ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຂົວມິດຕະພາບ ລາວ-ມຽນມາ ກໍ່ສ້າງ ສຳເລັດແລ້ວ ແລະຈະເປີດ ນຳໃຊ້ ໃນເດືອນພຶດສະພານີ້


ຂົວ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ທຳ​ອິດ ​ລະຫວ່າງ​ລາວ​ກັບ​ມຽນມາ
ກໍ່ສ້າງ​ສຳ​ເລັດ​ແລ້ວ ​ແລະ ​ມີ​ກຳນົດທີ່​ຈະ​ເປີດ​ນຳ​ໃຊ້ ​ຢ່າງເປັນ​ທາງ​ການ ​ໃນຕົ້ນ​ເດືອນພຶດສະພາ 2015 ນີ້.
ຂົວ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ທຳ​ອິດ ​ລະຫວ່າງ​ລາວ​ກັບ​ມຽນມາ ກໍ່ສ້າງ​ສຳ​ເລັດ​ແລ້ວ ​ແລະ ​ມີ​ກຳນົດທີ່​ຈະ​ເປີດ​ນຳ​ໃຊ້ ​ຢ່າງເປັນ​ທາງ​ການ ​ໃນຕົ້ນ​ເດືອນພຶດສະພາ 2015 ນີ້.

ຂົວ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ທຳ​ອິດ ​ລະຫວ່າງ​ ລາວ​ກັບ​ມຽນມາ
ກໍ່ສ້າງ​ສຳ​ເລັດ​ແລ້ວ ​ແລະ ​ມີ​ກຳນົດການ ທີ່​ຈະ​ເປີດ​ນຳ​ໃຊ້ ​ຢ່າງ
​ເປັນ​ທາງ​ການ ​ໃນຕົ້ນ​ເດືອນພຶດສະພາ 2015 ນີ້.

ທ່ານ​ໄຊ​ສົງຄາມ ມະ​ໂນ​ທຳ ຜູ້​ຈັດການ​ ໂຄງການ​ກໍ່ສ້າງ​ຂົວ​
ຂ້າມ​ແມ່ນ້ຳຂອງ ​ແຫ່ງ​ທຳ​ອິດລະຫວ່າງ ສປປ ລາວ ກັບ ສາ
ທາລະນະ​ລັດສະຫະພາບ​ມຽນມາ ​ໄດ້​ຖະ​ແຫຼງຢືນຢັນ​ວ່າ
ການ​ກໍ່ສ້າງຂົວ​ດັ່ງກ່າວ ​ໄດ້​ສຳ​ເລັດ​ສົມບູນ​ແລ້ວ ​ໃນ​ຂະນະ​ນີ້ຫຼັງຈາກ ທີ່ໄດ້​ເລີ້ມ​ລົງມື​ກໍ່ສ້າງ
​ນັບ​ຈາກ​ເດືອນ​ກຸມພາ 2013 ​ແລະ ມີ​ກຳນົດ ທີ່​ຈະ​ເປີດ​ນຳ​ໃຊ້​ຢ່າງ​ເປັນທາງ​ການ​ໃນຕົ້ນ
ເດືອນພຶດສະພາ​ນີ້.

ຂົວ​ດັ່ງ​ກ່າວ​ນີ້ ​ເປັນ​ການ​ອອກ​ເງິນ​ທຶນ​ຮ່ວມ​ກັນ​ ລະຫວ່າງລັດຖະບານ​ລາວ ກັບ​ມຽນມາ
ຝ່າຍ​ລະ 50 ​ເປີ​ເຊັນ ​ໃນ​ມູນ​ຄ່າ​ລວມ 26 ລ້ານ​ດອນ​ລາ ​ໂດຍ​ຕົວຂົວ​ມີ​ຄວາມ​ຍາວ 691.6 ​
ແມັດ ​ແລະ​ ກວ້າງ 10.9 ​ແມັດ ​ແບ່ງ​ເປັນ 2 ຊ່ອງ​ທາງ​ຢາງ ​ແລະ 2 ຊ່ອງ​ທາງ​ແລ່ນ​ລົດ​ທີ່
​ຮອງ​ຮັບ​ນ້ຳໜັກ​ບັນທຸກ​ໄດ້ ​ບໍ່​ເກີນ 75 ​ໂຕນ ​ແລະ ທົນ​ຕໍ່​ສະພາວະ​ແຜ່ນດິນ​ໄຫ​ວ​ໃນລະດັບ
7 ຈຸດ ຣິກ​ເຕີ້​ ໄດ້.

ບັນດາເຈົ້າໜ້າທີ່ ຂັ້ນສູງຂອງລາວ ພ້ອມກັບບັນດາວິຊາການ ສຳຫຼວດສະຖານທີ່ ກໍ່ສ້າງຂົວມິດຕະພາບ ລາວ-ມຽນມາ ຊຶ່ງເປັນຂົວຂ້າມແມ່ນ້ຳຂອງ ແຫ່ງທີ 5 ຂອງລາວ.
ບັນດາເຈົ້າໜ້າທີ່ ຂັ້ນສູງຂອງລາວ ພ້ອມກັບບັນດາວິຊາການ ສຳຫຼວດສະຖານທີ່ ກໍ່ສ້າງຂົວມິດຕະພາບ ລາວ-ມຽນມາ ຊຶ່ງເປັນຂົວຂ້າມແມ່ນ້ຳຂອງ ແຫ່ງທີ 5 ຂອງລາວ.

ທາງ​ການ​ລາວ ​ແລະ​ມຽນມາ​ຄາດ​ຫວັງ​ວ່າ ຂົວ​ທີ່​ເຊື່ອມ​ຕໍ່ຈາກ
​ຖະໜົນ​ເລກ 17E ຢູ່​ຊຽງ​ກົກ ​ໃນ​ເຂດ​ເມືອງລອງ ​ແຂວງ​ຫລວງ​
ນ້ຳທາ ​ໄປ​ຍັງ​ຖະໜົນ​ເລກ 4 ຢູ່​ຊຽງ​ລາບ ​ເມືອງ​ທ່າ​ຂີ້​ເຫຼັກ ເຂດ​
ລັດ​ສານ ​ໃນ​ພາກ​ເໜືອ​ຂອງ​ມຽນມາ ຈະ​ປະກອບ​ສ່ວນ​ຢ່າງ
​ສຳຄັນ​ເຂົ້າ​ໃນ​ການ​ເສີມຂະຫຍາ​ຍ ການ​ຄ້າ​ ການ​ລົງທຶນ ​ແລະ
ການທ່ອງ​ທ່ຽງ​ ລະຫວ່າງ​ກັນ ທັງ​ກໍ​ຍັງ​ຈະ​ເຊື່ອມ​ຕໍ່ກັບ​ຈີນ ​ໄທ
ຫວຽດນາມ ຕໍ່​ໄປ ​ເຖິງ​ອິນເດຍ ​ແລະ ບັງ​ກລາ​ແດັສ ​ໃນ​ອະນາຄົດ
​ອີກ​ດ້ວຍ.

ຂົວ​ມິດຕະພາບ​ລາວ-ມຽນມາ ນັບ​ເປັນ​ຂົວ​ຂ້າມ​ນ້ຳຂອງແຫ່ງ​ທີ
5 ທີ່​ເຊື່ອມ​ຕໍ່​ລາວ ກັບປະ​ເທດ​ເພື່ອນ​ບ້ານ ​ໂດຍ 4 ​ແຫ່ງ​ ເປັນ​ຂົວ
​ຂ້າມ​ນ້ຳຂອງ ທີ່​ເຊື່ອມ​ຕໍ່​ລາວ​ກັບ​ໄທ ຊຶ່ງ​ມີ​ເປົ້າໝາຍ​ເພື່ອ​ການ​
ເຊື່ອມ​ຕໍ່​ທາງ​ເສດຖະກິດ​ການ​ຄ້າ ການ​ລົງທຶນ ​ແລະ ການທ່ອງ​ທ່ຽວ​ເຊັ່ນ​ດຽວ​ກັນ ​ໂດຍ​ຂົວ
ມິດຕະພາບ ​ລາວ-​ໄທ ທີ່​ໄດ້​ເປີດ​ນຳ​ໃຊ້​ເມື່ອ​ທ້າຍ​ປີ 2013 ກໍ​ຄື​ຂົວ​ທີ່​ເຊື່ອມ​ຕໍ່​ຈາກ ​ເມືອງ​
ຫ້ວຍ​ຊາຍ ​ແຂວງ​ບໍ່​ແກ້ວ ​ໄປ​ທີ່​ອຳ​ເພີ​ຊຽງ​ຂອງ ຈັງຫວັດຊຽງຣາຍ ​ໃນ​ພາກ​ເໜືອ​ຂອງ​ໄທ
ຊຶ່ງ​ຖື​ເປັນ​ພາກສ່ວນ​ໜຶ່ງ​ ຂອງ​ການ​ພັດທະນາ ​ຄວາມ​ຮ່ວມມື ທາງ​ເສດຖະກິດ​ ໃນອະນຸ​ພາກ
​ພື້ນ​ລຸ່ມ​ແມ່ນ້ຳຂອງ ດັ່ງ​ທີ່​ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດ​ຖະມົນຕີ ຜູ້​ຊີ້​ນຳ​
ຂົງ​ເຂດ​ເສດຖະກິດ​ ການ​ຜະລິດ ​ແລະ​ຈະລາຈອນ​ສິນຄ້າ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

ຂົວມິດຕະ ພາບ ​ລາວ-​ໄທ ແຫ່ງທີ 4 ທີ່​ໄດ້​ເປີດ​ນຳ​ໃຊ້​ເມື່ອ​ທ້າຍ​ປີ 2013 ກໍ​ຄືຂົວ​ທີ່​ເຊື່ອມ​ຕໍ່​ຈາກ ​ເມືອງ​ຫ້ວຍ​ຊາຍ ​ແຂວງ​ບໍ່​ແກ້ວ ​ໄປ​ທີ່​ອຳ​ເພີ​ຊຽງ​ຂອງ ຈັງຫວັດຊຽງຣາຍ ​ຂອງ​ໄທ.
ຂົວມິດຕະ ພາບ ​ລາວ-​ໄທ ແຫ່ງທີ 4 ທີ່​ໄດ້​ເປີດ​ນຳ​ໃຊ້​ເມື່ອ​ທ້າຍ​ປີ 2013 ກໍ​ຄືຂົວ​ທີ່​ເຊື່ອມ​ຕໍ່​ຈາກ ​ເມືອງ​ຫ້ວຍ​ຊາຍ ​ແຂວງ​ບໍ່​ແກ້ວ ​ໄປ​ທີ່​ອຳ​ເພີ​ຊຽງ​ຂອງ ຈັງຫວັດຊຽງຣາຍ ​ຂອງ​ໄທ.

“ຂົວ​ມິດຕະພາບ​ລາວ-​ໄທ​ແຫ່ງ​ທີ 4 ​ເປັນ​ການ​ຕອບ​ສະໜອງ
​ ກັບ​ທ່າ​ອຽງ​ແຫ່ງ​ການ​ສົ່ງ​ເສີມ​ ການ​ຮ່ວມ​ມື ​ເພື່ອ​ການ​ພັດ
ທະນາ ​ໃນ​ພາກ​ພື້ນ​ອາຊີ​ອາຄະ​ເນ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ
ກໍ​ແມ່ນ​ເປັນ​ສ່ວນ​ສຳຄັນ​ອັນ​ໜຶ່ງ​ ຂອງ​ໂຄງການ​ເຊື່ອມ​ໂຍງ​
ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ GMS ​ແລວ​ເສດຖະກິດ​ເໜືອ-​
ໃຕ້ ​ແລະ ການ​ເຊື່ອມ​ໂຍງ​ ດ້ານ​ຄົມມະນາຄົມ ລະຫວ່າງ​
ອາ​ຊຽນ ​ກັບ ສປ ຈີນ.”

ກ່ອນ​ໜ້າ​ນີ້ ພົນ​ເອກ ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ
ກໍ​ໄດ້​ຢືນຢັນ​ວ່າ ລັດຖະບານ​ລາວ ​ແລະ​ໄທ ​ໄດ້​ຕົກລົງ​ຈະ​ຮ່ວມ​ກັນ ​
ກໍ່ສ້າງຂົວມິດຕະພາບ ​ຂ້າມ​ແມ່ນ້ຳຂອງ ​ເພີ້​ມຂຶ້ນອີກ 2 ​ແຫ່ງ ທີ່
​ເຊື່ອມ​ຕໍ່​ແຂວງ​ບໍລິ​ຄຳ​ໄຊ ກັບ​ຈັງຫວັດ​ບຶງ​ການ ​ແລະ ​ແຂວງ​ສາລະວັນ ກັບຈັ​ງຫວັດ​ອຸບົນ
ຣາຊະທານີ.

ໂດຍ​ສຳ​ຫລັບ​ກ່ຽວກັບຮູບ​ແບບ ຂອງ​ການ​ຮ່ວມ​ມືນັ້ນ ພົນ​ເອກ​ປຣະຍຸດ ຢືນຢັນ​ວ່າ ຈະ​ເປັນ
​ການ​ອອກທຶນ​ກໍ່ສ້າງ​ຝ່າຍ​ລະ 50 ​ເປີ​ເຊັນ ຂອງ​ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ ​ແລະ​ລັດຖະບານ​
ໄທ ​ພ້ອມ​ທີ່​ຈະ​ເປັນ​ຝ່າຍ​ອອກທຶນ​ໃຫ້​ກ່ອນ ໝາຍ​ຄວາມ​ວ່າ ທຶນ​ກໍ່ສ້າງ​ໃນ​ສ່ວນ 50 ​ເປີ​ເຊັນ​
ທີ່​ເປັນຄວາມ​ຮັບຜິດຊອບ​ ຂອງລັດຖະບານ​ລາວນັ້ນ ຈະ​ຖື​ເປັນ​ເງິນ​ກູ້​ລະຍະ​ຍາວ ທີ່​ ລັດ
ຖະບານ​ລາວ ຈະ​ຕ້ອງ​ຊຳລະ​ຄືນ​ ໃຫ້​ລັດຖະບານໄທ ​ໃນ​ພາຍຫຼັງ ຊຶ່ງ​ໂດຍ​ປົກກະຕິ​ແລ້ວ​
ຈະ​ມີ​ລະຍະ​ເວລາ​ໃນ​ການ​ຊຳລະ​ຄືນ​ເຖິງ 30 ປີ.

ສຳຫລັບຂົວ​ແຫ່ງ​ທຳ​ອິດ ທີ່​ເຊື່​ອມຕໍ່​ນະຄອນຫລວງ​ວຽງ​ຈັນ​ ກັບ​ໜອງ​ຄາຍ ​ແມ່ນເປີດ​ໃຊ້
ເມື່ອປີ 1994 ສ່ວນ​ແຫ່ງ​ທີ 2 ທີ່​ແຂວງ​ສະຫວັນ​ນະ​ເຂດ ກັບ​ມຸກດາ​ຫານ ​ເປີດ​ໃຊ້​ເມື່ອ​ຕົ້ນປີ
2007 ​ໂດຍ​ລັດຖະບານ​ລາວ ກັບ​ໄທ​ກູ້​ຢືມ​ເງິນ​ຈາກ​ລັດຖະບານ​ຍີ່ປຸ່ນ ສຳຫຼັບ​ແຫ່ງ​ທີ 3 ທີ່​
ແຂວງ​ຄຳ​ມ່ວນ ກັບ​ນະຄອນ​ພະນົມ ​ເປີດ​ໃຊ້​ໃນ​ທ້າຍ​ປີ 2011 ​ໂດຍ​ລັດຖະບານ​ໄທ ​ເປັນ
​ຝ່າຍ​ອອກທຶນ​ກໍ່ສ້າງ​ທັງ​ໝົດ ​ແລະ ​ແຫ່ງ​ທີ 4 ທີ່​ຫ້ວຍ​ຊາຍ ກັບ​ຊຽງ​ຂອງ​ດັ່ງກ່າວ​ ກໍ​ເປັນ​ການ​
ອອກທຶນ​ຮ່ວມ​ກັນ ລະຫວ່າງ​ລັດຖະບານ​ໄທ ກັບ​ຈີນ ຝ່າຍລະເຄິ່ງ..

XS
SM
MD
LG