງ​ເອົາ​ ການ​ແຕ່ງຕັ້ງຮອງ​ນາຍົກລັດຖະມົນຕີ
​ໃນ​ຄະນະ​ລັດຖະບານ​ລາວ​ເພີ້​ມຂຶ້ນອີກ 2 ຄົນ​ ພ້ອມ​ດ້ວຍ​
ລັດຖະມົນຕີ​ໃໝ່​ອີກ​ຈຳນວນ​ໜຶ່ງ.

ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7 ​ໄດ້​ມີ​ມະຕິ​ສຽງ​ສ່ວນ​ໃຫຍ່ ​ໃນ​ການຮັບຮອງ​ເອົາ
​ການ​ແຕ່ງຕັ້ງຮອງ​ນາຍົກລັດຖະມົນຕີ ​ໃນ​ຄະນະ​ລັດຖະບານ​ລາວ​ເພີ້​ມຂຶ້ນອີກ 2 ຄົນພ້ອມ
​ດ້ວຍ​ການ​ຊັບຊ້ອນ ​ຕຳ​ແຫນ່​ງລັດຖະມົນຕີ​ໃໝ່​ ອີກ​ຈຳນວນ​ໜຶ່ງ​ຕາມການສະ​ເໜີ ຂອງ ທ່ານທອງ​ສິງ ທຳ​ມະ​ວົງ ນາຍຍົກ​ລັດຖະມົນຕີ​ລາວ​ເມື່ອ​ບໍ່​ນານ​ມາ​ນີ້ ດັ່ງ​ທີ່ ທ່ານ​ທອງ​ສິງ ​
ໄດ້​ສະ​ເໜີ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງທີ 7 ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7 ​ໃນ​
ຕອນ​ໜຶ່ງ​ວ່າ:

ນາຍຍົກ​ລັດຖະມົນຕີ​ລາວ ທ່ານ​ທອງ​ສິງ ທຳ​ມະ​ວົງ ​ໄດ້​ສະ​ເໜີ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງທີ 7 ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7 ​ໃນການຊັບຊ້ອນ ຕຳແໜ່ງພາຍໃນພັກລັດ.
ນາຍຍົກ​ລັດຖະມົນຕີ​ລາວ ທ່ານ​ທອງ​ສິງ ທຳ​ມະ​ວົງ ​ໄດ້​ສະ​ເໜີ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງທີ 7 ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7 ​ໃນການຊັບຊ້ອນ ຕຳແໜ່ງພາຍໃນພັກລັດ.

“ຂ້າພະ​ເຈົ້າຂໍອະນຸຍາດ​ຕ່າງ​ໜ້າ​ລັດຖະບານ​ ສະ​ເໜີ​
ການ​ຊັບຊ້ອນ​ຍົກຍ້າຍ​ສະມາຊິກ​ລັດຖະບານ​ຊຸດ​ທີ 7
ຈຳ​ນວນ​ໜຶ່ງ​ທີ່​ໄດ້​ຮັບ​ໜ້າ​ທີ່​ໃໝ່ ​ແລະ ​ແຕ່ງຕັ້ງພະນັກ
ງານ​ການ​ນຳ​ຂັ້ນສູງ​ໃຫ້​ດຳລົງ​ຕຳແໜ່​ງ​ໃໝ່ ຕໍ່​ກອງ​ປະ
ຊຸມ​ສະ​ໄໝ​ສາມັນເທື່ອ​ທີ 7 ສ​ະ​ເໜີ​ໃຫ້ ທ່ານ ດຣ.
ບຸນ​ປອນ ບຸດ​ຕະນະ​ວົງ ກຳມະການ​ກົມ​ການ​ເມືອງ​
ສູນ​ກາງ​ພັກ ​ເປັນ​ຮອງ​ນາຍົກລັດຖະມົນຕີ ສອງ​ສະ​ເໜີ
ທ່ານ ດຣ. ພັນ​ຄຳ ວິພາວັນ ກຳມະການ​ກົມ​ການ​ເມືອງ​
ສູນ​ກາງ​ພັກ ​ເປັນ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​
ລັດຖະມົນຕີ ວ່າການ​ກະຊວງ​ສຶກສາ​ທິການ​ແລະ​ກິລາ.”

ຊຶ່ງ​ດ້ວຍ​ມະຕິ​ຕົກລົງ​ດັ່ງກ່າວ​ນີ້ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ຄະນະ​
ລັດຖະບານ​ລາວ​ປະກອບ​ມີ ຮອງ​ນາຍົກ​ລັດຖະມົນຕີ​ເຖິງ 5 ຄົນ​ກໍ​ຄື ທ່ານອາຊາ​ງ ລາວ​ລີ
ທ່ານ​ທອງ​ລຸນ ສີ​ສຸ​ລິດ ທ່ານ​ສົມ​ສະຫວາດ ​ເລັ່ງສະ​ຫວັດ ທ່ານ​ບຸນ​ປອນ ບຸດ​ຕະນະ​ວົງ ​ແລະ
​ທ່ານ ພັນ​ຄຳ ວິພາ​ວັນ ​ໂດຍທ່ານ​ທອງ​ລຸນ ກໍ​ຍັງ​ຄວບ​ຕຳແໜ່​ງລັດຖະມົນຕີ​ວ່າການ​ຕ່າງປະ​ເທດ ​ແລະ ທ່ານ ພັນ​ຄຳ ກໍຍັງ​ຄວບ​ຕຳ​ແໜ່​ງ ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ
​ແລະ​ກິລາ​ຕໍ່​ໄປ​ອີກ​ດ້ວຍ.

ນອກຈາກ​ນີ້ ມະຕິ​ຕົກລົງ​ດັ່ງກ່າວ ຍັງ​ໄດ້​ຊັບຊ້ອນ ທ່ານ​ສິນ​ລະ​ວົງ ຄຸດ​ໄພທູນ ຈາກ​ຕຳແໜ່ງ ລັດຖະມົນຕີ ​ແລະ​ຫົວໜ້າ​ສຳນັກງານ​ນາຍົກລັດຖະມົນຕີ ​ໄປ​ເປັນ​ເຈົ້າຄອງ​ນະຄອນຫລວງ​ວຽງຈັນ ​ແລະ​ກໍ​ໄດ້​ຍົກຍ້າຍ ທ່ານ​ສອນ​ໄຊ ສີ​ພັນ​ດອນ ຈາກ​ເຈົ້າ​ແຂວງ ​ແລະ​ເລຂາ​ພັກ​ແຂວງ​ຈຳປາ​ສັກ​ ມາ​ເປັນ​ລັດຖະມົນຕີ​ແລະ​ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານຄົນ​ໃໝ່ ສ່ວນ​ພົນ​ຕີ​ແສງ​ນວນ ​ໄຊ​ຍະ​ລາດ ກໍ​ໄດ້​ຮັບ​ການ​ແຕ່ງຕັ້ງ ​ໃຫ້​ເປັນ​ລັດຖະມົນຕີວ່າການ​ກະຊວງ​ປ້ອງກັນ​ປະ​ເທດ ​ໃນຂະນະ​ທີ່ ທ່ານ​ນາມ ວິ​ຍະ​ເກດ ກໍ​ໄດ້​ຖືກ​ຍົກຍ້າຍ​ຈາກ​ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກ ​ໄປ​ປະຈຳ​ຢູ່​ແຂວງ​ອັດ​ຕະປື ​ໂດຍ​ເຖິງ​ແມ່ນ​ວ່າ ຈະ​ຍັງ​ບໍ່​ມີ​ຄວາມ​ຊັດ​ເຈນ​ໃນ​ເວລາ​ນີ້​ກໍ​ຕາມ ​ແຕ່​ກໍ​ຄາດ​ວ່າ​ຈະ​ເປັນ​ຕຳ​ແໜ່​ງ​ເຈົ້າ​ແຂວງ​ແລະ​ເລຂາ​ພັກ​ແຂວງ​ດັ່ງກ່າວ.

ກ່ອນ​ໜ້າ​ນີ້ ຄະນະ​ເລຂາທິການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະຕິວັດ​ລາວ ​ໄດ້​ມີ​ມະຕິໃຫ້​ມີ​ການ​ແຕ່ງຕັ້ງ ບຸກຄະລາ​ກອນລະດັບ​ສູງ​ ຂອງ​ພັກ​ເພື່ອຮັກສາ​ການ ​ໃນ 4 ຕຳ​ແໜ່​ງສຳຄັນ​ທີ່​ໄດ້​ຫວ່າງ​ລົງ ​ຍ້ອນ​ການ​ເສ​ຍຊີວິດ​ຂອງ​ການ​ນຳ​ຂັ້ນສູງ 4 ຄົນ​ ໃນ​ອຸບັດ​ເຫດ​ເຮືອບິນ​ຕົກ​ຢູ່​ແຂວງ​ຊຽງ​ຂວາງ ​ໃນ​ເດືອນ​ພຶດສະພາ​ທີ່​ຜ່ານ​ມາ.

​ໂດຍ​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ຮັກສາ​ການ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ
​ແທນທ່ານ​ເຈືອງ ສົມບູນ​ຂັນ ກໍແມ່ນທ່ານສີສຸກ ພິລາວົງ ທີ່ເປັນຮອງຫົວໜ້າຄະນະດັ່ງ
ກ່າວນີ້ຢູ່ແລ້ວ ສ່ວນຜູ້ຮັກສາການ ເລຂາພັກແລະເຈົ້າຄອງນະຄອນຫລວງວຽງຈັນແທນ
ທ່ານສຸກັນ ມະຫາລາດ ກໍແມ່ນທ່ານສົມວັນດີ ນາຖາວົງ ຊຶ່ງເປັນຮອງເຈົ້າຄອງນະຄອນ
ຫລວງຢູ່ ກ່ອນໜ້ານີ້.

ສຳຫລັບຜູ້ທີ່ໄດ້ຮັບແຕ່ງຕັ້ງໃຫ້ຮັກສາການ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມ ສະຫງົບແທນທີ່ຂອງທ່ານທອງບັນ ແສງອາພອນ ກໍແມ່ນ ພົນຈັດຕະວາສົມແກ້ວ ສີລາວົງ ແລະຜູ້ທີ່ໄດ້ຮັບແຕ່ງຕັ້ງ ໃຫ້ຮັກສາການ ລັດຖະມົນຕີແລະເລຂາພັກກະຊວງປ້ອງກັນປະ
ເທດ ແທນພົນໂທດວງໃຈ ພິຈິດ ນັ້ນ ກໍແມ່ນພົນຕີແສງນວນ ໄຊຍະລາດ ທີ່ ກ່ອນໜ້ານີ້ ເປັນລັດຖະມົນຕີຊ່ວຍວ່າການ ແລະຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນປະເທດ.

ນອກຈາກນີ້ ທາງການລາວກໍໄດ້ປັບປ່ຽນຕຳແໜ່ງ ລັດຖະມົນຕີໃນ 4 ກະຊວງ ປະກອບ
ດ້ວຍ ກະຊວງອຸດສາຫະກຳແລະການຄ້າ ກະຊວງໂຍທາທິການແລະຂົນສົ່ງ ກະຊວງ
ການເງິນ ແລະ ກະຊວງພາຍໃນ ພາຍໃຕ້ເຫດຜົນທີ່ວ່າ ເພື່ອຊັບຊ້ອນບຸກຄະລາກອນ
ໃຫ້ເຫມາະສົມສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການໃນສະພາບການປັດຈຸບັນ.

XS
SM
MD
LG