ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີລາວ ມີຄຳສັ່ງ ໃຫ້ວິສາຫະກິດ ຈາກຫວຽດນາມ ໂຈະການກໍ່ສ້າງ ເດີ່ນບິນ ແຂວງຫົວພັນ


ທ່ານບຸນຈັນ ສິນທະວົງ ລັດຖະມົນຕີວ່າການ ກະຊວງ ໂຍທາທິການແລະຂົນສົ່ງ ຖະແຫລງຢືນຢັນວ່າ ທ່ານໄດ້ມີຄຳສັ່ງ ໄປເຖິງ ກຸ່ມບໍລິສັດ Hoang Anh Gia Lai
ຈາກປະເທດຫວຽດນາມ ໃຫ້ໂຈະການກໍ່ສ້າງເດີ່ນບິນ.
ທ່ານບຸນຈັນ ສິນທະວົງ ລັດຖະມົນຕີວ່າການ ກະຊວງ ໂຍທາທິການແລະຂົນສົ່ງ ຖະແຫລງຢືນຢັນວ່າ ທ່ານໄດ້ມີຄຳສັ່ງ ໄປເຖິງ ກຸ່ມບໍລິສັດ Hoang Anh Gia Lai ຈາກປະເທດຫວຽດນາມ ໃຫ້ໂຈະການກໍ່ສ້າງເດີ່ນບິນ.

ລັດຖະມົນຕີລາວມີຄຳສັ່ງໃຫ້ ວິສາຫະກິດຈາກຫວຽດນາມ
ໂຈະການກໍ່ສ້າງເດີ່ນບິນແຂວງຫົວພັນ ເພື່ອທຳການກວດ
ສອບການກໍ່ສ້າງ ໃນລະຍະທີ່ຜ່ານມາ ວ່າໄດ້ມາດຕະຖານ
ຕາມແບບແຜນຫຼືບໍ່.

ທ່ານບຸນຈັນ ສິນທະວົງ ລັດຖະມົນຕີວ່າການ ກະຊວງໂຍທາທິ
ການ ແລະຂົນສົ່ງ ຖະແຫລງຢືນຢັນວ່າ ທ່ານໄດ້ມີຄຳສັ່ງໄປເຖິງ
ກຸ່ມບໍລິສັດ Hoang Anh Gia Lai ຈາກປະເທດຫວຽດນາມ ເພື່ອໃຫ້ໂຈະການກໍ່ສ້າງ
ເດີ່ນບິນໜອງຄ່າງ ໃນເຂດເມືອງຊຳເໜືອ ແຂວງຫົວພັນ ໄວ້ເປັນການຊົ່ວຄາວແລ້ວ
ໃນຂະນະນີ້.

ໂດຍສາເຫດທີ່ຕ້ອງມີຄຳສັ່ງດັ່ງກ່າວ ກໍເພາະວ່າ ໄດ້ຮັບຂໍ້ມູນທີ່ໜ້າເຊື່ອຖືໄດ້ວ່າ ການກໍ່
ສ້າງເດີ່ນບິນ ທີ່ດຳເນີນການໂດຍກຸ່ມບໍລິສັດຈາກຫວຽດນາມ ໃນລະຍະນັບແຕ່ກາງປີ
2013 ເປັນຕົ້ນມານັ້ນ ຍັງບໍ່ໄດ້ມາດຕະຖານຕາມແບບແຜນການກໍ່ສ້າງທີ່ກຳນົດ ຈຶ່ງຕ້ອງ
ມີການກວດສອບຢ່າງລະອຽດ ເພື່ອໃຫ້ຮູ້ວ່າມີບັນຫາດັ່ງກ່າວ ເກີດຂຶ້ນຈິງຫຼືບໍ່ ດັ່ງທີ່ທ່ານ
ບຸນຈັນ ໄດ້ຢືນຢັນວ່າ:

“ໂຄງການກໍ່ສ້າງເດີ່ນບິນໜອງຄ່າງ ອັນນີ້ນິ ເປັນບັນຫາທີ່ສຳຄັນ ຂ້າພະເຈົ້າກໍໄດ້
ເຫັນສະພາບຕົວຈິງຈະຕ້ອງໄດ້ເບິ່ງ ເພາະວ່າການກໍ່ສ້າງ ບໍ່ໄປຕາມມາດຕະຖານ
ເທັກນິກ ເພາະວ່າມາດຕະຖານເທັກນິກ ການກໍ່ສ້າງສະໜາມບິນເປັນມາດຕະຖານ
ເທັກນິກ ທີ່ຕ້ອງການຄວາມແໜ້ນສູງ.”

ທັງນີ້ໂດຍລັດຖະບານລາວ ໄດ້ຕົກລົງໃນສັນຍາລົງທຶນ ເພື່ອກໍ່ສ້າງເດີ່ນບິນໃໝ່ 2 ແຫ່ງ
ຢູ່ໃນແຂວງຫົວພັນ ແລະແຂວງອັດຕະປື ເມື່ອປີ 2013 ທີ່ຜ່ານມາ ຊຶ່ງເປັນການລົງນາມ
ຮ່ວມກັນ ລະຫວ່າງຜູ້ຕ່າງໜ້າ ຂອງກົມການບິນພົນລະເຮືອນ ໃນສັງກັດກະຊວງໂຍທາ
ທິການ ແລະຂົນສົ່ງຂອງລາວ ກັບຜູ້ຕ່າງໜ້າຂອງກຸ່ມບໍລິສັດ Hoang Anh Gia Lai
ຈາກປະເທດຫວຽດນາມ.

ໂດຍພາຍໃຕ້ສັນຍາດັ່ງກ່າວ ກຸ່ມບໍລິສັດ Hoang Anh Gia Lai ຈະເປັນຝ່າຍລົງທຶນ
ແລະກໍ່ສ້າງເດີ່ນບິນທັງ 2 ແຫ່ງ ໃຫ້ກ່ອນ ສ່ວນລັດຖະບານລາວ ມີພັນທະທີ່ຈະຕ້ອງຊຳ
ລະຄືນໃນພາຍຫຼັງ ຊຶ່ງຄິດເປັນມູນຄ່າລວມຫຼາຍກວ່າ 110 ລ້ານດອນລາ ໂດຍແບ່ງ
ເປັນການລົງທຶນ ເພື່ອກໍ່ສ້າງເດີ່ນບິນແຫ່ງໃໝ່ ຂອງແຂວງອັດຕະປື ໃນມູນຄ່າເກີນກວ່າ
36 ລ້ານດອນລາ ແລະ 74 ລ້ານດອນລາ ທີ່ເຫຼືອເປັນການລົງທຶນກໍ່ສ້າງເດີ່ນບິນແຫ່ງ
ໃໝ່ຂອງຫົວພັນ ທີ່ທາງການລາວໄດ້ມີຄຳສັ່ງໃຫ້ ໂຈະການກໍ່ສ້າງໄວ້ເປັນການຊົ່ວຄາວ
ໃນຄັ້ງຫຼ້າສຸດນີ້.

ພິທີວາງສີລາເລິກ ໂຄງການກໍ່ສ້າງເດີ່ນບິນໜອງຄ່າງ ໃນເຂດເມືອງ ຊຳເໜືອ ແຂວງຫົວພັນ ໂດຍກຸ່ມບໍລິສັດ Hoang Anh Gia Lai ຈາກ ປະເທດຫວຽດນາມ ແລະທາງການລາວ.
ພິທີວາງສີລາເລິກ ໂຄງການກໍ່ສ້າງເດີ່ນບິນໜອງຄ່າງ ໃນເຂດເມືອງ ຊຳເໜືອ ແຂວງຫົວພັນ ໂດຍກຸ່ມບໍລິສັດ Hoang Anh Gia Lai ຈາກ ປະເທດຫວຽດນາມ ແລະທາງການລາວ.

ກຸ່ມບໍລິສັດ Hoang Anh Gia Lai ຈະດຳເນີນການກໍ່ສ້າງເດີ່ນ
ບິນທັງ 2 ແຫ່ງດັ່ງກ່າວນີ້ ໃຫ້ແລ້ວສຳເລັດ ແລະເປີດໃຊ້ຢ່າງເປັນ
ທາງການພາຍໃນປີ 2015 ຫາກແຕ່ວ່າສຳຫລັບເດີ່ນບິນຢູ່ແຂວງ
ອັດຕະປືນັ້ນ ຈະແບ່ງອອກເປັນ 2 ລະຍະ ໂດຍລະຍະທີ 1 ທີ່ຈະ
ກໍ່ສ້າງແລ້ວສຳເລັດພາຍໃນປີ 2015 ຈະມີທາງແລ່ນຂຶ້ນລົງ ຫຼື
Runway ຍາວ 1,850 ແມັດ ກວ້າງ 30 ແມັດ ສາມາດຮອງຮັບ
ເຮືອບິນຂະຫນາດ 70-100 ບ່ອນນັ່ງ ສ່ວນລະຍະທີ 2 ນັ້ນ ກໍຈະ
ເປັນການຂະຫຍາຍ Runway ໃຫ້ກວ້າງຂຶ້ນເປັນ 45 ແມັດ ຍາວ
3,000 ແມັດ ສາມາດຮອງຮັບເຮືອບິນຂະຫນາດ 150-250 ບ່ອນ
ນັ່ງ ໂດຍມີກຳນົດກໍ່ສ້າງແລ້ວສຳເລັດ ພາຍໃນປີ 2020.

ໂດຍເດີ່ນບິນແຫ່ງໃໝ່ ຂອງແຂວງອັດຕະປື ທີ່ຕັ້ງຢູ່ໃນເນື້ອທີ່ 165 ເຮັກຕາ ໃນເຂດເມືອງ
ໄຊເສດຖານີ້ ເປັນໂຄງການສຳຄັນທີ່ຢູ່ໃນແຜນການພັດທະນາ ຊາຍແດນລະຫວ່າງລາວ
ກັບກຳປູເຈຍ ແລະຫວຽດນາມ ໃຫ້ເປັນເຂດພັດທະນາເສດຖະກິດ ຢ່າງຮອບດ້ານ ຊຶ່ງຮວມ
ເຖິງພັດທະນາການທ່ອງທ່ຽວ ແລະພາກບໍລິການຮ່ວມກັນດ້ວຍນັ້ນ ຫາກແຕ່ເນື່ອງຈາກວ່າ
ລັດຖະບານລາວ ຍັງຂາດແຄນງົບປະມານຢ່າງຫລວງຫຼາຍ ຈຶ່ງຕ້ອງກູ້ຢືມຈາກຫວຽດນາມ
ເປັນຫຼັກ.

ສ່ວນເດີ່ນບິນຢູ່ແຂວງຫົວພັນນັ້ນ ກໍຢູ່ພາຍໃຕ້ເງື່ອນໄຂດຽວກັນ ກໍຄືກຸ່ມບໍລິສັດ Hoang
Anh Gia Lai ລົງທຶນກໍ່ສ້າງໃຫ້ກ່ອນ ແລ້ວຈຶ່ງໃຫ້ ລັດຖະບານລາວຜ່ອນຊຳລະຄືນ ໃນ
ພາຍຫຼັງ ໂດຍແບບຂອງການກໍ່ສ້າງ ກໍຄືກັນກັບລະຍະທີ 1 ຂອງເດີ່ນບິນ ຢູ່ໃນແຂວງ
ອັດຕະປື ທີ່ສາມາດຮອງຮັບເຮືອບິນ ຂະຫນາດ 70-100 ບ່ອນນັ່ງ ຈາກປັດຈຸບັນ ທີ່
ຮອງຮັບໄດ້ພຽງ 12 ບ່ອນນັ່ງ ເທົ່ານັ້ນ.

ກຸ່ມບໍລິສັດ Hoang Anh Gia Lai ເປັນບໍລິສັດໃຫຍ່ອັນດັບທີ 2 ໃນຕະຫລາດຫຸ້ນ
ຫວຽດນາມ ທີ່ມີການລົງທຶນທັງໃນ ແລະຕ່າງປະເທດ ໂດຍສຳຫລັບໃນລາວນັ້ນ ກໍໄດ້
ເນັນໜັກ ການລົງທຶນໃນດ້ານການປູກຢາງພາລາ ການຂຸດຄົ້ນແຮ່ທາດ ການກໍ່ສ້າງ
ເຂື່ອນຜະລິດໄຟຟ້າ ແລະອຸດສາຫະກຳການແປຮູບໄມ້ ຊຶ່ງຄິດເປັນມູນຄ່າ ການລົງທຶນ
ໃນລາວລວມກັນຫຼາຍກວ່າ 1,000 ລ້ານດອນລາ.

XS
SM
MD
LG