ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີ​ລາວ ຢືນຢັນ​ວ່າ ຈະ​ພັດ​ທະນາ ​ແລະ ປັບປຸງ ​ຍົກ​ລະດັບ​ ຄຸນ​ນະພາ​ບ ການ​ສຶກສາ ​ໃນ​ລາວ


ນັກຮຽນລາວຈຳນວນນຶ່ງ ໄດ້ຮັບລາງວັນ environ-award ຢູ່ກອງປະຊຸມສຸດຍອດ ເຍົາວະຊົນທົ່ວໂລກ.
ນັກຮຽນລາວຈຳນວນນຶ່ງ ໄດ້ຮັບລາງວັນ environ-award ຢູ່ກອງປະຊຸມສຸດຍອດ ເຍົາວະຊົນທົ່ວໂລກ.

ລັດຖະມົນຕີ​ລາວ​ ຢືນຢັນ​ວ່າ ຈະ​ເລັ່ງດຳ​ເນີນ​ ມາດ​ຕະການ​ພັດ
ທະນາ ປັບປຸງ​ຄຸນ​ນະພາ​ບການ​ສຶກສາ​ໃນ​ລາວ ​ໃຫ້​ໄດ້​ມາດຕະ
ຖານ​ດຽວ​ກັນ​ໃນອາ​ຊ່ຽນ​ພາຍ​ໃນ​ປີ 2015 ​ໂດຍ​ໄດ້​ຮັບ​ກາ​ນຊ່ວຍ
​ເຫລືອ​ຈາກ UNESCO.

ທ່ານ​ພັນຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ ​ແລະລັດຖະມົນຕີ ກະຊວງ​ສຶກສາ​ທິການ​
ແລະ​ກິລາ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ການ​ພັດ​ທະນາ ​ແລະ​ປັບປຸງ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາບ ການ​ສຶກສາ​ໃນ​ລາວ ​ໃຫ້​ໄດ້​ມາດຕະຖານ​ດຽວ​ກັນ​ກັບ​ບັນດາ​ ປະ​ເທດ​ສະມາຊິກ​ ອາ​ຊ່ຽນ​ດ້ວຍ​ກັນ​ ພາຍ​ໃນ​ປີ 2015 ຖື​ເປັນ​ເປົ້າໝາຍ​ສຳຄັນ​ ທີ່​ລັດຖະບານ​ລາວ​ ໄດ້​ກຳນົດ​ໄວ້ ​ໃນ​ແຜນການ​ພັດ​ທະ​ນາ​ ການ​ສຶກສາ​ແຫ່​ງຊາດ.

ໂດຍຫຼ້າສຸດ ກະຊວງ​ສຶກສາ​ທິການຯຂອງລາວ ກໍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​
ພັດທະນາ ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບດ້ານ​ວຸດທິການ​ສຶກສາ​ໃນ​ລາວ​ຮ່ວມ​ກັບ​ອົງການ
UNESCO ພາຍ​ໃຕ້​ເປົ້າໝາຍ ​ທີ່​ຈະ​ດຳ​ເນີນ​ມາດ​ຕະການ ​ພັດທະນາ​ປັບປຸງ​ວຸດ​ທິການ​
ສຶກສາລະ​ດັບ​ມະຫາວິທະຍາ​ໄລ​ຂອງ​ລາວ ​ໃຫ້​ໄດ້​ມາດຕະຖານ​ດຽວ​ກັນກັບ​ບັນດາ​ປະ​ເທດ​ສະມາຊິກ​ເກົ່າ​ຂອງ​ກຸ່ມ​ອາ​ຊ່ຽນ ຊຶ່ງ​ຈະ​ເຮັດ​ໃຫ້​ນັກ​ສຶກສາລາ​ວສາມາດ​ທຽບ​ໂອນ​ໜ່ວຍ​ກິດ​ເພື່ອ​ເດີນທາງ​ໄປ​ສຶກສາ​ຕໍ່​ໃນ​ທຸກ​ປະ​ເທດ​ໃນ​ອາ​ຊ່ຽນ​ດ້ວຍ​ກັນ​ໄດ້ ​ເຊັ່ນ​ດຽວ​ກັນ​ກັບ​ນັກ​ສຶກສາ​ຈາກ​ທຸກ​ປະ​ເທດ​ໃນ​ອາ​ຊ່ຽນ​ກໍ​ສາມາດ​ຈະ​ເດີນທາງ​ມາ​ສຶກສາ​ໃນ​ລາວ​ດັ່ງ​ທີ່​ທ່ານ​ພັນ​ຄຳ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ລັດຖະບານ​ພວກ​ເຮົາ ກະ​ໄດ້​ລົງ​ນາມ​ສົນທິສັນຍາ​ກັບ UNESCO ວ່າ​ດ້ວຍ​
ການ​ຮັບ​ຮູ້​ຄຸນ​ວຸດ​ທິການ​ສຶກສາ ​ທີ່​ສ້າງ​ຄຸນ​ວຸດ​ທິການ​ສຶກສາ​ແຫ່ງ​ຊາດ ​ເພື່ອ​ໃຫ້​
ສາມາດ​ທຽບ​ໂອນ​ໜ່ວຍກິດການ​ຮຽນ​ຂອງ​ນັກ​ສຶກສາ​ ທີ່​ໄປ​ຮຽນ​ຕໍ່​ທັງ​ພາຍ​ໃນ​
ແລະ​ຕ່າງປະ​ເທດ ອັນ​ນີ້​ຫຼາຍປະ​ເທດ​ກະມາ​ເຊັນ​ສັນຍາ​ກັບ​ພວກ​ເຮົາ​ແລ້ວ ​
ເພາະ​ຖ້າ​ເຮົາ​ທຽບ​ໂອນ​ໜ່ວຍ​ກິດໄດ້ຮຽນ​ນຳ​ເຂົາ​ມາ​ຮຽນ​ຕໍ່​ນຳ​ເຮົາ​ກະ​ຮຽນ​
ໄດ້ ​ເຮົາ​ໄປ​ຮຽນ​ຕໍ່​ຢູ່ນຳເຂົາ​ກະ​ໄດ້ ອັນ​ນີ້​ເປັນ​ຂອບ​ລວມ.”

ນັກສຶກສາລາວ ກຳລັງຮັບເອົາ ໃບ​ປະກາດ​ສະ​ນີຍະ​ບັດ​ ໃນການ​ຈົບ​ການ​ສຶກສາ.
ນັກສຶກສາລາວ ກຳລັງຮັບເອົາ ໃບ​ປະກາດ​ສະ​ນີຍະ​ບັດ​ ໃນການ​ຈົບ​ການ​ສຶກສາ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ພັນ​ຄຳ ກໍ​ຍອມຮັບ​ວ່າ​ໄດ້​ມີ​ການ​ປອມ​
ແປງ​ໃບ​ປະກາດ​ສະ​ນີຍະ​ບັດ​ການ​ຈົບ​ການ​ສຶກສາ ​ໃນ​ລະດັບ​
ຕ່າງໆ​ເກີດ​ຂຶ້ນ​ຢູ່ໃນລາວ​ແລ້ວ​ໃນ​ປັດຈຸບັນ​ນີ້ ​ໂດຍ​ໄດ້​ກວດ​ພົບ
​ປະກາດ​ສະ​ນີຍະ​ບັດ​ປອມ​ຈົບ​ຊັ້ນມັດທະຍົມ​ປາຍ​ຈຳນວນ 176
​ໃບ ​ແລະ​ຈົບ​ບາງ​ຄະນະ​ໃນ​ມະຫາວິທະຍາໄລ​ຂອງ​ລັດ ​ແລະ ​
ເອກະ​ຊົນ​ຈຳນວນ​ໜຶ່ງ.

ຍິ່ງໄປກວ່ານັ້ນ ກໍຍັງກວດພົບວ່າມີພະນັກງານລັດຈຳນວນໜຶ່ງ
ທີ່ນຳໃຊ້ໃບປະກາດສະນີຍະບັດປອມ ຊຶ່ງຕໍ່ກໍລະນີດັ່ງກ່າວນີ້
ກໍໄດ້ມີການດຳເນີນມາຕະການເອົາຜິດຕາມລະບຽບກົດໝາຍ
ຕໍ່ພະນັກງານລັດເຫຼົ່ານັ້ນແລ້ວ ສ່ວນບັນດາຜູ້ຈັດທຳ ແລະນັກຮຽນນັກສຶກສາທີ່ໃຊ້ໃບ
ປະກາດ ສະນີຍະບັດປອມນັ້ນ ກໍຈະຖືກດຳເນີນຄະດີຕາມກົດໝາຍເຊັ່ນດຽວກັນ.

ສ່ວນກ່ຽວກັບມາດຕະການແກ້ໄຂ ບັນຫາການປອມແປງ ໃບປະກາດສະນີຍະບັດ ໃນ
ລະຍະຕໍ່ໄປນີ້ ທ່ານພັນຄຳ ໄດ້ໃຫ້ການຊີ້ແຈງວ່າທາງກະຊວງຯ ໄດ້ອອກຄຳສັ່ງແນະນຳ
ໃຫ້ທຸກອົງການຈັດຕັ້ງ ທັງພາກລັດແລະເອກະຊົນ ເປັນເຈົ້າການຕິດຕາມ ແລະ ກວດກາ
ເອກະສານ ທີ່ຢັ້ງຢືນວຸດທິການສຶກສາ ຂອງຜູ້ທີ່ຢູ່ໃນການຄຸ້ມຄອງ ຂອງອົງການຕົນ ນັບ
ທັງຜູ້ສະມັກເຂົ້າເຮັດວຽກໃໝ່ດ້ວຍ ໂດຍຖ້າຫາກກວດພົບວ່າ ມີການນຳໃຊ້ໃບປະກາດ
ສະນີຍະບັດປອມ ກໍໃຫ້ດຳເນີນການຕາມກົດໝາຍໃນທັນທີ.

ນອກຈາກນີ້ ກະຊວງສຶກສາທິການຯ ກໍຍັງຈະດຳເນີນການປັບປຸງຄືນໃໝ່ ລະບົບການ
ຕິດຕາມການເຂັ້າຮຽນ ຜົນການຮຽນ ແລະການເຄື່ອນຍ້າຍ ຂອງນັກຮຽນ ນັກສຶກສາ
ນັບແຕ່ມື້ທຳອິດ ຂອງການຮຽນຈົນເຖິງມື້ຈົບການສຶກສາ ທັງໃນສະຖາບັນການສຶກສາ
ຂອງລັດ ແລະເອກະຊົນ ທົ່ວປະເທດອີກດ້ວຍ.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງໃນກະຊວງສຶກສາທິການຯ ກໍຍອມຮັບວ່າການຈັດ
ຕັ້ງປະຕິບັດ ຢ່າງມີປະສິດທິພາບຍັງນັບເປັນບັນຫາ ໃນພາກຕົວຈິງ ດັ່ງຈະເຫັນໄດ້ຈາກ
ການຈັດຕັ້ງປະຕິບັດແຜນ ການກະຈາຍໂອກາດດ້ານສຶກສາສຳຫລັບເດັກນ້ອຍທຸກຄົນ
ໃນທົ່ວປະເທດ ໂດຍສະເພາະແມ່ນຢູ່ໃນເຂດຊົນນະບົດ ທີ່ໄດ້ເລີ້ມຈັດຕັ້ງປະຕິບັດ ນັບ
ແຕ່ສົກຮຽນປີ 2011-2012 ເປັນຕົ້ນມານັ້ນ ຈະບໍ່ສາມາດບັນລຸຜົນເປັ້າກໝາຍ ທີ່ລັດ ຖະບານລາວ ໄດ້ວາງເອົາໄວ້ໃນສົກຮຽນປີ 2014-2015 ຢ່າງແນ່ນອນ.

XS
SM
MD
LG