ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາແຫ່ງຊາດລາວຊຸດໃໝ່ ຈະເປີດກອງປະຊຸມ ສະໄໝສາມັນ ຄັ້ງປະຖົມມະເລີກ


ກອງປະຊຸມສະໄໝສາມັນຄັ້ງທີ່ 10, ຊຶ່ງເປັນຊຸດຫລ້າສຸດ ຂອງສະພາແຫ່ງຊາດລາວຊຸດທີ່ 6 ໄດ້ເປີດຂຶ້ນຢ່າງເປັນ ທາງການໃນເດືອນທັນວາ, 2011
ກອງປະຊຸມສະໄໝສາມັນຄັ້ງທີ່ 10, ຊຶ່ງເປັນຊຸດຫລ້າສຸດ ຂອງສະພາແຫ່ງຊາດລາວຊຸດທີ່ 6 ໄດ້ເປີດຂຶ້ນຢ່າງເປັນ ທາງການໃນເດືອນທັນວາ, 2011

ສະພາແຫ່ງຊາດລາວ ຊຸດທີ 7 ກໍານົດຈະປະຊຸມສະໄໝສາມັນຄັ້ງປະຖົມມະເລີກ ໃນລະ ຫວ່າງ ວັນທີ 15-24 ມິຖຸນານີ້ ເພື່ອຮັບຮອງເອົາໂຄງປະກອບອໍານາດ ແລະແຜນການ ພັດທະນາແຫ່ງຊາດສະບັບໃໝ່.

ຫ້ອງການປະຈໍາສະພາແຫ່ງຊາດລາວໄດ້ອອກຖະແຫຼງການ
ລາຍງານວ່າ ກອງປະຊຸມສະ​ໄໝສາມັນຄັ້ງປະຖົມມະເລີກ
ຂອງສະມາຊິກສະພາແຫ່ງຊາດລາວຊຸດທີ 7 ກໍານົດຈະມີ
ຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 15-24 ມິຖຸນານີ້
ເຊິ່ງຖືເປັນກອງປະຊຸມຄັ້ງທໍາອິດຂອງສະມາຊິກສະພາແຫ່ງ
ຊາດລາວຊຸດທີ 7 ຈໍານວນ 132 ຄົນ ທີ່ໄດ້ຮັບການເລືອກຕັ້ງເມື່ອ ວັນທີ 30 ເມສາທີ່ ຜ່ານມາ.

ທ່ານ ຈູມມະລີ ໄຊຍະສອນ ຊຶ່ງຄາດວ່າຈະໄດ້ ດໍາລົງຕໍາແໜ່ງເປັນປະທານປະເທດລາວຕໍ່ໄປ
ທ່ານ ຈູມມະລີ ໄຊຍະສອນ ຊຶ່ງຄາດວ່າຈະໄດ້ ດໍາລົງຕໍາແໜ່ງເປັນປະທານປະເທດລາວຕໍ່ໄປ

ສໍາລັບວາລະທີ່ສໍາຄັນຂອງກອງປະຊຸມ
ທີ່ຈະມີຂຶ້ນຕາມກໍານົດດັ່ງກ່າວກໍຄືການ
ລົງມັດຕິເພື່ອແຕ່ງຕັ້ງປະທານ, ຮອງ
ປະທານ ແລະຄະນະກໍາມາທິການໃນ
ດ້ານຕ່າງໆຂອງສະພາແຫ່ງຊາດຊຸດທີ
7 ຕິດຕາມດ້ວຍການແຕ່ງຕັ້ງປະທານ
ແລະຮອງປະທານປະເທດ, ການແຕ່ງ
ຕັ້ງນາຍົກລັດຖະມົນຕີ ແລະຄະນະລັດ
ຖະບານລາວຊຸດໃໝ່, ການແຕ່ງຕັ້ງປະ
ທານສານປະຊາຊົນສູງສຸດ ແລະປະ
ທານໄອຍະການປະຊາຊົນ ລວມໄປ
ເຖິງການພິຈາລະນາເພື່ອຮອງຮັບເອົາ
ແຜນການພັດທະນາເສດຖະກິດ-ສັງຄົມ
ໄລຍະ 5 ປີ ຄັ້ງທີ 7 ແລະແຜນການ
ພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2011-2012.

ທ່ານນາງປານີ ຢາທໍຕູ ປະທານ ສະພາແຫ່ງຊາດລາວຊຸດທີ 6
ທ່ານນາງປານີ ຢາທໍຕູ ປະທານ ສະພາແຫ່ງຊາດລາວຊຸດທີ 6

ນອກຈາກນັ້ນກໍຍັງຄາດໝາຍດ້ວຍອີກວ່າ ກອງປະຊຸມ
ຈະພິຈາລະນາຮັບຮອງເອົາກົດໝາຍໃໝ່ອີກສະບັບນຶ່ງ
ວ່າດ້ວຍການປັບປຸງໂຄງສ້າງອໍານາດການບໍລິຫານ
ງານຂອງລັດ. ເນື່ອງຈາກວ່າກ່ອນໜ້ານີ້ໄດ້ມີການໂອນ
ຍ້າຍຄະນະກໍາມະການເພື່ອການຄວບຄຸມ ແລະກວດ
ກາຢາເສບຕິດແຫ່ງຊາດ ຈາກສໍານັກງານປະທານປະ
ເທດມາຢູ່ໃນສັງກັດຂອງສໍານັກງານນາຍົກລັດຖະມົນຕີ
ເປັນທີ່ຮຽບຮ້ອຍແລ້ວນັ້ນເອງ.

ສ່ວນຜູ້ທີ່ຖືກຄາດໝາຍວ່າຈະໄດ້ຮັບຕໍາແໜ່ງປະທານ
ປະເທດນັ້ນກໍຍັງເປັນທ່ານ ຈູມມະລີ ໄຊຍະສອນ ແລະ
ທ່ານນາງ ປານີ ຢາທໍຕູ້ກໍຈະໄດ້ຮັບຕໍາແໜ່ງປະທານສະພາແຫ່ງຊາດໃນຂະນະທີ່ທ່ານ
ທອງສິງ ທໍາມະວົງ ກໍຈະຍັງຄົງຄອງຕໍາແໜ່ງນາຍົກລັດຖະມົນຕີຕໍ່ໄປ.

ທາງດ້ານ ທ່ານ ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດຊຸດທີ່ 6 ເຊິ່ງ
ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 7 ດ້ວຍນັ້ນ ກໍສະແດງ
ຄວາມເຊື່ອໝັ້ນວ່າສະມາຊິກສະພາແຫ່ງຊາດຊຸດທີ 7 ຈະສາມາດປະຕິບັດໜ້າທີ່ຮັບ
ຜິດຊອບໄດ້ເປັນຢ່າງດີ. ເນື່ອງຈາກວ່າຜູ້ທີ່ໄດ້ຮັບການເລືອກຕັ້ງຕ່າງກໍເປັນບຸກຄະລາ
ກອນທີ່ມີຄຸນສົມບັດຢ່າງຄົບຖ້ວນຕາມາດຕະຖານທີ່ພັກປະຊາຊົນປະຕິວັດລາວກໍານົດ
ດັ່ງທີ່ ທ່ານ ໄຊສົມພອນ ໄດ້ຖະແຫຼງຊີ້ແຈງໃນຕອນນຶ່ງວ່າ:

ທ່ານໄຊສົທພອນ ພົມວິຫານ ຮອງປະທານສະພາແຫ່ງຊາດລາວ ຊຸດທີ 6 ແລະໄດ້ເປັນສະມາຊິກສະພາແຫ່ງຊາດຊຸດທີ 7 ອີກດ້ວຍ
ທ່ານໄຊສົທພອນ ພົມວິຫານ ຮອງປະທານສະພາແຫ່ງຊາດລາວ ຊຸດທີ 6 ແລະໄດ້ເປັນສະມາຊິກສະພາແຫ່ງຊາດຊຸດທີ 7 ອີກດ້ວຍ

ການເລືອກຕັ້ງສະມາຊິກ
ສະພາແຫ່ງຊາດ ຊຸດທີ
7 ນີ້ສາມາເລືອກຕັ້ງໄດ້
ສະມາຊິກສະພາແຫ່ງ
ຊາດຜູ້ທີ່ມີມາດຕະຖານ
ເປັນການປະກອບສ່ວນ
ເຂົ້າໃນການປັບປຸງບູລະ
ນະສະພາແຫ່ງຊາດໃຫ້
ໜັກແໜ້ນເຂັ້ມແຂງໃນ
ຖານະທີ່ເປັນອົງການຕົວ
ແທນສິດອໍານາດຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ
.”

ໃນການ​ເລືອກ​ຕັ້ງຄັ້ງນີ້ມີປະກອບ​ມີ 6,324 ໜ່ວຍ​ເລືອກຕັ້ງ​ແລະ​ມີ​ປະຊາຊົນທີ່ມີສິດໃນ
ການເລືອກຕັ້ງ ຈຳນວນ​ທັງໝົດ 3 ລ້ານ 244 ພັນ 312 ຄົນ. ຊຶ່ງ​ໃນໃນຈຳນວນນີ້ກໍ​
ໄດ້​ອອກ​ມາ​ໃຊ້ສິດ 3 ລ້ານ 233 ພັນ 241 ​ຄົນ ຫລື​ຄິດ​ເປັນ 99.65% ຂອງຈຳນວນ​ຜູ້​ທີ່ມີສິດໃນການເລືອກຕັ້ງທັງໝົດ.

ທ່ານ ທອງສິງ ທໍາມະວົງ ຊຶ່ງ ຄາດວ່າຈະໄດ້ດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີລາວເໝືອນເດີມ
ທ່ານ ທອງສິງ ທໍາມະວົງ ຊຶ່ງ ຄາດວ່າຈະໄດ້ດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີລາວເໝືອນເດີມ

ສໍາລັບ​ຜູ້​ໄດ້​ຮັບການເລືອກຕັ້ງສະມາຊິກສະພາ​ແຫ່ງ​ຊາດ​ລາວ
​ຊຸດ​ທີ່ 7 ນີ້​ ມີປະກອບ​ມີທັງໝົດ 132 ຄົນຈາກຜູ້ສະມັກ​ທັງ
ໝົດ 190 ຄົນ​ ​ໃນ 17 ເຂດເລືອກຕັ້ງໃນທົ່ວປະເທດລາວ.
ຊຶ່ງຜູ້​ໄດ້​ຮັບ​ເລືອກ​ຕັ້ງນັ້ນກໍ​ແບ່ງ​ເປັນສະມາຊິກ​ເພດ​ຊາຍ
99 ທ່ານ ແລະ​ເພດ​ຍິງ 33 ທ່ານ ຫລື​ຄິດ​ເປັນ 75% ກັບ
25% ຕາມ​ລຳດັບ.

ສ່ວນຄຸນນະສົມບັດໃນດ້ານການ ສຶກສາຂອງຜູ້ສະໝັກນັ້ນ
ກໍປາກົດວ່າ ສ່ວນ​ໃຫຍ່ຈົບການສຶກສາຕັ້ງແຕ່ລະດັບສູງໄປ
ຈົນເຖິງປະລິນຍາເອກ ​ແລະກໍມີ​ເກນອາຍຸລະຫວ່າງ 45-60 ປີ.

XS
SM
MD
LG